Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຈະບໍ່ສົ່ງນັກການທູດ ໄປຮ່ວມການແຂ່ງຂັນກິລາໂອລິມປິກ ທີ່ປັກກິ່ງ


ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ທ່ານ​ນາງ​ເຈັນ ຊາ​ກີ ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ​ກ່າວ​ວ່າ “ລັດ​ຖະ​ບານ​ທ່າ​ນ​ໄບ​ເດັນ​ ຈະ​ບໍ່​ສົ່ງ​ນັກ​ການ​ທູດຫຼື​ເຈົ້າ​ໜ້າ​ທີ່​ຜູ້​ຕາງ​ໜ້າ ໄປ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ ປີ 2022​ ທີ່​ປັກ​ກິ່ງ ແລະ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ ​ໃນ​ຂະນະທີ່ (ສາ​ທ​າ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ) ຍັງ​ມີ​ການ​ສືບ​ຕໍ່​ຂ້າ​ລ້າງ​ເຜົ່າ​ພັນ​ແລະ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ​ແລະ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ອື່ນໆ ທີ່​ເຂດ​ຊິນ​ຈຽງ” ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ນາງຊາ​ກີ ກ່າວ​ວ່າ ພວກ​ນັກ​ກິ​ລາ​ສະ​ຫະ​ລັດ​ຈະ​ປະກອບ​ສ່ວນເຂົ້າ​ຮ່ວມໃນ​ການ​ແຂ່ງ​ຂັນ​ກິ​ລາ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ “ທີມ​ຊາດຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ພວກ​ເຮົາ​ຢ່າງ​ເຕັມ​ທີ່.”

ທ່ານ​ນາງ​ໃຫ້​ການ​ອະ​ທິ​ບາຍ​ວ່າ “ພວກ​ນັກ​ການ​ທູດ ຫຼື​ເຈົ້າ​ໜ້າ​ທີ່​ຜູ້​ຕາງ​ໜ້າ​ອາດ​ຈະ​ເປັນ​ການ​ຖື​ວ່າ ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ເຫຼົ່າ​ນີ້ ແມ່ນ​ເປັນ​ການ​ເຮັດ​ທຸ​ລະ​ກິດ​ຕາມ​ປົກ​ກະ​ຕິທ່າມ​ກາງ​ທີ່ປະ​ເຊີນ​ໜ້າ​ກັບ​ການ​ລະ​ເມີດ ​ສິດ​ທິ​ມະ​ນຸດ​ທີ່​ຮ້າຍ​ແຮງ​ເປັນ​ພິ​ເສດ ແລະ​ການ​ກະ​ທຳ​ທີ່ຮ້າຍແຮງ​ອື່ນໆຂອງ ສ​ປ ຈີນ ​ໃນ​ເຂດ​ຊິນ​ຈຽງ ແລະ​ພວກ​ເຮົາ​ຈະ​ພຽງ​ແຕ່​ບໍ່​ເຮັດ​ສິ່ງນັ້ນ.”

ເຂດ​ຊິນ​ຈຽງ ເປັນ​ທີ່​ຢູ່​ອາ​ໄສ ຂອງ​ພວກ​ຊົນ​ເຜົ່າ​ວີ​ເກີ້​ປະ​ມານ 14 ລ້ານ​ຄົນ ຊຶ່ງ ​ສ່ວນ​ໃຫຍ່​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ ແລະພວກ​ຊົນ​ຊາດ​ຊົນ​ເຜົ່າ ແລະ​ສາ​ສະ​ໜາກຸ່ມ​ນ້ອຍ​ອື່ນໆ ທີ່​ປາກ​ພາ​ສາ​ເທີ​ກີ. ລາຍ​ງານ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດສະ​ບັບ​ຫຼ້າ​ສຸດ​ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ ແຈ້ງວ່າ ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນແລະ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ​ຕໍ່​ຊາວ​ວີ​ເກີ້ແລະ​ສະ​ມາ​ຊິກ​ຊົນ​ຊາດ​ ຊົນ​ເຜົ່າ​ແລະ​ສາ​ສະ​ໜາ​ກຸ່ມ​ນ້ອຍ​ອື່ນໆ ຍັງ​ດຳ​ເນີນຕໍ່​ໄປຢູ່ໃນ​ເຂດ​ຊິນ​ຈຽງ. ອາ​ຊະຍາ​ກຳ​ເຫຼົ່າ​ນີ້ ​ແມ່ນ​ຮວມ​ທັງ​ການ​ຈັບ​ກຸມ​ຄຸມ​ຂັງ​ໂດຍ​ພະ​ລະ​ການຫຼື​ການ​ຖອດ​ຖອນສິດ​ເສ​ລີ​ພາບ​ອື່ນໆ​ຢ່າງ​ຮ້າຍ​ແຮງ​ຂອງ​ພົນ​ລະ​ເຮືອນ​ຫຼາຍກວ່າ​ນຶ່ງ​ລ້ານ​ຄົນ ການ​ບັງ​ຄັບ​ໃຫ້​ເຮັດ​ໝັນ ການ​ບັງ​ຄັບ​ໃຫ້​ເຮັດແທ້ງ​ລູກ ແລະ​ການ​ນຳ​ໃຊ້​ນະ​ໂຍ​ບາຍ​ຄຸມ​ກຳ​ເນີດ ​ທີ່ເຄັ່ງ​ຄັດ​ຂອງ​ຈີນ ການ​ຂົ່ມ​ຂືນ​ ການ​ທໍ​ລະ​ມານ ການ​ບັງ​ຄັບ​ໃຊ້​ແຮງ​ງານ ແລະ​ການ​ຈຳ​ກັດ​ຮັດ​ແຄບ​ທີ່​ຮ້າຍ​ແຮງ​ສຸດ​ຕໍ່​ສິ​ດ​ເສ​ລີ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ​ຫຼື​ຄວາມ​ເຊື່ອ ແລະ​ສິດ​ເສ​ລີ​ພາບ​ ໃນ​ການ​ເດີນ​ທາງ​ໄປ​ມາ.

ມີ​ຊາວ​ວີ​ເກີ້​ແລະ​ສະ​ມາ​ຊິກ​ສ່ວນ​ໃຫຍ່​ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ​ທີ່​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ ຫຼາຍກວ່າ 1 ລ້ານ​ຄົນ ໄດ້​ຖືກ​ສົ່ງ​ແບບ​ຮວບ​ຮັດ​ຕັດ​ຕອນ ເຂົ້າ​ໄປ​ຢູ່​ໃນ​ສູນ​ກັກ​ຂັງ​ ແລະ​ອີກ 2 ລ້ານ​ຄົນຖືກ​ສົ່ງ​ເຂົ້າ​ໄປ​ຢູ່​ໃນ​ອັນ​ທີ່​ເອີ້ນ​ວ່າ ສູນ “ສຳ​ມະ​ນາ” ເພື່ອ​ຝຶກວິ​ຊາ​ຊີບ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໄດ້​ສ​ະ​ແດງ​ໃຫ້​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ​ເຫັນ​ຢ່າງ​ຈະ​ແຈ້ງວ່າ ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ​ຂັ້ນ​ພື້ນ​ຖານ​ຕໍ່​ການ​ສ້າງ​ຄວາມກ້າວ​ໜ້າ ​ໃນ​ດ້ານ​ສິດ​ທິ​ມະ​ນຸດ​ຢູ່​ປະ​ເທດ​ຈີນ ແລະ​ໄກ​ອ​ອກ​ໄປ​ກວ່ານັ້ນ. ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ເຈັນ ຊາ​ກີ ປະ​ກາດ​ວ່າ “ການ​ບໍ່​ສົ່ງ​ຄະ​ນະ​ຜູ້​ແທນ​ການ​ທູດ (ໄປ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມແລະ​ໂອ​ລິມ​ປິກ​ຄົນ​ພິ​ການຢູ່​ປັກ​ກິ່ງ) ແມ່ນ​ເປັນ​ການ​ສົ່ງ​ຂ່າວ​ດັ່ງ​ກ່າວ.”

XS
SM
MD
LG