Accessibility links

Breaking News

ບົດບັນນາທິການ: ນາໆຊາດໃຫ້ຄວາມສະໜັບສະໜຸນ ທາງດ້ານການເງິນ ຕໍ່ຢູເຄຣນ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ຢືນ​ຢູ່​ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ກູ​ເລ​ບາ ພົບ​ປະ​ກັນ​ຢູ່​ຂ້າງ​ນອກກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມິວ​ນິກ ປະ​ເທດ​ເຢຍ​ຣະ​ມັນ ເມື່ອ​ວັນ​ທີ 19 ກຸມ​ພາ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ຢືນ​ຢູ່​ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ກູ​ເລ​ບາ ພົບ​ປະ​ກັນ​ຢູ່​ຂ້າງ​ນອກກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມິວ​ນິກ ປະ​ເທດ​ເຢຍ​ຣະ​ມັນ ເມື່ອ​ວັນ​ທີ 19 ກຸມ​ພາ 2022.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ ​ໃຫ້​ການ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງ ໃນການ​ໃຫ້​ຄວາມ​ໝັ້ນ​ໝ​າຍ​ທາງ​ດ້ານ​ການ​ເງິນ ຕໍ່​ປະ​ຊາ​ຊົນຢູ​ເຄ​ຣນ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ປະ​ກາດ ການໃຫ້​ເງິນ​ກູ້​ຢືມທີ່​ໄດ້​ຮັບ​ການຄ້ຳ​ປະ​ ກັນ​ຂອງ​ສະ​ຫະ​ລັດຕໍ່​ຢູ​ເຄ​ຣນ ຫຼາຍ​ເຖິງ 1 ພັນ​ລ້ານ​ໂດ​ລາເພື່ອ​ສະ​ໜັບ​ສະ​ໜຸນການ​ປະ​ຕິ​ຮູບ​ເສດ​ຖະ​ກິດ ແລະ​ການ​ສືບ​ຕໍ່​ພົວ​ພັນ​ກັບ​ອົງ​ການກອງ​ທຶນ​ສາ​ກົນ ​ຫຼື
IMF. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ຂໍ້​ສະເໜີນີ້ ປະ​ກອບ​ກັບ​ການ​ເປັນ​ພາ​ຄີ​ ລະ​ຫວ່າງ​ຢູ​ເຄ​ຣນ ອົງ​ການ IMF ສະ​ຖາ​ບັນ​ການ​ເງິນ​ລະ​ຫວ່າງ​ປະ​ເທດ​ອື່ນໆ ກຸ່ມ​ຈີ 7 ​ຕະ​ຫຼອດ​ທັງບັນ​ດາຜູ້​ໃຫ້​ການ​ບໍ​ລິ​ຈາກ​ 2 ​ຝ່າຍ​ອື່ນໆ ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ຢູ​ເຄ​ຣນ ການ​ເຕີບ​ໂຕ ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ ທ່າມ​ກາງ ​ທີ່​ປະ​ເຊີນ​ໜ້າ​ກັບຮຸກ​ຮານ​ຂອງ​ຣັດ​ເຊຍ.”

ລະ​ຫວ່າງ​ປີ 2014 ຫາ 2016 ສະ​ຫະ​ລັດ ​ໄດ້​ໃຫ້​ການ​ຄ້ຳ​ປະ​ກັນ​ແກ່​ການ​ກູ້​ຢືມ​ຂອງ​ລັດ​ຖະ​ບານ​ຢູ​ເຄ​ຣນ​ ໃນ​ມູນ​ຄ່າ 1 ພັນ​ລ້ານ​ໂດ​ລາ 3 ເທື່ອ​ດ້ວຍ​ກັນ ​ໂດຍຄ້ຳ​ປະ​ກັນ​ວ່າ ຜູ້​ໃຫ້​ເງິນ​ກູ້​ຈະ​ໄດ້​ຮັບ​ການ​ຈ່າຍ​ເງິນ​ຄືນ ຫຼັງ​ຈາກ​ຣັດ​ເຊຍ​ເລີ້ມ​ການຢຶດ​ຄອງ​ແຫຼມ​ໄຄ​ຣ​ເມຍ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນກ່າວ​ວ່າ “ເງິນ​ກູ້​ທີ່​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ເຫຼົ່າ​ນີ້ ມີ​ບົດ​ບາດ​ສຳ​ຄັນ ​ໃນ​ການ​ຊ່ວຍ​ຢູ​ເຄ​ຣນ ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ ໃນ​ການ​ສ້າງ​ສະ​ຖຽນ​ລະ​ພາບທາງ​ດ້ານ​ເສດ​ຖະ​ກິດ ທ່າມ​ກາງການ​ຮຸກ​ຮານ​ໃນ​ເທື່ອ​ກ່ອນ​ຂອງ​ຣັດ​ເຊຍ ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ທີ່ກ້າ​ຫານ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ການ​ຮ່ວມ​ມື​ກັບ​ອົງ​ການ
ກອງ​ທຶນ IMF.”

ສະ​ຫະ​ລັດ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ ໃນ​ດ້ານ​ການ​ພັດ​ທະ​ນາຫຼາຍກວ່າ 2 ພັນ​ລ້ານ​ໂດ​ລາໃຫ້​ແກ່​ຢູ​ເຄ​ຣນ ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ. ນອກນັ້ນລັດ​ຖະ​ບານສະ​ຫະ​ລັດ​ຍັງ​ໄດ້​ເຮັດ​ວຽກ ເພື່ອ​ຊຸກ​ຍູ້​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ຮ່ວມ​ ທາງ​ດ້ານ​ການ​ຄ້າ​ໂດຍບໍ​ລິ​ສັດ​ຕ່າງໆ​ຂອງ​ສະ​ຫະ​ລັດໃນ​ທຸກໆ​ຂະ​ແໜງ​ການ​ຂອງ​ເສດ​ຖະ​ກິດ​ຢູ​ເຄ​ຣນ.

ທະ​ນາ​ຄານ​ຂາ​ອອກ-ຂາ​ເຂົ້າ​ຂອງ​ສະ​ຫະ​ລັດ ມີ​ຄວາມ​ຕັ້ງ​ໃຈ​ ທີ່​ຈະ​ກະ​ກຽມ​ເງິນ​ຫຼາຍ​ເຖິງ 3 ພັນ​ລ້ານ​ໂດ​ລາເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຊື້​ສິນ​ຄ້າແລະ ບໍ​ລິ​ການຂອງສະ​ຫະ​ລັດ ສຳ​ລັບ​ໂຄງ​ການ​ຕ່າງໆ​ໃນ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ບໍ​ລິ​ສັດ​ການ​ເງິນ​ເພື່ອ​ການ​ພັດ​ທະ​ນາລະ​ຫວ່າງ​ປະ​ເທດຂອງ​ສະ​ຫະ​ລັດທຳ​ການ​ລົງທຶນຢູ່​ໃນ​ຢູ​ເຄ​ຣນ ປະມານ 800 ລ້ານ​ໂດ​ລາ ຢູ່​ໃນ 10 ກວ່າ​ໂຄງ​ການ​ທີ່ນັ້ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ກ່າວ​ວ່າ ສ​ະ​ຫະ​ລັດ “ຈະ​ສືບ​ຕໍ່​ຊອກ​ຫາ​ຊ່ອງ​ທາງ​ເພື່​ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຢູ​ເຄ​ຣນ ແລະ​ປະ​ເທດ​ຊົນ​ຂອງ​ປະ​ເທດດັ່ງ​ກ່າວ” ຮັບ​ມື​ກັບ​ໄພ​ອັນ​ຕະ​ລາຍ​ທີ່​ຈະ​ແຈ້ງ ແລະ​ຍັງ​ມີ​ຢູ່ ໃນ​ການ​ຮຸກ​ຮານ​ຂອງປະ​ເທດ​ຣັດ​ເຊຍ.

XS
SM
MD
LG