Accessibility links

Breaking News

ບົດບັນນາທິການ: ຊາວຄິວບາ ສົມຄວນຈະໄດ້ຮັບໂອກາດ ໃຫ້ດຳລົງຊີວິດ ຢ່າງມີອິດສະຫຼະພາບ


ພວກເດີນຂະບວນ ຍົກມືຂຶ້ນ ເປັນຕົວ L ຊຶ່ງໝາຍເຖິງອິດຫະພາບ ແລະໂບກທຸງທາດ ໃນການປະທ້ວງ ທີ່ຄຸ້ມຮາວານານ້ອຍ ຢູ່ນະຄອນໄມອາມີ ເພື່ອສະໜັບສະໜຸນພວກຕໍ່ຕ້ານລັດຖະບານຢູ່ຄິວບາ.
ພວກເດີນຂະບວນ ຍົກມືຂຶ້ນ ເປັນຕົວ L ຊຶ່ງໝາຍເຖິງອິດຫະພາບ ແລະໂບກທຸງທາດ ໃນການປະທ້ວງ ທີ່ຄຸ້ມຮາວານານ້ອຍ ຢູ່ນະຄອນໄມອາມີ ເພື່ອສະໜັບສະໜຸນພວກຕໍ່ຕ້ານລັດຖະບານຢູ່ຄິວບາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ໃນຄິວບາ ຍັງສືບຕໍ່ມີຄວາມໝັ້ນໝາຍ ທີ່ຈະເຮັດໃຫ້ປະເທດເກາະດອນຂອງພວກເຂົາ ຫຼຸດພົ້ນ ຈາກການກົດຂີ່ ເຖິງ ແມ່ນລັດຖະບານຂອງປະເທດດັ່ງກ່າວ ຍັງສືບຕໍ່ທຳການປາບປາມຢ່າງຮຸນແຮງກໍຕາມ.

ເລີ້ມແຕ່ວັນທີ 1 ກໍລະກົດເປັນຕົ້ນມາ ປະຊາຊົນຊາວຄິວບາຫຼາຍໆພັນຄົນ ໃນຫຼາຍສິບຫົວເມືອງທົ່ວປະເທດ ໄດ້ພາກັນ ລົງສູ່ຖະໜົນຫົນທາງ ແບບສະຫງົບເພື່ອຮຽກຮ້ອງເອົາສິດທິມະນຸດແລະສິດທິຂັ້ນພື້ນຖານຂອງພວກເຂົາເຈົ້າ. ເພື່ອ
ເປັນການຕອບໂຕ້ ກຳລັງຮັກສາຄວາມສະຫງົບຂອງຄິວບາ ໄດ້ທຳການປາບປາມ ຢ່າງຮຸນແຮງຕໍ່ພວກປະທ້ວງ ຈັບພວກເດີນຂະບວນຫລາຍຮ້ອຍຄົນ ຍ້ອນເຫດຜົນ ເຂົາເຈົ້າໄດ້ຊົມໃຊ້ສິດເສລີພາບຂອງເຂົາເຈົ້າ ເພື່ອສະແດງຄວາມຄິດຄວາມເຫັນ ແລະການໂຮມຊຸມນຸມແບບສັນຕິ. ພວກເດີນຂະບວນແລະພວກສະໜັບສະໜຸນສິດທິມະນຸດ ໄດ້ຖືກພົບເຫັນວ່າມີຄວາມຜິດ ໃນການຕັດສິນທີ່ຮວບຮັດຕັດຕອນໂດຍບໍ່ໄດ້ຮັບການຄ້ຳປະກັນໃນການດຳເນີນຄະດີທີ່ຂາດຄວາມເປັນທຳ. ມາຈົນຮອດເດືອນກັນຍາແລ້ວນີ້ ກຸ່ມປົກປ້ອງສິດທິມະນຸດ cubalex ກ່າວວ່າ ມີລາຍງານກ່ຽວກັບການຈັບກຸມ 1,067 ຄົນ ໂດຍທີ່ເຄິ່ງນຶ່ງຂອງຈຳນວນນີ້ແມ່ນ ມີການກ່າວຫາວ່າຍັງຖືກຄຸມຂັງຢູ່ຮວມທັງພວກທີ່ຕ່ຳກວ່າກະສຽນສິບກວ່າຄົນ. ໃນບາງກໍລະນີນັ້ນ ມີລາຍງານວ່າ ໄດ້ຖືກເຈົ້າໜ້າທີ່ທຸບຕີ ໃນລະຫວ່າງທີ່ຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ. ສ່ວນພວກທີ່ຖືກຈັບອີກຈຳນວນນຶ່ງຍັງຖືກຄຸມຂັງບໍ່ໃຫ້ຕິດຕໍ່ກັບຍາດພີ່ນ້ອງ ຫຼືຖືກຄຸມຂັງໂດຍບໍ່ມີການຕັ້ງຂໍ້ຫາ ຢ່າງເປັນທາງການໃດໆ. ໃນຂະນະທີ່ບຸກຄົນອື່ນໆ ລັດຖະບານຄິວບາແມ່ນພວມຊອກຫາຊ່ອງທາງທີ່ຈະຄຸມຂັງ ພວກເຂົາເຈົ້າຕື່ມ ຈາກ 6 ຫາ 12 ປີ ຍ້ອນໄດ້ເຂົ້າຮ່ວມການເດີນຂະບວນແບບສັນຕິດັ່ງກ່າວ.

ຢູ່ໃນຖະແຫຼງການ ຮຽກຮ້ອງໃຫ້ອົງການສະຫະປະຊາຊາດ ນຳເອົາເລື້ອງຄິວບາຂຶ້ນມາພິຈາລະນານັ້ນ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນໄດ້ກ່າວຢ້ຳ “ເຖິງຄວາມຈຳເປັນເພື່ອບັງຄັບໃຫ້ມີການເຄົາລົບນັບຖືສິດ ທິມະນຸດຂອງທຸກໆຄົນ” ຊຶ່ງທ່ານກ່າວຕື່ມວ່າ “ມັນເປັນສິ່ງສຳຄັນທີ່ປະຊາຄົມສາກົນອອກມາຕ້ອງຕິການກົດຂີ່ແລະການຈັບກຸມຄຸມຂັງພວກປະທ້ວງເປັນຈຳນວນ ຫຼວງຫຼາຍ ທວງໃຫ້ປ່ອຍພວກທີ່ຖືກຄຸມຂັງແບບບໍ່ເປັນທຳຢູ່ທີ່ນັ້ນ ແລະສະໜັບສະໜຸນຕໍ່ຄວາມໄຝ່ຝັນຂອງປະຊາຊົນຊາວຄິວບາ ທີ່ຢາກຕັດສິນໃຈກ່ຽວກັບອະນາຄົດຂອງພວກເຂົາເຈົ້າເອງ.”

ລັດຖະມົນຕີການຕ່າງປະເທດບລິງເກັນໄດ້ຮຽກຮ້ອງໃຫ້ລັດຖະບານຄິວບາ ໃນຖານະທີ່ເປັນສະມາຊິກຂອງສະພາສິດທິມະນຸດສະຫະປະຊາຊາດ “ຈົ່ງເຄົາລົບນັບຖືສິດທິມະນຸດ ແລະອິດສະຫຼະພາບຂັ້ນພື້ນຖານຂອງປະຊາຊົນຊາວຄິວບາ ໃຫ້ການເທີດທູດຄຳປະກາດສາກົນວ່າດ້ວຍສິດທິມະນຸດ.”

ລັດຖະມົນຕີການຕ່າງປະເທດບລິງເກັນ ປະກາດວ່າ “ຊາວຄິວບາສົມຄວນໄດ້ຮັບໂອກາດໃນການຊົມໃຊ້ສິດທິຂອງພວກເຂົາເຈົ້າແລະສະແດງອອກໃນຄວາມໄຝ່ຝັນຂອງພວກເຂົາເຈົ້າ ໂດຍປາສະຈາກຄວາມຢ້ານກົວ ທີ່ຈະເກີດຄວາມຮຸນແຮງຫຼືຖືກຈັບກຸມຄຸມຂັງ.” ສະຫະລັດຈະສືບຕໍ່ໃຫ້ການສະໜັບສະໜຸນປະຊາຊົນຊາວຄິວບາ ແລະຈະສືບຕໍ່ເອົາບາດກ້າວ ຊຸກຍູ້ໃຫ້ມີການຮັບເອົາ ຄວາມຮັບຜິດ ຊອບ ໃນການລະເມີດສິດທິມະນຸດຂອງລັດຖະບານຄິວບາ.

XS
SM
MD
LG