Accessibility links

Breaking News

ບົດບັນນາທິການ: ຫຼາຍໆປະເທດ ປະນາມການທົດລອງລູກສອນໄຟ ຂອງ ສປປ ເກົາຫຼີ


ຜູ້​ຄົນ​ເບິ່ງ​ໂທ​ລະ​ພາບ ຂ່າວ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 27 ກຸມ​ພາ 2022.
ຜູ້​ຄົນ​ເບິ່ງ​ໂທ​ລະ​ພາບ ຂ່າວ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 27 ກຸມ​ພາ 2022.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

​ສ​ປ​ປ ເກົາ​ຫຼີ​ ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ຄັ້ງ​ທີ 10 ​ໃນ​ປີນີ້ ເມື່ອ​ວັນ​ທີ 27 ກຸມ​ພາ​ຜ່ານ​ມາ ຊຶ່ງ​ອີກ​ເທື່ອ​ນຶ່ງ ເປັນ​ການ​ລະ​ເມີດ​ຕໍ່​ມະ​ຕິ​ຫຼາຍໆສະ​ບັບ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ສະ​ຫະ​ລັດ ພ້ອມ​ກັບປະ​ເທດ​ອື່ນໆ​ອີກ 10 ປະ​ເທດໄດ້​ປະ​ນາມ “ດ້ວຍ​ຄຳ​ເວົ້າ​ທີ່​ແຮງສຸດ” ຕໍ່​ການກະ​ທຳ​ຂອງ ສ​ປ​ປ ເກົາ​ຫຼີ ນັ້ນ​ວ່າ “ຜິດ​ກົດ​ໝາຍ​ແລະ​ທຳ​ລາຍ​ສະ​ຖຽນ​ລະ​ພາບ.”

ເຈົ້າ​ໜ້າ​ທີ່ຍີ່​ປຸ່ນ ​ແລະສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ລາຍ​ງານ​ວ່າ ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາ​ຫຼີ ໄດ້​ຍິງ​ໄປ​ໄກກວ່າ​ 300 ກິ​ໂລ​ແມັດ ​ແລະ​ສູງ​ເຖິງ 600 ກິ​ໂລ​ແມັດ ກ່ອນ​ຈະ​ຕົກ​ລົງ​ໃສ່​ທະ​ເລ ລະ​ຫວ່າງ​ປະ​ເທດເກົາ​ຫຼີ ແລະ​ຍີ່​ປຸ່ນ.

ກິດ​ຈະ​ກຳ​ດັ່ງ​ກ່າວນີ້ ແມ່ນ​ໄດ້​ຖືກ​ຫ້າມ​ໂດຍ​ມ​ະຕິ​ຕ່າງໆ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ໃນ​ຖະ​ແຫຼງ​ການ​ຮ່ວມ​ຂອງ 11 ປະ​ເທດກ່ຽວ​ກັບ​ການ​ທົດ​ລອງ​ຂອງ ສ​ປ​ປ ເກົາ​ຫຼີນັ້ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຈັ​ຟ ດີ​ລໍ​ເຣັນ​ຕິ​ສ ທີ່​ປຶກ​ສາ​ອະ​ວຸ​ໂສ​ທາງ​ດ້ານການເມືອງ​ ປະ​ຈຳ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ ​ທີ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ທຸກໆ​ປະ​ເທດ ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ “​ໃຫ້ເວົ້າ​ເປັນ​ສຽງ​ດຽວ​ກັນ ເພື່ອປະ​ນາມ ຕໍ່​ການ​ກະ​ທຳ ​ທີ່​ເປັນອັນ​ຕະ​ລາຍ ​ແລະຜິດ​ກົດ​ໝາຍ​ເຫຼົ່າ​ນີ້. ອາ​ລ​ບາ​ເນຍ ບ​ຣາ​ຊີ​ລ ຝ​ຣັ່ງ ໄອ​ຣ໌​ແລນ ຍີ່​ປຸ່ນ ນໍ​ເວ

​ສະຫະຣາ​ຊະ​ອາ​ນາ​ຈັກ ແລະ​ສະ​ຫະ​ລັດ ກ່ອນ​ໜ້ານີ້​ເຄີຍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ ຢ່າງ​ຈະ​ແຈ້ງ ແລະບໍ່​ມີ​ຄວາມ​ຄຸມ​ເຄືອ​ ໃດໆມາ​ແລ້ວ. ການ ​ປະ​ນາມ​ເປັນ​ສຽງ​ດຽວ​ກັນຕໍ່​ການ​ກະ​ທຳ​ຂອງ ສ​ປ​ປ ເກົາ​ຫຼີ​ແມ່ນ​ເພີ້ມ​ທະ​ວີ​ຂຶ້ນນຳ​ນັບ​ມື້” ນັ້ນ​ຄື​ຄຳ​ເວົ້າ​ ຂອງ​ທ່ານດີ​ລໍ​ເຣັນ​ຕິ​ສທີ່​ໄດ້​ກ່າ​ວ​ໄວ້ ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ມາ​ຮອດມື້ນີ້ ກໍ​ມີອອ​ສ​ເຕ​ຣ​ເລຍ ນິວ​ຊີ​ແລນ ແລະ​ ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ເຂົ້າ​ຮ່ວມ​ນຳ​ດ້ວຍ.”

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ທຸກໆ​ປະ​ເທດ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ເຕັມ ທຸ​ກ​ໆມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ທີ່​ພົວ​ພັນ​ກັບ ສ​ປ​ປ ເກົາ​ຫຼີ. ມະຕິຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງເຫຼົ່າ​ນີ້ ຍັງ​ຜູກ​ມັດ ​ໃຫ້ ສ​ປ​ປ ເກົາ​ຫຼີ ປະ​ຖິ້ມ​ໂຄງການ​ອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຢ່າງ​ສິ້ນ​ເຊີງ ແລະ​ໃນ​ວິ​ທີ​ທີ່ກວດ​ສອບ​ໄດ້ແລະ​ຕ່າວ​ປີ້ນ​ຄືນ​ບໍ່​ໄດ້. ການ​ລົງ​ໂທດ​ຂອງ​ລະ​ຫວ່າງເທດ​ຕໍ່​ອຳ​ນາດ​ການ​ປົກ​ຄອງ​ເກົາ​ຫຼີ​ເໜືອ ແມ່ນ​ເປັນ​ເຄື່ອງ​ມື​ອັນ​ສຳ​ຄັນ​ເພື່ອ​ແກ້​ໄຂໄພ​ຂົ່ມ​ຂູ່​ນີ້ ຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ລະ​ຫວ່າງ​ປະ​ເທດ.”

ສະ​ຫະ​ລັດ ແລະ ສ​ປ​ປ ເກົາ​ຫຼີ ບໍ່​ໄດ້​ມີ​ການ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ ​ມາ​ໄດ້ ​ດົນ​ກວ່າ 2 ປີແລ້ວ ແຕ່​ສະ​ຫະ​ລັດ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ຕົ​ນ​ພ້ອມ​ແລ້ວ​ທີ່​ຈະ​ທຳ​ການ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ຢ່າງ​ຈິງ​ຈັງ ແລະ​ຍືນ​ຍົງ ກັບພຽງ​ຢາງ.

ເອກ​ອັກ​ຄະ​ລັດ​ຖະ​ທູດດີ​ລໍ​ເຣັນ​ຕິ​ສ ໄດ້​ຮຽກ​ຮ້ອງ​ອີກ​ເທື່ອ​ນຶ່ງ ໃຫ້ ສ​ປ​ປ ເກົາ​ຫຼີເລືອກ​ເອົາເສັ້ນ​ທາງ ທາງ​ດ້ານ​ການ​ທູດ ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ ຢູ່​ໃນ​ຂົງ​ເຂດ ແລະ​ຊຸກ​ຍູ້​ໃຫ້​ມີ​ສັນ​ຕິ​ພາບ​ ແລະ​ຄວາ​ມ​ໝັ້ນ​ຄົງລະ​ຫວ່າງ​ປະ​ເທດ. ພ​ວກເຮົາ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ພົວ​ພັນ” ນັ້ນ​ຄື​ການ​ປະ​ກາດ​ຂອງ​ທ່ານ “ແລະ​ພວກ​ເຮົາ​ຈະ​ບໍ່ມີ​ຄວາມຫວັ່ນ​ໄຫວ ​ໃນ​ການ​ຊອກ​ສະ​ແຫວງຫາ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພວກ​ເຮົາ.”

XS
SM
MD
LG