Accessibility links

Breaking News

ຜູ້ສະໜັບສະໜູນປະຊາທິປະໄຕຄົນສຳຄັນຂອງ ຮົງກົງ ຖືກດຳເນີນຄະດີຟ້ອງຮ້ອງ


ທ່ານ ຈິມມີ ລາຍ ຖືກນຳພາຕົວໄປຂຶ້ນລົດເຮືອນຈຳໃນ ຮົງກົງ.
ທ່ານ ຈິມມີ ລາຍ ຖືກນຳພາຕົວໄປຂຶ້ນລົດເຮືອນຈຳໃນ ຮົງກົງ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ແມັດ​ທິວ ມິ​ລ​ເລີ ໄດ້​ອ​ອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ກ່າວ​ປະ​ນາມ​ການ​ຟ້ອງ​ຮ້ອງ​ທ່ານ ຈິມ​ມີ ລາຍ.

ສະ​ຫະ​ລັດ ກ່າວ​ປະ​ນາມ​ຢ່າງ​ແຮງ​ຕໍ່​ການ​ຟ້ອງ​ຮ້ອງຜູ້​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ແລະ ເຈົ້າ​ຂອ​ງ​ສື່ມວ​ນ​ຊົນ ທ່ານ ຈິມ​ມີ ລາຍ ໃນ ຮົງ​ກົງ.

ທ່ານ ລາຍ ຖືກ​ຟ້ອງ​ຮ້ອງ​ພາຍ​ໃຕ້​ກົດໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ເຂັ້ມ​ງວດ, ທີ່​ຖືກ​ກຳ​ນົດ​ຕໍ່​ເກາະຮົງ​ກົງ​ໂດຍ ປັກ​ກິ່ງ ຫຼັງ​ຈາກ​ການ​ປະ​ທ້ວງ​ທົ່ວ​ເມືອງ​ດັ່ງ​ກ່າວ​ໃນ​ປີ 2019. ປະ​ຊາ​ຊົນ ຮົງ​ກົງ ຫຼາຍ​ພັນ​ຄົນໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຖະ​ໜົນ​ຕ່າງໆ ເພື່ອ​ປະ​ທ້ວງ ​ການ​ຫ້າມ​ຕໍ່​ເສ​ລີ​ພາບ​ພື້ນ​ຖານ​ຂອງ​ເຂົາ​ເຈົ້າ ແລະ ການ​ປົກ​ຄອງ​ຕົນ​ເອງ​ທາງ​ການ​ເມືອງທີ່​ຖືກ​ສັນ​ຍາ​ໄວ້ ​ເວ​ລາທີ່ ອັງ​ກິດ ໄດ້​ມອບ​ການ​ປົກ​ຄອງ​ຂອງ​ເມືອງ​ ທີ່​ດຳ​ເນີນ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ​ ໃຫ້​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ໃນ​ປີ 1997.

ພາຍ​ໃຕ້​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ທ່ານ ຈິມ​ມີ ລາຍ​ ຖືກ​ຕັ້ງ​ຂໍ້​ຫາ ກ່ຽວ​ກັບ ການ​ສົມ​ຮູ້​ຮ່ວມ​ຄິດ ​ກັບ​ກອງ​ກຳ​ລັງ​ຕ່າງ​ຊາດ, ເຊິ່ງ​ແມ່ນ​ອາ​ຊະ​ຍາ​ກຳ​ທີ່​ສາ​ມາດ​ລົງ​ໂທດ​ຂັງ​ຄຸກ​ຕະຫຼອດ​ຊີ​ວິດ​ໄດ້, ຖ້າ​ຖື​ກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ.

ດັ້ງ​ເດີມ​ແລ້ວ​ຜູ້​ຊາຍ​ອາ​ຍຸ 12 ປີ​ທີ່​ແອບ​ຂຶ້ນ​ກຳ​ປັ່ນ​ໄປ​ເກາະ​ຮົງ​ກົງ​ຈາກ​ ສ​ປ​ ຈີນ, ທ່ານ ລາຍ ໄດ້​ສ້າງ​ອາ​ນາ​ຈັກ​ເຄື່ອງ​ນຸ່ງ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ ກ່ອນ​ການ​ກໍ່​ຕັ້ງ​ສື່ມວນ​ຊົນຫຼາຍ​ແຫ່ງ, ລວມ​ທັງ​ໜັງ​ສື​ພິມ Apple Daily ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ, ເຊິ່ງ​ຖືກ​ປິດ​ລົງ​ໃນ​ປີ 2021. ນັກ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕຫົວ​ຈັດ ແລະ ນັກ​ວິ​ຈານ​ການ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ ຈີນ, ລວມ​ທັງ​ການ​ລ່ວງ​ລະ​ເມີດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ, ທ່ານ ລາຍ ຖືກ​ກັກ​ຂັງ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່ ຮົງ​ກົງ ໃນ​ປີ 2020 ໃນ​ຂໍ້​ກ່າວ​ຫາ​ທີ່​ອີງ​ໃສ່​ຄວາມ​ປອດ​ໄພຫຼາຍ​ຢ່າງ ແລະ ຖືກ​ຂັງ​ຄຸກ​ດົນ​ກວ່າ 1,000 ວັນ​ແລ້ວ.

ບັນ​ດາ​ຜູ້​ນຳ​ການ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕຫຼາຍ​ຄົນ​ໃນ ຮົງ​ກົງ ຖືກ​ຄວບ​ຄຸມ​ຕົວ​ໂດຍ​ລັດ​ຖະ​ບານ​ດັ່ງ​ກ່າວຫຼັງ​ຈາກ​ການ​ປະ​ທ້ວງ​ໃນ​ປີ 2019, ເຊິ່ງຫຼາຍ​ຄົນ​ໄດ້ຫຼົບ​ໜີ​ໄປ​ຕ່າງ​ປະ​ເທດ. ແຕ່​ທ່ານ ຈິມ​ມີ ລາຍ ໄດ້​ເລືອກ​ທີ່​ຈະ​ຢູ່​ໃນ​ຮົງ​ກົງ.

ການ​ດຳ​ເນີນ​ຄະ​ດີ​ໃນ​ປັດ​ຈຸ​ບັນ​ຂອງ​ທ່ານ ລາຍ ໄດ້​ເລີ່ມ​ຂຶ້ນ​ເມື່ອ​ວັນ​ທີ 18 ທັນ​ວາ​ທີ່​ຜ່ານ​ມາ ກ່ອນ​ຄະ​ນະ​ກຳ​ມະ​ການ​ທີ່​ປະ​ກອບ​ມີ​ຜູ້​ພິ​ພາກ​ສາ​ສາມ​ໂດຍ​ໄດ້​ຮັບ​ການ​ອະ​ນຸ​ມັດ​ໂດຍ​ລັດ​ຖະ​ບານ. ມັນ​ບໍ່​ມີ​ຄະ​ນະ​ຕຸ​ລາ​ການ, ແລະ ການ​ດຳ​ເນີນ​ຄະ​ດີ​ແມ່ນ​ຄາດ​ວ່າ​ຍາວ 80 ວັນ. ທ່ານບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ ໃຫ້​ຈ້າງ​ທະ​ນາຍ​ຄວາມ​ທີ່​ທ່ານ​ເລືອກ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ແມັດ​ທິວ ມິ​ລ​ເລີ ໄດ້​ອ​ອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ກ່າວ​ປະ​ນາມ​ການ​ຟ້ອງ​ຮ້ອງ​ທ່ານ ຈິມ​ມີ ລາຍ ພາຍ​ໃຕ້​ກົດ​ໝາຍ​ຄວາມ​ໝັ້ງ​ຄົງ​ແຫ່ງ​ຊາດ​ຂອງ ຮົງ​ກົງ ແລະ ໄດ້​ກ່າວ​ຢ້ຳ​ເຖິງ​ການ​ກັກ​ຂັງ​ກ່ອນ​ດຳ​ເນີນ​ຄະ​ດີ​ທີ່​ຍາວ​ນານ ແລະ ການ​ປະ​ຕິ​ເສດ​ຕົວ​ແທນ​ທາງ​ກົດ​ໝາຍ​ທີ່​ທ່ານ​ເລືອກ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຮຽກ​ຮ້ອ​ງ​ເຈົ້າ​ໜ້າ​ທີ່ ປັກ​ກິ່ງ ແລະ ຮົງ​ກົງ ໃຫ້​ເຄົາ​ລົບ​ເສ​ລີ​ພາບ​ຂອງ​ສື່ມວ​ນ​ຊົນ​ໃນ ຮົງ​ກົງ. ການ​ກະ​ທຳ​ທີ່​ປາບ​ປາມ​ເສ​ລີ​ພາບ​ຂອງ​ສື່ມວ​ນ​ຊົນ ແລະ ການ​ຫ້າມ​ການຫຼັ່ງ​ໄຫຼ​ຂອງ​ຂໍ້​ມູນ​ທີ່​ເສ​ລີ ເຊັ່ນ​ດຽວ​ກັບການ​ປ່ຽນ​ແປງ​ລະ​ບົບ​ການ​ເລືອກ​ຕັ້ງ​ຂອງ​ພວ​ກ​ເຈົ້າ​ໜ້າ​ທີ່ ປັກ​ກິ່ງ ແລະ ທ້ອງ​ຖິ່ນທີ່ຫຼຸ​ດ​ຜ່ອນ​ການ​ລົງ​ຄະ​ແນນ​ສຽງ​ໂດຍ​ກົງ ແລະ ຂັດ​ຂວາງ​ຜູ້​ລົງ​ແຂ່ງ​ຂັນ​ພັກ​ການ​ເມືອງ​ທີ່​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ຈາກ​ການ​ເຂົ້າ​ຮ່ວມ, ໄດ້​ທຳ​ລາຍ​ສະ​ຖາ​ບັນ​ທີ່​ເປັນ​ປະ​ຊາ​ທິ​ປະ​ໄຕຂອງ​ຮົງ​ກົງ ແລະ ສ້າງ​ຄ​ວາມ​ເສຍ​ຫາຍ​ຕຕໍ່​ຊື່​ສຽງ​ຂອງ​ຮົງ​ກົງ ໃນ​ຖາ​ນະ​ທີ່​ເປັນ​ສູນ​ກາງ​ຂອງ​ທຸ​ລະ​ກິດ​ສາ​ກົນ ແລະ ການ​ເງິນ. ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ຮົງ​ກົງ ໃຫ້​ປ່ອຍ​ຕົວ​ທ່ານ ຈິມ​ມີ ລາຍ ໃນ​ທັນ​ທີ ແລະ ​ຄົນ​ອື່​ນໆ​ທີ່​ຖືກ​ຂັງ​ຄຸກ​ສຳ​ລັບ​ການ​ປ້ອງ​ກັນ​ສິດ​ທິ​ມະ​ນຸດ.”

XS
SM
MD
LG