Accessibility links

Breaking News

ບົດບັນນາທິການ: ສະຫະລັດ ລົງໂທດຜູ້ຊ່ວຍອຳນວຍຄວາມສະດວກ ດ້ານການເງິນ ຂອງກຸ່ມເຮັສໂບລລາ ໃນເລບານອນ


ຜູ້​ນ່ຳ​ກຸ່ມ​ເຮັ​ສ​ໂບ​ລ​ລາ ຊາ​ເຢັດ ຮາ​ສ​ຊັນ ນາ​ຣາ​ລ​ລາ
ຜູ້​ນ່ຳ​ກຸ່ມ​ເຮັ​ສ​ໂບ​ລ​ລາ ຊາ​ເຢັດ ຮາ​ສ​ຊັນ ນາ​ຣາ​ລ​ລາ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອ​ວັນ​ທີ 18 ມັງ​ກອນ​ຜ່ານ​ມານີ້ ສະ​ຫະ​ລັດໄດ້​ທຳ​ການ​ລົງ​ໂທດ​ຕໍ່​ຜູ້​ຊ່ວຍ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ເງິນ 3 ຄົນທີ່​ພົວ​ພັນ​ກັບ​ກຸ່ມ​ເຮັ​ສ​ໂບ​ລ​ລາແລະ​ບໍ​ລິ​ສັດ​ເດີນ​ທາງທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ໃນ​ເລ​ບາ​ນອນ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ເອົາ​ມາດ​ຕະ​ການນີ້ ກໍ​ແມ່ນ​ເພື່ອ​ຄວາມ​ເປັນນ້ຳ​ນຶ່ງ​ໃຈ​ດຽວ​ກັບ​ປະຊາ​ຊົນ​ຊາວ​ເລ​ບາ​ນອນ ທີ່​ຄວາມ​ປອດ​ໄພ​ແລະ​ອະ​ທິ​ປະ​ໄຕ​ຂອງ​ພວກ​ເຂົາ​ເຈົ້າ​ຍັງໄດ້​ຮັບ​ການ​ຂົ່ມ​ຂູ່​ໂດຍ​ກິດ​ຈະ​ກຳ​ທີ່ບໍ່​ດີ​ແລະ​ທຳ​ລາຍ​ສະ​ຖຽນ​ລະ​ພາບ​ຂອງ​ກຸ່ມເຮັ​ສ​ໂບ​ລ​ລາ.”

ສ່ວນ​ບຸກ​ຄົນ​ທີ່​ຖືກ​ລະ​ບຸ​ຊື່ ກໍ​ມີ ​ທ້າວ​ອັບ​ແດ​ລ ດີ​ອາບ, ອາ​ລີ ໂມ​ຮຳ​ໝັດ ດາອູນ ແລະ​ທ້າວ​ຈີ​ຮາດ ຊາ​ເລັມ ອາ​ລາ​ເມ. ບໍ​ລິ​ສັດ​ທີ່​ພວກ​ເຂົາ​ຕັ້ງ​ຂຶ້ນ ແມ່ນ​ບໍ​ລິ​ສັດ​ເດີນທາງ​ແລະ​ການ​ທ່ອງ​ທ່ຽວດາ ອາ​ລ ຊາ​ລາມ. ການ​ລະ​ບຸ​ຊື່​ດັ່ງ​ກ່າວ​ ໄດ້​ມີ​ຂຶ້ນ​ພາຍໃຕ້​ດຳ​ລັດ​ຂອງ​ຝ່າຍ​ບໍ​ລິ​ຫານ​ເລກ​ທີ 13224 ທີ່​ແນ​ເປົ້າ​ໝາຍ​ໃສ່​ພວກ​ກໍ່​ການ​ຮ້າຍ ​ພວກຜູ້​ນຳ ແລະ​ເຈົ້າ​ໜ້າ​ທີ່​ຂອງ​ກຸ່ມ​ກໍ່​ການ​ຮ້າຍແລະ​ພວກ​ທີ່​ໃຫ້​ການ​ການ​ສະ​ໜັບສະ​ໜຸນ​ພວກ​ກໍ່​ການ​ຮ້າຍ ຫຼື​ດຳ​ເນີນ​ການ​ທີ່​ເປັນ​ການ​ກໍ່​ການ​ຮ້າຍ.

ເມື່ອວັນ​ທີ 21 ມັງ​ກອນ​ຜ່ານ​ມານີ້ ສະ​ຫະ​ລັດ​ຍັງ​ໄດ້​ລະ​ບຸ​ຊື່ທ້າວ​ອັດ​ນັນ ອາ​ຢັດ ຜູ້​ອຳ​ນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ເງິນ​ ຂອງ​ກຸ່ມ​ເຮັ​ສ​ໂບ​ລ​ລາເຂົ້າຕື່ມ ຕະ​ຫຼອດ​ທັງ​ສະ​ມາ​ຊິກຂອງ​ຕາ​ໜ່າງ​ອຳ​ນວຍ​ຄວາມ​ສະ​ດວກ​ລະ​ຫວ່າງ​ປະ​ເທດ​ແລະ​ບໍ​ລິ​ສັດ​ຕ່າງໆ​ທີ່​ເຊື່ອມ​ໂຍງ​ກັບ​ລາ​ວ ແລະ​ທ້າວ​ອັບ​ແດ​ລ ດີ​ອາບ ຊຶ່ງ​ເປັນ​ຮຸ້ນ​ສ່ວນ​ທາງ​ດ້ານ​ທຸ​ລະ​ກິດ​ຂອງ​ທ້າວ​ອາ​ຢັດ ແລະ​ເພື່ອ​ນ​ນັກ​ການ​ເງິນ​ກຸ່ມ​ເຮັ​ສ​ໂບ​ລ​ລາຂ​ອງ​ລາວ ພາຍ​ໃຕ້​ອຳ​ນາດ​ກົດ​ໝາຍ​ດຽວ​ກັນ​ນີ້.

ສະ​ຫະ​ລັດ​ໄດ້​ລະ​ບຸ​ໃຫ້ກຸ່ມ​ເຮັ​ສ​ໂບ​ລ​ລາ ເປັ​ນ​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ​ໃນວັນ​ທີ 8 ຕຸ​ລາ ​ປີ 1997 ແລະ​ຖືກ​ລະ​ບຸ​ ໃຫ້​ເປັນ​ອົງ​ການ ​ກໍ່​ການ​ຮ້າຍ​ລະ​ດັບ​ໂລກໃນ​ວັນ​ທີ 31 ຕຸ​ລາ ປີ 2001. ກຸ່ມ​ເຮັ​ສ​ໂບ​ລ​ລາເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ໂຈມຕີ​ກໍ່​ການ​ຮ້າຍ ທີ່​ຮ້າຍ​ແຮງ​ສຸດ​ຈຳ​ນວນ​ນຶ່ງ ຮວມ​ທັງ​ການ​ວາງ​ລະ​ເບີດ​ໃສ່ຄ້າຍ​ທະ​ຫານ​ມາຣີນ​ສະ​ຫະ​ລັດ ທີ່​ນະ​ຄອນ​ເບ​ຣຸດ ໃນ​ປີ 1983 ທີ່​ເຮັດ​ໃຫ້​ທະ​ຫານ​ອາ​ເມຣິ​ກັນ 241 ຄົນ​ເສຍ​ຊິ​ວິດ ການ​ໂຈມ​ຕີ​ສູນ​ກາງ​ປະ​ຊາ​ຄົມ​ຊາວ​ຢິວ AMIA ທີ່​ນະຄອນ​ຫຼວງບູ​ແອ​ນົ​ສ​ແອ​ເຣັ​ສ ຊຶ່ງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 85 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບອີກ​ຫຼາຍ​ຮ້ອຍ​ຄົນ ແລະ​ການລອບສັງ​ຫານມື້​ລາງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເລ​ບາ​ນອນ ທ່ານ​ຣາ​ຟິກ ຮາ​ຣີ​ຣີ ໃນ​ປີ 2005 ຊຶ່ງ​ນອກນັ້ນຍັງເຮັດ​ໃຫ້​ 22 ຄົນ​ເສຍ​ຊີວິດ ແລະ​ບາດ​ເຈັບ​ອີກ 226 ຄົນ.

ຢູ່ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ທີ 18 ມັງ​ກອນ​ຜ່ານ​ມານີ້ ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ກ່າວ​ວ່າ “ກ​ານ​ລະ​ບຸ​ຊື່… ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະ​ຍາ​ຍາມ​ທີ່​ຍັງ​ດຳເນີນ​ຢູ່​ຕໍ່​ມາ​ຂອງ​ກະ​ຊວງ​ການ​ເງິນ ເພື່ອ​ແນ​ເປົ້າ​ໝາຍ​ໃສ່​ການ​ສືບ​ຕໍ່​ຂອງກຸ່ມ​ເຮັ​ສ​ໂບ​ລ​ລາ ທີ່​ຈະ​ສວຍ​ໃຊ້​ພາກ​ສ່ວນ​ການ​ເງິນ​ຂອງ​ໂລກ​ແລະ​ຫຼົບ​ຫຼີກ​ການ​ລົງ​ໂທດ.”

ເລ​ບາ​ນອນຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ປະ​ເທດ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ເວ​ລານີ້​ພວມ​ຕົກ​ຢູ່​ໃຕ້ວິ​ກິດ​ການ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ຮ້າຍ​ແຮງ ໂດຍ​ທີ່​ສາມ​ສ່ວນ​ສີ່​ຂອງ​ປະ​ຊາ​ກອນດຳ​ລົງ​ຊີ​ວິດ​ຢູ່​ພາຍ​ໃຕ້​ຄວາມ​ທຸກ​ຍາກ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຮັບ​ຜິດ​ຊອບ​ໃນ​ເລື່ອງ​ພວກ​ກໍ່​ການ​ຮ້າຍ​ແລະ​ຂ່າວກອງ​ດ້ານ​ການ​ເງິນ ທ່ານບ​ຣາຍ​ແອນ ແນ​ລ​ສັນຂຽນ​ວ່າ “ກຸ່ມ​ເຮັ​ສ​ໂບ​ລ​ລາກ່າວ​ອ້າງວ່າ ຕົນ​ໃຫ້​ການ​ສະ​ໜັບ​ສະ​ໜຸນແກ່ປະ​ຊົນ​ຊາວ​ຊາວ​ເລ​ບາ​ນອນ ແຕ່​ກໍ​ບໍ່ຕ່າງ​ຫຍັງ​ກັບ​ກຸ່ມ​ທີ່​ບໍ່​ດີ​ອື່ນໆໃນ​ປະ​ເທດ​ເລ​ບາ​ນອນ ທີ່​ກະ​ຊວງ​ການ​ເງິນ​ໄດ້​ລະ​ບຸຊື່ ກຸ່ມ​ເຮັ​ສ​ໂບ​ລ​ລາ ຍັງ​ສືບ​ຕໍ່​ໄດ້​ຮັບ​ຜົນ​ກຳ​ໄລ ຈາກ​ທຸ​ລະ​ກິດ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ ແລະ​ການ​ຕົກ​ລົງ​ທາງ​ການ​ເມືອງ​ທີ່​ຜິດ​ກົດ​ໝາຍ ແລະ​ການ​ສ້າງ​ຮັ່ງ​ຄູນ​ມີ​ທີ່
ປະ​ຊາ​ຊົນ​ຊາວ​ເລ​ບາ​ນອນ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ກ່າວ​ວ່າ “ກຸ່ມ​ເຮັ​ສ​ໂບ​ລ​ລາ ແລະ​ຄູ່​ຮ່ວມງານ ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ໃນ​ການ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຜົນ​ປະ​ໂຫຍດຂອງ​ຕົນ ແລະ​ອີ​ຣ່ານ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ ຫຼາຍ​ໄປ​ກວ່າ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຊາວ​ເລ​ບາ​ນອນ.”

ສະ​ຫະ​ລັດຈະ​ສືບ​ຕໍ່​ເອົາ​ບາດ​ກ້າວ​ເພື່ອ​ລົບ​ກວນ​ກິດ​ຈະ​ກຳ​ທີ່​ເປັນ​ອັນ​ຕະ​ລາຍ​ແລະສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ຂອງກຸ່ມ​ເຮັ​ສ​ໂບ​ລ​ລາ.

XS
SM
MD
LG