Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຊຸກຍູ້ໃຫ້ມີການຮັບເອົາ ຄວາມຮັບຜິດຊອບ ສຳລັບຜູ້ນຳມຽນມາ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພວມ​ຖະ​ແຫຼງ ທີ່ກ​ະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 1 ກຸມ​ພາ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພວມ​ຖະ​ແຫຼງ ທີ່ກ​ະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 1 ກຸມ​ພາ 2022.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເປັນ​ເວ​ລາ​ຄົບ​ຮອບ​ນຶ່ງ​ປີ​ແລ້ວ ນັບ​ແຕ່​ພວກ​ທະ​ຫານ​ໄດ້​ເຮັດ​ລັດ​ຖະ​ປະ​ຫານ​ເມື່ອວັນ​ທີ 1 ກຸມ​ພາ​ປີ 2021 ​ຊຶ່ງ​ໄດ້​ຢຸດເຊົາ ​ການ​ກ້າວ​ໄປ​ສູ່ເສັ້ນ​ທາງປະ​ຊາ​ທິ​ປະ​ໄຕ​ແບບ​ມີ​ຫຼາຍ​ພັກ​ຝ່າຍດ້ວຍ​ການ​ໃຊ້​ຄວາມ​ຮຸນ​ແຮງ. ດັ່ງ​ທີ່​ລັດ​ຖະ​ມົນ​ຕີ​ການຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ​ໄດ້​ກ່າວ​ໄວ້​ໃນ​ຖະ​ແຫຼງ​ການທີ່​ເປັນ​ລາຍ​ລັກ​ອັກ​ສອນ​ສະ​ບັບ​ນຶ່ງນັ້ນ “ມັນ​ເປັນ​ທີ່ເລື້ອງໜ້າ​ເສົ້າ​ເສຍ​ໃຈ ທີ່​ຍັງ​ມີ​ການ​ສືບ​ຕໍ່​ໃຊ້​ຄວາມ​ຮຸນ​ແຮງ ເພື່ອ​ໃຫ້​ໄດ້​ມາ ​ຊຶ່ງ​ການ​ຄວບ​ຄຸມ ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ຈຶ່ງໄດ້​ສັງ​ຫານ​ປະ​ຊາ​ຊົນ​ເກືອບ 1,500 ຄົນ ຮວມ​ທັງ​ແມ່​ຍິງ​ ແລະເດັກ​ນ້ອຍ ແລະ​ຈັບ​ກຸມ​ອີກ 10,000 ຄົນ ຮວມ​ທັງ ​ເ​ຈົ້າ​ໜ້າ​ທີ່​ພົນ​ລະ​ເຮືອນ ສະ​ມາ​ຊິກ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ນັກ​ເຄື່ອນ​ໄຫວ​ແຮງ​ງານ ນັກ​ຂ່າວ ແລະ​ຊາວ​ຕ່າງປະ​ເທດ.”

ສະ​ຫະ​ລັດ​ເປັນ​ຜູ້​ນຳ​ພາ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ນາໆ​ຊາດ ເພື່ອ​ຊຸກ​ຍູ້ໃຫ້​ມີ​ການ​ຮັບ​ເອົາ​ຄວາມ​ຮັບ​ຜິ​ດຊອບ​ຕໍ່​ການ​ລະ​ເມີດ​ສິດ​ທິ​ມະ​ນຸດແລະ​ການ​ຝ່າ​ຝືນ​ຕ່າງໆ​ທີ່ອຳ​ນາດ​ການ​ປົກ​ຄອງ​ໄດ້​ກະ​ທຳ​ຕໍ່​ປະ​ຊາ​ຊົນ​ຊາວ​ມຽນ​ມາ. ການ​ລົງ​ໂທດ​ຮອບ​ຫຼ້າ​ສຸດ​ຂອງ​ສະ​ຫະ​ລັດ ໄດ້​ມີ​ການ​ປະ​ກາດ​ໃນ​ໂອ​ກາດ​ຄົບ​ຮອບ​ນຶ່ງປີຂອງ​ການ​ເຮັດ​ລັດ​ຖະ​ປະ​ຫານ ໃນ​ການ​ປະ​ສານ​ງານ​ກັນ​ກັບ​ປະ​ເທດ​ພາ​ຄີ ສະ​ຫະ​ຣາ​ຊະ​ອານາ​ຈັກ ແລະ​ກາ​ນາ​ດາ.

ສະ​ຫະ​ລັດ​ ໄດ້​ລະ​ບຸ​ຊື່ 7 ສ່ວນ​ບຸກ​ຄົນ ແລະ 2 ອົງ​ການ ວ່າ​ມີ​ສ່ວນ​ພົວ​ພັນ​ກັບ​ລັດ​ຖະ​ບານ​ທະ​ຫານ​ມຽ​ນ​ມາ ໃນ​ການ​ລົງ​ໂທດ​ດັ່ງ​ກ່າວນີ້.

ທິ​ດາ ອູ ອະ​ທິ​ໄອ​ຍະ​ການ​ຂອງ​ສະ​ຫະ​ພາບ ເປັນ​ຜູ້​ນຳ​ພາ​ເຈົ້າ​ໜ້າ​ທີ່ ໃນ​ການ​ຕັ້ງ​ຂໍ້​ຫາ​ທີ່​ມີ​ຈຸດ​ປະ​ສົງ​ທາງ​ການ​ເມືອງ ຕໍ່​ທີ່​ປຶກ​ສາ​ຂອງ​ປະ​ເທດ ທ່ານ​ນາງ​ອອງ​ຊານ ຊູ​ຈີ ປະ​ທາ​ນາ​ທິ​ບໍ​ດີ​ວິນມິນ ແລະ​ພວກ​ຜູ້​ນຳ​ປະ​ຊາ​ທິ​ປະ​ໄຕ​ອື່ນໆ. ນອກນັ້ນ​ການລະ​ບຸ​ຊື່​ດັ່ງ​ກ່າວ ຍັງ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຕັດ​ສິນ​ໂທດທ່ານ​ນາງ​ອອງ​ຊານ ຊູ​ຈີ ແລະ​ຜູ້​ນຳ​ປະ​ຊາ​ທິ​ປ​ະ​ໄຕ​ຄົນ​ອື່ນໆ ແມ່ນ​ຫົວ​ໜ້າ​ສານ​ສູງ​ສຸດ ທ່ານ​ຕຸນຢຸນ ອູ ແລະ​ປະ​ທານ​ກຳ​ມາ​ທິ​ການ​ຕໍ່​ຕ້ານ​ການ​ຄໍ​ລັບ​ຊັ່ນ ​ທ່ານ​ທິນ ​ອູ.

ນອກ​ຈາກນັ້ນ ສະ​ຫະ​ລັດ​ຍັງ​ໄດ້​ທຳ​ການ​ລົງ​ໂທດ​ຕໍ່ທ້າວໄຕຊາ ນັກ​ທຸ​ລະ​ກິດ​ຄົນ​ສຳ​ຄັນ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ ອຳ​ນາດ​ການ​ປົກ​ຄອງ ລູກ​ຊາຍ​ທີ່​ໃຫຍ່ແລ້ວ​ ຂອງ​ລາວ ທ້າວ​ຕູເຕັດ ໄຕ​ຊາ ແລະ ​ທ້າວ​ປີຟີ​ໂອ ໄຕ​ຊາ ແລະ​ ຜູ້​ໃຫ້​ການ​ສະ​ໜັບສະ​ໜຸນທາງ​ທຸ​ລະ​ກິດຄົນ​ອື່ນໆ​ຕໍ່​ອຳ​ນາດ​ການ​ປົກ​ຄອງ ທ້າວ​ໂຈ​ແນ​ທັນມີ​ໂອ ຢໍ​ທ​ອງ. ບໍ​ລິ​ສັດ​ເຄ​ທີ​ບໍ​ລິ​ການ​ແລ​ະ​ລໍ​ຈິດ​ຕິກ​ຈຳ​ກັດ​ຂອງ​ທ້າວ​ຢໍ​ທອງ ແລະ​ຄະ​ນະອຳ​ນວຍ​ການ​ໃນ​ຈັດ​ຊື້ ​ຂອງ​ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກໍ​ໄດ້​ຖືກ​ລະ​ບຸ​ຊື່​ເຊັ່ນ​ດຽວ​ກັນ.

ເມື່ອ​ວັນ​ທີ 26 ມັງ​ກອນ​ຜ່ານ​ມານີ້ ສະ​ຫະ​ລັດ​ໄດ້​ອອກ​ຄຳ​ເຕືອນ​ທາງ​ດ້ານ​ທຸ​ລະ​ກິດ​ຕໍ່​ສ່ວນ​ບຸກ​ຄົນ ບໍ​ລິ​ສັດແລະ​ສະ​ຖາ​ບັນ​ການ​ເງິນ ກ່ຽວ​ກັບ​ຄວາມ​ສ່ຽງ​ໃນ​ການເຮັດ​ທຸ​ລະ​ກິດ​ຢູ່​ໃນ​ປະ​ເທດ​ມຽ​ນ​ມາ ແລະ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ເປັນການ​ສ​ະ​ເພາະ.

ໃນ​ຖະ​ແຫຼງ​ການ ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ ສະ​ບັບ​ນຶ່ງນັ້ນ ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງການ​ເງິນ​ຂອງສະ​ຫະ​ລັດ ​ທີ່​ຮັບ​ຜິດ​ຊອບ​ໃນ​ເລື້ອງ​ພວກ​ກໍ່​ການ​ຮ້າຍ​ ແລະ ຂ່າວກອງດ້ານ​ການ​ເງິນ ທ່ານບ​ຣາຍ​ແອນ ແນ​ລ​ສັນ ກ່າວ​ວ່າ “ສະ​ຫະ​ລັດ​ພ້ອມກັບ​ປະ​ເທດ​ພັນ​ທະ​ມິດ ຢູ່​ໃນ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກແລະ​ກາ​ນາ​ດາ ແມ່ນ​ຢືນ​ຢູ່ຄຽງ​ຂ້າງ​ກັບ​ປະ​ຊາ​ຊົນ​ຊາວ​ມຽນ​ມາໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ຊອ​ກ​ສະ​ແຫວງ​ຫາອິດ​ສະ​ຫຼະ​ພາບ ແລະ​ປະ​ຊາ​ທິ​ປະ​ໄຕ. ພວກ​ເຮົາ​ຈະ​ສືບ​ຕໍ່​ແນ​ເປົ້າ​ໝາຍ​ໃສ່​ພວກ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ເຮັດ​ລັດ​ຖະ​ປະ​ຫານ ​ແລະ​ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ຍັງ​ດຳເນີນ​ຢູ່​ຕໍ່​ມາ ພວກ​ທີ່​ຊຸກ​ຍູ້​ໃຫ້​ມີ​ການ​ກົດ​ຂີ່​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ​ພວກ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ເງິນ.”

ໃນການ​ໃຫ້​ຄວາມ​ເຫັນ​ເມື່ອ​ວັນ​ທີ 31 ມັງ​ກອນ​ຜ່ານມ​າ ເນື່ອງ​ໃນ​ໂອ​ກາດ​ວັນ​ຄົບ​ຮອບ​ນຶ່ງ​ປີ​ຂອງ​ການ​ເຮັດ​ລັດ​ຖະ​ປະ​ຫານນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກ່າວວ່າ “ເຖິງ​ປະ​ຊາ​ຊົນ​ຊາວ​ມຽນ​ມາ: ພວກ​ເຮົາ​ບໍ່​ໄດ້​ລືມ​ການ​ດີ້ນ​ຮົນ​ຕໍ່​ສູ້​ຂອງ​ພວກ​ທ່ານ ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນໃນ​ຄວາມ​ຕັ້ງ​ໃຈ​ທີ່​ອົງ​ອາດກ້າ​ຫານ​ຂອງ​ພວກ​ທ່ານ ທີ່​ຈະ​ນຳ​ເອົາ​ສັນ​ຕິ​ພາບ​ ແລະ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ມາ​ສູ່​ປະ​ເທດ​ຂອງ​ພວກ​ທ່ານ.”

XS
SM
MD
LG