Accessibility links

Breaking News

ບົດບັນນາທິການ: ການລົງປະຊາມະຕິ ທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍ ໃນຢູເຄຣນ ບໍ່ຖືກຕ້ອງຕາມກົດໝາຍ


ສະ​ພາສຸ​ະ​ຫະ​ພັນ​ຣັດ​ເຊຍ ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​ການ​ຜະ​ນ​ວກ​ເອົາ​ດິນ​ແດນ 4 ເຂດ​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 4 ຕຸ​ລາ 2022.
ສະ​ພາສຸ​ະ​ຫະ​ພັນ​ຣັດ​ເຊຍ ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​ການ​ຜະ​ນ​ວກ​ເອົາ​ດິນ​ແດນ 4 ເຂດ​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 4 ຕຸ​ລາ 2022.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນໄດ້ປະນາມ“ແຜນການລົງປະຊາມະຕິ ແບບຫຼອກລວງ ຂອງວັງເຄຣັມລິນ” ໂດຍເອີ້ນວ່າ “ເປັນຄວາມພະຍາຍາມໂດຍປາສະຈາກເຫດຜົນ ເພື່ອປິດບັງການ​ທີ່ຈະຢຶດເອົາດິນແດນ ຂອງຢູເຄຣນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເຈົ້າ​ໜ້າ​ທີ່ໆ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ມົ​ສ​ກູ ໄດ້​ຈັດ​ການ​ລົງ​ປະ​ຊາ​ມະ​ຕິ​ແບບ​ຫຼອກ​ລວງ ຂຶ້ນ​ໃນ 4 ເຂດ​ຂອງ​ຢູ​ເຄ​ຣນ ຄື​ໂດ​ແນັດ ເຄີ​ຊອນ ລູ​ຮານ ແລະ​ຊາ-
ໂປ​ຣິ​ສ​ເຊຍ. ວັງ​ເຄ​ຣັມ​ລິນ​ໄດ້​ປະ​ກາດ​ວ່າ ຕົນ​ຈະ​ດຳ​ເນີນ​ການ​ຕໍ່​ໄປເພື່ອ​ຜະ​ນວກ
ຫຼື​ຮວມ​ເອົາ​ເຂດ​ແດນ​ເຫຼົ່າ​ນີ້​ຂອງ​ຢູ​ເຄ​ຣນ ເຂົ້າ​ເປັນ​ດິນ​ແດນ​ສ່ວນ​ນຶ່ງ​ຂອງ​ຣັດ​ເຊຍ ທັງໆ​ທີ່​ຕົນ​ຍັງ​ບໍ່​ທັນ​ສາ​ມາດ​ຄວບ​ຄຸມ​ເຂດ​ແດນ​ເຫຼົ່າ​ນີ້​ໄດ້​ຢ່າງ​ສົມ​ບູນ​ເທື່ອ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລັງ​ເກັນໄດ້​ປະ​ນາມ
“ແຜນ​ການ​ລົງ​ປະ​ຊາ​ມະ​ຕິ​ ແບບ​ຫຼອກ​ລວງ ​ຂອງວັງ​ເຄ​ຣັມ​ລິນ” ໂດຍ​ເອີ້ນ​ວ່າ “ເປັນ​ຄວາມ​ພ​ະ​ຍາ​ຍາມໂດຍ​ປາ​ສະ​ຈາກ​ເຫດ​ຜົນ ເພື່ອ​ປິດ​ບັງ​ໃນທີ່​ຈະ​ຢຶດ​ເອົາ​ດິນ​ແດນ ​ຂອງ​ຢູ​ເຄ​ຣນ. ເພື່ອ​ໃຫ້​ເປັນ​ທີ່​ຈະ​ແຈ້ງ.” ທ່ານ​ກ່າວ​ຕື່ມ​ວ່າ “ຜົນ​ຂອງ​ການ​ເລືອກ​ຕັ້ງ​ແມ່ນ​ວາງ​ແຜນ​ຢູ່​ມົ​ສ​ກູ ແລະ​ບໍ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ຄວາມ​ໄຝ່​ຝັນ​ຂອງ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ​ແຕ່​ຢ່າງ​ໃດ​ເລີຍ. ສະ​ຫະ​ລັດ​ບໍ່​ໄດ້ ແລະ​ຈະ​ບໍ່​ມີ​ວັນ​ທີ່​ຈະ​ໃຫ້​ການ​ຮັບ​ຮູ້​ໃນ​ຄວາມ​ຖືກ​ຕ້ອງ​ຊອບ​ທຳ​ຫຼື​ຜົນ​ຂອງ​ການ​ລົງ​ປະ​ຊາ​ມະ​ຕິ​ແບບ​ຫຼອກ​ລວງ​ ຂອງ​ຣັດ​ເຊຍ ກ່ຽວ​ກັບ​ການ​ຜະ​ນວກ ​ຫຼື​ຮວມ​ເອົາ​ດິນ​ແດນ​ຂອງຢູ​ເຄ​ຣນ.” ຄວາມ​ພະ​ຍາ​ຍາມ​ຂອງ​ຣັດ​ເຊຍ​ທີ່​ຈະ​ຮວມ​ເອົາ​ດິນ​ແດນ​ຢູ​ເຄ​ຣນ​ເຂົ້າ​ມາ​ເປັນ​ຂອງ​ຕົນ​ນັ້ນ​ແມ່ນ​ລະ​ເມີດ​ຕໍ່​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ແລະ​ເປັນ​ການ​ສົມ​ປະ​ໝາດ​ຕໍ່​ຫຼັກ​ການ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສາ​ກົນ.

“ຣັດ​ເຊຍ​ໄດ້​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ຢູ່​ໃນ​ຂົງ​ເຂດ​ທີ່​ຕົນ​ຢຶດ​ໄດ້​ໃຫ້​ພາ​ກັນ​ຫຼົບ​ໜີ ແລະ​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ​ທີ່​ຍັງ​ເຫຼືອ​ຢູ່​ໃຫ້​ໄປ​ປ່ອນ​ບັດ​ດ້ວຍ​ປາຍ​ປືນ ໃນ​ຄວາມ​ຢ້ານ​ກົວ ​ຕໍ່​ຄວາມ​ປອດ​ໄພ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ຄວາມ​ປອດ​ໄພ​ຂອງ​ພວກ​ທີ່​ເຂົາ​ເຈົ້າ​ຮັກ​ແລະ​ຫວງ​ແຫນ” ນັ້ນ​ຄື​ການ​ລາຍ​ງານ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ. ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ​ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ ​ຢ່າງ​ແຮງ​ກ້າ​ ຂອງ​ພວກ​ເຂົາ​ເຈົ້າ ມາ​ໂດຍ​ຕະ​ຫຼອດຕໍ່​ການ​ມີ​ອະ​ນາ​ຄົດ​ທີ່​ເສ​ລີ​ແລະ​ເປັນ​ປະ​ຊາ​ທິ​ປະ​ໄຕ. ທະ​ຫານ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຕໍ່​ສູ້​ຢ່າງ​ພິ​ລາດ​ອາດ​ຫານ ແລະ​ປະ​ຊາ​ຊົນ​ໃນ​ເຂດ​ທີ່​ຣັດ​ເຊຍ​ຄວບ​ຄຸມ​ຂອງ​ຢູ​ເຄ​ຣນ ​ແມ່ນ​ໄດ້​ຄັດ​ຄ້ານ​ຕ້ານ​ຢັນ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ມົ​ສ​ກູ​ທີ່​ຈະ​ປ່ຽນ​ແປງ​ເຂດ​ຊາຍ​ແດນ​ທີ່​ນາໆ​ຊາດ​ຮັບ​ຮູ້​ຂອງ​ຢູ​ເຄ​ຣນ​ດ້ວຍ​ການ​ໃຊ້​ກຳ​ລັງ.

ສະ​ຫະ​ລັດ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ແລະ​ພາ​ຄີ ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຢູ​ເຄ​ຣນ ໃນ​ການ​ຕໍ່​ສູ້​ເພື່ອ​ປ້ອງ​ກັນ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຕົນ ຕ້ານ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ປະ​ກາດ​ວ່າ “ພວກ​ເຮົາ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ສຸດ​ອົກ​ສຸດ​ໃຈ ຕໍ່​ຄວາມ​ເປັນ​ເອກ​ກະ​ພາບ ອະ​ທິ​ປະ​ໄຕ ເອກ​ກະ​ລາດ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ພາຍ​ໃນ​ເຂດ​ຊາຍ​ແດນ​ທີ່​ນາໆ​ຊາດ​ຮັບ​ຮູ້.”

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ​ກ່​າວ​ວ່າ “ພວກ​ເຮົາ​ຈະ​ເດັດ​ຂາດ​ບໍ່​ຮັບ​ຮູ້​ຂົງ​ເຂດ​ເຫຼົ່າ​ນີ້​ໃນ​ຖາ​ນະ​ທີ່​ເປັນ​ດິນ​ແດນ​ຂອງ​ປະ​ເທດ​ໃດ​ນຶ່ງ ນອກ​ເໜືອ​ໄປ​ຈາກ​ຢູ​ເຄ​ຣນ ແລະ​ພວກ​ເຮົາ​ຈະ​ສະ​ໜັບ​ສະ​ໜຸນ​ຢູ​ເຄ​ຣນ​ດົນ​ເທົ່າ​ທີ່​ຈະ​ດົນ​ໄດ້.” ທ່ານ​ຍັງ​ໄດ້​ກ່າວ​ເຕືອນ​ວ່າ ສະ​ຫະ​ລັດ​ຈະ “ລົງໂທດ​ເພີ້ມ​ຕື່ມທາງ​ດ້ານ​ເສດ​ຖະ​ກິດ​ ຢ່າງວ່ອງ​ໄວ​ແລະ​ຮ້າຍ​ແຮງຕໍ່​ຣັດ​ເຊຍ.” ສະ​ຫະ​ລັດ​ຈະ​ຢື​ນ​ຢູ່​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ບັນ​ດາ​ປະ​ເທດ​ພາ​ຄີ​ໃນ​ທົ່ວ​ໂລກ ໃນ​ການ​ປ​ະ​ຕິ​ເສດ​ຕໍ່​ແມ່ນ​ຫຍັງ​ກໍ​ຕາມທີ່​ຣັດ​ເຊຍ​ໄດ້​ເສກ​ສັນ​ປັ້ນແຕ່ງ​ຂຶ້ນ​ກ່ຽວ​ກັບ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ທີ່​ຣັດ​ເຊຍ​ໄດ້​ປະ​ກາດ​ໄປ​ນັ້ນ. “ພວກ​ເຮົາ​ຈະ​ສືບ​ຕໍ່​ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ ແລະ​ສະ​ໜອງຄວາມ​ຊ່ວຍ​ເຫຼືອດ້ານ​ຄວາມໝັ້ນ​ຄົງ ເພື່ອ​ຊ່ວຍໃຫ້​ພວກ​ເຂົາ​ເຈົ້າ ​ສາ​ມາດ​ປ້ອງ​ກັນ​ໂຕ” ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນປະ​ກາດ “​ໃນ​ຖາ​ນະ​ຜູ້​ຕ້ານ​ຢັນ ​ທີ່​ມີ​ຄວາມ​ກ້າ​ຫານຕໍ່ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.”

XS
SM
MD
LG