Accessibility links

Breaking News

ບົດບັນນາທິການ: 300 ມື້ ໃນການປ້ອງກັນ ປະເທດຢູເຄຣນ


​ທະ​ຫານ​ຢູ​ເຄ​ຣນ​ນັ່ງ​ຢູ່​ເທິງ​ປືນ​ໃຫຍ່ ໃນ​ເຂດ​ແນວ​ໜ້າ​ຂອງ​ຢູ​ເຄ​ຣ​ນ.
​ທະ​ຫານ​ຢູ​ເຄ​ຣນ​ນັ່ງ​ຢູ່​ເທິງ​ປືນ​ໃຫຍ່ ໃນ​ເຂດ​ແນວ​ໜ້າ​ຂອງ​ຢູ​ເຄ​ຣ​ນ.

ສະຫະລັດ ມີຄວາມໝັ້ນໝາຍ ທີ່ຈະໃຫ້ການຄ້ຳປະກັນວ່າ ຢູເຄຣນມີຄວາມສາມາດ ໃນການສະໜອງ ແລະປົກປ້ອງປະຊາຊົນຂອງຕົນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທ້າຍ​ປີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ເນັ້ນ​ຢ້ຳ​ເຖິງ 4 ຂົງ​ເຂດ​ວຽກ​ງານ​ທີ່​ສຳ​ຄັນ​ສຸດ ທາງ​ດ້ານ​ການ​ທູດ ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ ໃນ​ປີ 2022.

ທຳ​ອິດ ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ສະ​ຫະ​ລັດ “​ໄດ້​ເຕົ້າໂຮມ​ໂລກເພື່ອ​ໃຫ້​ການ​ຄ້ຳ​ປະ​ກັນ​ວ່າ ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ແມ່ນ​ຍຸດ​ທະ​ສາດແຫ່ງ​ຄວາມ​ລົ້ມ​ແຫຼວ.” ທ່ານບ​ລິງ​ເກັນ ກ່າວ​ວ່າ:

“ນັບ​ແຕ່​ວັນ​ທີ 24 ກຸມ​ພາ​ເປັນ​ຕົ້ນ​ມ​າ ພວກ​ເຮົາ​ໄດ້​ນຳ​ເອົາ​ພັນ​ທະ​ມິດ​ແລະ​ພາ​ຄີ​ຫຼາຍ​ສິບ​ປະ​ເທດມາ​ເຕົ້າ​ໂຮມ​ກັນ ເພື່ອ​ຊຸກ​ຍູ້ໃນ​ດ້ານ​ຄວາມ​ໝັ້ນ​ຄົງ ເສດ​ຖະ​ກິດ​ແລະ​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແກ່ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣ​ນ ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ລຸກ​ຂຶ້ນ ​ປົກ​ປ້ອງ​ປະ​ຊາ​ທິ​ປະ​ໄຕ ອະ​ທິ​ປະ​ໄຕ ​ແລະ​ເອກ​ກະ​ລາດ​ໃນ​ປະ​ເທດ​ເຂົາ​ເຈົ້າ. ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຮ່ວມ​ກັນ​ຂອງ​ພວກ​ເຮົາ ຮວມ​ທັງ ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ​ໃນ​ເວ​ລານີ້ 1 ພັນ 850 ລ້ານ​ໂດ​ລາ​…ເພື່ອຊ່ວຍ​ໃຫ້​ພວກ​ນັກ​ລົບ​ຊາວ​ຢູ​ເຄ​ຣນ​ ເປີດ​ສາກ​ບຸກ​ໂຈມ​ຕີ​ຕອບ​ໂຕ້ປົດ​ປ່ອຍ​ປະ​ຊາ​ຊົນ​ຂອງ​ພວກ​ເຂົາ​ເຈົ້າ ຢຶດ​ເອົາ​ຄືນ​ດິນ​ແດນ​ຂອງ​ພວກ​ເຂົາ​ເຈົ້າ.”

ສອງ​ມາ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິ​ງ​ເກ​ລັນ ກ່າວ​ວ່າ “ພວກ​ເຮົາ​ໄດ້​ເລັ່ງລັດທົບ​ທວນ​ທາງ​ດ້ານ​ຍຸດ​ທະ​ສາດ ກັບ​ປະ​ເທດ​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ​ ກ່ຽວ​ກັບ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.” ທ່ານບ​ລິງ​ເກັນ ກ່າວ​ວ່າ:

“ຢ້ອນ​ຄືນ​ໄປ​ເມື່ອ​ເດືອນ​ພຶດ​ສະ​ພາ ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ຍຸດ​ທະ​ສາດ ​ຂອງ​ພວກ​ເຮົາ ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ທີ່​ມີ​ຂຶ້ນ​ໂດຍ ສ​ປ​ ຈີນ: ການ​ລົງ​ທຶນ​ໃນ​ດ້ານ​ພື້ນ​ຖານ​ຂອງ​ຄວາມ​ເຂັ້ມ​ແຂງ​ພວກ​ເຮົາ​ຢູ່​ພາຍ​ໃນ​ປະ​ເທດ ວາງ​ໂຕ​ໃຫ້​ສອດ​ຄ່ອງ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ ແຂ່ງ​ຂັນ​ກັບ​ຈີນ​ເພື່ອ​ໃຫ້​ພວກ​ເຮົາ ​ສາ​ມາດ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົາ ແລະ ເຮັດ​ໃຫ້​ວິ​ໄສ​ທັດ​ຂອງ​ພວກເຮົາ ກາຍ​ເປັນ​ຄວາມ​ຈິງ​ໃນ​ອະ​ນາ​ຄົດ.”

ຍິ່ງ​ໄປ​ກວ່ານັ້ນ ສະ​ຫະ​ລັດ ​ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ຍັງ​ສືບ​ຕໍ່​ມີ​ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີ ໃນ​ຄວາມ​ໝັ້ນໝາຍຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນລະ​ພາບ​ຢູ່​ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນແລະ​ຍັງຈະ​ສືບ​ຕໍ່​ສະ​ແດງ​ຄວາມ​ເປັນ​ຫ່ວງກັງ​ວົນ ແລະ​ເອົາ​ມາດ​ຕະ​ການ​ຮ່ວມ​ກັນ ​ເພື່ອ​ຮັບ​ມື​ ກັບ​ການ​ລະ​ເມີດ​ສິດ​ທິ​ມະ​ນຸ​ດ​ຂອງ ສ​ປ ຈີນ​ໃນ​ເຂດ​ຊິນ​ຈຽງ ແລະ​ທິ​ເບດ ​ຕະ​ຫຼອດ​ທັງ ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ ແລະ​ສິດເສ​ລີ​ພາບ​ດ້ານການ​ຂ່າວ ​ທີ່​ພວມ​ເຊື່ອມ​ຖອຍ ​ຢູ່​ໃນ​ຮົງ​ກົງ.

ສາມ​ມາ ສະ​ຫະ​ລັດ​ໄດ້​ປຸກ​ລະ​ດົມ​ແນວ​ໂຮມ ເພື່ອ​ຫາ​ທາງ​ແກ້​ໄຂ ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ ດ້ານ​ສຸ​ຂະ​ພາບ ພະ​ລັງ​ງານ​ ແລະ​ການ​ປ່ຽນ​ແປງ​ຂອງ​ອາ​ກາດ ແລະ​ການ​ເຕີບ​ໂຕຂອງ​ທຸກ​ພາກ​ສ່ວນທາງ​ດ້ານ​ເສດ​ຖະ​ກິດ.

ສຸດ​ທ້າຍ “ພວກ​ເຮົາ​ໄດ້​ນຳ​ໃຊ້​ອຳ​ນາດ​ທາງ​ດ້ານ​ການ​ທູ​ດ ​ຂອງ​ອາ​ເມ​ຣິ​ກາ ​ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ ແລະ​ປ້ອງ​ກັນ ແລະ​ບັນ​ເທົາຕໍ່​ບັນ​ຫາ​ຂັດ​ແຍ້ງ.” ລັດ​ຖະ​ມົນ​ຕີບ​ລິງ​ເກັນ ກ່າວ​ວ່າ:

“ຮ່ວມ​ກັນ​ກັບ​ບັນ​ດາ​ຄູ່​ຕຳ​ແໜ່ງ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ອິ​ສ​ຣາ​ແອ​ລ ໂມ​ຣົກ​ໂກ ບາຫ໌​ເຣນ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສແລະ​ອີ​ຈິບ ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ປະ​ຫວັດ​ສາດ​ເນ​ເກັບ ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ການ​ຮວມ​ໂຕ ແລະ​ຄວາມ​ເປັນ​ປົກ​ກະ​ຕິ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ. ພວກ​ເຮົາ​ໄດ້​ຊ່ວຍ​ໄກ່​ເກ່ຍ​ຂໍ້​ຕົກ​ລົງ​ປະ​ຫວັດ​ສາດ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລແລະ​ເລ​ບາ​ນອນ ເພື່ອ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ທາງ​ທະ​ເລ​ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ. ພວກ​ເຮົາ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ເຈ​ລະ​ຈາ​ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອາ​ຟ​ຣິ​ກາທີ່​ໄດ້​ນຳ​ໄປ​ສູ່​ການ​ຍຸ​ຕິ​ຄວາມ​ເປັນ​ປໍ​ລະ​ປັກ​ລະ​ຫວ່າງກອງ​ກຳ​ລັງ​ຂອງ​ເອ​ທິ​ໂປ​ເປຍ ​ແລະ​ທິ​ເກ​ຣ. ພວກ​ເຮົາ​ໄດ້​ຊ່ວຍໃຫ້​ມີ​ການ​ບັນ​ລຸ ຂອບ​ຂໍ້​ຕົກ​ລົງ ເພື່ອ​ນຳ​ເອົາ​ຊູ​ດານ​ກັບ​ຄືນ​ມາ​ສູ່​ເສັ້ນ​ທາງ​ໄປ​ສູ່​ການ​ປົກ​ຄອງ​ແບບ​ປະ​ຊາ​ທິ​ປະ​ໄຕ ​ພາຍ​ໃຕ້​ການ​ນຳ​ພາ ​ຂອງ​ພົນ​ລະ​ເຮືອນ. ພວກເຮົາ​ໄດ້​ຊ່ວຍ​ໃຫ້​ມີ​ການ​ບັນ​ລຸ ແລະ​ຕໍ່​ມາ​ກໍ​ໄດ້​ມີ​ການ​ຂະ​ຫຍາຍ ​ການ​ຢຸດ​ຍິງ​ໃນ​ບັນ​ຫາ​ຂັດ​ແຍ້ງ​ເຢ​ເມນ.”

ໃນ​ການ​ເບິ່ງ​ໄປ​ຂ້າງ​ໜ້າ​ສຳ​ລັບ​ປີ 2023 ນີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນກ່າວ​ວ່າ ສະ​ຫະ​ລັດ​ແລະ​ບັນ​ດາ​ປະ​ເທດ​ພາ​ຄີ ຍັງ​ຈະ​ສືບ​ຕໍ່​ເຮັດ​ວຽກ​ຮ່ວມ​ກັນ ເພື່ອສ້າງ​ໂລກ ​ທີ່​ເສ​ລີ ເປີດກວ້າງ ໝັ້ນ​ຄົງ ແລະ​ອຸ​ດົມ​ຮັ່ງ​ມີ.

XS
SM
MD
LG