Accessibility links

Breaking News

ບົດບັນນາທິການ: ປູຕິນ ຄຳນວນຜິດພາດ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າ​ວ​ຄຳ​ປາ​ໄສ​ຕໍ່​ລັດ​ຖະ​ສະ​ພາ ຄົບ​ຄະ​ນະ ແລະ​ປ​ະ​ເທດ​ຊາດ ທີ່​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນ​ະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 1 ມີ​ນາ 2022.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າ​ວ​ຄຳ​ປາ​ໄສ​ຕໍ່​ລັດ​ຖະ​ສະ​ພາ ຄົບ​ຄະ​ນະ ແລະ​ປ​ະ​ເທດ​ຊາດ ທີ່​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນ​ະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 1 ມີ​ນາ 2022.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອ​ວັນ​ທີ 14 ກຸມ​ພາ​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ວ​ລາ​ດີ​ເມຍ ປູ​ຕິນ ໄດ້​ສັ່ງ​ໃຫ້​ກຳ​ລັງ​ທະ​ຫານ ແລະ​ໜ່ວຍ​ສື​ບ​ລັບ​ຣັດ​ເຊຍ ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ. ປູ​ຕິນ​ຄຳ​ນວນ​ວ່າ ກ​ອງ​ທັບ​ຣັດ​ເຊຍ ອີກ​ຄັ້ງ​ນຶ່ງ​ສາ​ມາດ​ບຸກ​ຂ້າມຊາຍ​ແດນ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ໂດຍ​ຈະ​ໄດ້​ຮັບ​ການ​ຕ້ອງ​ຕິ​ພຽງ​ເລັກ​ນ້ອຍ ບໍ່​ເຖິງຂັ້ນ​ຖືກ​ໂລກ​ປະ​ນາມ ເຖິງ​ແມ່ນ​ສະ​ຫະ​ລັດ ​ປະ​ເທດພັນ​ທະ​ມິດ ແລະ​ພາ​ຄີ​ໄດ້​ສັນ​ຍາ​ໄວ້ແລ້ວ​ວ່າ ຈະ​ມີ​ຜົນ​ທີ່​ຕິດ​ຕາມ​ມາ​ຢ່າງວ່ອງ​ໄວ​ແລະ​ຮ້າຍ​ແຮງ ແລະ​ຫຼັງ​ຈາກ​ທີ່​ໄດ້ມີ​ການ​ດຳ​ເນີນ​ຄ​ວາມ​ພະ​ຍາ​ຍາມ​ທາງ​ດ້ານ​ການ​ທູດ​ຢ່າງ​ຂຸ້ນ​ຂ້ຽວ ເພື່ອ​ຫາ​ລື​ກ່ຽວກັບ​ຄວາມ​ວິ​ຕົກ​ກັງ​ວົນ ​ໃນ​ດ້ານ​ຄວາມ​ປອດ​ໄພ​ຂອ​ງ​ຣັດ​ເຊຍ. ປູ​ຕິນ​ໄດ້ຄຳ​ນວນ​ຜິດ​ພ​າດ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ໃນ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ແລະ​ປະ​ເທດ​ຊາດ ເມື່ອ​ວັນ​ທີ 1 ມີ​ນາ​ຜ່ານ​ມານີ້​ວ່າ “ວ​ລາ​ດີ​ເມຍ ປູ​ຕິນ ໄດ້​ຊອກ​ຫາ​ທາງ​ທີ່​ຈະ​ເຮັດ​ໃຫ້ພື້ນ​ຖານ​ຂອງ​ໂລກ​ເສ​ລີ​ສັ່ນ​ຄອນ ໂດຍ​ຄິດ​ວ່າ​ລາວ​ສາ​ມາດ​ເຮັດ​ໃຫ້​ມັນ​ປ່ຽນ​ແປງໄປຕາມ​ວິ​ທີ​ທີ່​ລາວ​ໄດ້​ຂົ່ມ​ຂູ່. ແຕ່​ລາວ​ໄດ້​ຄຳ​ນວນ​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ. ລາວຄິດ​ວ່າ​ ລາວສາ​ມາດ​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣ​ນ ແລະ​ໂລກ​ກໍ​ຈະ​ຢຸດ​ເຊົາ​ການ​ຕ້ານ​ຢັນ. ລາວ​ຄິດ​ວ່າ​ປະ​ເທດ​ຕາ​ເວັນ​ຕົກແລະ​ອົງ​ການ​ເນ​ໂຕ້ຈະ​ບໍ່​ຕອບ​ໂຕ້​ຄືນ ແລະ ​ລາວຄິດ​ວ່າ ລາວ​ສາ​ມາດ​ແບ່ງ​ແຍກ​ພວກ​ເຮົາ ​ຢູ່​ໃນ​ປະ​ເທດ​ຂອງ​ເຮົາ​ໄດ້. ປູ​ຕິນ ​ແມ່ນຜິດພາດ​ໃນ​ເລື້ອງນີ້. ພວກ​ເຮົາ​ແມ່ນ​ພ້ອມ​ແລ້ວ.”

“ພວກ​ເຮົາ​ໄດ້​ກະ​ກຽມ​ແບບ​ຮອບ​ດ້ານ​ແລະ​ຢ່າງ​ລະ​ມັດ​ລະ​ວັງ. ພວກ​ເຮົາ​ໄດ້​ໃຊ້​ເວ​ລາ​ຫຼາຍໆ​ເດືອນ ເພື່ອ​ສ້າງ​ຕັ້ງ​ແນວ​ໂຮມ ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຮັກ​ຫອມ​ສິດ​ເສ​ລີ​ພາບ ນັບ​ແຕ່​ຢູ​ໂຣບ ​ຫາ​ອາ​ເມ​ຣິ​ກາຕະ​ຫຼອດທັງ​ເອ​ເຊຍ​ແລະ​ອາ​ຟ​ຣິ​ກາ​ເພື່ອປະ​ ເຊີນ​ໜ້າ​ກັບ​ປູ​ຕິນ.”

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກ່າວ​ວ່າ “ພວກ​ເຮົາ​ໄດ້​ແຈ້ງ​ໃຫ້​ໂລກ​ຮູ້​ລ່ວງ​ໜ້າ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຮົາ​ຮູ້​ວ່າ ປູ​ຕິນ​ວາງ​ແຜນ​ຈະ​ເຮັດ​ຫຍັງ ແລະຮູ້​ຢ່າງ​ຄັກ​ແນ່​ວ່າລາວ​ຈະ​ພະ​ຍາ​ຍາມນຳ​ເອົາ​ເຫດ​ຜົນ​ທີ່​ຜິດໆ​ເພື່ອ​ມາ​ສະ​ໜັບ​ສະ​ໜຸນ​ການ​ຮຸກ​ຮານ​ຂອງ​ລາວ​ແບບ​ໃດ. ພວກ​ເຮົາ​ໄດ້​ຕອບ​ໂຕ້ ​ຕໍ່​ການ​ຕົວະ​ລ່າຍ​ຂອງ​ຣັດ​ເຊຍ ​ດ້ວຍ​ຄວາມ​ຈິງ ແລະ​ເວ​ລານີ້ ລາ​ວ​ໄດ້​ດຳ​ເນີນ​ການ​ໄປ​ແລ້ວ ແລະ ​ໂລກ​ເສ​ລີ​ຖື​ວ່າ​ລາວ​ເປັນ​ຜູ້​ຮັບ​ຜິດ​ຊອບ.

“ພວກ​ເຮົາ​ໄດ້​ຕັດ​ທະ​ນາ​ຄານ ​ທີ່​ໃຫຍ່ໆ​ຂອງ​ຣັດ​ເຊຍ ອ​ອກ​ຈາ​ກ​ລະ​ບົບ​ການ​ເງິນ​ຂອງ​ໂລກ. ປ້ອງ​ກັນ​ບໍ່​ໃຫ້​ທະ​ນາ​ຄານ​ກາງ​ຂອງ​ຣັດ​ເຊຍ ປົກ​ປ້ອງ​ເງິນ​ຣູ​ເບີ​ຂອງຣັດ​ເຊຍ​ໄດ້ ເຮັດ​ໃຫ້ ‘ກອງ​ທຶນ​ສົງ​ຄາມ” ໃນ​ມູນ​ຄ່າ 630 ພັນ​ລ້ານ​ຂອງ​ປູ​ຕິນ​ບໍ່ມີ​ລາ​ຄາ​ຫຍັງ​ເລີຍ. ພ​ວກ​ເຮົາ​ໄດ້​ຕັດ​ຂາດ​ບໍ່​ໃຫ້​ຣັດ​ເຊຍ​ເຂົ້າ​ເຖິງ​ເທັກ​ໂນ​ໂລ​ຈີ ທີ່​ຈະ​ຊ່ວຍຫຼໍ່​ລ້ຽງ​ໃຫ້​ເສດ​ຖະ​ກິດ​ເຂັ້ມ​ແຂງ ແລະ​ເຮັດ​ໃຫ້​ກອງ​ທັບ​ຂອງ​ປະ​ເທດ​ອ່ອນແອ​ລົງ​ໃນ​ຊຸມ​ປີ​ຕໍ່​ໜ້າ.”

ພວກ​ເຮົາ​ໄດ້​ປິດ​ເຂດ​ນ່ານ​ຟ້າ​ຂອງ​ອາ​ເມ​ຣິ​ກາ​ ຕໍ່​ທຸກ​ໆ​ຖ້ຽວ​ບິນ​ຂອງ​ຣັດ​ເຊຍ ສ້າງ​ຄວາມ​ໂດດ​ດ່ຽວ​ໃຫ້​ແກ່​ຣັດ​ເຊຍ​ຂຶ້ນ​ຕື່ມແລະ​ກົດ​ດັນເສດ​ຖະ​ກິດ​ຂອງ​ພວ​ກ​ເຂົາໃຫ້ ​ໜັກ​ຂຶ້ນກວ່​າ​ເກົ່າ. ພວກ​ເຮົາ​ແນ​ໃສ່​ພວກ​ທີ່​ຮັ່ງ​ມີແລະ​ພວກ​ຜູ້​ນຳ​ທີ່​ສໍ້​ລາດ​ບັງ​ຫຼວງ​ຊາວ​ຣັດ​ເຊຍຫຼັງ​ຈາກ​ພວກ​ເຂົາ​ໄດ້​ຮັ່ງ​ມີ​ເປັນ​ດີ​ຍ້ອນ​ການ​ກະ​ທຳ​ທີ່​ບໍ່​ຖືກ​ຕ້ອງ ແລະໃນ​ຂະ​ນະ​ດຽວ​ກັນ ພວກ​ເຮົາ​ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຊາວ​ຢູ​ເຄ​ຣນ ໃນ​ຂະ​ນະທີ່​ພວກ​ເຂົາ​ເຈົ້າ​ໄດ້​ຕໍ່​ສູ້​ຕ້ານ​ຄືນ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍດ້ວຍ​ຄວາມ​ພິ​ລາດ​ອາດ​ຫານ.

“ຮ່ວມ​ກັນ​ກັບ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ​ແລ້ວ ພວກ​ເຮົາ​ພວມ​ສະ​ໜອງ​ ການ​ສະ​ໜັບສະ​ໜຸນ​ຕໍ່​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນໃນ​ການ​ຕໍ່​ສູ້​ເພື່ອ​ອິດ​ສະ​ຫຼະ​ພາບ​ຂອງ​ພວກ​ເຂົາ​ເຈົ້າ. ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ. ການ​ຊ່ວຍ​ເຫຼືອ​ທາ​ງ​ດ້ານ​ເສດ​ຖະ​ກິດ. ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ. ພວກ​ເຮົາ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໂດຍ​ກົງ 1 ຕື້​ໂດ​ລາ​ຕໍ່​ຢູ​ເຄ​ຣນ ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່ ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ປົກ​ປ້ອງ​ປະ​ເທດ​ຊາດ​ຂອງ​ພວກ​ເຂົາ​ເຈົ້າ​ແລະ​ຊ່ວຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພວກ​ເຂົາ​ເຈົ້າ.”

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນກ່າວ​ວ່າ “ໃນ​ຕະ​ຫຼອດ​ປະ​ຫວັດ​ສາດ​ຂອງ​ພວກ​ເຮົາ ພວກເຮົາ​ໄດ້​ຮຽນ​ຮູ້​ບົດ​ຮຽນ​ນີ້ ເວ​ລາ​ຈອມ​ຜະ​ເດັດ​ການ ​ບໍ່​ໄດ້​ຈ່າຍ​ຄ່າ​ຄວາມ​ເສຍ​ຫາຍ​ສຳລັບ​ການ​ຮຸກ​ຮານ​ຂອງ​ພວກ​ເຂົາ​ແລ້ວ ພວກ​ເຂົາ​ຈະ​ສ້າງ​ຄວາມ​ວຸ້ນ​ວາຍ​ຂຶ້ນ​ຕື່ມ ປູ​ຕິນ​ໄດ້ປ່ອຍໃຫ້​ມີ​ການ​ກໍ່​ຄວາມ​ຮຸນ​ແຮງ ​ແລະ​ຄວາມ​ສັບ​ສົນ​ວຸ້​ນ​ວາຍ​ຂຶ້ນ ແຕ່​ໃນ

​ຂະ​ນະ​ທີ່​ລາວອາດ​ຈະ​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ຢູ່​ໃນ​ສະ​ໜາມ​ລົບ ລາວ​ຈະ​ຕ້ອງ​ໄດ້​ຈ່າຍຄ່າ​ຊົດ​ໃຊ້​ທີ່​ມີ​ລາ​ຄາ​ແພງ ໃນ​ໄລ​ຍະ​ຍາວ.”

XS
SM
MD
LG