Accessibility links

Breaking News

​ການ​ສະ​ຫຼອງ​ຄົບ​ຮອບ 50 ປີ ໃນ​ສາຍ​ສຳ​ພັນ ລະ​ຫວ່າງ​ສະ​ຫະ​ລັດ ກັບ ບັງ​ກ​ລາ​ແດັ​ສ


ພວກ​ຄົນ​ງານ ທີ່​ໂຮງ​ງານ​ຕັດ​ຫຍິບ ກັບ​ຄືນ​ໄປ​ບ້ານ​ເຂົາ​ເຈົ້າ ເພື່ອ​ກິນ​ເຂົ້າ​ທ່ຽງ ໃນ​ລະ​ຫວ່າງ​ຍາມ​ພັກ​ຕອນ​ສວາຍ ທີ່​ເມືອງ​ກາ​ຊີ​ປູ​ຣະ ບັງ​ກ​ລາ​ແດັ​ສ ເມື່ອ​ວັນ​ທີ 3 ກຸມ​ພາ 2022.
ພວກ​ຄົນ​ງານ ທີ່​ໂຮງ​ງານ​ຕັດ​ຫຍິບ ກັບ​ຄືນ​ໄປ​ບ້ານ​ເຂົາ​ເຈົ້າ ເພື່ອ​ກິນ​ເຂົ້າ​ທ່ຽງ ໃນ​ລະ​ຫວ່າງ​ຍາມ​ພັກ​ຕອນ​ສວາຍ ທີ່​ເມືອງ​ກາ​ຊີ​ປູ​ຣະ ບັງ​ກ​ລາ​ແດັ​ສ ເມື່ອ​ວັນ​ທີ 3 ກຸມ​ພາ 2022.

“ທຸກມື້ນີ້ ບັງກລາແດັສ ແມ່ນຕົວຢ່າງ ​ສຳ​ລັບບັນດາປະເທດພຸ່ງພົ້ນໃໝ່ ໃນທົ່ວໂລກ ແລະເປັນພາຄີຍຸດທະສາດ ທີ່ສຳຄັນຂອງສະຫະລັດ.”

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ປີນີ້ ແມ່ນ​ຂີດ​ໝາຍ​ຄົບ​ຮອບ 50 ປີ ໃນ​ຄວາມ​ສຳ​ພັນ ​ລະ​ຫວ່າງ​ສະ​ຫະ​ລັດ ​ກັບ​ບັງ​ກ​ລາ​ແດັສ. ນັບ​ຕັ້ງ​ແຕ່​ໄດ້​ຮັບ​ເອກ​ກະ​ລາດ​ເມື່ອ 50 ກວ່າ​ປີຜ່ານ​ມາ​ແລ້ວນັ້ນ ບັງ​ກ​ລາ​ແດັ​ສ​ແມ່ນ​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ຫຼາຍ​ເປັນ​ພິ​ເສດ ນັ້ນ​ຄື​ຄຳ​ເວົ້າ​ຂອງຮອງ​ຫົວ​ໜ້າ ​ອົງ​ການ​ພັດ​ທະ​ນາ​ສາ​ກົນຂອງ​ສະ​ຫະ​ລັດ ຫຼື​ຢູ​ເສດ ທ່ານ​ນາງ​ອີ​ໂຊ​ແບ​ລ ໂຄ​ລ​ແມນ.​ ທ່ານ​ນາງກ່າວ​ວ່າ “ທຸກມື້ນີ້ ​ບັງ​ກ​ລາ​ແດັ​ສ ​ແມ່ນ​ຕົວ​ຢ່າງ​ບັນ ປະເທດ​ພຸ່ງ​ພົ້ນ​ໃໝ່ ໃນ​ທົ່ວ​ໂລກແລະ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ຂອງ​ສະ​ຫະ​ລັດ.”

ອົງ​ການ​ຢູ​ເສດ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ສ້າງ​ມູນ​ເຊື້ອ​ໃນ​ວຽກ​ງານ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຕົນ ​ຢູ່​ໃນ​ບັງ​ກ​ລ​າ​ແດັ​ສ. ໃນ​ໄລ​ຍະ​ 5 ທົດ​ສະ​ວັດ​ທີ່​ຜ່ານ​ມາ ອົງ​ການ​ຢູ​ເສດ​ໄດ້ປະ​ກອບ​ສ່ວນ​ເປັນ​ເງິນ​ຫຼາຍກວ່າ 7 ພັນ​ລ້ານ​ໂດ​ລາ ເຂົ້າ​ໃນ​ການ​ພັດ​ທະນາ​ແລະ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳຕໍ່ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ໃຕ້​ດັ່ງກ່າວ. ​ການ​ຊ່ວຍ​ເຫຼືອນີ້ ​ຮວມ​ທັງ​ການ​ຊ່ວຍ​ເຫຼືອ​ໃນ​ດ້​ານ​ອື່ນໆ ໄດ້​ຊ່ວຍ​ບັນ​ເທົາຄວາມ​ທຸກ​ຍາກ ຂັບ​ດັນ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງວ່ອງ​ໄວ ປັ​ບ​ປຸງ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ ຕັດ​ການ​ເສຍ​ຊີ​ວິດ​ຂອງ​ແມ່​ແລະ​ເດັກ ເຮັດ​ໃຫ້​ປະ​ຊາ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ​ມີ​ໄຟ​ຟ້າ​ໃຊ້ ແລະ​ຊ່ວຍ​ໃຫ້​ມີ​ການ​ພັ​ດ​ທະ​ນາ​ແລະ​ການ​ເຕີບ​ໂຕດ້ວຍ​ພະ​ລັງງານ​ທີ່​ສະ​ອາດ.

ບັງ​ກ​ລາ​ແດັ​ສຮັບ​ຮູ້​ໃນ​ຕອນ​ຕົ້ນໆ​ວ່າ ການ​ລົງ​ທຶນ​ໃສ່​ພວກ​ແມ່​ຍິງ​ກໍ​ຄື​ການ​ລົງ​ທຶນ​ໃນ​ຄວາມ​ສຳ​ເລັດ​ຂອງ​ປະ​ເທດ. ລະ​ຫວ່າງ​ປີ 1990 ຫາ​ປີ 2020 ກຳ​ລັງ​ແຮງ

ງານ​ແມ່​ຍິງ​ບັ​ງກ​ລາ​ແດັ​ສ​ ໄດ້​ເພີ້ມ​ຂຶ້ນ​ເປັນ​ຫຼາຍກວ່າສອງ​ເທົ່າ ແລະ​ກຳ​ລັງ​ແຮງ​ງານແມ່​ຍິ ງ​ໄດ້​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ປີ​ແລ້ວ​ປີ​ອີກ. ອົງ​ການ​ຢູ​ເສດ​ໄດ້​ສະ​ໜ​ອງ ການ​ຝຶກ​ແອບໃຫ້​ຜູ້​ນຳ​ມີ​ຄວາມ​ສາ​ມາດແລະ​ການ​ພັດ​ທະ​ນາໃຫ້​ແກ່​ພວກ​ແມ່​ຍິງ​ຫຼາຍໆ​ສິ​ບ​ພັນ​ຄົນ ຢູ່​ໃນ​ໂຮງ​ງານ​ຕັດ​ຫຍິບ​ເສື້ອ​ຜ້າ​ສຳ​ເລັດ​ຮູບ. ອົງ​ການ​ຢູ​ເສດໃຫ້​ການ​ສະ​ໜັບ​ສະ​ໜຸນ​ຫຼາ​ຍ​ຂຶ້ນ ໃນ​ການ​ເປີດ​ໂອ​ກາດ​ໃຫ້​ພວກ​ແມ່​ຍິງ​ເຫຼົ່າ​ນີ້​ຍົກລະ​ດັບ​ອາ​ຊີບ​ຂອງ​ພວກ​ເຂົາ​ເຈົ້າ ຈາກ​ການ​ເປັນ​ພວກ​ຄົນ​ງານ ​ຢູ່​ຕາມ​ໂຮງ​ງານ​ ໃຫ້​ກາຍ​ເປັນ​ຜູ້​ຈັດ​ການ ແລະ​ມີ​ບົດ​ບາດ​ໃນ​ການ​ເປັນ​ຜູ້​ນຳ.

ເພື່ອ​ຊ່ວຍ​ບັງ​ກ​ລາ​ແດັ​ສ​ຮັບ​ມື​ກັບໂຣກ​ລະ​ບາດ​ໂຄວິດ-19 ​ສະ​ຫະ​ລັດ​ໄດ້​ສະ​ໜອງ​ເງິນ​ທຶນ​ເກືອບ 134 ລ້ານ​ໂດ​ລາ. ​ທ່ານ​ນາງ​ໂຄ​ລ​ແມນ ຮອງ​ຫົວ​ໜ້າ ​ອົງ​ການ​ຢູ​ເສດ ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ໂຣກ​ລະ​ບາດ ຍັງສືບ​ຕໍ່​ແຜ່​ຂະ​ຫຍາຍ ແລະ​ວຽກ​ງານ​ຂອງ​ເຮົາ​ແມ່ນ​ຍັງ​ອີກ​ໄກ​ຈຶ່ງ​ຈະ​ສິ້ນ​ສຸດ​ລົງ.” ໃນ​ຮອບ​ປີ​ທີ່​ຜ່ານ​ມານີ້ອົງ​ການ​ຢູ​ເສດໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ຂົນ​ສົ່ງ​ຢາ​ວັກ​ຊີນ ຫຼາຍກວ່າ 61 ລ້ານ​ໂດ​ສ​ທີ່​ສະຫະ​ລັດ​ໄດ້​ໃຫ້​ການ​ບໍ​ລິ​ຈາກ ໂດຍ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ບັງ​ກ​ລາ​ແດັ​ສ​ໃນ​ການ​ສັກ​ຢາ​ວັກ​ຊີນ​ໂດຍ​ເຕັມ​ ໃຫ້​ແກ່​ປະ​ຊາ​ຊົນ​ຫຼາຍກວ່າ 95 ລ້ານ​ຄົນ​ຂອງ​ຕົນ​ຢ່າງ​ຄົບ​ຖ້ວນ.

ທ່ານ​ນາງ​ໂຄ​ລ​ແມນກ່າວ​ວ່າ “ການ​ເປັນ​ພາ​ຄີ ທີ່​ມີ​ມາ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ​ຂອງ​ພວກ​ເຮົາ​ຈະ​ຊ່ວຍ​ປັບ​ປຸງ​ ຄວາມ​ສຳ​ພັນ ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ ຊຶ່ງ​ມີ​ຄວາມ​ໜ້າ​ສົນ​ໃຈ​ເປັນ​ພິ​ເສດ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຍັງ​ຈຳ​ໄດ້​ວ່າ ບັງ​ກ​ລ​າ​ແດັ​ສ​ໄດ້​ຫຼຸດ​ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ແມ່​ແລະ​ເດັກ​ລົງສອງ​ສ່ວນ​ສາມໃນ​ໄລ​ຍະ 50 ປີ​ທີ່​ຜ່ານ​ມາ.

ທັງ​ນີ້ກໍ​ຍ້ອນ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວແລະ​ແຜ່ກວ້າງທາງ​ດ້ານ​ເສດ​ຖະ​ກິດ​ທີ່​ບັງ​ກ​ລາ​ແດັ​ສ​ໄດ້​ປະ​ສົບພົບ​ເຫັນ​ໃນ​ໄລ​ຍະບໍ່​ເທົ່າ​ໃດ​ທົດ​ສະ​ວັດ​ທີ່​ຜ່ານ​ມານີ້ ຊຶ່ງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ຖືກ​ເລືອກວ່າ​ມີ​ຄວາມ​ກ້າວ​ໜ້າ ​ຫຼຸດ​ພົ້ນ​ຈາກການ​ເປັນປະ​ເທດ​ທີ່​ມີ​ການ​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ​ກິດ​ໜ້ອຍ​ທີ່​ສຸ​ດນັ້ນ ແລະ​ໃນ​ເວ​ລາ​ພວມ​ຢູ່​ໃນ​ເສັ້ນ​ທາງ​ໄປ​ການ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ ພາຍ​ໃນ​ປີ 2031.

ບັງ​ກ​ລາ​ແດັ​ສ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ເຈົ້າ​ສາ​ມາດຈະ​ເລີນ​ຮຸ່ງ​ເຮືອງ​ໄ​ດ້​ເວລາ​ພວກ​ເຂົາ​ເຈົ້າ​ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ ​ຈາກ​ຜູ້​ນຳ​ຂອງ​ພວກ​ເຂົ​າ​ເຈົ້າ. ອົງ​ການຢູ​ເສດ​ຫວັງ​ວ່າ​ຈະສືບ​ຕໍ່ ​ເສີມ​ສ້າງ​ບົນ​ພື້ນ​ຖານ​ອັນ​ເຂັ້ມ​ແຂງ​ນີ້​ ສຳ​ລັບຫຼາຍໆ​ທົດ​ສະ​ວັດ​ຕໍ່​ໜ້າ.

XS
SM
MD
LG