Accessibility links

Breaking News

ບົດບັນນາທິການ: ສະຫະລັດ ແລະພັນທະມິດ ລົງໂທດຣັດເຊຍ ຍ້ອນໂຈມຕີຢູເຄຣນ


ຜູ້​ຄົນ​ເຂົ້າ​ແຖວ ເພື່ອ​ຖອນ​ເງິນ​ຈາກ ATM ຂອງ​ທະ​ນາ​ຄານ Alfa ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັ​ດ​ເຊຍ ເມື່ອ​ວັນ​ທີ 27 ກຸມ​ພາ 2022.
ຜູ້​ຄົນ​ເຂົ້າ​ແຖວ ເພື່ອ​ຖອນ​ເງິນ​ຈາກ ATM ຂອງ​ທະ​ນາ​ຄານ Alfa ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັ​ດ​ເຊຍ ເມື່ອ​ວັນ​ທີ 27 ກຸມ​ພາ 2022.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 24 ກຸມ​ພາ​ຜ່ານ​ມານີ້ ຣັດ​ເຊຍໄດ້ເລີ້ມ​ການ​ບຸກ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ທີ່​ຮ້າຍ​ແຮງຕໍ່​ຢູ​ເຄ​ຣນ ຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານທີ່​ມີ​ຂະໜາດນ້ອຍກວ່າ​ຂອງ​ຕົນ. ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດທ່ານ​ໂຈ ໄບ​ເດັນ ກ່າວ​ວ່າ “ກອງ​ທັບ​ຣັດ​ເຊຍໄດ້​ເລີ້ມບຸກ​ໂຈມ​ຕີ​ ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນຕໍ່​ປະ​ຊາ​ຊົນ​ຊາວ ຢູ​ເຄ​ຣນໂດຍ​ປາ​ສະ​ຈາກ​ການ​ທ້າ​ທາຍ​ເກາະ​ຜິດ​ ປາ​ສະ​ຈາກ​ເຫດ​ຜົ​ນ​ສະ​ໜັບ​ສະໜຸນ ປາ​ສະ​ຈາກ​ຄວາມ​ຈຳ​ເປັນ. ນີ້​ແມ່ນ​ການ​ໂຈມ​ຕີ​ທີ່​ຕັ້ງ​ໃຈ​ໄວ້​ລ່ວງ​ໜ້າ​ແລ້ວ.”

“ປູ​ຕິນ​ແມ່ນ​ຜູ້​ຮຸກ​ຮານ. ປູ​ຕິນ​ແມ່ນ​ຜູ້​ເລືອກເຮັດ​ສົງ​ຄາມນີ້ ແລະ​ເວ​ລານີ້​ລາວ​ເອງແລະ​ປະເທດ​ຂອງ​ລາວ​ຈະ​ຮັບ​ຜົນ​ທີ່​ຕິດ​ຕາມ​ມາ. ມື້ນີ້ ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ການ​ອະ​ນຸ​ມັດ​ໃນການ​ລົງ​ໂທດຢ່າງ​ແຮງ​ຕື່ມ ແລະ​ມາດ​ຕະ​ການ​ຈຳ​ກັດ​ຮັດ​ແຄບ​ໃໝ່ ຕໍ່​ອັນ​ທີ່ສາ​ມາດ​ສົ່ງ​ອອກ​ໄປ​ຍັງ​ຣັດ​ເຊຍ. ນີ້​ຈະ​ເປັນ​ການ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຕໍ່ເສດ​ຖະ​ກິດ​ຂອງ​ຣັດ​ເຊຍ ທັງ​ໃນ​ທັນ​ທີແລະ​ໃນ​ໄລ​ຍະ​ຍາວ. ພວກ​ເຮົາ​ໄດ້​ອອກ ​ແບບ ໂດຍ​ເຈດ​ຕະ​ນາ ແນ​ການ​ລົງ​ໂທດ​ເຫຼົ່າ​ນີ້ ໃຫ້​ສ້າງ​ຜົນ​ກະ​ທົບ​ໜັກ​ທີ່​ສຸດ​ໃນໄລ​ຍະ​ຍາວ​ຕໍ່​ຣັດ​ເຊຍ ແລະ​ມີ​ຜົນ​ກະ​ທົບ​ໜ້ອ​ຍ​ທີ່​ສຸດ​ຕໍ່​ສະ​ຫະ​ລັດແລະ​ພັນ​ທະ​ມິດຂອງ​ພວກ​ເຮົາ.”

ສະ​ຫະ​ລັດ​ ພ້ອມ​ດ້ວຍ​ພັນ​ທະ​ມິດ​ຫຼາຍໆ​ປະ​ເທດ ແລະ​ພາ​ຄີ ໄດ້​ທຳ​ການ​ລົງ​ໂທດ​ຢ່າງ​ເຕັມ​ອັດ​ຕາ ປິດກັ້ນ​ສະ​ຖາ​ບັນ​ການ​ເງິນ​ທີ່​ໃຫຍ່​ສຸດ 10 ສະ​ຖາ​ບັນ​ຂອງ​ຣັດ​ເຊຍ ຊຶ່ງ​ຮວມ​ກັນ​ແລ້ວ ແມ່ນ​ມີ​ຊັບ​ສິນ​ເກືອບ 80 ເປີ​ເຊັນ​ຂອງ​ພາກ​ສ່ວນ​ທະ​ນາ​ຄານ​ຣັດ​ເຊຍ.

“ພວກ​ເຮົາ​ຈະ​ຈຳ​ກັດ​ຄວາມ​ສາ​ມາດ​ໃນ​ການ​ເຮັດ​ທຸ​ລະ​ກິດຂອງ​ຣັດ​ເຊຍ ​ດ້ວຍ​ເງິນ​ໂດ​ລາ ເງິນ​ຢູ​ໂຣ ເງິນ​ປອນ ແລະ​ເງິນ​ເຢນ ອັນ​ເປັນ​ສ່ວນ​ນຶ່ງ​ ຂອງ​ເສດ​ຖະ​ກິດ​ໂລກ. ພວກ​ເຮົາ​ຈະ​ຈຳ​ກັດ​ ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ​ ໃນ​ການ​ເຮັດ​ສິ່ງນັ້ນ. ພວກ​ເຮົາຂັດ​ຂວາງ ​ຕໍ່​ຄວາມ​ສາ​ມາດ​ໃນ​ການ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ ແລະ​ການ​ເຕີບ​ໂຕ​ຂອງກອງ​ທັບ​ຣັດ​ເຊຍ. ພວກ​ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ສາ​ມາດ​ໃນ​ການ​ແຂ່ງຂັນ​ດ້ານ​ເສດ​ຖະ​ກິດ​ຮາຍ​ເທັ​ກ ຂອງ​ສັດ​ຕະ​ວັດ​ທີ 21 ​ອ່ອນ​ແອ​ລົງ ຊຶ່ງ​ຜົນ​ກະທົບ​ທີ່​ແຮງ​ສຸດ​ຈຳ​ນວນ​ນຶ່ງ ໃນ​ການ​ລົງ​ໂທດ​ຂອງ​ພວກ​ເຮົາ ຈະ​ມີ​ຂຶ້ນ ໂດຍ​ໃຊ້​ເວລາ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ສະ​ກັດ​ກັ້ນບໍ່​ໃຫ້​ຣັດ​ເຊຍ​ເຂົ້າ​ເຖິງ​ການ​ເງິນ​ແລະ​ເທັກ​ໂນໂລ​ຈີ​ສຳ​ລັບ​ພາກ​ສ່ວນ​ດ້ານ​ຍຸດ​ທະ​ສາດ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ສາ​ມາດ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ ​ສຳ​ລັບ​ຫຼາຍໆ​ປີ​ຕໍ່​ໜ້າ. ລະ​ຫວ່າງ​ການ​ເອົາ​ບາດ​ກ້າວ​ຂອງ​ພວກ​ເຮົາ ຂອງ​ປະ​ເທດ​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ​ນັ້ນ ພວກ​ເຮົາ​ກະ​ປະ​ມານ​ວ່າ ຈະ​ຕັດ​ການ​ນຳ​ເຂົ້າ​ດ້ານ​ຮາຍ​ເທັກ​ຂອງ​ຣັດ​ເຊຍ ລົງ​ເຫຼືອ​ພຽງ
ແຕ່​ເຄິ່ງ​ນຶ່ງ.”

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກ່າວ​ຕື່ມ​ວ່າ “ມັນ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ສາ​ມາດ​ຂອງ​ພວກ​ເຂົາໃນ​ການ​ສືບ​ຕໍ່​ປັບ​ປຸງກອງ​ທັບ​ໃຫ້​ທັນ​ສະ​ໄໝ. ມັນ​ຈະ​ສ້າງຄວາມ​ເຊື່ອມ​ເສຍ​ໃຫ້​ແກ່​ອຸດ​ສາ​ຫະ​ກຳປ້ອງ​ກັນ​ປະ​ເທດ​ ອະ​ວະ​ກາດ​ແລະ​ການເດີນ​ເຮືອ​ທາງ​ທະ​ເລຂອງ​ພວກ​ເຂົາ ແລະ​ມັນ​ຈະ​ມີ​ຜົນ​ກະ​ທົບ​ຢ່າງ​ໜັກ​ຕໍ່​ຍຸດ​ທະ​ສາດໄລ​ຍະ​ຍາວ​ໃນ​ຄວາມ​ມັກ​ໃຫຍ່​ໄຝ່​ສູງ​ຂອງ​ປູ​ຕິນ.”

“ທາງ​ເລືອກ​ຂອງ​ປູ​ຕິນ​ທີ່​ເຮັດ​ສົງ​ຄາມ​ແບບ​ບໍ່​ມີ​ເຫດ​ຜົນ​ຢ່າງ​ສິ້ນ​ເຊີງ​ຕໍ່​ຢູ​ເຄ​ຣນ​ຈະ​ເຮັດ​ໃຫ້​ຣັດ​ເຊຍ​ອ່ອນ​ແອ​ລົງ​ ແລະ​ໂລກແຂງ​ແຮງກວ່າ​ເກົ່າ” ນັ້​ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ. “ສິດ​ເສ​ລີ​ພາບ ປະ​ຊາ​ທິ​ປ​ະ​ໄຕ ກຽດ​ສັກ​ສີ​ຂອງ​ມະ​ນຸດ​ສິ່ງ​ເຫຼົ່າ​ນີ້​ແມ່ນ​ກຳ​ລັງ​ທີ່​ເຂັ້ມ​ແຂງກວ່າ​ຄວາມ​ຢ້ານ​ກົວ ແລະ​ການ​ກົດ​ຂີ່. ມັນ​ບໍ່​ສາ
ມາດ​ທີ່​ຈະ​ດັບ​ມອດ ໂດຍ​ຈອມ​ຜະ​ເດັດ​ການ ​ເຊັ່ນ​ປູ​ຕິນ ​ແລະ​ກອງ​ທັບ​ຂອງ​ລາວ. ມັນບໍ່​ສາ​ມາດ​ທີ່​ຈະ​ລຶບ​ລ້າງ​ອອກ​ໄປ​ຈາກ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ແລະ​ຄວາມ​ຫວັງ​ໂດຍ​ປະ​ລິ​ມານ​ໃນ​ການ​ກໍ່ຄວາມ​ຮຸນ​ແຮງ​ ແລະ​ການ​ຂົ່ມ​ຂູ່. ມັນ​ຈະ​ຄົງ​ທົນ​ຢູ່​ທີ່ນັ້ນ​ຕະ​ຫຼອດ​ໄປ.”

XS
SM
MD
LG