Accessibility links

Breaking News

ບົດບັນນາທິການ: ຟິນແລນ ແລະສະວີເດັນ ຍື່ນຄຳຮ້ອງສະໝັກເປັນສະມາຊິກເນໂຕ້


ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟິນ​ແລນ ປະ​ຈຳ​ເນ​ໂຕ້ ທ່ານ​ຄ​ລາວ​ສ໌ ກໍ​ໂຣ​ເນັນ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ​ສ໌ ສ​ໂຕ​ລ​ເຕັນ​ເບີກ ແລະ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດ​ຂອງ​ສະ​ວີ​ເດັນ ປະ​ຈຳ​ເນ​ໂຕ້ ທ່ານ​ເອັກ​ແຊ​ລ ເວີນ​ຮອ​ຟ ​ໃນພິ​ທີບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 18 ພຶດ​ສະ​ພາ 2022.
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟິນ​ແລນ ປະ​ຈຳ​ເນ​ໂຕ້ ທ່ານ​ຄ​ລາວ​ສ໌ ກໍ​ໂຣ​ເນັນ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ​ສ໌ ສ​ໂຕ​ລ​ເຕັນ​ເບີກ ແລະ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດ​ຂອງ​ສະ​ວີ​ເດັນ ປະ​ຈຳ​ເນ​ໂຕ້ ທ່ານ​ເອັກ​ແຊ​ລ ເວີນ​ຮອ​ຟ ​ໃນພິ​ທີບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 18 ພຶດ​ສະ​ພາ 2022.

ເມື່ອວັນທີ 18 ພຶດສະພາຜ່ານມານີ້ ລັດຖະບານຂອງຟິນແລນ ແລະສະວີເດັນ ໄດ້ສະໝັກເຂົ້າເປັນສະມາຊິກ ຂອງອົງການພັນທະມິດເນໂຕ້.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອ​ວັນ​ທີ 18 ພຶດ​ສະ​ພາ​ຜ່ານ​ມານີ້ ລັດ​ຖະ​ບານ​ຂອງ​ຟິນ​ແລນ​ແລະສະ​ວີ​ເດັນ ໄດ້​ສະ​ໝັກ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງອົງ​ການ​ພັນ​ທະ​ມິດ​ເນ​ໂຕ້. ການ​ຍື່ນ​ຄຳ​ຮ້ອງ​ເພື່ອ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ດັ່ງ​ກ່າວແມ່ນ​ມີ​ຜົນ​ໂດຍ​ກົງ​ມາ​ຈາກ​ການ​ຮຸກ​ຮານຢ່າງ​ເຕັມ​ອັດ​ຕາ ​ແລະແບບ​ບໍ່​ມີ​ເຫດ​ຜົນຂອງ​ອຳ​ນາດ​ການ​ປົກ​ຄອງ​ປູ​ຕິນ ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ​ຂະ​ນ​ະ​ທີ່​ປະ​ເທດ​ບໍ່​ຮວມ​ກຸ່ມ​ ທາງ​ທະ​ຫານ​ທັງ 2 ໄດ້​ສະ​ຫຼຸບວ່າ ຄວາມ​ໝັ້ນ​ຄົງ​ທີ່​ພວກ​ເຂົາ​ເຈົ້າ​ຈະໄດ້​ຮັບ ​ແມ່ນ​ໜັກ​ກວ່າ​ຄວາມ​ສ່ຽງ​ຕໍ່​ການ​ທີ່ຈະ​ເປັນ​ສັດ​ຕູ​ກັບ​ຄະ​ນະ​ນຳ​ພາ​ຂອງ​ຣັດ​ເຊຍ​ຕັ້ງ​ຫຼາຍ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງ​ປະ​ເທດ​ທັງ​ສອງ. ທ່ານ​ໄບ​ເດັນ ກ່າວ​ວ່າ “ຟິນ​ແລນ​ແລະ​ສະ​ວີ​ເດັນ ຈະ​ເຮັດ​ໃຫ້​ອົງ​ການ​ເນ​ໂຕ້​ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ ແລະ​ອົງ​ການ​ເນ​ໂຕ້ ​ທີ່​ມີ​ຄວາມ​ເຂັ້ມ​ແຂງ ປຸ້ມ​ລຸມ​ສາ​ມັກ​ຄີ ແມ່ນ​ພື້ນ​ຖານຄວາມ​ໝັ້ນ​ຄົງຂອງ​ອາ​ເມ​ຣິ​ກາ.”

ເຖິງ​ແມ່ນ​ປະ​ເທດ​ຟິນ​ແລນ​ເຄີຍ​ເປັນ​ອາ​ນາ​ນິ​ຄົມ​ຂອງ​ຈັກ​ກະ​ພັດ​ຣັດ​ເຊຍ​ແລະ​ຫຼັງ​ຈາກນັ້ນ ກໍ​ໄດ້ສູ້ລົບໃນສົງ​ຄາມ 2 ເທື່ອ ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ເອກ​ກະ​ລາດ ຕໍ່ຕ້ານ​ສະ​ຫະ​ພາບ​ໂຊ​ຫວຽດ ​ໃນ​ສັດ​ຕະ​ວັດ​ທີ 20 ຄັ້ງ​ທີນຶ່ງ ແຕ່​ປີ 1939 ຫາ 1940 ​ແລະ​ຄັ້ງ​ທີ​ສອງແຕ່​ປີ 1941 ຫາ 1944 ໃນ​ສະ​ໄໝ​ຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີສອງ ແຮ​ລ​ຊິງ​ກິ​ໄດ້​ຮັກ​ສາ​ຄວາມ​ສຳ​ພັນ​ອັນ​ໃກ້​ຊິດ​ທາງ​ດ້ານ​ເສດ​ຖະ​ກິດ​ກັບ​ມົ​ສ​ກູ ແລະ​ມີ​ປະ​ຫວັດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ທາງ​ດ້ານ​ທະ​ຫານ​ແບບ​ບໍ່​ຮວມ​ກຸ່ມ​ມາ​ເປັນ​ເວ​ລາສອງ​ສັດສະ​ວັດ. ເຖິງ​ແມ່ນ​ຟິນ​ແລນ​ແລະ​ສະ​ວີ​ເດັນ ມີ​ຄວາມ​ສຳ​ພັນ​ອັນ​ເລິກ​ເຊິ່ງ​ດ້ານການ​ຮ່ວມ​ມື​ກັບ​ອົງ​ການ​ເນ​ໂຕ້ໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານ​ມານີ້ ກໍ​ຈິງ​ ແຕ່​ໃນ​ໄລ​ຍະ​ຜ່ານ​ມາ ​ພວກ​ຜູ້​ນຳ​ທາງ​ດ້ານ​ການ​ເມືອງ ຫຼື​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ​ທັງ​ສອງ ກໍ​ບໍ່​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ຈະເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້​ເລີຍ. ແຕ່​ດຽວ​ກັນ ສິ່ງ​ດັ່ງ​ກ່າວນັ້ນ​ແມ່ນ​ປ່ຽນ​ແປງ​ໄປ​ແລ້ວ.

ນຶ່ງ​ໃນ​ສິ່ງກົງ​ກັນ​ຂ້າມ ​ກັບ​ທີ່​ຕັ້ງ​ໃຈ​ໄວ້ຢ່າງໜ້າ​ຢ້ານ​ກົວ ທີ່​ປາ​ກົດ​ໂຕ​ອອກ​ມາ​ຈາກ​ສົງ​ຄາມ​ທາງ​ເລືອກ​ອັນ​ໂຫດ​ຫ້ຽມ​ຂອງວັງ​ເຄ​ຣັມ​ລິນ​ຕໍ່​ຢູ​ເຄ​ຣນນັ້ນ ກໍ​ແມ່ນ ວ​ລາ​ດີ​ເມຍ ປູ​ຕິນ ພວມ​ເລັ່ງ​ລັດ​ໃຫ້​ສິ່ງ​ທີ່​ລາ​ວ​ກ່າວ​ອ້າງວ່າລາວ​ຢ້ານ​ທີ່​ສຸດ​ແລະຕ້ອງ​ການ​ຢາກ​ຫາ​ທ​າງ​ປ້ອງ​ກັນໄວ້​ນັ້ນ ຄື​ການ​ຂະ​ຫຍາຍ​ໂຕ​ຂອງ​ອົງ​ການ​ເນ​ໂຕ້. ການ​ຮວມ​ເອົາ​ຟິນ​ແລນແລະ​ສະ​ວີ​ເດັນ​ເຂົ້າ​ຮ່ວມ​ຈະ​ເສີມ​ຂະ​ຫຍາຍ​ຄວາມ​ໝັ້ນ​ຄົງຂອງ​ສາມ​ປະ​ເທດ​ໃນ​ເຂດ​ທະ​ເລ​ບາ​ລ​ຕິກ ຊຶ່ງ​ໃນ​ເວ​ລານີ້​ປະ​ກອບ​ເປັນ​ດ້ານ​ເໜືອ-ດ້ານຕາ​ເວັນ​ອອກຂອງ​ອົງ​ການ​ເນ​ໂຕ້ ແລະ​ຊ່ວຍ​ເຮັດ​ໃຫ້​ການຂະ​ຫຍາຍ​ຕົວ​ແບບ ຮຸກ​ຮານ​ຂອງ​ສະ​ຫະ​ພັນ​ຣັດ​ເຊຍ​ເມື່ອ​ໄວໆ​ມານີ້ ແຕ່​ແຫຼມ​ໂຄ​ລາໄປ​ຫາ​ເຂດ​ທະ​ເລ​ອາກ​ຕິກ​ນັ້ນ​ໝົດ​ລິດລົງ.

ທ່າມ​ກາງ​ການ​ປະ​ເຊີນ​ໜ້າ​ແບບ​ຮຸນ​ຮານ​ຂອງ​ປູ​ຕິນ ອົງ​ການ​ພັນ​ທະ​ມິດ​ເນ​ໂຕ້ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ​ໃນ​ດ້ານ​ປ້ອງ​ກັນ​ ແລະ​ຊອກ​ສະ​ແຫວງ​ຫາ​ສັນ​ຕິ​ພາບ​ນັບ​ແຕ່​ເລີ້ມ​ຕົ້ນ​ມາ​ນັ້ນ ຍັງ​ມີ​ຄວາມ​ເຂັ້ມ​ແຂງ ສາ​ມັກ​ຄີ ແລະ​ເປັນ​ແສງ​ໄຟ​ທີ່​ທຸກ​ປະ​ເທດ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ແລະ​ປະ​ຊາ​ຊົນ​ຂອງ​ພວກ​ເຂົາ​ເຈົ້າ.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນກ່າວ​ວ່າ “ການ​ມີ​ສອງ​ປະ​ເທດ​ສະ​ມາ​ຊິກ​ໃໝ່​ຂອງ​ອົງ​ການ​ເນ​ໂຕ້​ທີ່​ຕັ້ງ​ຢູ່​ທາງ​ເໜືອນັ້ນຈະ​ເສີມ​ຂະ​ຫຍາຍ​ຄວາມ​ໝັ້ນ​ຄົງ​ຂອງ​ພັນ​ທະ​ມິດ​ພວກ​ເຮົາ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ທົ່ວ​ທຸກ​ບ່ອນ. ທຸກມື້ນີ້ ບໍ່​ມີ​ຄຳ​ຖາມ​ເລີຍ​ວ່າ​ ອົງ​ການ​ເນ​ໂຕ້​ຍັງ​ເປັນ​ສິ່ງ​ທີ່​ເໝາະ​ສົມ ມີ​ປະ​ສິດ​ທິ​ພາບ​ແລະ​ຍັງ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ໃນ​ເວ​ລານີ້​ຫຼາຍກວ່າ​ທີ່​ເຄີຍ​ເປັນ​ມາ”

XS
SM
MD
LG