Accessibility links

Breaking News

ອົງ​ການ OAS ປະ​ນາມ​ການ​ກົດ​ຂີ່ ໃນ​ປະ​ເທດ​ນິ​ກາ​ຣາ​ກົວ


ປ້າຍ​ຊື່ນິ​ກາ​ຣາ​ກົວ ຢູ່​ອົງ​ການ OAS
ປ້າຍ​ຊື່ນິ​ກາ​ຣາ​ກົວ ຢູ່​ອົງ​ການ OAS

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ອົງ​ການ​ບັນ​ດາ​ປະ​ເທດ​ໃນ​ທະ​ວີບ​ອາ​ເມ​ຣິ​ກາທີ່​ເອີ້ນ​ຫຍໍ້​ວ່າ OAS ໄດ້​ຮັບ​ຜ່ານ​ມະ​ຕິ​ສະ​ບັບ​ນຶ່ງ ​ດ້ວຍ​ຄະ​ແນນ​ສຽງ​ອັນ​ຖ້ວມ​ລົ້ນເພື່ອ “​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ສະ​ຖາ​ນະ​ການ​ທາງ​ດ້ານ​ການ​ເມືອງແລະ​ສິດ​ທິ​ມະ​ນຸດ ທີ່​ພວມ​ຊຸດໂຊມ​ລົງ​ ຢູ່​ໃນ​ປະ​ເທດ​ນິ​ກາ​ຣາ​ກົວ ແລະ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດຖະ​ບານ​ນິ​ກາ​ຣ​າ​ກົວ ທີ່​ຈະ​ບ່ອນ​ທຳ​ລາຍ​ຂັ້ນ​ຕອນ​ໃນ​ການ​ເລືອກ​ຕັ້ງ​.”

ໃນ​ວັນ​ທີ 20 ຕຸ​ລາ​ຜ່ານ​ມານີ້ ອົງ​ການ OAS ໄດ້​ຮຽກ​ຮ້ອ​ງ​ໃຫ້​ປ່ອຍ​ບັນ​ດາ​ຜູ້​ສະໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີແລະ​ພວກ​ນັກ​ໂທດ​ການ​ເມືອງ​ໃນ​ທັນ​ທີ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ນິ​ກາ​ຣາ​ກົວ ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ ທີ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ທີ່​ເສ​ລີ​ແລະ​ຍຸຕິ​ທຳ ​ແລະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ “ວ່າ​ມີ​ຄວາມ​ຈຳ​ເປັນ” ​ທີ່​ຈະ​ຕ້ອງມີ​ການ​ເອົາ​ບາດ​ກ້າວ​ເພີ້ມ​ຕື່ມເພື່ອ​ໃຫ້​ເປັນ​ການ​ສອດ​ຄ່ອງ​ກັບ​ກົດ​ບັດ​ຂອງ​ອົງ​ການ OAS ແລະ​ກົດ​ບັດປະ​ຊາ​ທິ​ປະ​ໄຕ​ຂອງ​ບັນ​ດາ​ປະ​ເທດ​ໃນ​ທະ​ວີບ​ອາ​ເມ​ຣິ​ກາຮວມ​ທັງ​ການ​ຊັ່ງ​ຊາ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 7 ພະ​ຈິກ ຢູ່​ໃນ​ປະ​ເທດ​ນິ​ກາ​ຣາ​ກົວ ​ໃນກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ຄັ້ງ​ທີ 51 ຂອງສະ​ມັດ​ຊາ​ໃຫຍ່​ອົງ​ການ OAS.

ມະ​ຕິ​ຂອງ​ອົງ​ການ OAS ມີ​ຂຶ້ນ​ຫຼັງ​ຈາກ​ໄດ້​ມີ​ການ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດໂດຍ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ແດ​ນຽ​ລ ອໍ​ເຕ​ກ້າແລະ​ພັນ​ລະ​ຍາ​ຂອງລາວ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຣ​ຊາ​ຣີ​ໂອ ມູ​ຣິ​ໂຍມາ​ເປັນ​ເວ​ລາ​ຫຼາຍໆ​ປີ. ພວກ​ເຂົາໄດ້​ປຸກ​ລະ​ດົມ​ໃຫ້​ມີ​ການ​ກົດ​ຂີ່​ຕໍ່​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ພວກ​ນັກ​ຂ່າວ ແລະ​ນັກການ​ເມືອງ​ຝ່າຍ​ຄ້ານ. ຊາວ​ນິ​ກາ​ຣາ​ກົວ​ຫຼາຍ​ຮ້ອຍ​ຄົນ​ໄດ້​ຖືກ​ຈັບ​ກຸມ​ຄຸມ​ຂັງ​ຍ້ອນ​ເຫດ​ຜົນ​ທາງ​ດ້ານ​ການ​ເມືອງ​ ຊຶ່ງ​ເຮັດ​ໃຫ້​ຫລາຍກວ່າ 100 ພັນ​ຄົນ​ຕ້ອງ​ໄດ້​ຫຼົບ​ໜີ​ອອກ​ຈາກ​ປະ​ເທດ. ໃນ​ເດືອນ​ສິງ​ຫາ​ຜ່ານ​ມາອຳ​ນາດ​ການ​ປົກ​ຄອງນິ​ກາ​ຣາ​ກົວ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍຮ້າຍ​ແຮງ ໃຫ້​ແກ່​ຄວາມ​ຫວັງ​ໃນ​ການ​ເລືອກ​ຕັ້ງ​ແບບ​ປ​ະ​ຊາ​ທິ​ປະ​ໄຕທີ່​ຍັງ​ຫຼົງ​ເຫຼືອ​ຢູ່​ ໂດຍ​ປະ​ກາດ​ວ່າ​ພັກ​ຝ່າຍ​ຄ້ານ​ທີ່​ສຳ​ຄັນ​ສຸດຂອງ​ປະ​ເທດ ບໍ່​ມີ​ສິດ​ລົງ​ສະ​ໝັກແຂ່ງ​ຂັນ​ໃນ​ການເລືອກ​ຕັ້ງ​ເມື່ອ​ວັນ​ທີ 7 ພະ​ຈິກ​ຜ່ານ​ມາ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ຕົບ​ມື​ຊົມ​ເຊີຍ​ມະ​ຕິ​ຂອງ​ອົງ​ການ OAS ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າມັນ​ໄດ້​ເນັ້ນ​ຢ້ຳ​ເຖິງ​ການປະ​ນາມ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຕໍ່ “ຂັ້ນ​ຕອນ​ການ​ເລືອກ​ຕັ້ງ​ທີ່​ບໍ່​ເປັນ​ປະ​ຊາ​ທິ​ປະ​ໄຕ​ ແລະ​ການ​ກົດ​ຂີ່ ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອໍ​ເຕ​ກ້າ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີມູ​ຣິ​ໂຍ.”

ທ່ານ​ແບ​ຣັດ​ລີ ຟ​ຣິ​ເດັນ ຮັກ​ສາ​ການ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ສະ​ຫະ​ລັດ​ປະ​ຈຳ​ອົງການ OAS ກ່າ​ວ​ວ່າ ​ມະ​ຕິ​ສະ​ບັບ​ນີ້ ໄດ້​ສົ່ງ “ຄຳ​ເຕືອນ​ອັນ​ຈະ​ແຈ້ງ​ ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ​ອໍ​ເຕ​ກ້າ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ມູ​ຣິ​ໂຍ ໃຫ້​ຮູ້​ວ່າ ການ​ກະ​ທຳ​ຂອງພວກ​ເຂົາ​ເຈົ້າ​ຈະ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້​ໂດຍ​ບັນ​ດາ​ປະ​ເທດ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ.”

​ທ່ານ​ຊີ​ຈີ​ໂອ ຣາ​ມີ​ເຣ​ສ (Sergio Ramirez) ນັກ​ຂຽນ​ນິ​ຍາຍ​ທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ ຊຶ່ງ​ໃນ​ເວ​ລານີ້ ລີ້​ໄພ​ຢູ່​ທີ່​ປະ​ເທດ​ສະ​ເປນ ແມ່ນ​ນຶ່ງ​ ໃນ​ບັນ​ດາ​ຜູ້​ນຳ​ປະ​ຕິ​ວັດຂອງ​ກຸ່ມ​ຊາງ​ດີ​ນິ​ສ​ຕາ ຜູ້​ຊຶ່ງ​ພ້ອມ​ດ້ວຍ​ທ່ານ​ແດ​ນຽ​ລ ອໍ​ເຕ​ກ້າ ໄດ້​ຊ່ວຍໂຄ່ນ​ລົ້ມ​ຈອມ​ຜະ​ເດັດ​ການ ອາ​ນາ​ສ​ຕາ​ຊີ​ໂອ ໂຊ​ໂມ​ຊາ ໃນ​ປີ 1979. ໃນ​ການໃຫ້​ສຳ​ພາດ​ເມື່ອ​ໄວໆ​ມານີ້ ກັບ​ໜັງ​ສື​ພິມ ຮາ​ວາ​ນາ​ໄທ​ມ໌ ທ່ານ​ຣາ​ມີ​ເຣ​ສກ່າວ​ວ່າ “(ອໍ​ເຕ​ກ້າ) ຈະ​ຖື​ກ​ຈາ​ລຶກ​ຊື່ ​ລົງ​ໃນ​ປະ​ຫວັດ​ສາດ ໃນ​ຖາ​ນະ​ຜູ້​ນຳ​ຂອງ​ການ​ປະ​ຕິ​ວັດ ແຕ່​ລາວ​ຈ​ະ​ຖືກ​ຕັດ​ສິນ​ວ່າ ເປັນ​ຜູ້​ກົດ​ຂີ່….ສີ​ສັນ​ຂອງ​ອຸ​ດົມ​ການ ​ແມ່ນບໍ່​ສຳ​ຄັນ… ໂດຍ​ປາ​ສ​ະ​ຈາກ​ຄວາມ​ສົງ​ໄສໃ​ດໆ ລາວ​ເປັນ​ຈອມ​ຜະ​ເດັດ​ການ.”

ດັ່ງ​ທີ່ ຮັກ​ສາ​ການ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ສະ​ຫະ​ລັດປະ​ຈຳ​ອົງ​ການ OAS ​ໄດ້​ກ່າວ​ໄວ້​ກໍ​ແມ່ນ​ວ່າ “ແດ​ນຽ​ລ ອໍ​ເຕ​ກ້າ ແລະ​ໂຣາ​ຊາ​ຣີ​ໂອ ມູ​ຣິ​ໂຍ ບໍ່​ໄດ້​ຮັບອະ​ນຸຍາດ​ຈາກ​ປະ​ຊາ​ຊົນ​ຊາວ​ນິ​ກາ​ຣາ​ກົວ ໃຫ້​ຫັນ​ປ່ຽນ​ປະ​ເທດ​ນິ​ກາ​ຣາ​ກົວ ເປັນ​ປະ​ເທດ​ຜ​ະ​ເດັດ​ການ ທີ່​ປົກ​ຄອງ​ໂດຍພັກ​ການ​ເມືອງພັກ​ດຽວ ແລະ​ບໍ​ລິ​ຫານ​ງານ​ໂດ​ຍ​ຄອບ​ຄົວ.” ທ່ານ​ປະ​ກາດ​ວ່າ ສະ​ຫະ​ລັດ “ຈະ​ສືບ​ຕໍ່​ນຳ​ໃຊ້​ທຸກ​ເຄື່ອງ​ມື​ທີ່​ມີ​ຢູ່​ທາງ​ດ້ານ​ການ​ທູດ​ແລະເສດ​ຖະ​ກິດ​ຂອງ​ພວກ​ເຮົາເພື່ອ​ເຮັດ​ໃຫ້​ພວກ​ທີ່​ບ່ອນ​ທຳ​ລາຍ​ຕໍ່​ຄວາມ​ສາ​ມາດ​ຂອງປະ​ຊາ​ຊົນ​ນິ​ກາ​ຣາ​ກົວໃນ​ການ​ເລືອກ​ເອົາ​ອະ​ນາ​ຄົດ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຢ່າງ​ເສ​ລີນັ້ນ ເປັນ​ຜູ້​ຮັບ​ຜິດ​ຊອບ.”

XS
SM
MD
LG