Accessibility links

Breaking News

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ເບິ່ງໂລກໃນແງ່ດີ ໃນການປະເຊີນໜ້າກັບສິ່ງທ້າທາຍຕ່າງໆ


ທ່ານ ເຈກ ຊຸລລີວານ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ກ່າວຄຳປາໄສໃນລະຫວ່າງກອງປະຊຸມເສດຖະກິດໂລກປະຈຳປີໃນເມືອງດາໂວ, ສວິດເຊີແລນ.
ທ່ານ ເຈກ ຊຸລລີວານ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ກ່າວຄຳປາໄສໃນລະຫວ່າງກອງປະຊຸມເສດຖະກິດໂລກປະຈຳປີໃນເມືອງດາໂວ, ສວິດເຊີແລນ.

ໃນ​ການ​ປະ​ເຊີນ​ໜ້າ​ກັບ​ການ​ຮຸກ​ຮານ​ທີ່​ອັນ​ຕະ​ລາຍ, ຄື​ການ​ໂຈມ​ຕີ ຢູ​ເຄ​ຣນ ຂອງ​ທ່ານ ປູ​ຕິນ ນັ້ນ, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ ແມ່ນ “ຈະ​ບໍ່​ເກັບ​ໄວ້​ກັບ​ຕົນ​ເອງ.”

ຢູ່ກອງ​ປະ​ຊຸມ​ເສດ​ຖ​ະ​ກິດ​ໂລກ​ເມື່ອບໍ່​ດົນ​ມານີ້, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ເຈກ ຊຸ​ລ​ລີ​ວານ ໄດ້​ກ່າວ​ວ່າ​ໂລກ​ແມ່ນ “ຍັງ​ຢູ່​ໃນ​ຊຸມ​ປີ​ຕົ້ນໆ​ ຂອ​ງ​ຍຸກ​ສະ​ໄໝ​ໃໝ່,” ຍຸກ​ສະ​ໄໝ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ, ແຕ່​ເປັນ​ສະ​ໄໝ​ທີ່​ສາ​ມາດ​ປັບ​ປ່ຽນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທຸກ​ຄົນ, ຖ້າ​ມີ​ວິ​ໄສ​ທັດ, ມີ​ຄວາມ​ມຸ່ງ​ໝາ​ຍ​ອັນ​ນຶ່ງ​ດຽວ​ກັນ ແລະ ມີ​ຄວາມ​ຄິດ​ໃນ​ແງ່ບວກ.

ທ່ານ​ກ່າວ​ວ່າ “ຍຸກ​ນີ້​ແມ່ນ​ຍຸກ​ຂອງ​ການ​ປ່ຽນ​ແປງ​ທີ່​ຫຍຸ້ງ​ຍາກ. ບາງ​ສິ່ງ​ໃນ​ນີ້​ແມ່ນ​ໄດ້​ມີ​ແງ່ບວກ, ໃນ​ຂະ​ນະ​ທີ່​ປະ​ເທດ​ຕ່າງໆ​ຊອກ​ຫາ​ວິ​ທີ​ໃໝ່​ເພື່ອ​ຄວບ​ຄຸ​ມ​ເທັກ​ໂນ​ໂລ​ຈີ, ສົ່ງ​ເສີມ​ການ​ພັດ​ທະ​ນາ, ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ເຊິ່ງ​ກັນ​ແລະ​ກັນ. ແຕ່​ບາງ​ອັນ​ແມ່ນ​ໄດ້​ເປັນ​ແງ່​ລົບ, ໃນ​ຂະ​ນະ​ທີ່​ຜູ້​ກະ​ທຳ​ທີ່​ອັນ​ຕະ​ລາຍ ​ທົດ​ລອງ​ຂີດ​ຈຳ​ກັ​ດ​ຂອງ​ລະ​ບົບ​ສາ​ກົນ​ ທີ່​ເຕີບ​ໂຕ​ຂຶ້ນ​ເລື້ອຍໆ.”

ໃນ​ການ​ປະ​ເຊີນ​ໜ້າ​ກັບ​ການ​ຮຸກ​ຮານ​ທີ່​ອັນ​ຕະ​ລາຍ, ຄື​ການ​ໂຈມ​ຕີ ຢູ​ເຄ​ຣນ ຂອງ​ທ່ານ ປູ​ຕິນ ນັ້ນ, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ ແມ່ນ “ຈະ​ບໍ່​ເກັບ​ໄວ້​ກັບ​ຕົນ​ເອງ.”

ທ່ານ​ກ່າວ​ວ່າ “ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໄບ​ເດັນ, ພວກ​ເຮົາ​ກຳ​ລັງ​ປຸກ​ລະ​ດົມ​ການ​ຕອບ​ໂຕ້​ຈາກ​ທົ່ວ​ໂລກ​ເພື່ອ​ຕ້ານ​ຢັນ​ຄືນ. ພວກ​ເຮົາ​ກຳ​ລັງ​ດຳ​ເນີນ​ການ​ທາງ​ການ​ທູດ​ທີ່​ເຂັ້ມ​ງວດ ແລະ ແຂງ​ຂັນ​ເພື່ອ​ຈັດ​ການ​ກັບ​ສາຍ​ພົວ​ພັນ​ທີ່​ມີ​ຜົນ​ຕາ​ມ​ມາຫຼາຍ​ທີ່​ສຸດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ກຳ​ລັງ​ລົງ​ທຶນ​ໃນ​ແຫຼ່ງ​ຕ່າງໆ​ຂອງ​ຄວາມ​ແຂງ​ແກ່ນ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ ແລະ ຜູ້​ທີ່​ເປັນ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈະ​ບໍ່​ຫັນ​ໜີ​ຈາກ​ລະ​ບົບ​ເສດ​ຖະ​ກິດ​ສາ​ກົນ​ແຕ່​ປັບ​ມັນ​ໃຫ້​ເຂົ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ຂອງມື້ນີ້ ແລະ ມື້​ອື່ນ. ແລະ ພວກ​ເຮົາ​ແມ່ນ​ກຳ​ລັງ​ແຂ່ງ​ຂັນ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ​ເພື່ອ​ສ້າງ​ອະ​ນາ​ຄົດ​ຂອງ​ລະ​ບົບ​ສາ​ກົນ.”

ໃນ ຢູ​ເຄ​ຣນ, ທ່ານ ປູ​ຕິນ ແມ່ນ​ຖືກ​ຂັດ​ຂວາງ​ໃນ​ຄວາມ​ພະ​ຍາ​ຍາມ​ຂອ​ງ​ທ່ານ​ທີ່​ຈະ​ປາບ​ປາມ​ປະ​ເທດ​ເພື່ອ​ນ​ບ້ານ ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ທ່ານ, ອີງ​ຕາມ​ການ​ກ່າ​ວ​ຂອງ​ທ່ານ ຊຸ​ລ​ລີ​ວານ. ໃນ​ຕາ​ເວັນ​ອອກ​ກາງ, ສະ​ຫະ​ລັດ ໄດ້​ປຸກ​ລະ​ດົມ​ການ​ຕອບ​ໂຕ້​ຂອງ​ສາ​ກົນ​ຕໍ່​ການ​ຮຸກ​ຮານ​ໂດຍ​ພວກ​ກະ​ບົດ​ຮູ​ຕີ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ອີ​ຣ່ານ.

ທ່ານ​ກ່າວ​ວ່າ “ຜ່ານ​ການ​ປະ​ສານກັນ​ຂອງ​ຂັດ​ຂວາງ​ທີ່​ສະ​ໝ່ຳ​ສະ​ເໝີ ແລະ ການ​ທູດ​ທີ່​ແນ່ນອນ, ພວກ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ຢຸດ​ການ​ແຜ່​ລາມ​ຂອງ​ຄວາມ​ຂັດ​ແຍ້ງ ແລະ ສ້າງ​ເງື່ອນ​ໄຂ​ສຳ​ລັບ​ການຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ.”

ນັ້ນ​ແມ່ນ​ລວມ​ມີ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ, ເຊິ່ງ “ດົນ​ກ່ອນ​ວັນ​ທີ 7 ຕຸ​ລາ, ສະ​ຫະ​ລັດ ແມ່ນ​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ເລິກ​ເຊິ່ງ​ທີ່​ຈະ​ປະ​ກັນ​ຂອບ​ເຂດ​ທາງ​ການ​ເມືອງ​ສຳ​ລັບ​ປະ​ຊາ​ຊົນ​ ປາ​ແລັ​ສ​ໄຕ​ນ໌, ດ້ວຍ​ຄວາມ​ປອດ​ໄພ​ຂອງ ອິ​ສ​ຣາ​ແອ​ລ ຖືກ​ຮັບ​ປະ​ກັນ​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ມັນ,” ອີງ​ຕາມ​ການ​ກ່າວ​ຂອງ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ຊຸ​ລ​ລີ​ວານ. ວຽກ​ງານ​ນັ້ນ​ແມ່ນ​ຈະ​ສືບ​ຕໍ່​ໄປ.

ທ່ານ​ໄດ້​ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ ແມ່ນ​ຍັງ​ໄດ້​ຈັດ​ການ​ກັບ​ສາຍ​ພົວ​ພັນ​ທີ່​ສຳ​ຄັນ​ຂອງ​ເຂົາ​ເຈົ້າ, “ບໍ່​ມີ​ຫຍັງ​ທີ່​ສຳ​ຄັນ​ໄປ​ກວ່າ” ກັບ​ຈີນ. “ພວກ​ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ຈັດ​ການ​ກັບ​ການ​ແຂ່ງ​ຂັນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ, ຂະ​ຫຍາຍ​ການ​ພົວ​ພັນ​ທາງ​ການ​ທູດ​ເພື່ອຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຂອງ​ການ​ຄິດ​ໄລ່​ທີ່​ຜິດ.”

ທ່ານ​ເວົ້າ​ວ່າ “ສະ​ນັ້ນ​ພວກ​ເຮົາ​ຈະ​ຢູ່​ໃນ​ຊ່ອງ​ທາງ ແລະ ອາ​ໄສ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ​.. ເພື່ອ​ສືບ​ຕໍ່​ກັບ​ພວກ​ເຮົາ, ເພື່ອ​ເຮັດ​ໃຫ້​ກະ​ຈ່າງ​ແຈ້ງວ່າ​ການ​ລົບ​ກວນ​ທີ່​ຮຸນ​ແຮງ​ຕໍ່​ລະ​ບົບ​ສາ​ກົນ​ຈະ​ປະ​ສົບ​ຄວາມ​ລົ້ມ​ແຫຼວ, ເພື່ອ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ທາງ​ການ​ທູດ​ໄວ້​ຄື​ເກົ່າ, ເຊິ່ງ​ມີ​ຄວາມ​ສຳ​ຄັນ​ຍິ່ງກວ່າ​ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ດ້ານ​ພູມ​ສາດ​ການ​ເມືອງ​ເພີ່ມ​ຂຶ້ນ,” ອີງ​ຕາມ​ການ​ປະ​ກາດ​ຂອງ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທ່ານ ຊຸ​ລ​ລີ​ວານ. ທ່ານ​ເວົ້າ​ວ່າ “ມັນ​ຂຶ້ນ​ກັບ​ພວກ​ເຮົາ… ທີ່​ຈະສ້າງ​ອະ​ນາ​ຄົດ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເພື່ອ​ຮ່ວມ​ຊາດ​ຂອງ​ພວກ​ເຮົາ ແລະ ອະ​ນາ​ຄົດ​ຂອງ​ຄົນ​ລຸ້ນ​ຕໍ່​ໄປ​ໃນ​ອະ​ນາ​ຄົດ.”

XS
SM
MD
LG