Accessibility links

Breaking News

ບົດບັນນາທິການ: ສຫລ ລະບຸຊື່ສະມາຊິກ 4 ຄົນຂອງກຸ່ມ ISIS-K ເປັນຜູ້ກໍ່ການຮ້າຍ


ລຸນ​ຫຼັງ​ການ​ໂຈມ​ຕີ​ຂອງ​ກຸ່ມ​ໄອ​ຊິ​ສ ທີ່​ເມືອງ​ຊູ​ຣຸກ (Suruc)
ລຸນ​ຫຼັງ​ການ​ໂຈມ​ຕີ​ຂອງ​ກຸ່ມ​ໄອ​ຊິ​ສ ທີ່​ເມືອງ​ຊູ​ຣຸກ (Suruc)

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ກຸ່ມ​ລັດ​ອິ​ສ​ລາມ​ໃນ​ແຂງ​ໂຄ​ຣາ​ຊານ ຫຼື ISIS-K ແມ່ນ​ກຸ່ມ​ກໍ່​ການ​ຮ້າຍ​ ທີ່​ມີ​ການ​ເຄື່ອ​ນ​ໄຫວຢູ່​ໃນ​ເຂດ​ເອ​ເຊຍ​ໃຕ້ ແລະ​ເອ​ເຊຍ​ກາງ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໃນ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ແຕ່ນອກນັ້ນ ກໍ​ຍັງ​ມີ​ໜ້າ​ຢູ່​ໃນ​ບ່ອນ​ອື່ນໆ​ຂອງ​ເອ​ເຊຍ​ໃຕ້ ເຊັ່ນ​ດຽວ​ກັນ. ກຸ່ມ​ ISIS-K ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ມາ​ເມື່ອ 6 ປີ​ກ່ອນ ໂດຍ​ບັນ​ດາ​ສະ​ມາຊິກ​ທີ່​ບໍ່​ຈົງ​ຮັກ​ພັກ​ດີ​ຂອງ​ກຸ່ມ​ຕາ​ລີ​ບານ ຊຶ່ງ​ກຸ່ມ​ດັ່ງ​ກ່າວ​ຖື​ກຸ່ມ​ຕາ​ລີ​ບານ​ວ່າ​ເປັນ
ສັດ​ຕູ. ໃນ​ໄລ​ຍະ 6 ປີ​ທີ່​ຜ່ານ​ມານີ້ ກຸ່ມ ISIS-K ໄດ້​ທຳ​ການ​ໂຈ​ມ​ຕີ​ທີ່​ຮ້າຍ​ແຮງຫຼາຍໆຄັ້ງ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ຮ້ອຍ​ຄົນ ໂດຍ​ສະ​ເພາະ​ແລ້ວ​ ແມ່ນ​ຊາວ​ອັ​ຟ​ກາ​ນິ​ສ​ຖານ. ການ​ໂຈມ​ຕີ​ເຫຼົ່າ​ນີ້ແມ່ນ​ຮວມ​ທັງ​ການ​ວາງ​ລະ​ເບີດທີ່​ວັດ​ໃຫຍ່​ກາ​ບູ​ລ​ເມື່ອ​ພຶດ​ສະ​ພາ 2021 ທີ່​ເຮັດ​ໃຫ້​ມີ​ຜູ້​ໄປ​ສູດ​ມົນ​ໃນ​ວັນ​ເທດ​ສະ​ການອີດ-ອາ​ລ ຟີດ 12 ຄົນ​ເສຍ​ຊີ​ວິດ ແລະການ​ວາງ​ລະ​ເບີດ ທີ່​ສະ​ໜາມ​ບິນ​ສາ​ກົນ​ຮາ​ມິດ ​ກາ​ຊາຍ ​ໃນ​ເດືອນ​ສິ​ງ​ຫາ 2021 ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍກວ່າ 170 ຄົນ ຊຶ່ງ​ຜູ້​ເຄາະ​ຮ້າຍ​ສ່ວນ​ໃຫຍ່​ແມ່ນ​ພົນ​ລະ​ເຮືອນ ​ຫຼາຍໆ​ຄົນແມ່ນເດັກ​ນ້ອຍ ​ແລະ​ພວກ​ເຂົາ​ມັກ​ຈະ​ແນ​ເປົ້າ​ໝາຍ​ໃສ່ ​ສາ​ສະ​ໜາ​ກຸ່ມ​ນ້ອຍ ຮວມ​ທັງ​ ປະ​ຊາ​ຄົມ​ຊາວ​ເຊຍ ແລະປະ​ຊາ​ຄົມຊາວ​ຊິກ.

ໃນ​ທ້າຍ​ເດືອນ​ພະ​ຈິກ​ຜ່ານ​ມານີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ລະ​ບຸ​ຊື່ ຜູ້​ນຳ 3 ຄົນ​ຂອງ​ກຸ່ມ ​ISIS-K ພ້ອມ​ກັບ​ຫົວ​ໜ້າອຳ​ນວຍ​ຄວາມ​ສະ​ດວກ​ໃນດ້ານ ​ການ​ເງິນ ເປັນ​ຜູ້​ກໍ່​ການ​ຮ້າຍ​ຂອງ​ໂລກ ພາຍ​ໃຕ້​ດຳ​ລັດ​ຂອງ​ຝ່າຍ​ບໍ​ລິ​ຫານເລກ​ທີ 13224 ຕາມ​ທີ່​ໄດ້​ຮັບ​ການ​ແກ້​ໄຂ​ໄປ​ນັ້ນ.

ທ້າວ​ຊາ​ໂນ​ລ​ລາ ກາ​ຟາ​ຣີ ທີ່​ຍັງ​ຮູ້​ກັນ ​ໃນ​ອີກ​ຊື່​ນຶ່ງວ່າ ຊາ​ຮາດ ອາ​ລ-ມູ​ຮາ​ເຈຍ ແມ່ນ​ຫົວ​ໜ້າ​ໃຫຍ່ສຸດ ​ຂອງ​ກຸ່ມ​ໃນ​ປັດ​ຈຸ​ບັນ. ລາວ​ຖືກ​ແຕ່ງ​ຕັ້ງ​ໂດຍ​ແກນ​ນຳ​ກຸ່ມ​ໄອ​ຊິ​ສໃຫ້​ເປັນ​ຜູ້​ນຳ​ພາ​ກຸ່ມ ISIS-K ໃນ​ເດືອນ​ມິ​ຖຸ​ນາ ​ປີ 2020. ທ້າວ​ກາ​ຟາ​ຣີ​ແມ່ນ​ຜູ້​ຮັບຜິດ​ຊອບ​ໃນ​ການ​ອະ​ນຸ​ມັດ​ການ​ປະ​ຕິ​ບັດ​ງານ​ທັງ​ໝົດ​ຂອງ​ກຸ່ມ ISIS-K ໃນ​ທົ່ວ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ແລະ​ເປັນ​ຜູ້​ຈັດ​ແຈງ​ຫາ​ເງິນ​ໃນ​ການ​ປະ​ຕິ​ບັດ​ງານ​ເຫຼົ່າ​ນັ້ນ.

ຊູຸລ​ຕານອາ​ຊິ​ສ ອາ​ຊາມ ຫຼື​ຊຸ​ລ​ຕານ​ອາ​ຊິ​ສ ເປັນ​ໂຄ​ສົກ​ຂອງ​ກຸ່ມ ISIS-K ນັບແຕ່​ກຸ່ມ​ດັ່ງ​ກ່າວ​ໄດ້​ມີ​ການ​ສ້າງ​ຕັ້ງ​ຂຶ້ນ ຢູ່​ທີ່​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ.

​ທ້າວ​ໂມ​ລ​ລາ​ວີ ຣາ​ຈາບ ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ໂມ​ລ​ລາ​ວີ ຣາ​ຈາບ ຊາ​ລາ-​ຮຸດດິນ ແມ່ນ​ຜູ້​ນຳ​ອະ​ວຸ​ໂສ​ຂອງ​ກຸ່ມ ISIS-K ໃນ​ແຂວງ​ກາ​ບູ​ລຂອງ​ອັ​ຟ​ກາ​ນິ​ສ​ຖານ. ລາວ​ເປັນ​ຜູ້​ວາງ​ແຜນ​ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ກຸ່ມ ແລະ​ຜູ້​ບັນ​ຊາ​ການໃນ​ການ​ໂຈມ​ຕີ​ຂອງກຸ່ມ ISIS-K ​ໃນ​ເຂດ​ກາ​ບູ​ລ.

ທ້າວ​ອິ​ສ​ມາ​ຕູ​ລ​ລາ ຄາ​ໂລ​ຊາຍ ໄດ້​ຖືກ​ລະ​ບຸ​ວ່າ ເປັນ​ຜູ້​ສະ​ໜອງ​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ເງິນ​ແກ່​ກຸ່ມ ISIS-K. ລາວ​ເປັນ​ຜູ້​ອຳ​ນວຍ​ຄວາມ​ສະ​ດວກ​ໃນດ້ານ​ການ​ເງິນ​ລະ​ຫວ່າງ​ປະ​ເທດ​ຂອງ​ກຸ່ມ ISIS-K ແລະ​ເປັນ​ຜູ້​ປະ​ຕິ​ບັ​ດ​ງານ​ໃຫ້​ແກ່ຜູ້​ນຳ​ອະ​ວຸ​ໂສ​ຂອງ​ກຸ່ມ ISIS.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ນຳ​ໃຊ້​ທຸກ​ເຄື່ອງ​ ມື​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ​ທີ່​ມີ​ຢູ່​ທັງ​ໝົດເພື່ອ​ກຳ​ຈັດ​ໄພ​ຂົ່ມ​ຂູ່​ຂອງ​ກຸ່ມ​ລັດ​ອິ​ສ​ລາມໃນ​ແຂວງ​ໂຄ​ຣາ​ຊານ ຊຶ່ງ​ໂດຍ​ທົ່ວ​ໄປ​ແລ້ວ ​ເອີ້ນ​ກັນ​ໃນ​ຊື່​ຫຍໍ້​ວ່າ ISIS-K ນັ້ນໃນ​ຖາ​ນະ​ທີ່​ເປັນ​ພາ​ກ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ທີ່​ບໍ່​ຢຸດ​ຢ່ອນ​ຂອງ​ພວກ​ເຮົາ ເພື່ອ​ຄ້ຳ​ປະ​ກັນ​ວ່າ ​ອັ​ຟ​ກາ​ນິ​ສ​ຖານ ຈະ​ບໍ່​ກາຍ​ເປັນ​ບ່ອນ​ຫຼົບ​ລີ້ແລະ​ເວ​ທີ​ປະ​ຕິ​ບັດ​ງານ​ສຳ​ລັບ​ພວກ​ກໍ່​ການ​ຮ້າຍ​ລະ​ຫວ່າງ​ປະ​ເທດ​ຄືນ​ອີກ.

ທ່ານບ​ລິງ​ເກັນ ກ່າວ​ສະ​ຫຼຸບ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ ນຳ​ໃຊ້​ທຸກ​ເຄື່ອງ​ມື​ຂອງ​ອຳ​ນາດ​ອາ​ເມ​ຣິ​ກັນເພື່ອ​ແນ​ເປົ້າ​ໝາຍ​ໃສ່​ພວກ​ກໍ່​ການ​ຮ້າຍ​ທີ່​ວາງ​ແຜນ​ປະ​ຕິ​ບັດ​ງານ​ສັງ​ຫານ​ພົນ​ລະ​ເຮືອນ​ຢ່າງ​ບໍ່​ເລືອກ​ໜ້າ​ຢູ່​ໃນ​ທົ່ວ​ໂລກ ແລະ​ພວກ​ທີ່​ສາ​ມາດ ອຳ​ນວຍ​ຄວາມ​ສະ​ດວກ ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ເງິນ ໃນ​ການດຳ​ເນີນ​ການ​ຂອງ​ພວກ​ເຂົາ.”

XS
SM
MD
LG