Accessibility links

Breaking News

ບົດບັນນາທິການ: ພວກຜູ້ນຳຂອງສີ່ປະເທດ ຫຼືກຸ່ມຄວດ ພົບປະກັນທີ່ວໍຊິງຕັນ


ປະທານາທິບໍດີໂຈ ໄບເດັນ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດກຸ່ມຄວດທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 24 ກັນຍາ 2021.
ປະທານາທິບໍດີໂຈ ໄບເດັນ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດກຸ່ມຄວດທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 24 ກັນຍາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ພວກຜູ້ນຳຂອງສີ່ປະເທດ ຊຶ່ງເປັນພາຄີທາງດ້ານການທູດ ທີ່ຮູ້ກັນໃນຊື່ກຸ່ມຄວດນັ້ນ ໄດ້ປະຊຸມກັນແບບເຊິ່ງໜ້າເປັນເທື່ອທຳອິດ. ເມື່ອວັນທີ 24 ກັນຍາທີ່ຜ່ານມາ ປະທານາທິບໍດີໂຈ ໄບເດັນ ໄດ້ເປັນເຈົ້າພາບ ຕ້ອນຮັບນາຍົກລັດຖະ
ມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ນາຍົກລັດຖະມົນຕີອອສເຕຣເລຍ ທ່ານສະກັອດ ມໍຣິສັນແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ ຢູ່ທີ່ທຳນຽບຂາວ.

ໃນຖະແຫຼງການຮ່ວມນັ້ນ ຜູ້ນຳທັງສີ່ ໄດ້ໃຫ້ຄວາມໝັ້ນໝາຍ ອີກເທື່ອນຶ່ງ ຂອງພວກທ່ານຕໍ່ “ການເປັນພາຄີແລະຕໍ່ຂົງເຂດທີ່ເປັນພື້ນຖານທາງດ້ານຄວາມໝັ້ນຄົງ ແລະຄວາມອຸດົມຮັ່ງມີຮ່ວມກັນ ຄືເຂດອິນໂດປາຊີຟິກທີ່ເສລີແລະເປີດກວ້າງ ຊຶ່ງນອກນັ້ນ ຍັງຮວມໝົດທຸກໆຝ່າຍ ແລະສາມາດປັບໂຕໄດ້.”

ໃນຄຳປາໄສເປີດກອງປະຊຸມຂອງທ່ານນັ້ນ ປະທານາທິບໍດີໄບເດັນໄດ້ກ່າວເຖິງກຸ່ມຄວດວ່າ “ເປັນພາຄີປະຊາທິປະໄຕ ທີ່ມີທັດສະນະຂອງໂລກ ແບບດຽວກັນແລະມີວິໄສທັດຄືກັນໃນອະນາຄົດຈຶ່ງໄດ້ມາເຕົ້າໂຮມກັນເພື່ອຮັບມືກັບບັນຫາທ້າທາຍຕ່າງໆໃນຍຸກສະໄມຂອງພວກເຮົາ.” ຮວມຢູ່ໃນບັນຫາທ້າທາຍເຫຼົ່ານັ້ນ ກໍມີໂຄວິດ-19 ການປ່ຽນແປງຂອງດິນຟ້າອາກາດ ເທັກໂນໂລຈີທີ່ປາກົດໂຕຂຶ້ນມາໃໝ່ ແລະພື້ນຖານໂຄງລ່າງ.

ພວກຜູ້ນຳທັງສີ່ໄດ້ຕົກລົງກັນກ່ຽວກັບຄວາມກ້າວໜ້າທີ່ໄດ້ຮັບ ນັບແຕ່ໄດ້ມີກອງປະຊຸມທາງອອນລາຍເທື່ອທຳອິດຂອງພວກທ່ານ ໃນເດືອນມີນາຜ່ານມາ ໂດຍເອີ້ນບັນດາປະເທດພາຄີ ແລະການເພັ່ງເລັງໃສ່ໂຄວິດ-19 “ມີຄວາມສຳຄັນປະຫວັດສາດ” ຊຶ່ງພວກທ່ານ ໃຫ້ຂໍ້ສັງເກດວ່າ ໄດ້ສຸມຄວາມພະຍາຍາມ ໃສ່ການ
ປາບປາມພະຍາດດັ່ງກ່າວແລະພວມຢູ່ໃນເສັ້ນທາງໄປສູ່ການບັນລຸເປົ້າໝາຍໃນການບໍລິຈາກຢາວັກຊີນ 1 ພັນ 200 ລ້ານໂດສໃຫ້ແກ່ທົ່ວໂລກ ພາຍໃນທ້າຍປີ 2022. ມາຮອດປັດຈຸບັນນີ້ ກຸ່ມຄວດໄດ້ສະໜອງຢາວັກຊີນທີ່ປອດໄພ ມີປະສິດທິຜົນ ແລະຄ້ຳປະກັນທາງດ້ານຄຸນນະພາບ 79 ລ້ານໂດສໄປແລ້ວ ໃຫ້ແກ່ປະເທດຕ່າງໆ ຢູ່ໃນເຂດອິນໂດປາຊີຟິກ.

ນອກນັ້ນ ພວກເຂົາເຈົ້າຍັງໄດ້ໂຮມກຳລັງກັນ ເພື່ອແກ້ໄຂ ວິກິດການທາງດ້ານ ດິນຟ້າອາກາດ ໂດຍເຮັດວຽກຮ່ວມກັນ ເພື່ອຮັກສາລະດັບອຸນຫະພູມ ທີ່ຈຳກັດ ພາຍໃຕ້ຂໍ້ຕົກລົງປາຣີເປັນໄປໄດ້ແລະສືບຕໍ່ດຳເນີນຄວາມພະຍາຍາມເພື່ອບໍ່ໃຫ້ອຸນຫະພູມຮ້ອນຂຶ້ນກາຍ 1.5 ອົງສາແຊລຊຽສ ຂອງລະດັບກ່ອນອຸດສາຫະກຳ. ຮວມຢູ່ໃນຂໍ້ລິເລີ້ມຕ່າງໆນັ້ນ ກຸ່ມຄວດຍັງໄດ້ກຳນົດ ຄວາມພະຍາຍາມໃນການຫຼຸດຜ່ອນທາດຄາບອນຂອງປະເທດຕ່າງໆຮວມທັງບັນດາປະເທດທີ່ແນໃສ່ການ ຕິດຕັ້ງເທັກໂນໂລຈີ ໄຮໂດຣເຈັນ ທີ່ສະອາດ ແລະຮ່ວມມືກັນເພື່ອສ້າງຕັ້ງຕ່ອງ
ໂສ້ສະໜອງພະລັງງານສະອາດ ທີ່ມີຄວາມຮັບຜິດຊອບ ແລະປັບໂຕໄດ້.

ເມື່ອເວົ້າເຖິງເທັກໂນໂລຈີທີ່ປາກົດໂຕອອກມາໃໝ່ໆນັ້ນ ປະເທດທັງສີ່ພວມເຮັດວຽກຮ່ວມກັນ ເພື່ອຄ້ຳປະກັນວ່າວິທີທີ່ເທັກໂນໂລຈີໃໝ່ໄດ້ອອກແບບມານັ້ນແມ່ນໃຫ້ການເຄົາລົບຕໍ່ສິດທິມະນຸດສາກົນ. ພວກຜູ້ນຳທັງສີ່ໄດ້ຊີ້ໃຫ້ເຫັນ ຕົວຢ່າງວ່າການດຳເນີນຄວາມພະຍາຍາມໃນການເຮັດວຽກກັບອຸດສາຫະກຳເພື່ອສ້າງຄວາມກ້າວໜ້າໃຫ້ແກ່ການຕິດຕັ້ງຕາໜ່າງ 5 ຈີ ທີ່ປອດໄພ ເປີດກວ້າງ ແລະໂປ່ງໃສແລະກວ້າງໄກໄປກວ່າຕາໜ່າງ 5 ຈີ ແລະຕໍ່ຄວາມໝັ້ນໝາຍຂອງພວກເຂົາເຈົ້າຈະສະໜອງຕ່ອງໂສ້ ທີ່ປັບໂຕໄດ້ ຫຼາກຫຼາຍແລະມີຄວາມໝັ້ນຄົງໂດຍໃຫ້ການ ຮັບຮູ້ ໃນຂະນະທີ່ພວກທ່ານກ່າວຢູ່ໃນຖະແຫຼງການຮ່ວມວ່າ “ຄວາມສຳຄັນຂອງລັດຖະບານ ໃນການສະໜັບສະໜຸນຕໍ່ມາດຕະການ ແລະນະໂຍບາຍຕ່າງໆ ທີ່ມີຄວາມໂປ່ງໃສ ແລະມຸ່ງເນັ້ນ ການໃຫ້ບູລິມະສິດແກ່ຕະຫຼາດຫຼືຜູ້ບໍລິໂພກ.”

ພວກຜູ້ນຳທັງສີ່ຍັງໄດ້ປະກາດການເປີດໂຕພາຄີໃໝ່ດ້ານພື້ນຖານໂຄງລ່າງຂອງກຸ່ມຄວດ ເພື່ອສະໜອງຕອບຕໍ່ການດຳເນີນຄວາມພະຍາຍາມຮ່ວມກັນ ວາງເປົ້າໝາຍກ່ຽວກັບຄວາມຕ້ອງການດ້ານພື້ນຖານໂຄງລ່າງຂອງຂົງເຂດແລະປະສານງານເພື່ອສ້າງໂອກາດໃຫ້ແກ່ຂົງເຂດ.

ປະທານາທິບໍດີໄບເດັນກ່າວວ່າ “ພວກເຮົາແມ່ນປະເທດປະຊາທິປະໄຕທີ່ສຳຄັນຊຶ່ງມີປະຫວັດສາດໃນການຮ່ວມມື ມາເປັນເວລາຊ້ານານແລ້ວ. ພວກເຮົາຮູ້ດີວ່າ ຈະເຮັດແບບໃດວຽກງານຈຶ່ງຈະສຳເລັດລຸລ່ວງແລະພວກເຮົາພ້ອມແລ້ວທີ່ຈະຮັບມືກັບບັນຫາທາ້ທາຍຕ່າງໆ.”

XS
SM
MD
LG