Accessibility links

Breaking News

ບົດບັນນາທິການ: ວັນ ວັນນະໂຣກ ປີ 2022


ວັນ​ນະ​ໂຣກ
ວັນ​ນະ​ໂຣກ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ວັນ​ທີ 24 ມີ​ນາ ເປັນ​ວັນ ວັນ​ນະ​ໂຣກ​ ຫຼື ​ໂຣກ​ປອດ​ແຫ້ງ​ຂອງ​ໂລກ. ວັນດັ່ງ​ກ່າວ​ ແມ່ນ​ລະ​ນຶກ​ເຖິງ ​ການຄົ້ນ​ພົບ​ເຊື້ອ​ໄມ​ໂກ​ແບັກ​ເຕ​ຣຽມຊຶ່ງ​ເປັນ​ເຊື້ອຈຸ​ລິນ ​ຊີທີ່​ພາ​ໃຫ້​ເປັນ​ໂຣກ​ປອດ​ແຫ້ງ ໃນ​ປີ 1882 ຂອງ ດ​ຣ. ໂຣ​ເບີດ ຄົກ (Robert Koch.) ການ​ລະ​ນຶກ​ເຖິງ​ດັ່ງ​ກ່າວ​ແມ່ນ​ໂອ​ກາດ ​ເພື່ອ​ສ້າງ​ຄວາມ​ຕື່ນ​ຕົວ​ໃຫ້​ແກ່​ຜູ້ຄົນຮູ້ຈັກ​ກ່ຽວ​ກັບ​ພະ​ຍາດ ​ທີ່​ເກົ່າ​ແກ່ແລະ​ຮ້າຍ​ແຮງ​ທີ່​ສຸດ ​ຂອງ​ໂລກ.

ວັນ​ນະ​ໂຣກ​ທີ່​ເອີ້ນ​ຫຍໍ້​ວ່າ TB ນັ້ນ ໄດ້​ຕິດ​ແປດ​ໃນ​ໝູ່ມວນ​ມະ​ນຸດ​ມາ​ຫຼາຍ​ພັນ​ປີ​ແລ້ວ. ເຊື້ອ​ພະ​ຍາດ​ທີ່​ພາ​ໃຫ້​ເປັນ​ TB ແມ່ນ​ໄດ້​ວິ​ວັດ​ທະ​ນາ​ການ​ ມາ​ພ້ອມໆກັນ​ກັບມະ​ນຸດ​ເຮົາ​ແລະ​ຍັງ​ສືບຕໍ່ວິ​ວັດ​ທະ​ນາ​ໄປ​ໜ້າ. ​ທຸກມື້ນີ້ TB ເປັນ​ໂຣກ​ຕິດ​ຕໍ່ທີ່ ​ຮ້າຍ​ແຮງ​ສຸດ​ໃນ​ໂລກ. ໃນທຸກໆ​ມື້ ຈະ​ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍກວ່າ 4,100 ຄົນ​ຍ້ອນ TB ແລະ​ເກືອບ 28,000 ຄົນ ໄດ້​ລົ້ມ​ປ່ວຍ​ຍ້ອນ​ພະ​ຍາດນີ້ ເຖິງ​ແມ່ນ​ວ່າ TB ເປັນ​ໂຣກ​ທີ່​ສາ​ມາດ​ປ້ອງ​ກັນ​ ແລະ​ປິ່ນ​ປົວ​ໃຫ້​ຫາຍ​ດີ​ໄດ້​ກໍ​ຕາມ. ທັງ​ນີ້​ກໍ​ເພາະ​ວ່າ ພວກ​ທີ່​ເສຍ​ຊີ​ວິດ​ຍ້ອນ TB ແມ່ນ​ມີ​ຂຶ້ນ ​ໃນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ບ່ອນ​ທີ່​ໂຣກ​ດັ່ງ​ກ່າວ​ມີ​ຄວາມ​ສຳ​ພັນ​ຢ່າງ​ໃກ້​ຊິດ​ກັບ​ຄວາມ​ທຸກ​ຍາກ ແລະ​ບໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ ແລະ​ຄວາມສາ​ມາດ ​ໃນ​ການ​ເຂົ້າ​ເຖິງ​ການວິ​ນິດ​ໄສ​ໂຣກ ແລະ​ການ​ປິ່ນ​ປົວ​ຢ່າງມີ​ປະ​ສິດ​ທິ​ຜົນ ອາດຍັງ​ບໍ່​ທັນ​ເປັນ​ທີ່​ໜ້າ​ເຊື່ອ​ຖື.

ແນວ​ໃດ​ກໍ​ຕາມ ໃນ​ຮອບ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ແຕ່​ປີ 2000 ຫາ 2020 ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ໂລກ​ເພື່ອ​ກຳ​ຈັດ TB ໄດ້​ຊ່ວຍ​ຊີ​ວິດ​ຂອງ​ປະ​ມານ 66 ລ້ານ​ຄົນ. ແຕ່​ບໍ່​ເປັນ​ຈັ່ງ​ໂຊກ ໂຄວິດ-19 ໄດ້​ຕ່າວ​ປີ້ິ້ນຄວາມ​ກ້າວ​ໜ້າ​ດັ່ງ​ກ່າວ. ໃນ​ຂະ​ນະ​ທີ່​ເຊື້ອ​ໄວ​ຣັ​ສ​ໃໝ່ ເຮັດ​ໃຫ້​ລະ​ບົບ​ສາ​ທາ​ລະນະ​ສຸກ​ຮັບ​ມື​ນຳ​ບໍ່​ໄຫວ​ໃນ​ປີ 2020 ປະ​ເທດ​ຕ່າງໆ ​ຈຶ່ງ​ບໍ່​ສາ​ມາດ​ສະ​ໜອງ​ການ​ວິ​ນິດ​ໄສແລະການ​ປິ່ນ​ປົວ TB. ດ້ວຍ​ເຫດ​ຜົນ​ດັ່ງ​ກ່າວ ປີ 2020 ຈຶ່ງ​ນັບ​ເປັນເທື່ອ​ທຳອິດ​ໃນ​ຮອບ​ທົດ​ສະ​ວັດ ທີ່​ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ TB ເພີ້ມ​ຂຶ້ນ.

ເນື້ອ​ໄນ​ຂອງວັນ​ລະ​ນຶກ​ເຖິງ TB ໃນ​ປີນີ້​ກໍ​ແມ່ນ “ລົງ​ທຶນ​ເພື່ອ​ເຮັດ​ໃຫ້ TB ໝົດໄປ. ຊ່ວຍ​ຊີ​ວິດ​ຜູ້​ຄົນ.” ນີ້​ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ຫຼັງ​ຈາກ​ການ​ລະ​ບາດ​ຂອງ​ໂຄວິດ-19 ຄ່ອຍໆ​ເບົາ​ບາງ​ລົງ. ດ້ວຍ​ການ​ລົງ​ທຶນ​ເພີ້ມ​ຂຶ້ນ​ໃນ​ການ​ຕໍ່​ສູ້​ກັບ TB ນັ້ນ ​ພວກ​ເຮົາ​ສາມາດ​ຄ້ຳ​ປະ​ກັນ​ໄດ້ ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ແລະ​ການ​ປ້ອງກັນ​ທີ່​ເທົ່າ​ທຽມ​ກັນ ແລະ​ຊ່ວຍ​ຊີ​ວິດ​ຂອງ​ຫຼາຍໆ​ລ້ານ​ຄົນແລະ​ເລັ່ງ​ລັດ​ໃນ​ການ​ກຳ​ຈັດ​ TB.

ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ ​ໃນ​ການ​ຕໍ່​ສູ້​ກັບ​ວັນ​ນະ​ໂຣກ. ສະ​ຫະ​ລັດ​ເປັນ​ປະ​ເທດ​ດຽວ​ເທົ່າ​ນັ້ນ ທີ່​ໃຫ້​ເງິນ​ບໍ​ລິ​ຈາກ​ຫຼາຍ​ທີ່​ສຸດ ເຂົ້າ​ໃນ​ກອງ​ທຶນ ​ຕ້ານ​ເອດ​ສ໌ ວັນ​ນະ​ໂຣກ ແລະມາ​ເລ​ເຣຍ ​ຂອງ​ໂລກ ໂດຍ​ໄດ້​ສົມ​ທົບ​ທຶນ 21 ພັນ​ລ້ານ​ໂດລາ ແຕ່​ປີ 2000 ຫາ 2021. ໃນ​ການ​ເພັ່ງ​ເລັງ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກເຮົາ​ ໃສ່​ບັນ​ດາ​ປະ​ເທດ ​ບ່ອນ​ທີ່ TB ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ສູງ​ທີ່​ສຸດ ພວກ ​ເຮົາສະ​ໜັບ​ສະ​ໜຸນ​ໂຄງ​ການ​ທີ່​ຊ່ວຍ​ຊີ​ວິດ​ຕ່າງໆ ປັບ​ປຸງ​ການ​ເຂົ້າ​ເຖິງ​ການ​ບໍ​ລິການ ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ ຂອງ​ທຸກໆ​ຄົນ ຊຸກ​ຍູ້​ໃຫ້​ດຳ​ເນີນ​ການ​ຕໍ່​ສູ້​ເພື່ອ​ກຳ​ TB ໃຫ້​ເດີ​ນ​ໜ້າ​ຕໍ່​ໄປ.

ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ເພື່ອນ​ມິດ ແລະ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ​ເອົາ​ຕົວ​ຢ່າງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ມາ ແລະ​ໃຫ້​ການ​ບໍ​ລິ​ຈາກ​ເງິນ​ຫຼາຍ​ຂຶ້ນ. ດ້ວຍ​ການເຂົ້າ​ຮ່ວມ ຕໍ່​ການ​ໃຫ້​ຄວາມ​ໝັ້ນ​ໝ​າຍ​ຂ​ອງ​ໂລກ ເພື່ອ​ຢຸດ​ຢັ້ງ​ການ​ລະ​ບາດ​ຂອງ TB ແລະ​ໂດຍ​ສືບ​ຕໍ່​ໃນ​ການ​ລົງ​ທຶນ ພວກ​ເຮົາ​ສາ​ມາດ​ເຮັດ​ໃຫ້ ​ໂລກ​ຂອງ​ເຮົາ ປອດ​ຈາກວັນ​ນະ​ໂຣກ​ຫຼື TB ໄດ້.

XS
SM
MD
LG