Accessibility links

Breaking News

ບົດບັນນາທິການ: ມັນແມ່ນຜົນປະໂຫຍດຂອງຣັດເຊຍ ທີ່ຈະເລືອກເອົາສັນຕິພາບ


ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

“ຣັດ​ເຊຍ ພວມ​ເພີ້ມ​ການ​ຂົ່ມ​ຂູ່ ​ຕໍ່​ປະ​ເທດ​ຢູ​ເຄ​ຣນ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ເວັນ​ດີ ເຊີ​ແມ່ນ (Wendy Sherman) ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດ​ສະ​ຫະ​ລັດ ກ່າວ​ຕໍ່​ກອງ​ປະ​ຊຸມ​ຍຸດ​ທະ​ສາດ​ຢູ​ໂຣບ​ທີ່​ຢານ​ຕາ. “ຣັດ​ເຊຍ​ໄດ້​ເຕົ້າ​ໂຮມ​ກຳ​ລັງທະ​ຫຼາຍກວ່າ 100,000 ຄົນ ຢູ່​ຕິດ​ຊາຍ​ແດນ​ຢູ​ເຄ​ຣນ​ ໃນ​ການ​ເສີມ​ກຳ​ລັງ​ແບບ​ບໍ່​ມີການຍົ້ວ​ຍຸ​ເກາະ​ຜິດ ແລະ​ຍັງ​ໄດ້​ສົ່ງ​ທະ​ຫານ​ເພີ້ມ​ຕື່ມ​ໄປ​ປະ​ເທດ​ເບ​ລາ​ຣຸ​ສໃນ​ອັນທີ່​ກ່າວ​ກັນ​ວ່າ ເປັນ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ຂະ​ໜາດ​ໃຫຍ່.” ສຳ​ນວນ​ໂວ​ຫານຂອງ​ມົ​ສ​ກູ​ແມ່ນຮຸນ​ແຮງແລະ​ບໍ່​ຈິງ​ໃຈ​ຫຼາຍ​ຂຶ້ນ ໂດຍ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ວາດພາບ​ວ່າ​ຢູ​ເຄ​ຣນ​ເປັນ​ຜູ້​ຮຸກ​ຮານ. “ມັນ​ບໍ່​ມີ​ເຫດ​ຜົນ​ໃດໆ​ສຳ​ລັບ​ປ້ອງ​ກັນ​ໂຕ ​ທີ່​ຣັດ​ເຊຍຕ້ອງ​ເຕົ້າ​ໂຮມ​ກຳ​ລັງ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ພາຍ​ໃນ​ເວ​ລາ​ສັ້ນໆ ຢູ່​ທີ່​ຊາຍ​ແດນ​ຂອງ​ຢູ​ເຄ​ຣນ” ນັ້ນ​ຄື​ຄຳ​ເວົ້າ​ ຂອງ​ຮອງ​ລັ​ດ​ຖະ​ມົນ​ຕີ​ ​ເຊີ​ແມນ ໃນ​ຂະ​ນະ​ທີ່ “ຢູ​ເຄ​ຣນບໍ່​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ໃດໆ​ຕໍ່​ຣັດ​ເຊຍ.”

​ຮອງລັດ​ຖະ​ມົນ​ຕີເຊີ​ແມນ​ໃຫ້​ຂໍ້​ສັງ​ເກດ​ວ່າ “ມັນ​ເປັນ​ສິ່ງ​ສຳ​ຄັນ​ພໍ​ທີ່​ຈະ​ກ່າວ​ຢ້ຳ​ຄືນ​ວ່າ ຣັດ​ເຊຍ​ທີ່​ເປັນ​ຜູ້​ຮຸກ​ຮານ​ຢູ​ເຄ​ຣນ​ໃນ​ປີ 2014 ​ແລະ​ຢຶດ​ຄອງ​ແຫຼມ​ໄຄຣເມຍມາ​ຈົນ​ເຖິງ​ທຸກວັນ​ນີ້. ຣັດ​ເຊຍ​ຍັງ​ສືບ​ຕໍ່​ຊຸກ​ຍູ້​ໃຫ້​ມີ​ສົງ​ຄາມ​ຢູ່​ໃນ​ພາກ​ຕາ​ເວັນ​ອອກຂອງ​ຢູ​ເຄ​ຣນ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ແລ້ວເກືອບ 14,000 ຄົນແລະ​ທຳ​ລາຍຫົວ​ເມືອງ​ຕ່າງໆ. ມັນ​ແມ່ນ​ຣັດ​ເຊຍແລະ​ພວກ​ລູ​ກ​ສະ​ໝຸນ ທີ່​ຍັງ​ສືບ​ຕໍ່​ຈັບ​ກຸມ​ຊາວ​ຢູ​ເຄ​ຣນເປັນ​ນັກ​ໂທດ​ການ​ເມືອງ ແລະ​ຍ້ອນ​ການ​ກະ​ທຳ​ຂອງ​ຣັດ​ເຊຍຈຶ່ງ​ເຮັດ​ໃຫ້ຊາວ​ຢູ​ເຄ​ຣນ​ເກືອບ 3 ລ້ານ​ຄົນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮີບ​ດ່ວນ.

ຣັດ​ເຊຍ​ໄດ້​ແຊກ​ແຊງ​ເຂົ້າ​ໃນການ​ເລືອກ​ຕັ້ງຂອງ​ຢູ​ເຄ​ຣນ ແລະ​ພະ​ຍາ​ຍາມ​ທີ່​ຈະ​ບ່ອນ​ທຳ​ລາຍ​ສະ​ຖາ​ບັນ​ປະ​ຊາ​ທິ​ປະ​ໄຕ ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ. ຣັດ​ເຊຍ​ໄດ້​ຂັດຂວາງ​ບໍ່​ໃຫ້​ມີ​ການ​ສົ່ງ​ພະ​ລັງ​ງານ ແລະ​ເຮັດ​ການ​ຄ້​າ, ທຳ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້​ຕໍ່ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນໆ​ຂອງ​ຢູ​ເຄ​ຣນແລະ​ໃຊ້​ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ແລະໃຫ້​ຂໍ້​ມູນ​ທີ່​ບິດ​ເບືອນ​ເພື່ອ​ສ້າງ​ຄວາມ​ລະ​ແວງ​ສົງ​ໄສ ແລະ​ກໍ່​ໃຫ້​ເກີດ​ການ​ຂາດ​ສະຖຽນ​ລ​ະ​ພາບ.

“ສະ​ຫະ​ລັດ​ແມ່ນ​ຢືນ​ຢູ່​ຄຽງ​ຂ້າງ​ຂອງ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ ແລະ​ພວກ​ເຮົາ​ຍັງ​ມີ​ຄວາມ​ໝັ້ນ​ໝາຍ​ ຕໍ່​ອະ​ທິ​ປະ​ໄຕແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຢູ​ເຄ​ຣນ” ນັ້ນຄື​ການ​ໃຫ້​ຄຳ​ຢືນ​ຢັນ ​ຂອງ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຊີ​ແມນ. ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ ສະ​ຫະ​ລັດ​ ໄດ້​ໃຫ້ຄວາມ​ຊ່ວຍ​ເຫຼືອ ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແລະບໍ່​ແມ່ນ​ຄວາມ​ໝັ້ນ​ຄົງແກ່​ຢູ​ເຄ​ຣນຫຼາຍກວ່າ 5 ພັນ 500 ລ້ານໂດ​ລາ ຮວມທັງ​ຫຼາຍກວ່າ 351 ​ລ້ານໂດ​ລາ​ສຳ​ລັບ​ຜູ້​ອົບ​ພະ​ຍົບ​ຫຼົບ​ໄພ ທີ່​ໄດ້​ຮັບ​ຜົນ​ກະ​ທົບຍ້ອນ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.

ນອກນັ້ນ ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ໃຫ້​ແກ່​ຢູ​ເຄ​ຣນ. ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໄດ້​ອະ​ນຸ​ມັດ​ເງິນ 200 ລ້ານ​ໂດ​ລາ ​ສຳ​ລັບໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ ເມື່ອ​ເດືອນ​ທັນ​ວາທີ່​ຜ່ານ​ມາ ແລະ​ການ​ຈັດ​ສົ່ງ​ງວດ​ທຳ​ອິດ ​ໄດ້​ໄປ​ເຖິງ​ນະ​ຄອນຫຼວງ​ກີ​ຢິບ​ເມື່ອ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມານີ້. ລັດ​ຖະ​ສະ​ພາ​ສ​ະ​ຫະ​ລັດ ​ເມື່ອ​ໄວໆ​ມານີ້​ກໍ​ໄດ້​ເພີ້ມ​ເງິນເຂົ້າ​ໃສ່​ກອງ​ທຶນລິ​ເລີ້ມ​ໃນ​ດ້ານຄວາມ​ໝັ້ນ​ຄົງ​ຂອງ​ຢູ​ເຄ​ຣນ ແລະ​ສະ​ຫະ​ລັດ​ກຳ​ລັງ​ເຮັດ​ວຽກ​ຮ່ວມ​ກັບ​ອົງ​ການພັນ​ທະ​ມິດ​ເນໂຕ້ ຮວມ​ທັງ​ບັນ​ດາ​ປະ​ເທດ​ໃນ​ເຂດ​ທະ​ເລ​ບາ​ລ​ຕິກ ແລະ​ສະ​ໜອງ​ການສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ທູດແລະ​ການ​ຊ່ວຍ​ເຫຼືອ​ອື່ນໆ​ອີກ​ແກ່​ຢູ​ເຄ​ຣນ​ໃນ​ໄລຍະ​ເວ​ລາ​ທີ່​ເກີດ​ວິ​ກິດ​ການ​ຢູ່ນີ້.

“ຖ້າ​ຣັດ​ເຊຍ​ຫາກ​ຍັງ​ຮຸກ​ຮານ​ຢູ​ເຄ​ຣນ​ເພີ້ມ​ອີກມັນ​ກໍ​ຈະ​ມີ​ຄວາມ​ເສຍ​ຫາຍ​ທີ່​ສຳ​ຄັນແລະ​ຜົນ​ທີ່​ຕາມ​ມາ ຫຼາຍ​ໄປ​ກວ່າ​ທີ່​ພວກ​ເຂົາ​ໄດ້​ປ​ະ​ເຊີນ​ໜ້າ​ໃນ​ປີ 2014” ນັ້ນ​ຄືຄຳ​ເຕືອນ​ຂອງ​ຮອງ​ລັດ​ຖະ​ມົນ​ຕີ​ເຊີ​ແມນ. “ສະ​ຫະ​ລັດ ​ແລະ​ພັນ​ທະ​ມິດ​ໃນ​ຢູ​ໂຣບ​ແລະ​ປະ​ເທດ​ພາ​ຄີຂອງ​ພວກ​ເຮົາ ພວມ​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ກະ​ກຽມ​ ມາດ​ຕະ​ການ​ຕ່າງໆທີ່​ມີ​ການ​ປະ​ສານ​ງານ​ທາງ​ດ້ານ​ເສດ​ຖະ​ກິດ ຊຶ່ງ​ເປັນ​ມາດ​ຕະ​ການ​ທີ່​ມີຄວາມ​ຮ້າຍ​ແຮງ ທີ່​ຈະ​ສືບ​ຕໍ່​ສ້າງ​ຄວາມ​ເສຍ​ຫາຍ ​ຕໍ່​ລະ​ບົບ​ເສດ​ຖະ​ກິດ​ແລະ​ການ​ເງິນ​ຂອງ​ຣັດ​ເຊຍ ຖ້າຣັດ​ເຊຍຫາກ​ເອົາ​ບາດ​ກ້າວ​ດັ່ງ​ກ່າວ

XS
SM
MD
LG