Accessibility links

Breaking News

ບົດບັນນາທິການ: ກຸ່ມແນວໂຮມພັນທະມິດ ທີ່ບໍ່ເຄີຍມີມາກ່ອນ ຫາ​ລື​ກັນ ເພື່ອຕ້ານການຮຸກຮານຂອງຣັດເຊຍ ໃນຢູເຄຣນ


ລັດ​ຖະ​ມົນ​ຕີກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອ​ອ​ສ​ຕິນ ໃນ​ການ​ຖະ​ແຫຼງ​ຂ່າວ ຫຼັງ​ການ​ພົບ​ປະ​ກັບ​ກຸ່ມ​ປຶກ​ສາ​ຫາ​ລື​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ​ເຄ​ຣນ ທີ່​ຖານ​ທັບ​ອາ​ກາດ​ສະ​ຫະ​ລັດ ໃນ​ເຢຍ​ຣະ​ມັນ ເມື່ອ​ວັນ​ທີ 26 ເມ​ສາ 2022.
ລັດ​ຖະ​ມົນ​ຕີກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອ​ອ​ສ​ຕິນ ໃນ​ການ​ຖະ​ແຫຼງ​ຂ່າວ ຫຼັງ​ການ​ພົບ​ປະ​ກັບ​ກຸ່ມ​ປຶກ​ສາ​ຫາ​ລື​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ​ເຄ​ຣນ ທີ່​ຖານ​ທັບ​ອາ​ກາດ​ສະ​ຫະ​ລັດ ໃນ​ເຢຍ​ຣະ​ມັນ ເມື່ອ​ວັນ​ທີ 26 ເມ​ສາ 2022.

ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ກຸ່ມ​ແນວ​ໂຮມ​ພັນ​ທະ​ມິດ​ປະ​ເທດ​ຕ່າງໆ ພົບ​ປະ​ກັນ​ ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ເມື່​ອ​ໄວໆ​ມານີ້ ເພື່ອ​ຫາ​ລື​ກ່ຽວກັບ​ການ​ສືບ​ຕໍ່​ຫາ​ທາງ​ຕ້ານ​ຢັນ​ການ​ຮຸກ​ຮານ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍ ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ບັນ​ດາ​ຜູ້​ຕາງ​ໜ້າ​ຈາກ​ກຸ່ມ​ແນວ​ໂຮມ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມ​ປະ​ຊຸມ​ກັນເມື່ອ​ໄວໆ​ມານີ້ ​ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ເພື່ອ​ຫາ​ລື​ກ່ຽວ​ກັບ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ ສຳ​ລັບ​ຮັບ​ມື​ກັບ​ການ​ເຮັດ​ສົງ​ຄາມແບບ​ຮຸກ​ຮານ​ ຂອງ​ລັດ​ຖະ​ບານ​ຣັດ​ເຊຍ ຢູ່​ໃນ​ປະ​ເທດ​ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ວ່າ “ນັບ​ເປັນ​ເທື່ອ​ທຳ​ອິດ​ທີ່​ເຄີຍ​ມີ​ມາ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ສະ​ຫະ​ລັດ​ ປະ​ເທດ​ພັນ​ທະ​ມິດ​ຈາກ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ອອ​ສ​ເຕ​ຣ​ເລຍ ຍີ່​ປຸ່ນ ນິວ​ຊີ​ແລນ ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ໄດ້​ເຂົ້າ​ຮ່ວມ​ກັນ​ເປັນ​ກຸ່ມ ໃນ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະມົນ​ຕີ​ຂອງ​ອົງ​ການ​ເນ​ໂຕ້. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຈໍ​ເຈຍ ຟິນ​ແລນ ສະ​ວີ​ເດັນ ແລະ​ຢູ​ເຄ​ຣນ​ກໍ​ໄດ້​ເຂົ້າ​ຮ່ວມ​ເຊັ່ນ​ກັນ ຄື​ກັນ​ກັບ​ຂ້າ​ຫຼວງ​ໃຫຍ່​ໃນ​ດ້ານກິດ​ຈະ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ.”

“ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ​ແລ​ະ​ພາ​ຄີ​ທັງ​ໝົດ​ເຫຼົ່າ​ນີ້ ແມ່ນ​ໄດ້​ເນັ້ນ​ໃຫ້​ເຫັນແນວ​ໂຮມ​ຂອງ​ປະ​ເທດ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ທົ່ວໂລກ ທີ່​ມີ​ຄວາມ​ປຸ້ມ​ລຸ້ມ​ສາ​ມັກ​ຄີ​ໃນ​ການ​ລຸກ​ຂຶ້ນ​ຢືນ​ຮ່ວມ​ກັບ​ຢູ​ເຄ​ຣນເພື່ອ​ຕ້ານ​ຢັນການ​ຮຸກ​ຮານ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍ ຊຶ່ງ​ປະ​ເທດ​ຕ່າງໆ​ຖື​ວ່າ ມົ​ສ​ກູ​ບໍ່​ພຽງ​ແຕ່​ໄດ້​ໂຈ​ມ​ຕີ​ປະ​ເທດ​ໃດ​ນຶ່ງ​ທໍ່​ນັ້ນ ແຕ່​ປະ​ຊາ​ຄົມ​ສາ​ກົນ​ທີ່​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ​ທັງ​ມວນ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ກ່າວ​ວ່າ “ຮູບ​ພາບ​ແລະ​ເຫດ​ການ​ທີ່​ໜ້າ​ສະ​ເທືອນ​ໃຈ ຈາກ​ເມືອງ​ບູ​ຊາ ແລະ​ເຂດ​ອື່ນໆ​ຂອງ​ຢູ​ເຄ​ຣນ ມີ​ແຕ່​ໄດ້​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຕັດ​ສິນ​ໃຈ​ຮ່ວມ ແລະ​ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີ​ຂອງ​ພວກ​ເຮົາ ເທົ່າ​ນັ້ນ.”

“ສຳ​ລັບ​ທຸກໆ​ຄົນ​ໃນ​ເມືອງ​ບູ​ຊາ ມັນ​ຍັງ​ມີ​ຫຼາຍໆ​ເມືອງ​ອີກ ທີ່​ຣັດ​ເຊຍ​ໄດ້​ຢຶດ​ຄອງ ແລະ​ຫຼາຍໆ​ເມືອງ​ອີກ​ທີ່​ຣັດ​ເຊຍ​ຍັງ​ຢຶດ​ຄອງ​ຢູ່ ສະ​ຖານ​ທີ່​ຕ່າງໆ​ບ່ອນ​ທີ່​ພວກ​ເຮົາ​ຕ້ອງຄາດ​ວ່​າ​ ທະ​ຫານ​ຣັດ​ເຊຍ​ໄດ້​ກໍ່​ອາ​ຊະ​ຍາ​ກຳ​ຕື່ມ​ອີກ​ໃນ​ເວ​ລານີ້.”

ບັນ​ດາ​ປະ​ເທ​ດ​ພັນ​ທະ​ມິດ​ແລະ​ພາ​ຄີ​ພວມ​ເອົາ​ບາດ​ກ້າວ “ເພື່ອ​ຍຸ​ຕິ​ການ​ຮຸກ​ຮານນີ້ ເພື່ອ​ລຸກ​ຂຶ້ນ​ຢືນ​ຮ່ວມ​ກັບ​ຢູ​ເຄ​ຣນ ແລະ​ໃຫ້​ພວກ​ທີ່​ໄດ້​ກະ​ທຳ ເປັນ​ຜູ້​ຮັບ​ຜິດ​ຊອບ.”

ທຳ​ອິດ ພວກ​ເຮົາ​ກຳ​ລັງ​ເພີ້ມ​ການ​ລົງ​ໂທດ ​ຕໍ່​ສະ​ຖາ​ບັນ​ການ​ເງິນ​ຂອງ​ຣັດ​ເຊຍ ແລະສ່ວນ​ບຸກ​ຄົນ​ຈຳ​ນວນ​ນຶ່ງ ຮວມ​ທັງ​ພວກ​ລູກ​ທີ່​ໃຫຍ່​ແລ້ວ ​ຂອງວ​ລາ​ດີ​ເມຍປູ​ຕິນ.

ສອງ​ມາ ພວກ​ເຮົາ​ພວມ​ຊ່ວຍ​ໃຫ້​ຢູ​ເຄ​ຣນ​ປ້ອງ​ກັນ​ໂຕ ໂດຍ​ໃຫ້​ການ​ຊ່ວຍ​ເຫຼືອ​ຕື່ມ​ອີກ 800 ລ້ານ​ໂດ​ລາ ໃນ​ດ້ານ​ຄວາມ​ໝັ້​ນ​ຄົງ ​ແລະ​ອາ​ວຸດ. ພວກ​ເຮົາ​ຍັງ​ຈະ​ສະ​ໜອງການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ໃຫ້​ແກ່​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ​ແລະ​ພວກ​ທີ່​ຫລົບ​ໜີ​ຈາກ​ສົງ​ຄາມ.

ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກ​ຮ່ວມ​ກັບ​ຊາວ​ຢູ​ເຄ​ຣນ​ທີ່​ເປັນ​ຮຸ້ນ​ສ່ວນ ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໃນ​ການ​ເກັບ​ກຳ ແລະ​ວິ​ເຄາະ​ຫຼັກ​ຖານ​ໃນ​ການ​ກໍ່​ໂທດ​ກຳແລະ​ນຳ​ສະ​ເໜີ​ຂໍ້​ມູນນີ້​ຕໍ່​ອົ​ງ​ການ​ສືບ​ສວນ​ທີ່​ເໝາະ​ສົມ.

ພວກ​ເຮົາ​ພວມ​ຊອກ​ຫາ​ຊ່ອງ​ທາງ​ໃໝ່ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ​ຮ່ວມ​ຂອງ​ອົງ​ການ​ພັນ​ທະ​ມິດ​ເນ​ໂຕ້​ຂ​ອງ​ພວກ​ເຮົາ ແລະ​ເພີ້ມ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ແກ່​ພາ​ຄີ ທີ່​ພວມ​ຕົກ​ຢູ່​ໃນ​ຄວາມ​ຫຼໍ່​ແຫຼມຕໍ່​ການ​ໃຊ້​ອິດ​ທິພົນ​ໃນ​ທາງ​ທີ່​ບໍ່​ດີ​ຂອງ​ຣັດ​ເຊຍ ເຊັ່ນ​ບອ​ສ​ເນຍແລະ​ເຮີ​ເຊ​ໂກວີ​ນາ ແລະ​ການຮຸກ​ຮານ​ເຊັ່ນ​ປະ​ເທດ​ຈໍ​ເຈຍ.

ສຸດ​ທ້າຍນີ້ ພວກ​ເຮົາ​ກຳ​ລັງ​ຂຽນ​ຄວາມ​ຄິດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ໃໝ່​ຂອງ​ອົງ​ການ​ເນ​ໂຕ້ ທີ່​ຈະສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ໝັ້ນ​ຄົງ​ຂ້າມ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ ຊຶ່ງ​ຈະ​ສະ​ທ້ອນ​ໃຫ້​ເຫັນ​ໃນ​ອັນ​ທີ່​ເປັນ​ສະ​ພາບ​ການ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວ​ວາ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ກ່າວ​ວ່າ “ຄວາມ​ໜ້າ​ລັງ​ກຽດ​ຢ່າງ​ແຮງ​ຕໍ່​ອັນ​ທີ່​ລັດ​ຖະ​ບານ​ຣັດ​ເຊຍ​ກຳ​ລັງ​ເຮັດນັ້ນ ​ແມ່ນ​ສາ​ມາດ​ສຳ​ພັດ​ໄດ້. ມີ​ການ​ຕັດ​ສິນໃຈຈຳ​ນວນ​ຫຼາຍ​ຂຶ້ນກວ່າເວ​ລາໃດໆ ໃນ​ການ​ລຸກ​ຂຶ້ນ​ຢືນ​ຮ່ວມ​ກັບ​ຢູ​ເຄ​ຣນ ເພື່ອຄ້ຳ​ຈຸນ ແລະ​ເຮັດ​ໃຫ້​ລະ​ບຽບ​ການາ​ຂອງ​ສາ​ກົນ​ມີ​ຊີ​ວິດ​ຊີ​ວາ​ຄືນ​ໃໝ່ ທີ່​ມົ​ສ​ກູ​ກຳ​ລັງ​ພະ​ຍາຍາມ​ຕ່າວ​ປີ້ນ ເພື່ອ​ໃຊ້​ອິດ​ທິ​ພົນ​ກົດ​ດັນ​ແມ່ນ​ກະ​ທັງ​ໃນລາ​ຄາ​ທີ່​ແພງ​ຂຶ້ນກວ່າ​ເກົ່າຕໍ່​ລັດ​ຖະ​ບານ​ຣັດ​ເຊຍ ເພື່ອ​ຄ້ຳ​ປະ​ກັນ​ວ່າ ພວກ​ທີ່​ໄດ້​ດຳ​ເນີນ​ການ​ໄປ​ນັ້ນເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ອາ​ຊະ​ຍາ​ກຳ​ທີ່​ພວກ​ເຂົາ​ກໍ່​ຂຶ້ນ.”

XS
SM
MD
LG