ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ຈີນ ພວມທຳຄວາມກົດດັນແລະພະຍາຍາມ ທີ່ຈະຄວບຄຸມປະຊາຊົນຊາວຈີນພົ້ນທະເລ ແລະປະຊາຄົມກຸ່ມນ້ອຍ ທີ່ລີ້ໄພຢູ່ໃນຕ່າງປະເທດ ຫຼາຍກວ່າປະເທດອື່ນໃດທັງໝົດ ອີງຕາມອົງການ Freedom House ຊຶ່ງເປັນກຸ່ມທີ່ບໍ່ຫວັງຜົນກຳໄລທີ່ສະໜັບສະໜຸນບັນຫາຕ່າງໆດ້ານປະຊາທິປະໄຕ ສິດເສລີພາບທາງດ້ານການເມືອງ ແລະສິດທິມະນຸດ. “ຂອບເຂດອັນກວ້າງຂວາງ ໃນການກົດຂີ່ຂ້າມຊາດຂອງຈີນ ແມ່ນເປັນຜົນມາຈາກການຂະຫຍາຍຄວາມໝາຍຢ່າງກວ້າງຂວາງກ່ຽວກັບວ່າ ມີໃຜແດ່ ຄວນຢູ່ພາຍໃຕ້ການຄວບຄຸມນອກອານາເຂດຂອງ ພັກຄອມມູນິສຈີນ.”
ເມື່ອວັນທີ 3 ກໍລະກົດຜ່ານມານີ້ ຕຳຫຼວດຮົງກົງໄດ້ອອກໝາຍຈັບ ອະດີດພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ 8 ຄົນ ຊຶ່ງໃນປັດຈຸບັນນີ້ ອາໄສຢູ່ໃນສະຫະລັດ ອອສເຕຣເລຍ ອັງກິດ ແລະການາດາ, ໂດຍກ່າວຫາພວກເຂົາເຈົ້າກ່ຽວກັບຄວາມຜິດຮ້າຍແຮງຕ່າງໆພາຍໃຕ້ກົດໝາຍທີ່ຮຸນແຮງເກີນຂອບເຂດຂອງຮົງກົງ ຢູ່ໃນກົດໝາຍຄວາມໝັ້ນຄົງແຫ່ງຊາດ ທີ່ບັງຄັບໃຊ້ ໂດຍປັກກິ່ງ. ບຸກຄົນເຫຼົ່ານີ້ແມ່ນຮວມທັງ ອະດີດສະມາຊິກສະພາ ນິຍົມປະຊາທິປະໄຕ ນາທານ ລໍ, ເທັດ ຫຸຍ ແລະເດັນນິສ ກວັອກ, ທະນາຍຄວາມເຄວິນ ແຢມ, ແລະນັກເຄື່ອນໄຫວ ຟິນ ລາວ, ອັນນາກວັອກ ແອລເມີຢູເອນ ແລະຄຣິສໂຕເຟີ ມຸງ.
ໝາຍຈັບ ໄດ້ກ່າວຫາພວກນັກເຄື່ອນໄຫວທັງ 8 ວ່າ ມີຄວາມຜິດຫຼາຍຂໍ້ທາງດ້ານຄວາມໝັ້ນ ຮວມທັງ ການໂຄ່ນລົ້ມລັດຖະບານ ສົມຮູ້ຮ່ວມຄິດກັບລັດຖະບານຕ່າງປະເທດ ດຳເນີນກິດຈະການກໍ່ການຮ້າຍ ຍຸແຍ່ໃຫ້ມີການແບ່ງແຍກດິນແດນ ແລະຖືກກ່າວຫາວ່າ ຮຽກຮ້ອງໃຫ້ບັນດາປະເທດຕາເວັນຕົກລົງໂທດເຈົ້າໜ້າທີ່ຮົງກົງ. ໝາຍຈັບນີ້ແມ່ນຮວມທັງການສະເໜີໃຫ້ເງິນລາງວັນ 1 ລ້ານໂດລາຮົງກົງ ຊຶ່ງເທົ່າກັບເກືອບ 128,000 ໂດລາສະຫະລັດ ສຳລັບຂໍ້ມູນທີ່ນຳໄປສູ່ການຈັບກຸມບຸກຄົນທັງ 8.
“ສະຫະລັດ ຂໍປະນາມການສະເໜີໃຫ້ເງິນລາງວັນລະຫວ່າງປະເທດຂອງກຳລັງຕຳຫຼວດຮົງກົງ ສຳລັບຂ່າວຄາວທີ່ນຳໄປສູ່ການຈັບກຸມພວກນັກເຄື່ອນໄຫວເພື່ອປະຊາທິປະໄຕທັງ 8 ທີ່ບໍ່ໄດ້ຢູ່ໃນຮົງກົງອີກຕໍ່ໄປແລ້ວ” ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານແມັດທິວ ມິລເລີ ຂຽນຢູ່ໃນຖະແຫຼງການ. “ການນຳໃຊ້ອຳນາດຄວບຄຸມນອກອານາເຂດຢູ່ໃນກົດໝາຍຄວາມໝັ້ນຄົງແຫ່ງຊາດທີ່ບັງຄັບໃຊ້ໂດຍປັກກິ່ງນັ້ນ ແມ່ນເປັນໄພອັນຕະລາຍ ທີ່ຂົ່ມຂູ່ຕໍ່ສິດທິມະນຸດແລະອິດສະຫຼະພາບຂັ້ນພື້ນຖານຂອງປະຊາຊົນຢູ່ໃນທົ່ວໂລກ” ທ່ານມິລເລີກ່າວ.
“ພວກເຮົາຂໍຮຽກຮ້ອງໃຫ້ລັດຖະບານຮົງກົງ ຖອນການສະເໜີໃຫ້ເງິນລາງວັນນີ້ ໃນທັນທີ ໃຫ້ການເຄົາລົບຕໍ່ອະທິປະໄຕຂອງປະເທດອື່ນໆ ແລະຍຸຕິການອ້າງກົດໝາຍຄວາມໝັ້ນຄົງແຫ່ງຊາດທີ່ບັງຄັບໃຊ້ໂດຍປັກກິ່ງ” ໂຄສົກມິລເລີກ່າວ.
“ພວກເຮົາຈະສືບຕໍ່ຄັດຄ້ານຕໍ່ການດຳເນີນຄວາມພະຍາຍາມໃນການກົດຂີ່ຂ້າມຊາດຂອງ ສປ ຈີນ ຊຶ່ງເປັນການບ່ອນທຳລາຍຕໍ່ສິດທິມະນຸດ. ພວກເຮົາສະໜັບສະໜຸນສິດທິຂອງສ່ວນບຸກຄົນ ເພື່ອໃຫ້ມີສິດເສລີພາບໃນການສະແດງອອກຊຶ່ງຄວາມຄິດຄວາມເຫັນ ແລະການໂຮມຊຸມນຸມແບບສັນຕິ.”