Accessibility links

Breaking News

ບົດບັນນາທິການ: ລັດຖະບານກຳປູເຈຍ ຕັດສິນລົງໂທດ ທ່ານເຄັມ ໂສຄາ


ທ່ານ​ເຄັມ ໂສ​ຄາ ໄປ​ສານ ຟັງ​ການ​ດຳ​ເນີນ​ຄະ​ດີ ທີ່​ກ່າວ​ຫາ​ວ່າ​ທ່ານ​ຂາຍ​ຊາດ ຢູ່​ກຳ​ປູ​ເຈຍ.
ທ່ານ​ເຄັມ ໂສ​ຄາ ໄປ​ສານ ຟັງ​ການ​ດຳ​ເນີນ​ຄະ​ດີ ທີ່​ກ່າວ​ຫາ​ວ່າ​ທ່ານ​ຂາຍ​ຊາດ ຢູ່​ກຳ​ປູ​ເຈຍ.

ອະດີດຜູ້ນຳພັກກູ້ຊາດກຳປູເຈຍ ຖືກພົບເຫັນວ່າ ສົມຮູ້ຮ່ວມຄິດກັບສະຫະລັດ ເພື່ອຂັບໄລ່ນາຍົກລັດຖະມົນຕີຮຸນເຊນ ໃຫ້ອອກຈາກຕຳແໜ່ງ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

​ທ່ານ​ເຄັມ ໂສຄາ ຜູ້​ນຳ​ທາງ​ການ​ເມືອງ ຊຶ່ງເປັນ​ທີ່​ນັບ​ໜ້າ​ຖື​ຕາ​ຂອງ​ກຳ​ປູ​ເຈຍ ເມື່ອ​ໄວໆ​ມານີ້ ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ ໃຫ້​ກັກ​ບໍ​ລິ​ເວນ​ເປັນ​ເວ​ລາ 27 ປີ. ອະ​ດີດ​ຜູ້​ນຳ​ພັກ​ກູ້​ຊາດ​ກຳ​ປູ​ເຈຍ ໄດ້​ຖືກ​ພົບ​ເຫັນ​ວ່າສົມ​ຮູ້​ຮ່ວມ​ຄິດ​ກັບ​ສະ​ຫະ​ລັດເພື່ອ​ຂັບ​ໄລ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຸນ​ເຊນ ໃຫ້​ອອກ​ຈາກ​ຕຳ​ແໜ່ງ. ທ່ານ​ໂສ​ຄາ​ຊຶ່ງ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ຫາ ຍັງ​ໄດ້​ຖືກຫ້າມ​ບໍ່​ໃຫ້​ລົງ​ສະ​ໝັກ​ແຂ່ງ​ຂັນຫຼື​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ.

ສະ​ຫະ​ລັດ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ຕັດ​ສິນ​ ແລະ​ລົງ​ໂທດ​ຕໍ່​ທ່ານ​ເຄັມ ໂສ​ຄາ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເນດ ໄພ​ຣ​ສ໌ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ຂັ້ນ​ຕອນ​ເປັນ​ເວ​ລ​າ​ຫຼາຍ​ປີ ເພື່ອ​ປິດ​ປາກ​ປິດ​ສຽງ​ລາວ ອີງ​ຕາມ​ຂໍ້​ຫາ ​ທີ່​ມີ​ຈຸດ​ປະ​ສົງ​ທາງ​ການ​ເມືອງ ແມ່ນ​ບໍ່​ເປັນ​ທຳ ແລະ​ເຮັດ​ໃຫ້​ຊື່​ສຽງ​ຂອງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ເຊື່ອມ​ຖອຍ​ລົງ​ຢູ່​ໃນ​ປະ​ຊາ​ຄົມ​ນາໆ​ຊາດ. ສະ​ຫະ​ລັດ​ໄດ້​ຮຽກ​ຮ້ອງ​ມາ​ໂດຍ​ຕະ​ຫຼອດໃຫ້​ລັດ​ຖະ​ບານ​ກຳ​ປູ​ເຈຍ ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດແລະ​ອິດ​ສະ​ຫຼະ​ພາບ​ຂັ້ນ​ພື້ນ​ຖານ​ຂອງ​ທ່ານ​ເຄັມ ໂສ​ຄາ ແລະ​ຊາວ​ກຳ​ປູ​ເຈຍ​ທຸກ​ຖ້ວນ​ໜ້າ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ວ່າ “ການ​ລົງ​ໂທດ​ຕໍ່​ທ່ານ​ເຄັມ ໂສ​ຄາ ແມ່ນ​ສ່ວນ​ນຶ່ງ ​ຂອງ​ແບບ​ແຜນ​ຂະ​ໜາດ​ໃຫຍ່ ຂອງການ​ຂົ່ມ​ຂູ່ການ​ຮາ​ວີ​ລົບ​ກວນ ແລະ​ການ​ເອົາ​ມາດ​ຕະ​ການ​ທີ່​ຮັບ​ບໍ່​ໄດ້ ໂດຍ​ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ ເພື່ອ​ແນ​ເປົ້າ​ໝາຍ​ໃສ່​ພວກ​ຜູ້​ນຳ​ການ​ເມືອງ​ຝ່າຍ​ຄ້ານ ສື່ມວນ​ຊົນ ແລະ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ.” ໃນ​ປີ 2017 ພັກ​ກູ້​ຊາດ​ກຳ​ປູ​ເຈຍ​ໄດ້​ຖືກ​ຍຸບ​ໂດຍ​ສານ​ສູງ​ສຸດ​ຂອງ​ປະ​ເທດສອງ​ເດືອນ​ຫຼັງ​ຈາກ​ທ່ານ​ໂສ​ຄາ​ຖືກ​ຈັບ. ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຸນ​ເຊນໄດ້​ຊະ​ນະ​ບ່ອນ​ນັ່ງ​ທັງ​ໝົດ​ໃນ​ສະ​ພາ 125 ບ່ອນ ໂດຍ​ເຮັດ​ໃຫ້​ກຳ​ປູ​ເຈຍ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ພັກ​ການ​ເມືອງ​ພຽງ​ພັກ​ດຽວ​ໃນ​ເວ​ລາ​ພຽງ​ຂ້າມ​ຄືນ. ຍິ່ງ​ໄປ​ກວ່ານັ້ນມີ​ພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ບໍ່​ຕ່ຳ​ກວ່າ 39 ຄົນໄດ້​ຖືກ​ຈັບ​ຂັງ​ຄຸກ ອີງ​ຕາມ​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ.

ການ​ດຳ​ເນີນ​ຄະ​ດີ​ແລະ​ຕັດ​ສິນ​ວ່າ​ກະ​ທຳ​ຜິດ​ຕໍ່​ສ່ວນ​ບຸກ​ຄົນເຊັ່ນ​ທ່ານ​ເຄັມ ໂສ​ຄາ ແລະນັກ​ການ​ເມືອງ​ທີ່​ສຳ​ຄັນ​ອື່ນໆ ຍ້ອນ​ຊົມ​ໃຊ້​ອິດ​ສະ​ຫຼະ​ພາບ​ໃນ​ການ​ສະ​ແດງ​ອອກ​ຊຶ່ງ​ຄວາມ​ຄິດ​ຄວາມ​ເຫັນແລະ​ການ​ຄົບ​ຄ້າ​ສະ​ມາ​ຄົມ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ບ່ອນ​ທຳ​ລາຍ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ຂອງ​ກຳ​ປູ​ເຈຍ ​ຕໍ່ພັນ​ທະລະ​ຫວ່າງ​ປະ​ເທດແລະ​ຄວາມ​ກ້າວ​ໜ້າ​ທີ່​ໄດ້​ຮັບ​ມາ​ໃນ​ເມື່ອ​ກ່ອນເພື່ອ​ພັດ​ທະ​ນາ​ໃຫ້​ເປັນສັງ​ຄົມ​ທີ່ມີ​ຄວາມ​ສະ​ຫງົບ ຫຼາກ​ຫຼາຍ ແລະ​ຮວມ​ເອົາ​ທຸກ​ພັກ​ຝ່າຍ.

ໂຄ​ສົກ​ເນດ ໄພ​ຣ​ສ໌ “ຂໍ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ ຄ້ຳ​ປະ​ກັນ​ວ່າ​ປະ​ຊາ​ຊົນ​ຂອງ​ຕົນ ສາ​ມາດ​ຊົມ​ໃຊ້​ສິດ​ທິ​ມະ​ນຸດ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຢ່າງ​ເສ​ລີ ຮວມ​ທັງ​ອິດ​ສະ​ຫຼະ​ພາບ​ໃນ​ການ​ໂຮມ​ຊຸມ​ນຸມ​ແບບ​ສະ​ຫງົບ ແລະ​ສະ​ແດງ​ອອກ​ຄວາມ​ຄິດ​ຄວາມ​ເຫັນ ແລະ​ໄດ້​ຮັບ​ການ​ຊຸກ​ຍູ້ ​ແລະ​ສົ່ງ​ເສີມ ​ໃຫ້​ປະ​ກອບ​ສ່ວນ​ເຂົ້າ​ຮ່ວມ​ໃນ
ການ​ເສີມສ້າງລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ແທ້​ຈິງ.”

XS
SM
MD
LG