Accessibility links

Breaking News

ບົດບັນນາທິການ: ການນຳອອກເຜີຍແຜ່ ບົດລາຍງານການກໍ່ການຮ້າຍ ປີ 2020


ສະມາຊິກໜ່ວຍຕອບໂຕ້ຢ່າງໄວຂອງອີຣັກ ຍິງລູກສອນໄຟ ໄປໃສ່ກຸ່ມລັດອິສລາມ ໃນການສູ້ລົບກັບພວກຫົວຮຸນແຮງ ທີ່ເມືອງໂມຊູລ ປະເທດອີຣັກ (ຮູບຈາກແຟ້ມ)
ສະມາຊິກໜ່ວຍຕອບໂຕ້ຢ່າງໄວຂອງອີຣັກ ຍິງລູກສອນໄຟ ໄປໃສ່ກຸ່ມລັດອິສລາມ ໃນການສູ້ລົບກັບພວກຫົວຮຸນແຮງ ທີ່ເມືອງໂມຊູລ ປະເທດອີຣັກ (ຮູບຈາກແຟ້ມ)

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດໄດ້ພິມ​ເຜີຍ​ແຜ່​ລາຍ​ງານ​ກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ ຫຼື CRT ປີ 2020 ຊຶ່ງ​ສະ​ແດງໃຫ້​ເຖິງ​ພາບ​ຮວມ ຂອງ​ຄວາມ​ສຳ​ເລັດ​ໃນ​ການ​ຕໍ່​ສູ້​ຕ້ານ​ພວກ​ກໍ່​ການ​ຮ້າຍ ຕະ​ຫຼອດ​ເຖິງ​ໄພ​ຂົ່ມ​ຂູ່ ທັງໃໝ່ແລະ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ຂອງ​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງໆ. ບົດ​ເພີ້ມ​ຕື່ມ​ຂອງ​ລາຍ​ງານ​ທີ່​ແຈ້ງຂໍ້​ມູນ​ສະ​ຖິ​ຕິ ສະ​ແດງ​ໃຫ້​ເຫັນ​ວ່າ ທັງ​ຈຳ​ນວນ​ໃນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ແລະ​ຈຳນວນ​ຜູ້​ບາດ​ເຈັບລົ້ມ​ຕາຍ​ຈາກ​ການ​ໂຈມ​ຕີ​ເຫຼົ່າ​ນັ້ນ ໄດ້​ເພີ້ມ​ຂຶ້ນ​ຫຼາຍກວ່າ 10 ເປີ​ເຊັນ​ໃນ​ປີ 2020 ເມື່ອ​ປຽບ​ທຽບ​ໃສ່​ປີ 2019.

ໃນ​ຮອບ​ປີ​ທີ່​ຜ່ານ​ມາ ການ​ຂົ່ມ​ຂູ່​ຂອງ​ພວກ​ກໍ່​ການ​ຮ້າຍ​ໄດ້​ກາຍ​ເປັນ​ການ​ກະ​ຈາຍ ອອກທາງ​ດ້ານ​ພູ​ມ​ສາດ ຢູ່​ຕາມ​ຂົງ​ເຂດ​ຕ່າງໆ​ຂອງ​ໂລກ. ສະ​ຫະ​ລັດ​ໄດ້​ຮັບມືກັບ​ການຂົ່ມ​ຂູ່​ທີ່​ມີ​ການ​ປັບ​ໂຕ​ໃໝ່ ຮວມ​ທັງ​ການ​ຂະ​ຫຍາຍ​ແນວ​ໂຮມ​ຂອງ​ໂລກ​ ເພື່ອ​ເອົາ​ຊະ​ນະ​ກຸ່ມ​ໄອ​ຊິ​ສ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້ ມີ​ສະ​ມາ​ຊິກ​ຢູ່ 84 ປະ​ເທດ. ກຸ່ມ​ແນວ​ໂຮມເພື່ອ​ເອົາ​ຊະ​ນະ​ໄອ​ຊິ​ສ ເຮັດ​ວຽກ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ຄວາມ​ຄືບ​ໜ້າ​ທີ່​ພວກ​ຕົນ​ໄດ້​ຮັບ ​ຢູ່​ໃນ​ອີ​ຣັກ ແລະ​ຊີ​ເຣຍ ໃນ​ຂະ​ນະ​ທີ່​ເສີມ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມໃຫ້​ກວ້າງ​ອອກ ເພື່ອ​ຕໍ່​ຕ້ານ​ໄພ​ຂົ່ມ​ຂູ່​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຂອງ​ກຸ່ມ​ໄອ​ຊິ​ສ ໃນເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ແລະ​ເຂດ​ຊາ​ແຮ​ລ.

ໃນ​ປີ 2020 ມີ 9 ປະ​ເທດ​ໃນ​ເຂດ​ຊີກ​ໂລກ​ຕາ​ເວັນ​ຕົກແລະ​ຢູ​ໂຣບໄດ້​ເອົາ​ບາດກ້າວ​ທີ່​ສຳ​ຄັນ​ເພື່ອ​ລະ​ບຸ​ໃຫ້​ຊາບ ຫ້າມ ຫຼື​ບໍ່​ກໍ​ທຳ​ການ​ຈຳ​ກັດ​ແບບ​ອື່ນໆຕໍ່​ກຸ່ມ​ເຮັ​ສ​ບາ​ລ​ລາ. ໂດຍ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ໄພ​ຂົ່ມ​ຂູ່​ທີ່​ມີ​ເພີ້ມ​ຂຶ້ຶ້ນຈາ​ກ​ກຸ່ມ​ຫົວ​ຮຸນ​ແຮງຈັດ​ ທີ່​ມີ​ແຮງ​ຈູງ​ໃຈ​ຍ້ອນເຊື້ອ​ຊາດ​ຜິວ​ພັນ ​ຫຼື​ຊົນ​ຊາດ​ຊົນ​ເຜົ່າ ​ທາງ​ກະ​ຊວງ​ການຕ່າງ​ປະ​ເທດ​ສະ​ຫະ​ລັດ ຈຶ່ງ​ໄດ້​ລະ​ບຸຊື່​ອົງ​ການ​ກໍ່​ການ​ຮ້າຍ​ຂອງ​ພວກ​ຜິວ​ຂາວ​ທີ່​ຖືວ່າ​ຕົນ​ເອງ​ເປັນ​ຜູ້ດີ​ເລີດ​ເປັນເທື່ອ​ທຳ​ອິດ​ໃນ​ປີ 2020 ທຳ​ການ​ລົງ​ໂທດ​ຕໍ່​ຂະ​ບວນ​ການ​ເຄື່ອນ​ໄຫວ​ເພື່ອ​ຈັກ​ກະ​ພັດ​ຣັດ​ເຊຍ ແລະ​ຜູ້​ນຳ​ທັງ 3 ຂອງ​ກຸ່ມ​ດັ່ງ​ກ່າວ.

ສະ​ຫະ​ລັດ ແລະ​ບັນ​ດາ​ປະ​ເທດ​ພາ​ຄີ ຍັງ​ສືບ​ຕໍ່​ ທຳ​ການ​ຕໍ່​ສູ້ ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ-ກາ​ອີ​ດາ ແລະ​ເຄືອ​ຂ່າຍ​ຂອງ​ກຸ່ມ​ດັ່ງ​ກ່າວ​ຢູ່​ໃນ​ທົ່ວ​ໂລກ​ໃນ​ປີ 2020. ນອກນັ້ນ ກຸ່ມ​ອາ​ລ-ອາ​ອີ​ດາຍັງ​ໄດ້​ເສີມ​ຂະ​ຫຍາຍ​ການ​ມີ​ໜ້າ​ຂອງ​ຕົນຢູ່​ໃນ​ຕ່າງ​ປະ​ເທດໂດຍ​ສະ​ເພາະ​ແລ້ວ ໃນ​ພາກ​ຕາ​ເວັນ​ອອກ​ກາງ ແລະ​ອາ​ຟ​ຣິ​ກາ.

ອີ​ຣ່ານ ຍັງ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ກໍ່​ການ​ຮ້າຍ​ຢູ່​ໃນ​ຂົງ​ເຂດແລະ​ໃນ​ທົ່ວ​ໂລກ ໃນ​ປີ 2020 ຜ່ານ​ມາ. ຢູ່​ໃນ​ຂົງ​ເຂດນັ້ນ ອີ​ຣ່ານ ​ໃຫ້​ການ​ສະ​ໜັບ​ສະ​ໜຸນຕໍ່​ພວກ​ຕົວ​ແທນ ແລະ​ຄູ່​ຮ່ວມ​ງານ​ຢູ່​ໃນ​ບາ​ຫ໌​ເຣນ ເລ​ບານອນ ຊີ​ເຣຍແລະເຢ​ເມນ ຮວມ​ທັງ​ກຸ່ມ​ເຮັ​ສ​ບາ​ລ​ລາ ແລະ​ຮາ​ມາ​ສ. ຢູ່​ໃນ​ທົ່ວ​ໂລກນັ້ນ ກຳ​ລັງ​ພິ​ທັກປະ​ຕິ​ວັດ​ຍັງ​ສືບ​ຕໍ່​ເປັນ​ຜູ້​ໃຫ້​ການ​ຊ່ວຍ​ເຫຼືອ​ຕົ້ນ​ຕໍຂອງ​ອີ​ຣ່ານ ໃນ​ການ​ພົວ​ພັນ​ເພື່ອ​ ​ເກັບ​ເກນເອົາ​ພວກ​ກໍ່​ການ​ຮ້າຍ ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ເງິ ແລະ​ວາງ​ແຜນ
ໃນ​ທະ​ວີບ​ຢູ​ໂຣບ ອາ​ຟ​ຣິ​ກາ ເອ​ເຊຍ ແລະ​ອາ​ເມ​ຣິ​ກາ​ທັງ​ເໜືອ​ແລະ​ໃຕ້.

ສະ​ຫະ​ລັດ ຍັງ​ສືບ​ຕໍ່​ເອົາ​ບົດ​ບາດ​ທີ່​ສຳ​ຄັນ ໃນ​ການ​ຮວບ​ຮວມ​ຄວາມ​ພະ​ຍາ​ຍາມ​ຂອງ​ນາໆ​ຊາດເພື່ອ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ​ຢູ່​ໃນ​ທົ່ວ​ໂລກ. ໃນ​ປີ 2020 ສະ​ຫະຫັດ ໄດ້ຊັກ​ຊວນ​ໃຫ້ຄະ​ນະ​ກຳ​ມະ​ການ​ ຂອງສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການສະ​ຫະ​ປະ​ຊາ​ຊາດຮັບ​ຜ່ານ​ມະ​ຕິ​ການ​ລົງ​ໂທດ 1267 ເພື່ອ​ລະ​ບຸ​ຊື່​ອົງ​ການໄອ​ຊິ​ສ​ແລະ​ເຄືອ​ຂ່າຍ ຢູ່​ໃນ​ເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ໃນ​ເຂດ​ທ​ະ​ເລ​ຊາຍ​ຊາ​ຮາຣາ ລີ​ເບຍ ເຢ​ເມນ ແລະ​ອິນ​ໂດ​ເນ​ເຊຍ.

ນອກນັ້ນ ສະ​ຫະ​ລັດຍັງ​ໄດ້​ພົວ​ພັນ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມພາຄີ​ລະຫວ່າງ​ປະ​ເທດ ເພື່ອ​ປ້ອງ​ກັນ ​ແລະ​ຕໍ່​ຕ້ານ​ພວກ​ຫົວ​ຮຸນ​ແຮງ​ຈັດ ທັງ​ຜ່ານ​ລະ​ບົບ​ອອນ​ລາຍ​ນ໌ ແລະ​ອອ​ຟ​ລາຍ​ນ໌.

ໃນ​ປີນີ້ ລາຍ​ງານ​ກ່ຽວ​ກັບ​ພວກ​ກໍ່​ການ​ຮ້າຍ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໝາຍ ​ແບບ​ບໍ່​ມີ​ການ​ປ່ຽນ​ແປງ​ ຂອງ​ສະ​ຫະ​ລັດ​ເພື່ອ​ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງ ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຊາວ​ອາ​ເມ​ຣິ​ກັນ ແລະ​ປະ​ເທດ​ພັນ​ທະ​ມິດ ຈາກ​ການ​ຂົ່ມ​ຂູ່​ຂອງ​ພວກ​ກໍ່​ການ​ຮ້າຍ.

XS
SM
MD
LG