Accessibility links

Breaking News

ບົດບັນນາທິການ: ທ່ານນາງອອງຊານ ຊູຈີ ຖືກຕັດສິນລົງໂທດອີກຄັ້ງນຶ່ງ


ພວກ​ເດີນ​ຂະ​ບວນ​ ຖື​ໂປ​ສ​ເຕີ້​ຮູບ​ທ່ານ​ນາງ​ອອງ​ຊານ ຊູ​ຈີ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ທະ​ຫານ ທີ່​ນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນ​ມາ. (ແຟ້ມ)
ພວກ​ເດີນ​ຂະ​ບວນ​ ຖື​ໂປ​ສ​ເຕີ້​ຮູບ​ທ່ານ​ນາງ​ອອງ​ຊານ ຊູ​ຈີ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ທະ​ຫານ ທີ່​ນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນ​ມາ. (ແຟ້ມ)

ສານຂອງພວກທະຫານໃນມຽນມາ ໄດ້ຕັດສິນລົງໂທດຈຳຄຸກຜູ້ນຳປະຊາທິປະໄຕ ທ່ານນາງອອງຊານ ຊູຈີ ຕື່ມອີກ 6 ປີ ຫຼັງຈາກພົບເຫັນວ່າທ່ານນາງມີຄວາມຜິດໃນຖານຄໍຣັບຊັ່ນຕື່ມອີກ 4 ກະທົງ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສານ​ຂອງ​ພວກ​ທະ​ຫານ​ໃນ​ມຽນ​ມາ ໄດ້​ຕັດ​ສິນ​ລົງ​ໂທດ​ຈຳ​ຄຸກ​ຜູ້​ນຳ​ປະ​ຊາ​ທິ​ປະ​ໄຕ ທ່ານ​ນາງ​ອອງ​ຊານ ຊູ​ຈີ ​ຕື່ມ​ອີກ 6 ປີ ຫຼັງ​ຈາກ​ພົບ​ເຫັນ​ວ່າ​ທ່ານ​ນາງ​ມີ​ຄວາມ​ຜິດ​ໃນ​ຖານ​ຄໍ​ຣັບ​ຊັ່ນ​ຕື່ມ​ອີກ 4 ກະ​ທົງ. ທ່ານ​ນາງ​ຕົ້ນ​ຕໍ​ແລ້ວ​ໄດ້​ຖືກ​ຈັບ ຫຼັງ​ຈາກ​ພວກ​ທະ​ຫານ​ເຮັດ​ລັດ​ຖະ​ປະ​ຫານໃນ​ເດືອນ​ກຸມ​ພາ​ປີ 2021​ ລຸນ​ຫຼັງທີ່​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ​ຂອງ​ທ່ານ​ນາງ ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້ງ.

ການ​ຕັດ​ສິນ​ໂທດ​ຮອບ​ຫຼ້າ​ສຸດ ​ຕໍ່​ທ່ານ​ນາງ​ອອງ​ຊານ ຊູ​ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລ​ຂະ​ແໜງ​ສັນ​ຕິ​ພາບ ຊຶ່ງ​ເຮັດ​ໃຫ້​ທ່ານ​ນາງ​ໄດ້​ຮັບ​ໂທດ​ທັງ​ໝົດ ​ເພີ້ມ​ຂຶ້ນ​ເປັນ 17 ປີ. ແຕ່​ແນວ​ໃດ​ກໍ​ຕາມ ໃນ​ຂັ້ນ​ຕໍ່​ໄປ ຍັງ​ຈະ​ມີ​ການ​ດຳ​ເນີນ​ຄະ​ດີ​ຕື່ມ​ອີກ 9 ຂໍ້​ຫາທີ່​ອາດ​ມີ​ໂທດ​ຮວມ​ກັນທັງ​ໝົດ ເປັນ 122 ປີ. ທ່ານ​ນາງ​ອອງ​ຊານ ຊູ​ຈີ​ແມ່ນ
ນຶ່ງ​ໃນ​ຈຳ​ນວນ​ຫຼາຍກວ່າ 15,000 ຄົນ ​ໄດ້​ຖືກ​ຈັບຍ້ອນ​ຄັດ​ຄ້ານ​ຕໍ່​ການ​ປົກ​ຄອງ​ຂອງ​ພວກ​ທະ​ຫານຢູ່​ໃນ​ມຽນ​ມາ ແລະ 12,000 ຄົນ​ ຍັງ​ຖືກ​ຄຸມ​ຂັງ​ຢູ່​ໃນ​ເວ​ລານີ້ ອີງ​ຕາມ​ສະ​ມາ​ຄົມ​ໃຫ້​ການ​ຊ່ວຍ​ເຫຼືອ​ນັກ​ໂທດ​ການ​ເມືອງ ຊຶ່ງ​ເປັນ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ.

ພວກ​ທີ່​ຖືກ​ຈັບ​ຫຼາຍໆ​ຄົນ ແມ່ນ​ໄດ້​ຖືກ​ທໍ​ລະ​ມານ ແລະ​ຖືກ​ຕັດ​ສິນ​ ໂດຍ​ສານ​ທະ​ຫານ ຫຼັງ​ຈາກ​ການ​ດຳ​ເນີນ​ຄະ​ດີ​ສິ້ນ​ສຸດ​ລົງ ບ່ອນ​ທີ່​ພວກ​ທະ​ນາຍ​ຄວາມ​ຂອງ​ຈຳ​ເລີຍ​ແລະ​ປະ​ຊາ​ຊົນ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ມີ​ການ​ຕິດ​ຕໍ່. ພວກ​ນັກ​ໂທດ​ທີ່​ຖືກ​ຕັດ​ສິນ​ໄປ​ແລ້ວ​ ແມ່ນ​ໄດ້​ຖືກ​ສົ່ງ​ໄປ​ເຂົ້າ​ຄຸກ​ທີ່​ຢູ່​ຫ່າງ​ໄກ ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ​ຍາກ​ຕື່ມ​ຂຶ້ນ​ສຳ​ລັບ​ພວກ​ນັກ​ໂທດ​ແລະ​ຄອບ​ຄົວຂອງ​ເຂົາ​ເຈົ້າ ອີງ​ຕາມ​ກຸ່ມ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເມືອງ.

ຫຼັງ​ຈາກ​ໄດ້​ແຂວນ​ຄໍ​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ປ​ະ​ຊາ​ທິ​ປະ​ໄຕ 4 ຄົນ​ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ຮວມ​ທັງ​ນັກ​ຂຽນ​ແລະ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຢູ ຈໍ ມິນ ຢູ່ ຫຼື​ທີ່​ຮູ້​ກັນ​ໃນ​ອີກຊຶ່ງ​ນຶ່ງວ່າ ໂກ ຈິມ​ມີ ແລະ​ອະ​ດີ​ດນັກ​ສິນ​ລະ​ປິນ​ຮິບ​ຮັອບ ພ້ອມ​ທັງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຢູ ພຽວ ຊີ​ຢາ ທໍ ​ແລ້ວ ອຳ​ນາດ​ການ​ປົກ​ຄອງ​ມຽນ​ມາ ໄດ້​ຂົ່ມ​ຂູ່​ທີ່​ຈະ​ທຳ​ການ​ປະ​ຫານ​ຊີ​ວິດ​ຕື່ມ​ອີກ. ນັບ​ແຕ່​ໄດ້​ມ​ການ​ກໍ່​ລັດ​ຖະ​ປະ​ຫານ​ມາ ມີ​ພວກ​ນັກ​ໂທດ​ການ​ເມືອງ​ຫຼາຍກວ່າ 70 ຄົນ​ແລ້ວ​ໄດ້​ຖືກ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ.

ນອກນັ້ນ​ແລ້ວ ພວກ​ນັກ​ຂ່າວ​ຍັງ​ໄດ້​ຕົກ​ເປັນ​ເປົ້າ​ຂອງ​ອຳ​ນາດ​ການ​ປົກ​ຄອງ. ໃນ​ເວ​ລານີ້ ມີ​ພວກ​ນັກ​ຂ່າວ​ຢ່າງ​ໜ້ອຍ 55 ຄົນກຳ​ລັງ​ຖືກ​ຂັງ​ຄຸກ​ຢູ່ ອີງ​ຕາມ​ກຸ່ມ​ປົກປ້ອງ​ສິດ​ທິ​ມະ​ນຸດ ຂໍ້​ມູນ​ກ່ຽວ​ກັບ​ພວກ​ນັກ​ຂ່າວ​ທີ່​ຖືກ​ຄຸມ​ຂັງ​ໃນ​ມຽນ​ມາ. ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມານີ້ ນັກ​ຂ່າວ ໂກ ມອງ ມອງ ມຽວ ທີ່​ເຮັດ​ວຽກ​ໃຫ້​ ແກ່​ອົງ​ການ​ຂ່າວ​ແມ່​ນ້ຳ​ຂອງ ຫຼື Mekong News ກໍ​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ຖານ​ລະ​ເມີດ​ກົດ​ໝາຍ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ແລະ​ຖືກ​ຕັດ​ສິນ​ໂທດ ​ໃຫ້​ຕິດ​ຄຸກ 6 ປີ ຍ້ອນ​ມີ​ຮູບ ແລະ​ການ​ສຳ​ພາດ​ກັບ​ກຸ່ມ​ຕໍ່​ຕ້ານ​ອຳ​ນາດ​ການ​ປົກ​ຄອງ.

ຍິ່ງ​ໄປ​ກວ່ານັ້ນ ນັກ​ຖ່າຍ​ສາ​ລະ​ຄີ ​ຊາວ​ຍີ່​ປຸ່ນ ທ່ານ​ຕູ​ໂຣະ ກູ​ໂບ​ຕະ ໄດ້​ຖືກ​ຈັບ​ແລະ​ປະ​ເຊີນ​ກັບ​ໂທດ​ຈຳ​ຄຸກ 7 ປີ ຍ້ອນ​ຍຸ​ຍົງ​ໃຫ້​ປະ​ຊາ​ຊົນ​ເກີດ​ຄວາມ​ວຸ້ນ​ວາຍແລະ​ລະ​ເມີດ​ກົດ​ລະ​ບຽບ​ຄົນ​ເຂົ້າ​ເມືອງ.

ການ​ຈັບ​ກຸມ​ຄຸມ​ຂັງ​ ການ​ຕັດ​ສິນ​ ແລະ​ການ​ລົງ​ໂທດ ແບບ​ບໍ່​ເປັນ​ທຳ​ ຂອງ​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ມຽນ​ມາ ຕໍ່​ທ່ານ​ນາງ​ອອງ​ຊານ ຊູ​ຈີ ແມ່ນ​ເປັນ​ການ​ສົບ​ປະ​ໝາດ​ຕໍ່​ລະ​ບົບ​ຍຸ​ຕິ​ທຳ ແລະ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ. ສະ​ຫະ​ລັດ​ຂໍ​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ ຈົງ​ປ່ອຍ​ທ່ານ​ນາງ​ອອງ​ຊານ ຊູ​ຈີແລະ​ພວກ​ທີ່​ຖືກ​ຈັບ​ແບບ​ບໍ່​ເປັນ​ທຳ​ທັງ​ໝົດໃນ​ທັນ​ທີ ຮວມ​ທັງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ທີ່​ໄດ້ຖືກ​ຮັບ​ເລືອກແບບ​ປະ​ຊາ​ທິ​ປະ​ໄຕ ແລະ​ຊາວ​ຕ່າງ​ປະ​ເທດ​.

ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ ຈົ່ງ​ຢຸດ​ເຊົາ​ການ​ກໍ່​ຄວາມ​ຮຸນ​ແຮງ ອະ​ນຸ​ຍາດ​ໃຫ້ມີ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແບບ​ບໍ່​ມີ​ການ​ຂັດ​ຂວາງ​ ແລະ​ຟື້ນ​ຟູ​ເສັ້ນ​ທາງ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ​ຂອງ​ມຽນ​ມາ.

XS
SM
MD
LG