Accessibility links

Breaking News

ບົດບັນນາທິການ: ກຸ່ມຕາລີບານ ລະເມີດສິດທິມະນຸດ ໃນອັຟການິສຖານ


ນັກ​ລົບ​ກຸ່ມ​ຕາ​ລີ​ບານ ກວດ​ເບິ່ງ​ເຮືອນ​ຫຼັງ​ນຶ່ງ ຫຼັງ​ຈາກ​ໄດ້​ມີ​ການ​ຍິງ​ຕ​ໍ່​ສູ້​ກັນ ເປັນ​ເວ​ລາ 8 ຊົ່ວ​ໂມງ ລະ​ຫວ່າງ​ກຸ່ມ​ຕາ​ລີ​ບານ ແລະ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ ຢູ່​ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 30 ພະ​ຈິກ 2021.
ນັກ​ລົບ​ກຸ່ມ​ຕາ​ລີ​ບານ ກວດ​ເບິ່ງ​ເຮືອນ​ຫຼັງ​ນຶ່ງ ຫຼັງ​ຈາກ​ໄດ້​ມີ​ການ​ຍິງ​ຕ​ໍ່​ສູ້​ກັນ ເປັນ​ເວ​ລາ 8 ຊົ່ວ​ໂມງ ລະ​ຫວ່າງ​ກຸ່ມ​ຕາ​ລີ​ບານ ແລະ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ ຢູ່​ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 30 ພະ​ຈິກ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ມາ​ຊິກ​ຂອງ​ກຸ່ມ​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ທຳ​ກ​ານ​ສັງ​ຫານ​ແບບ​ຮວບ​ຮັດ​ຕັດ​ຕອນ ຫຼື​ບໍ່​ກໍ​ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນອະ​ດີດຕຳ​ຫຼວດ​ແລະ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຫຼາຍກວ່າ 100 ຄົນ ນັບ​ແຕ່​ນະຄອນ​ຫຼວງ​ກາ​ບູ​ລແຕກ ເມື່ອ​ວັນ ​ທີ 15 ສິງ​ຫາປີ​ກາຍ ທັງໆ​ທີ່​ໄດ້​ປະ​ກາດ​ໃຫ້​ອະ​ໄພ​ຍະ​ໂທດ ອີງ​ຕາມ​ລາຍ​ງານ​ຂອງ​ກຸ່ມປົກປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ​ຫຼື HRW ເມື່ອ​ບໍ່​ດົນ​ມານີ້.

ຖະ​ແຫຼງ​ການ​ຮ່ວມ ທີ່​ລົງ​ນາມ​ເມື່ອ​ວັນ​ທີ 15 ທັນ​ວາ​ ໂດຍ​ສະ​ຫະ​ລັດ ພ້ອມ​ກັບ 27 ປະ​ເທດ ​ແລະ​ຜູ້​ຕາງ​ໜ້າ​ລະ​ດັບ​ສູງ​ໃນ​ດ້ານ​ກິດ​ຈະ​ການ​ຕ່າງ​ປະ​ເທດ​ ແລະ ​ນະ​ໂຍ​ບາຍ​ດ້ານຄວາມ​ໝັ້ນ​ຄົງໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບການລ່ວງ​ລະ​ເມີດ ທີ່​ຈົດ​ບັນ​ທຶກ​ໂດຍ​ກຸ່ມ​ປົກ​ປ້ອງສິ​ດ​ທິ​ມະ​ນຸດ HRW ແລະ​ກຸ່ມ​ອື່ນໆ.

ລາຍ​ງານ​ຂອງກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ໂດຍ​ສະ​ເພະ​ແລ້ວ​ໄດ້​ຈົດ​ບັນ​ທຶກ​ກ່ຽວ​ກັບ​ການ​ສັງ​ຫານ ​ຫຼືບໍ່​ກໍ​ການ​ຫາຍ​ສາບ​ສູນ​ ຂອງ​ອະ​ດີດ​ສະ​ມາ​ຊິກ​ຕຳ​ຫຼວດ​ແຫ່ງ​ຊາດ​ ໃນ​ອັ​ຟ​ກາ​ນິ​ສ​ຖານ 47 ຄົນ ທີ່​ໄດ້​ຍອມ​ຈຳ​ນົນ​ຫຼືຖືກ​ຈັບ​ໂດຍ​ກຳ​ລັງ​ຕາ​ລີ​ບານ ລະຫວ່າງວັນ​ທີ 15 ສິງ​ຫາ 31 ຕຸ​ລາ. ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ໄດ້​ຮວບ​ຮວມ​ຂໍ້​ມູນ​ກ່ຽວ​ກັບ​ການ​ສັງ​ຫານ​ອະອະ​ດີດ​ຕຳ​ຫຼວດ​ຫຼາຍກວ່າ 100 ຄົນ ພຽງ​ແຕ່​ໃນ​ແຂວງ​ກາ​ສ​ນີ ແຮ​ລ​ແມນ ການ​ດາ​ຮາ ແລະ​ຄຸນ​ດຸ​ສ ເທົ່າ​ນັ້ນ.

ພວກຕາ​ລີ​ບານສາ​ມາດ​ເຂົ້າ​ເຖິງ​ປະ​ຫວັດ​ການ​ຈ້າງວຽກ​ຂອງ​ລັດ​ຖະ​ບານ ​ແລະ​ໃຊ້​ປະ​ຫວັດ​ເຫຼົ່າ​ນີ້ ​ເພື່ອ​ລະ​ບຸ​ຕົວ​ຜູ້​ຄົນ ​ໃນ​ການ​ຈັບ​ກຸມ​ແລະ​ປະ​ຫານ​ຊີ​ວິດ. ອີງ​ຕາມກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ຢູ່​ທີ່​ເມືອງ​ການ​ດາ​ຮາ ໃນ​ທ້າຍ​ເດືອນ​ກັນຍາ​ປີ​ກາຍ ກຳ​ລັງ​ຕາ​ລີ​ບານ ​ໄດ້​ໄປ​ຄົ້ນ​ເຮືອນ​ທ່ານ​ບາ​ສ ມູ​ຮຳ​ໝັດ ຊຶ່ງ​ເຄີຍ​ຖືກ​ຈ້າງໂດຍອະ​ດີດ​ອົງ​ການ​ສືບ​ລັບ​ຂອງ​ລັດ​ຖະ​ບານ​ເກົ່າແລະ​ກໍ​ຈັບ​ເອົາ​ໂຕ​ລາວ​ໄປ. ພວກ​ຍາດ​ພີ່​ນ້ອງ​ໄດ້​ພົບ​ສົບ​ຂອງ​ລາວ​ໃນ​ເວ​ລາ​ຕໍ່​ມາ.

ທ່ານ​ນາງ​ແພັດ​ຕ​ຣີ​ເຊຍ ກອ​ສ​ແມນ ຮອງ​ຜູ້​ອຳ​ນວຍ​ການຝ່າຍ​ເອ​ເຊຍ ຂອງ​ກຸ່ມ​ປົກ​ປ້ອງສິດ​ທິ​ມະ​ນຸດ HRW ກ່າວ​ວ່າ “​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ທີ່​ຈະ​ໃຫ້​ອະ​ໄພ ຍະ​ໂທດຂອງຄະ​ນະ​ນຳ​ພາ​ຕາ​ລີ​ບານ​ບໍ່​ສາ​ມາດ​ຢຸດ​ຢັ້ງ​ພວກ​ຜູ້​ບັນ​ຊາ​ການ​ໃນ​ທ້ອງຖິ່ນ​ຈາກ​ການ​ສັງ​ຫານ​ແບບ​ຮວບ​ຮັດ​ຕັດ​ຕອນ​ຫຼື​ການ​ຫ​າຍ​ສາບ​ສູນ​ຂອງ​ອະ​ດີດ​ສະມາ​ຊິກ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ. ຄວາມ​ຮັບ​ຜິດ​ຊອບ​ແມ່ນ​ຢູ່​ກັບກຸ່ມຕາ​ລີ​ບານທີ່​ຈ​ະ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ສັງ​ຫານ​ເພີ້ມ​ຕື່ມ ໃຫ້​ພວກ​ເຂົາ​ເປັນ​ຜູ້​ຮັບ​ຜິດ​ຊອບ ໃນ​ການ​ກະ​ທຳ​ດັ່ງ​ກ່າວ ແລະ​ຊົດ​ເຊີຍ​ໃຫ້​ພວກ​ຄອບ​ຄົວ​ທີ່​ໄດ້​ຮັບ​ເຄາະ.”

ຖະ​ແຫຼງ​ການ​ຮ່ວມ​ໄດ້​ກ່າວ​ຢ້ຳ​ວ່າ “ການ​ກະ​ທຳ​ຕາມ​ທີ່​ມີ​ການ​ກ່າວ​ຫານັ້ນ​ແມ່ນ​ຖື​ວ່າ​ເປັນ​ການ​ລ​ະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ ແລະ​ຂັດ​ກັບ​ການ​ປະ​ກາດ​ໃຫ້​ອະໄພ​ຍະ​ໂທດ​ຂອງ​ພວກ​ຕາ​ລີ​ບານ. ພວກ​ເຮົາ​ຂໍ​ຮຽ​ກ​ຮ້ອງ​ໃຫ້​ກຸ່ມ​ຕາ​ລີ​ບານປະ​ຕິ​ບັດການ​ໃຫ້​ອະ​ໄພ​ຍະ​ໂທດ​ຕໍ່​ອະ​ດີດສະ​ມາ​ຊິກ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ແລະ​ເຈົ້າ ​ໜ້າ​ທີ່​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອໃຫ້​ການ​ຄ້ຳ​ປະ​ກັນ​ວ່າ ໄດ້​ມີ​ການ​ປ​ະ​ຕິ​ບັດ​ຕາມ​ຢູ່​ໃນ​ທົ່ວ​ປະ​ເທດ ແລະ​ທົ່ວ​ທຸກ​ຖັນ​ແຖວ.”

ຖະ​ແຫຼງ​ການ​ຮ່ວມ​ຍັງ​ກ່າວ​ຕື່ມ​ວ່າ “ລາຍ​ງານ​ກ່ຽວ​ກັບ​ກໍ​ລະ​ນີ​ຕ່າງໆ​ຈະ​ຕ້ອງ​ໄດ້​ມີ​ການ​ສືບ​ສວນ​ໃນ​ທັນ​ທີແລະ​ໃນ​ວິ​ທີ​ທີ່​ໂປ່ງ​ໃສ ພວກ​ທີ່​ຮັບ​ຜິດ​ຊອບ​ຕ້ອງ​ຖືກ​ນຳ​ໂຕ​ມາລົງໂທດ ແລະ​ບາດ​ກ້າວ​ເຫຼົ່າ​ນີ້​ຈະ​ຕ້ອງ​ຖືກເຜີຍ​ແຜ່​ຢ່າງ​ຈະ​ແຈ້ງ​ແລະ​ໃນ​ທັນ​ທີ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ມີ​ການ​ສັງ​ຫານ​ ແລະ​ຫາຍ​ສາບ​ສູນ​ຕື່ມ.”

ຖະ​ແຫຼງ​ການ​ຮ່ວມ ​ກ່າວ​ສະ​ຫຼຸບ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ຊັ່ງ​ຊາ​ເບິ່ງ​ກຸ່ມ​ຕາ​ລີ​ບານ ໂດຍ​ການ​ກະ​ທຳ​ຂອງ​ພວກ​ເຂົາ.”

XS
SM
MD
LG