Accessibility links

Breaking News

ບົດບັນນາທິການ: ຣັດເຊຍ ຕັ້ງໃຈແນເປົ້າໝາຍໂຈມຕີໃສ່ພົນລະເຮືອນ


ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການບຸກ​ໂຈມ​ຕີ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ຍັງ​ດຳ​ເນີນ​ຕໍ່​ໄປ ເຮັດ​ໃຫ້​ມັນ​ມີ​ຄວາມ​ກະ​ຈ່າງ​ແຈ້ງ​ຕື່ມ​ຂຶ້ນ​ວ່າ ວ​ລາ​ດີ​ເມຍ ປູ​ຕິນ ​ພວມ​ພະ​ຍາ​ຍາມ​ສະ​ແດງ​ໃຫ້​ເຫັນວ່າ ມີ​ການ​ແນ​ເປົ້າ​ໝ​າຍ​ໃສ່​ພົນ​ລະ​ເຮືອນ​ຊາວ​ຢູ​ເຄ​ຣນ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ.

“ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ໄດ້​ຖືກ​ໂຮງ​ຮຽນ ໂຮງ​ໝໍ ແລະ​ຕຶກ​ອາ​ຄານ​ບ້ານ​ເຮືອນ ທີ່ຢູ່​ອາ​ໄສ. ພວກ​ເຂົາພວມທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ສຳ​ຄັນ ທີ່​ສະ​ໜອງ​ນ້ຳ​ໃ​ຫ້​ແກ່​ປະ​ຊາ​ຊົນ​ຫຼາຍໆ​ລ້ານ​ຄົນ ໃນ​ທົ່ວ​ປະ​ເທດ​ຢູ​ເຄ​ຣນ ແກັ​ສ ​ເພື່ອໃຫ້​ປະ​ຊາ​ຊົນ​ເຫຼົ່ານີ້​ບໍ່​ໃຫ້​ໜາວ​ຕາຍ​ຍ້ອນ​ອາ​ກາດ​ເຢັນ​ຈັດແລະ​ໄຟ​ຟ້າ. ລົດ​ເມ ລົດ​ຕ່າງໆ​ແລະ ລົດ​ໂຮງ​ໝໍ​ໄດ້​ຖືກ​ຍິງ​ທຳ​ລາຍ. ຣັດ​ເຊຍ​ໄດ້​ກະ​ທຳ​ສິ່ງ​ເຫຼົ່າ​ນີ້ ໃນ​ທຸກໆ​ວັນ ທົ່ວ​ປະເທດ​ຢູ​ເຄ​ຣນ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ກ່າວ​ວ່າ “ສິ່ງ​ເຫຼົ່າ​ນີ້ ບໍ່​ແມ່ນ​ເປົ້າ​ໝາຍ​ທາງ​ທະ​ຫານ ມັນ​ເປັນ​ບ່ອນ​ທີ່​ປະ​ຊາ​ຊົນ​ເຮັດ​ວຽກ ແລະ​ຄອ​ບ​ຄົວ​ ພັກ​ພາ​ອາ​ໄສ. ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ໄດ້​ສັງ​ຫານ​ພົນ​ລະ​ເຮືອນ​ຢ່າງ​ນ້ອຍ​ຫຼາຍ​ຮ້ອຍ​ຄົນ ຮວມ​ທັງ​ພວກ​ເດັກ​ນ້ອຍ ແລະ​ອີກ​ຫຼາຍ​ຮ້ອ​ຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ (ທ່ານ​ນາງ​ມີ ແຊ​ລ ບາ​ເຊີ​ແລັດ ຂ້າ​ຫຼວງ​ໃຫຍ່ ດ້ານ​ອົບ​ພະ​ຍົບ​ຂອງ​ສະ​ຫະປະ​ຊ​າ​ຊາດ) ກ່າວ​ວ່າ ທ່ານ​ນາ​ງ​ຄາ​ດ​ວ່າ ໂຕ​ເລກ​ທີ່​ແທ້​ຈິງນັ້ນ ແມ່ນ​ສູງກວ່າ​ນີ້​ຫຼາຍ​ຕໍ່.”

ເມື່ອ​ມີ​ການ​ຖາມ​ວ່າ ​ຣັດ​ເຊຍຈົງ​ໃຈ​ແນ​ເປົ້າ​ໝາຍ​ໃສ່​ພົນ​ລະ​ເຮືອນ​ແທ້​ບໍ ລັດ​ຖະ​ມົນ​ຕີບ​ລິງ​ເກັນ ກ່າວ​ວ່າ ທີ່​ຈິງ​ແລ້ວ ລາວ​ເຮັດ​ແທ້.

“ແນ່ນອນ ໃນ​ໄລ​ຍະ​ຜ່ານ​ມາ ພວກ​ເຮົາ​ໄດ້​ເຫັນ​ວ່າ ​ນຶ່ງ​ໃນວິ​ທີ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍກໍ​ຄື​ສ້າງ​ຄວາມ​ໂຫດ​ຮ້າຍ​ສຸດ​ຂີດ ໃນ​ການ​ພະ​ຍາ​ຍາມ​ທີ່​ຈະ​ຂົ່ມ​ຂວັນ ປະ​ຊາ​ຊົ​ນ​ຂອງ​ປະ​ເທດ​ໃດ​ປະ​ເທດ​ນຶ່ງ ແລະ​ນັ້ນ ​ຢ່າງ​ໜ້ອຍ​ແລ້ວ ​ແມ່ນ​ຮວມ​ທັງການ​ແນ​ເປົ້າ​ໝາຍ​ແບບ​ບໍ່​ເລືອກ​ໜ້າແລະ​ອາດ​ເປັນ​ການ​ຕັ້ງ​ໃຈ​ທີ່​ຈະ​ແນ​ເປົ້າ​ໝາຍ ແບບນັ້ນ​ເຊັ່ນ​ກັນ.”

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ຄັ້ງ​ທີ 49 ເມື່ອ​ວັນ​ທີ 1 ມີ​ນາ​ຜ່ານມ​ານີ້ ລັດ​ຖະ​ມົນ​ຕີບ​ລິງ​ເກັນ ກ່າວ​ວ່າ ປະ​ຊາ​ຄົມ​ຂອງ​ປະ​ເທດ​ຕ່າງໆ “ຕ້ອງ​ໄດ້​ສົ່ງ​ຂ່າວແບບ​ເດັດ​ດ່ຽວ​ແລະ​ເປັນ​ເອກ​ກະ​ພາບ​ກັນ​ວ່າ ປະ​ທາ​ນາ​ທິ​ບໍ​ດີປູ​ຕິນ​ຄວນ​ຈະ​ຢຸດ​ເຊົາ​ ຢ່າງ​ບໍ່​ມີ​ເງື່ອນ​ໄຂ ຕໍ່​ການ​ໂຈມ​ຕີ​ແບບ​ບໍ່​ມີ​ການ​ເກາະ​ຜິດແລະ​ຖອ​ນ​ທະ​ຫານ​ໃນ​ທັນ​ທີ ອອກ​ໄປ​ຈາກ​ຢູ​ເຄ​ຣນ.”

“ພວກ​ເຮົາ​ຕ້ອງ​ປະ​ນາມ ຢ່າງ​ໜັກ​ແໜ້ນ​ແລະ​ຢ່າງ​ຈະ​ແຈ້ງ ຕໍ່​ການ​ພະ​ຍາ​ຍາມ​ຂອງ​ຣັດ​ເຊຍທີ່​ຈະ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ທີ່​ໄດ້​ຖືກ​ເລືອກ​ຂຶ້ນ​ມາ​ແບບ​ປະ​ຊາ​ທິ​ປະໄຕ ​ພ້ອມ​ທັງ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ​ແລະ​ລະ​ເມີດ​ກົດ​ໝາຍ​ສາ​ກົນຢ່າງ​ຮ້າຍ ​ແຮງ ແລະ​ພວກ​ເຮົາ​ຕ້ອງ​ໄດ້​ເອົາ​ບາດ​ກ້າວ ເພື່ອ​ໃຫ້​ພວກ​ກໍ່​ການ ເປັນ​ຜູ້​ຮັບ​ຜິດ​ຊອບ.”

“ພວກ​ເຮົາ​ຕ້ອງ​ໄດ້​ເນັ້ນ​ຢ້ຳ​ເຖິງ​ພັນ​ທະ​ຂອງ​ຣັດ​ເຊຍ ເຖິງ​ແມ່ນ​ໃນ​ການ​ຮຸກ​ຮານ​ທີ່​ບໍ່​ຖືກ​ຕ້ອງກົດ​ໝາຍ​ຂອງ​ພວກ​ເຂົາ​ກໍ​ຕາມຕ້ອງ​ໃຫ້​ການ​ເຄົາ​ລົບ​ຕໍ່​ກົດ​ໝາຍ​ມະ​ນຸດສະ​ທຳ​ລະ​ຫວ່າງ​ປະ​ເທດ. ພວກ​ເຮົາ​ຕ້ອງປະ​ຕິ​ເສດ​ ຕໍ່​ການ​ພະ​ຍາ​ຍາມ​ຂອງ​ຣັດ ​ເຊຍ ທີ່​ຈະ​ໃຫ້​ເຫດ​ຜົນ​ແບບ​ຜິດໆກ່ຽວ​ກັບ​ການ​ໂຈມ​ຕີ​ນີ້​ວ່າເປັນ​ການ​ປົກ​ປ້ອງ​ສິດທິ​ມະ​ນຸດ ໂດຍ​ໃຊ້​ຄຳ​ເວົ້າ​ໄປ​ໃນ​ທາງ​ຜິດ ທີ່​ພວກ​ເຮົາ​ຂໍ​ສະ​ຫງວນ​ໄວ້​ຕໍ່​ການກໍ່​ອາຊະ​ຍ​ກຳ​ທີ່​ຮ້າຍ​ແຮງ​ສຸດ ແລະ​ບໍ່​ໃຫ້​ການ​ເຄົາ​ລົບ​ຕໍ່​ພວກ​ເຄາະ​ຮ້າຍ​ຂອງ​ອາ​ຊະ​ຍາກຳ​ເຫຼົ່າ​ນັ້ນ.”

ລັດ​ຖະ​ມົນ​ຕີບ​ລິງ​ເກັນກ່າວ​ວ່າ “ ໃນ​ທີ່​ສຸດພວກ​ເຮົາ​ຕ້ອງ​ໄດ້​ກົດ​ດັນ​ໃຫ້​ວັງ​ເຄ​ຣັມລິນ ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ​ຂອງ​ປ​ະ​ຊາ​ຊົນ​ຊາວ​ຣັດ​ເຊຍ​ທັງ​ໝົດ ຮວມ​ທັງ​ສິດ​ທິ​ຂອງ​ປະ​ຊາ​ຊົນ​ໃນ​ການ​ສ​ະ​ແດງ​ອອກ​ຢ່າງ​ສັນ​ຕິ​ກ່ຽວ​ກັບ​ຄວາມ​ບໍ່​ພໍ​ໃຈ ແລະ​ໃຫ້​ພວກນັກ​ຂ່າວສາ​ມາດ​ລາຍ​ງານ​ຂ່າວ​ໄດ້ ແລະ​ສະ​ໜອງ​ຂໍ້​ມູນ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ຂອງ​ພວກ​ທະ​ຫານ​ຣັດ​ເຊຍ ທີ່​ສົມ​ຄວນ​ຮູ້ກ່ຽວ​ກັບຊະ​ຕາ​ກຳ​ຂອງ​ຜູ້​ທີ່​ເຂົາ​ເຈົ້າ​ຮັກ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ ໃນ​ສົງ​ຄາມ​ທາງ​ເລືອກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ.”

“ພວກ​ເຮົາ​ພວມ​ຈັບ​ຕ​າ​ເບິ່ງ​ຢ່າງ​ໃກ້​ຊິດ ໃນ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ໃນ​ຢູ​ເຄ​ຣນ​ເວ​ລານີ້ ຮວມ​ທັງ​ວ່າ ​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ຕໍ່​ພົນ​ລະ​ເຮືອນ. ພວກ​ເຮົາ​ໄດ້​ລຳ​ດັບ​ເຫດ​ການ. ພວກ​ເຮົາ​ໄດ້ຈົ​ດ​ບັນ​ທຶກ​ໄວ້ ແລະ​ພວກ​ເຮົາ​ຢາກ​ຄ້ຳ​ປະ​ກັນ​ວ່າ ​ທັງ​ໝົດ​ນັ້ນ ມັນ​ກໍ​ມີ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ເລື້ອງນີ້.

XS
SM
MD
LG