Accessibility links

Breaking News

ບົດບັນນາທິການ: ສະຫະລັດ ລະບຸຊື່ ຜູ້ນຳກຸ່ມກໍ່ການຮ້າຍ 5 ຄົນ ທີ່ປະຕິບັດງານ ໃນອາຟຣິກາ


ເດັກຍິງຄົນນຶ່ງ ຍ່າງຜ່ານປ້າຍ ກຸ່ມກໍ່ການຮ້າຍອາລກາອີດາ ທີ່ເມືອງກາໂນ ປະເທດໄນຈີເຣຍ.
ເດັກຍິງຄົນນຶ່ງ ຍ່າງຜ່ານປ້າຍ ກຸ່ມກໍ່ການຮ້າຍອາລກາອີດາ ທີ່ເມືອງກາໂນ ປະເທດໄນຈີເຣຍ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ພົນໂທສກັອດ ແບຣີເອີ ຜູ້ອຳນວຍການອົງການສືບລັບຂອງກອງທັບສະຫະລັດ ກ່າວວ່າ “ລັດທິການກໍ່ການຮ້າຍຍັງສືບຕໍ່ເປັນໄພຂົ່ມຂູ່ຢູ່ໃນທະວີບອາຟຣິກາ ໃນຂະນທີ່ກຸ່ມອາລກາອີດາ ແລະເຄືອຂ່າຍຂອງກຸ່ມກໍ່ການຮ້າຍ ISIS ຂະຍາຍອິດທິພົນຂອງພວກເຂົາ ໄປເຖິງບາງຂົງເຂດແລ້ວ. ກຸ່ມອາລຊາບາບ ຊຶ່ງເປັນເຄືອຂ່າຍຂອງກຸ່ມອາລກາອີດານັ້ນ ແມ່ນກຸ່ມກໍ່ການຮ້າຍ ທີ່ເປັນໄພຂົ່ມ ຂູ່ຢ່າງຮ້າຍແຮງເປັນພິເສດ ຢູ່ໃນເຂດອາຟຣິກາຕາເວັນອອກ.”

ທ່ານໄດ້ເຕືອນວ່າ “ຢູ່ໃນເຂດຊາແຮລ ກຸ່ມຈາມາອາດ ນຸສຣາ ອາລ-ອິສລາມວາລ ມຸສລີມິນ ຊຶ່ງເປັນເຄືອຂ່າຍຂອງກຸ່ມອາລກາອີດາ ແລະກຸ່ມ ISIS ຢູ່ໃນເຂດທະເລຊາຍຊາຮາຣາ ຍັງສືບຕໍ່ທຳການໂຈມຕີຂອງພວກເຂົາ” ໃນຂະນະທີ່ “ກຸ່ມກະບົດ ISIS ອີກຈຸນຶ່ງໄດ້ຂະຫຍາຍຕົວເຂົ້າໄປໃນພາກເໜືອຂອງປະເທດໂມຊຳບິກ ໃນປີ 2020.”

ກະຊວງການຕ່າງປະເທດສະຫະລັດ ໄດ້ລະບຸໂຕພວກຜູ້ນຳ 5 ຄົນຂອງກຸ່ມກໍ່ການຮ້າຍເຫຼົ່ານີ້ ແລະໄດ້ຈັດເອົາພວກເຂົາ ເຂົ້າໄວ້ໃນລາຍຊື່ພິເສດຂອງພວກທີ່ຖືກລະບຸວ່າເປັນຜູ້ກໍ່ການຮ້າຍລະດັບໂລກພາຍໃຕ້ດຳລັດເລກທີ 13224 ຕາມທີ່ໄດ້ມີການປັບປຸງແກ້ໄຂໄປແລ້ວນັ້ນ.

ທ້າວໂບໂນມາເດ ມາຊູເດ ໂອມາ (Bonomade Machude Omar) ຊຶ່ງຍັງຮູ້ກັນໃນຊື່ ອາບູ ຊູລາຍຟາ ມູຮຳໝັດ ແລະ ອິບ ໂອມາ ນັ້ນ ແມ່ນເປັນຜູ້ນຳທາງທະຫານແລະກິດຈະການພາຍນອກ ຂອງກຸ່ມ ISIS ໃນໂມຊໍາບິກແລະຍັງຮັບໜ້າທີ່ເປັນຜູ້ບັນຊາການອະວຸໂສ ແລະຫົວໜ້າຜູ້ປະສານງານສຳລັບການໂຈມຕີທັງໝົດຂອງກຸ່ມດັ່ງກ່າວ ຢູ່ໃນພາກເໜືອຂອງໂມຊຳບິກ.

ທ້າວຊີດານັກ ຮິຕຕາ (Sidanaq Hitta) ຊຶ່ງຍັງຮູ້ກັນໃນຊື່ ອາບູ ກາວານຽນ ອາບູ ອັບແດລຮາກິມ ອາລ-ກີດາລີ ແມ່ນຜູ້ນຳອະວຸໂສ ແລະຜູ້ບັນຊາການທີ່ຮັບຜິດຊອບ ໃນເຂດໄກດາລຂອງປະເທດມາລີ ທີ່ຢູ່ພາຍໃຕ້ການຄວບຄຸມຂອງກຸ່ມຈາມາອາດ ນຸສຣາ ອາລ-ອິສລາມ ວາລ ມຸສລີມິນ ຫຼື JNIM.

ທ້າວຊາແລັມ ອູລ ບຣາຍມາດ (Salem ould Breihmatt) ຊຶ່ງຍັງຮູ້ກັນໃນຊື່ ອາລ ຊາກິນຕີ ແລະຮາມຊາ ອາລ-ມໍຣີຕານີ ເປັນຜູ້ນຳອະວຸໂສຂອງກຸ່ມ JNIM ແລະເອມຽກ ຂອງອາບິນດາແລະເຊີມາ ຢູ່ໃນເຂດມອບຕີ ຂອງປະເທດມາລີ.

ທ້າວອາລີ ໂມຮາເໝັດ ເຣຈ (Ali Mohamed Rage) ຊຶ່ງຍັງຮູ້ກັນໃນຊື່ອາລີ ເດເຣ ແມ່ນໂຄສົກຂອງກຸ່ມອາລ-ຊາບາບ ແລະຜູ້ນຳອະວຸໂສ ຂອງກຸ່ມດັ່ງກ່າວ. ລາວໄດ້ມີສ່ວນພົວພັນນຳການວາງແຜນໂຈມຕີຢູ່ໃນປະເທດເຄັນຢາ ແລະໂຊມາເລຍ.

ທ້າວອັບດີກາເດຍ ໂມຮາເໝັດ ອັບດີກາເດຍ (Abdikadir Mohamed Ab-dikadir) ຊຶ່ງຍັງຮູ້ກັນໃນຊື່ ອີກຣີມາ ເປັນຜູ້ນຳອະວຸໂສຂອງກຸ່ມອາລ-ຊາບາບແລະຍັງເປັນຫົວໜ້າໜ່ວຍປະຕິບັດງານແລະພະລາທິການຂອງກຸ່ມ. ລາວເປັນຜູ້ຊ່ວຍອຳນວຍຄວາມສະດວກ ແລະວາງແຜນໃນການປະຕິບັດງານຂອງກຸ່ມອາລ-ຊາບາບ.

ດ້ວຍຜົນຂອງການລະບຸຊື່ເຫຼົ່ານີ້ ຊັບສິນ ແລະຜົນປະໂຫຍດໃນຊັບສິນຂອງບຸກຄົນເຫຼົ່ານີ້ ຈຶ່ງຢູ່ພາຍໃຕ້ອຳນາດທາງດ້ານກົດໝາຍຂອງສະຫະລັດ. ປະຊາຊົນອາເມຣິກັນຈຶ່ງຖືກຫ້າມ ບໍ່ໃຫ້ມີການພົວພັນ ກັບການດຳເນີນທຸລະກິດໃດໆກັບພວກເຂົາເຫຼົ່ານັ້ນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຢູ່ໃນຖະແຫຼງການວ່າ “ສະຫະລັດມີຄວາມໝັ້ນໝາຍທີ່ຈະລົບກວນວິທີການທາງດ້ານການເງິນຂອງກຸ່ມ ISIS ໃນໂມຊໍາບິກ ກຸ່ມ JNIM ແລະກຸ່ມອາລ-ຊາບາບ ຊຶ່ງທັງໝົດນີ້ ຕ່າງກໍຖືກລະບຸວ່າ ເປັນອົງການກໍ່ການຮ້າຍ ແລະໄດ້ຖືກກຳນົດເປັນ
ພິເສດວ່າເປັນພວກກໍ່ການຮ້າຍລະດັບໂລກຊຶ່ງໄດ້ຈຳກັດຄວາມສາມາດຂອງພວກເຂົາ ທີ່ຈະທຳການໂຈມຕີເພີ້ມຂຶ້ນຕໍ່ພົນລະເຮືອນແລະສະໜັບສະໜຸນພາຄີຂອງພວກເຮົາໃນຄວາມພະຍາຍາເພື່ອລົບກວນການເງິນຂອງລັດທິກໍ່ການຮ້າຍ.”

ທ່ານບລິງເກັນກ່າວວ່າ “ເພື່ອຮັບມືກັບການຂົ່ມຂູ່ຂອງພວກກໍ່ການຮ້າຍຢູ່ໃນທົ່ວທະວີບ ຈະຕ້ອງໄດ້ມີການເຮັດວຽກຮ່ວມກັນຢ່າງໃກ້ຊິດກັບພາຄີຂອງພວກເຮົາໃນການທຳລາຍຄວາມສາມາດ ແລະການປະຕິບັດງານຂອງກຸ່ມກໍ່ການຮ້າຍເຫຼົ່ານີ້ ຍາດແຍ່ງເອົາການຄວບຄຸມ ແລະອິດທິພົນ ຢູ່ໃນເຂດພາກຕາເວັນຕົກ ພາກຕາເວັນອອກ ແລະພາກໃຕ້ ຂອງທະວີບອາຟຣິກາ.

XS
SM
MD
LG