Accessibility links

Breaking News

ບົດບັນນາທິການ: ກຸ່ມພາຄີ ຈີ 7 ເພື່ອພື້ນຖານໂຄງລ່າງ ແລະການລົງທຶນ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ ຈີ 7. (ແຟ້ມ)
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ ຈີ 7. (ແຟ້ມ)

ບັນດາປະເທດທີ່ກຳລັງພັດທະນາ ມັກຈະຂາດພື້ນຖານໂຄງລ່າງທີ່ມີຄວາມຈຳເປັນ ເພື່ອຊ່ວຍນຳພາໃນກໍລະນີທີ່ເກີດເຫດການໜ້າຕື່ນຕົກໃຈ ເຊັ່ນໂຣກລະບາດໂຄວິດ-19 ເມື່ອບໍ່ດົນຜ່ານມານີ້.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ມັກ​ຈະ​ຂາດ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ຄວາມ​ຈຳ​ເ​ປັນ ເພື່ອ​ຊ່ວຍ​ນຳ​ພາໃນ​ກໍ​ລະ​ນີ​ທີ່​ເກີດ​ເຫດ​ການໜ້າ​ຕື່ນ​ຕົກ​ໃຈ ​ເຊັ່ນ​ໂຣກລະ​ບາດ​ໂຄວິດ-19 ເມື່ອ​ບໍ່​ດົນ​ຜ່ານ​ມານີ້. ດ້ວຍ​ເຫດ​ຜົນດັ່ງ​ກ່າວ ພວກ​ເຂົາ​ເຈົ້າ​ໄດ້ຮູ້​ເຖິງ​ຜົນ​ກະ​ທົບ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ ແລະ​ຍາກ​ທີ່​ຈະ​ຟື້ນ​ໂຕ​ຄືນ​ໄດ້ ນັ້ນ​ຄື​ການ​ໃຫ້​ຄຳ​ອະ​ທິ​ບາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ​ຈີ 7 ທີ່​ປະ​ເທດເຢຍ​ຣະ​ມັນ​ເມື່ອ​ໄວໆ​ມານີ້. ເພື່ອ​ຊ່ວຍ​ບັນ​ເທົາຜົນ​ກະ​ທົບ​ດັ່ງ​ກ່າວ ກຸ່ມຈີ 7 ຈຶ່ງ​ໄດ້​ເປີດ​ໂຕ ​ພາ​ຄີເພື່ອ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ການ​ລົງ​ທຶນ​ຂອງ​ໂລກ.

ສະ​ຫະ​ລັດ​ຈະ​ລະ​ດົມເງິນ​ທຶນເອກ​ກະ​ຊົນ​ແລະ​ລັດ​ຖະ​ບານ 200 ​ພັນ​ລ້ານ​ໂດ​ລາ​ພາຍ​ໃນ​ໄລ​ຍະ 5 ປີ​ຂ້າງ​ໜ້າ ​ເພື່ອ​ລົງ​ທຶນ​ໃນ​ດ້ານ​ສຸ​ຂະ​ພາບ ການ​ເຊື່ອມ​ຕໍ່​ທາງ​ດີ​ຈີ​ຕອ​ລ ຄວາມ​ສະ​ເໝີ​ພາບ​ແລະ​ຄວາມ​ຍຸ​ຕິ​ທຳ​ທາງເພດ ສະ​ພາບ​ອາ​ກາດ​ແລະ​ຄວາມ​ໝັ້​ນ​ຄົງ​ທາ​ງ​ດ້ານ​ພະ​ລັງ​ງານ.

ພາຍ​ໃຕ້​ໝວດ​ສຸ​ຂະ​ພາບນັ້ນ ສະ​ຫະ​ລັດ ພາ​ຄີ​ຈາກ​ກຸ່ມ​ຈີ 7 ແລະ​ ທະ​ນາ​ຄານ​ໂລກ​ ຈະ​ລົງ​ທຶນ ໃນ​ສະ​ຖານ​ທີ່​ຜະ​ລິດ​ຢາ​ວັກ​ຊີນລະ​ດັບອຸດ​ສາ​ຫະ​ກຳແຫ່ງໃໝ່ໃນ​ປະ​ເທດ​ເຊ​ເນ​ການ. ເມື່ອ​ໃດ​ແລ້ວ​ສຳ​ເລັດ ໂຮງ​ງານ​ແຫ່ງນີ້​ອາດ​ຈະ​ມີ​ຄວາມ​ສາ​ມາດ​ໃນ​ການ​ຜ​ະ​ລິດ​ຢາ​ວັກ​ຊີນ​ຫຼາຍໆ​ຮ້ອຍ​ລ້ານ​ໂດ​ສ​ໃນ​ແຕ່​ລະ​ປີ.

ນັ້ນ​ຄືເຫດ​ຜົນ​ທີ່​ວ່າ​ເປັນ​ຫຍັງ​ການ​ລົງ​ທຶນ​ໃນ​ໂຄງ​ການ​ດີ​ຈິ​ຕອ​ລພວມ​ລະ​ດົມ​ທຶນ 335 ລ້ານ​ໂດ​ລາ ເພື່ອ​ລົງ​ທຶນ​ໃນພື້ນ​ຖານ​ໂຄງ​ລ່າງ​ ສຳ​ລັບການ​ເຊື່ອມ​ຕໍ່​ທາງ​ດ້ານ​ດີ​ຈິ​ຕອ​ລ ແລະ​ການ​ບໍ​ລິ​ການ​ທາງ​ດ້ານ​ການ​ເງິນ​ແບບ​ດີ​ຈິ​ຕອ​ລ ຊຶ່ງ​ຈະເສີມ​ຂະ​ຫຍາຍ​ໃຫ້​ມີ​ການ​ເປີດ​ກວ້າງ​, ມີ​ຄວາມ​ສາ​ມາດ​ ໃນ​ການ​ຖ່າຍ​ໂອນ, ເຊື່ອ​ຖື​ໄດ້, ບໍ່​ມີ​ການ​ຈຳ​ແນກ ແລະ​ມີ​ຄວາມ​ໝັ້ນ​ຄົງ​ສຳ​ລັບ​ລະ​ບົບ​ນິ​ເວດ​ດີ​ຈິ​ຕອ​ລ ຢູ່​ໃນ​ຕະ​ຫຼາດ​ທີ່​ພຸ່ງ​ພົ້ນ​ໃໝ່. ລັດ​ຖະ​ບານ​ສະ​ຫະ​ລັດ ຍັງ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ປະ​ມູນ​ໂດຍບໍ​ລິ​ສັດ SubCom ຂອງ​ອາ​ເມ​ຣິ​ກັນໃນ​ສັນ​ຍາ​ມູນ​ຄ່າ 600 ລ້ານ​ໂດ​ລາເພື່ອ​ສ້າງສາຍ​ເຄ​ໂບ້​ສຳ​ລັບ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ​ໃຕ້​ພື້ນ​ທະ​ເລ​ຂອງ​ໂລກ.

ປະ​ຫວັດ​ສາດ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເວ​ລາ​ໃດ​ທີ່​ແມ່​ຍິງແລະ​ເດັກ​ນ້ອຍ​ແມ່​ຍິງທີ່ມີ​ສິດ​ເສ​ລີ​ພາບ​ໃນ​ການ​ປະ​ກອບ​ສ່ວນ​ໂດຍ​ເຕັມ ເຂົ້າ​ໃນ​ສັງ​ຄົມ ມັນ​ກໍ​ຈະ​ມີ​ຜົນ​ໃນ​ທາ​ງບວກ ຕໍ່​ປະ​ຊາ​ຄົມ​ຂອງ​ພວກ​ເຂົາ​ເຈົ້າ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ.

“ສະ​ຫະ​ລັດ​ໃຫ້ຄວາມ​ໝັ້ນ​ໝາຍ 50 ລ້ານ​ໂດ​ລາ ໃນ​ໄລ​ຍະ 5 ປີ​ຕໍ່​ໜ້າ ຕໍ່​ກອງ​ທຶນ​ສິນ​ນ້ຳ​ໃຈ ​ເພື່ອປິ່ນ​ປົວ​ເດັກ​ນ້ອຍ ຂອງ​ທະ​ນາ​ຄານ​ໂລກ. ການ​ເປັນ​ພາ​ຄີ​ລະ​ຫວ່າງ​ລັດ​ຖະ​ບານ​ ແລະ​ເອກ​ກະ​ຊົນດັ່ງ​ກ່າວນີ້ ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ພາ​ຄີ​ຫຼາຍໆ​ປະ​ເທດ​ຂອງ​ກຸ່ມ​ຈີ 7 ຈະ​ຊ່ວຍ​ປະ​ເທດ​ຕ່າງໆ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ທີ່​ເຮັດ​ໃຫ້​ເປັນ​ການ​ງ່າຍ​ຂຶ້ນ​ສຳ​ລັບ​ພວກ​ແມ່​ຍິງ ເຂົ້າ​ຮ່ວມ​ແບບ​ສະ​ເໝີ​ພາບ​ກັນ​ໃນ​ດ້ານ​ກຳ​ລັງ​ແຮງ​ງານ.”

ເພື່ອ​ປົກ​ປ້ອງ​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດນັ້ນ ມັນ​ເປັນ​ເລື້ອງ​ສຳ​ຄັນ​ທີ່​ຈະ​ຕ້ອງ​ໄດ້​ລົງ​ທຶນ​ໃນ​ໂຄງ​ການ​ພະ​ລັງ​ງານ​ທີ່​ສະ​ອາດ. ຕົວ​ຢ່າງວ່າ ສະ​ຫະ​ລັດ​ຫາ​ກໍຊ່ວຍ​ອຳ​ນວຍ​ຄວາມ​ສະ​ດວກ ໃນ​ການ​ເປັນ​ພາ​ຄີ​ໃໝ່​ ລະ​ຫວ່າງ 2 ບໍ​ລິ​ສັດ​ຂອງ​ອາ​ເມ​ຣິ​ກາ ແລະ​ລັດ​ຖະ​ບານ​ອັງ​ໂກ​ລາ ເພື່ອ​ລົງ​ທຶນ 2 ຕື້​ໂດ​ລາ ​ໃນ​ການ​ສ້າງ​ໂຄງ​ການ​ພະ​ລັງ​ງານ​ແສງ​ຕາ​ເວັນ ໃນ​ປະ​ເທດອັງໂກ​ລາ.

​ແລະ​ຢູ່​ປະ​ເທດ​ໂຣ​ມາ​ເນຍ ບໍ​ລິ​ສັດ NuScale Power ຂອງ​ອາ​ເມ​ຣິ​ກາຈະ​ສ້າງ ໂຮງ​ໄຟ​ຟ້າ​ທີ່​ໃຊ້​ເຕົາ​ປະ​ຕິ​ກອນ​ຂະ​ໜາດ​ນ້ອຍ ຊຶ່ງ​ເປັນແຫ່ງ​ທຳ​ອິດ​ທີ່​ໃຊ້​ເຕົາ​ປະ​ຕິ​ກອນ​ຊະ​ນິດ​ນີ້ ​ທີ່ຈະ​ຊ່ວຍ​ນຳ​ເອົາ​ພະ​ລັງ​ງານ​ນິວ​ເຄ​ລຍ​ບໍ່​ມີ​ການ​ປ່ອຍ​ກຳ​ມັນ​ຕະ ​ພາບ​ລັງ​ສີ ​ໄວ​ຂຶ້ນ​ໄປ​ຍັງຢູ​ໂຣບ ມີ​ລາ​ຄາ​ຖືກ ແລະ​ປະ​ສິດ​ທິ​ຜົນ​ສູງ.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນກ່າວ​ວ່າ “ນີ້​ບໍ່​ແມ່ນ​ການ​ຊ່ວຍ​ເຫຼືອ ຫຼື​ການ​ກຸ​ສົນ ມັນ​ເປັນ​ການ​ລົງ​ທຶນ​ທີ່​ຈະ….ເສີມ​ຂະ​ຫຍາຍ​ເສດ​ຖະ​ກິດ​ຂອງ​ພວກ​ເຮົາ​ທັງ​ໝົດ ແລະ​ມັນ​ເປັນ​ໂອ​ກາດ​ເວ​ລາ​ສຳ​ລັບ​ພວກ​ເຮົາ​ທີ່​ຈະ​ແບ່ງ​ປັນ​ວິ​ໄສ​ທັດ​ໃນ​ທ​າງບວກ​ສຳ​ລັບ​ອະ​ນາ​ຄົດ​ຂອງ​ພວກ​ເຮົາ ແລະ​ປ່ອຍ​ໃຫ້​ປະ​ຊາ​ຄົມ​ຕ່າງໆ​ໃນ​ທົ່ວ​ໂລກມອງ​ເຫັນ​ດ້ວຍ​ຕົນ​ເອງ ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ອັ​ນ​ໃຫຍ່​ຫຼວງ​ໃນ​ການ​ເປັນ​ພາ​ຄີ​ກັບ​ປະ​ທດ​ປະ​ຊາ​ທິ​ປ​ະ​ໄຕ.”

XS
SM
MD
LG