ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ສະຫະລັດຂໍສະແດງຄວາມຍິນດີກັບຂໍ້ຕົກລົງ ທີ່ບັນລຸກັນໂດຍຜູ້ນຳສະພາແຫ່ງຊາດ ທີ່ຖືກເລືອກແບບປະຊາທິປະໄຕຂອງເວເນຊູເອລາ ໃນປີ 2015 ທີ່ຈະຕໍ່ສິດອຳນາດໃນການເປັນຕົວແທນຂອງຕົນ ອອກໄປຕື່ມອີກນຶ່ງປີ ໂດຍໃຫ້ທ່ານຮວານ ກົວອີໂດ ເປັນປະທານຊົ່ວຄາວ. ສະຫະລັດ ຍັງສືບຕໍ່ຮັບຮູ້ສິດອຳນາດ ຂອງສະພາແຫ່ງຊາດ ທີ່ຖືກເລືອກໃນປີ 2015 ນັ້ນ ເປັນສະຖາບັນປະຊາ
ທິປະໄຕທີ່ຍັງເຫຼືອຢູ່ແຫ່ງສຸດທ້າຍ ຂອງປະເທດເວເນຊູເອລາ.
ແບບແຜນການກົດຂີ່ທາງດ້ານການເມືອງ ຂອງອຳນາດການປົກຄອງນິໂກລາສ ມາດູໂຣ ການລ່ວງລະເມີດສິດທິມະນຸດຢ່າງແຜ່ກວ້າງ ຕະຫຼອດທັງການຈຳກັດຮັດແຄບຢ່າງເຄັ່ງຄັດຕໍ່ພວກນັກເຄື່ອນໄຫວທາງດ້ານການເມືອງແລະກຸ່ມສັງຄົມພົນລະເຮືອນແລະອິດສະຫຼະພາບໃນການສະແດງຄວາມຄິດຄວາມເຫັນ ໄດ້ລັກຂະໂມຍເອົາສິດອຳນາດໃນການຊີ້ຊະຕາກຳຕົນເອງ ຂອງປະຊາຊົນຊາວເວເນຊູເອລາ. ທ່ານເນດ ໄພຣສ໌ ໂຄສົກຂອງກະຊວງການຕ່າງປະເທດສະຫະລັດກ່າວ
ຢູ່ໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາສະໜັບສະໜຸນຄວາມພະຍາຍາມ..ເພື່ອສ້າງຕັ້ງກົດລະບຽບ ແລະການປົກຄອງດ້ວຍຕົວບົດກົດໝາຍຢູ່ໃນເວເນຊູເອລາ.”
ທ່ານເນດ ໄພຣສ໌ ກ່າວຕື່ມວ່າ “ພວກເຮົາຂໍຮຽກຮ້ອງ ໃຫ້ນິໂກລາສ ມາດູໂຣທຳການພົວພັນຄືນໃໝ່ ກັບເມັກຊິໂກ ແລະໃຫ້ພົວພັນດ້ວຍຄວາມຈິງໃຈ ເພື່ອເຫັນແກ່ຜົນປະໂຫຍດ ຂອງປະຊາຊົນ ຊາວເວເນຊູເອລາ. ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບຊາວເວເນຊູເອລາ ໃນຂອບເຂດທີ່ກວ້າງຂວາງ ແລະຄູ່ຮ່ວມງານລະຫວ່າງປະເທດ ໂດຍນຳໃຊ້ທຸກເຄື່ອງມືອັນເໝາະສົມທາງດ້ານການທູດແລະເສດຖະກິດ ເພື່ອກົດດັນໃຫ້ມີການປ່ອຍພວກທີ່ຖືກຄຸມຂັງຢ່າງບໍ່ເປັນທຳທັງໝົດຍ້ອນເຫດຜົນທາງດ້ານການເມືອງ ຄວາມເປັນອິດສະຫລະຂອງພັກການເມືອງການເຄົາລົບຕໍ່ສິດເສລີພາບໃນການສະແດງຄວາມຄິດຄວາມເຫັນແລະສິດທິມະນຸດສາກົນອື່ນໆ ແລະຢຸດເຊົາການລ່ວງລະເມີດສິດທິມະນຸດ.” ຍິ່ງໄປກວ່ານັ້ນ ສະຫະລັດຍັງຈະສືບຕໍ່ເຮັດວຽກຮ່ວມກັນກັບສະມາຊິກຂອງປະຊາຄົມນາໆຊາດ ເພື່ອກົດດັນໃນການສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ມີການເລືອກຕັ້ງທີ່ເສລີແລະ
ເປັນທຳ ຢູ່ໃນປະເທດເວເນຊູເອລາ.
ສະຫະລັດຍັງໃຫ້ການສະໜັບສະໜຸນຕໍ່ການດຳເນີນຄວາມພະຍາຍາມເພື່ອຊ່ວຍບັນເທົາຄວາມທຸກທໍລະມານຂອງປະຊາຊົນຊາວເວເນຊູເອລາແລະເຮັດໃຫ້ວິກິດການດ້ານມະນຸດສະທຳ ໃນປະເທດດັ່ງກ່າວສິ້ນສຸດລົງ. ນັບແຕ່ປີ 2017 ເປັນຕົ້ນມາ ສະຫະລັດໄດ້ສະໜອງການຊ່ວຍເຫຼືອທາງດ້ານມະນຸດສະທຳ ການພັດທະນາທາງດ້ານເສດຖະກິດ ແລະການຊ່ວຍເຫຼືອທາງດ້ານສາທາລະນະສຸກໃຫ້ແກ່ປະຊາຊົນຊາວເວເນຊູເອລາ ທັງຢູ່ພາຍໃນປະເທດ ແລະພວກທີ່ຖືກບັງຄັບ ໃຫ້ຫຼົບໜີ ອອກໄປຢູ່ໃນປະເທດຕ່າງໆ ທົ່ວທັງຂົງເຂດ ຕົກເປັນເງິນ 1 ພັນ 900 ລ້ານໂດລາ.
ສະຫະລັດຍັງຈະສືບຕໍ່ເປັນປະເທດໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ປະຊາຊົນຊາວເວເນຊູເອລາ ໃນຂະນະທີ່ພວກເຂົາເຈົ້າເຮັດວຽກເພື່ອກ້າວໄປສູ່ການຟື້ນຟູປະຊາທິປະໄຕດ້ວຍສັນຕິວິທີ ໂດຍຜ່ານການເລືອກຕັ້ງທີ່ເສລີ ແລະຍຸຕິທຳ.