Accessibility links

Breaking News

ການກະກຽມອົງການອະນາໄມໂລກ ເພື່ອຮັບມືກັບ ວິກິດການດ້ານສາທາລະນະສຸກ ຄັ້ງຕໍ່ໄປ


(ແຟ້ມພາບ) ພະນັກງານສາທາລະນະສຸກ ກຳລັງກຽມພ້ອມເຂັມສັກຢາເສີມປ້ອງກັນພະຍາດ Covid-19 ໃຫ້ແກ່ພວກພະນັກງານຢູ່ສະໜາມບິນໃນນະຄອນບາຫລີ.
(ແຟ້ມພາບ) ພະນັກງານສາທາລະນະສຸກ ກຳລັງກຽມພ້ອມເຂັມສັກຢາເສີມປ້ອງກັນພະຍາດ Covid-19 ໃຫ້ແກ່ພວກພະນັກງານຢູ່ສະໜາມບິນໃນນະຄອນບາຫລີ.

“WHO ໄດ້ຢູ່ແຖວໜ້າຂອງເກືອບທຸກຄວາມທ້າທາຍດ້ານສາທາລະນະສຸກຂອງໂລກ ຕະຫຼອດໄລຍະ 75 ປີຜ່ານມາ, ໂດຍການຕໍ່ສູ້, ການຄວບຄຸມ ແລະການປົວໃຫ້ຫາຍຂາດ ພະຍາດຕ່າງໆທີ່ຮ້າຍແຮງທີ່ສຸດຂອງໂລກແຫ່ງນີ້. ໃນປັດຈຸບັນ WHO ກຳລັງຮັບມືກັບເຫດສຸກເສີນດ້ານສາທາລະ ນະສຸກທີ່ຮ້າຍແຮງ ຫຼາຍກວ່າສິບກໍລະນີໃນທົ່ວໂລກ ທີ່ລວມທັງຢູ່ ກາຊາ ແລະຢູເຄຣນ” ທ່ານນາງເພສ ລັດຖະມົນຕີຊ່ວຍວ່າການ ກ່າວ.

ໂລກໄດ້ຮັບ “ຜົນກະທົບຢ່າງໜັກໜ່ວງ” ຍ້ອນການລະບາດ ຂອງພະຍາດໂຄວິດ-19 ເຊິ່ງໄດ້ເອົາຊີວິດຄົນເກືອບຮອດ 7 ລ້ານຄົນ ທ່ານນາງ ລອຍສ໌ ເພສ ລັດ​ຖະ​ມົນ​ຕີ​ຊ່ວຍວ່າການ ກະຊວງສາທາລະນະສຸກ ແລະ​ບໍ​ລິ​ການມະນຸດຂອງສະຫະລັດ ຮັບຜິດຊອບກ່ຽວກັບ​ກິ​ດ​ຈະ​ການໂລກ ໄດ້ກ່າວເມື່ອບໍ່ດົນມານີ້ ໃນການໃຫ້​ການຕໍ່ລັດຖະສະພາ. “ມັນຂຶ້ນຢູ່ກັບພຽງແຕ່ເວລາເທົ່ານັ້ນ” ທ່ານນາງໄດ້ກ່າວ ແລະວ່າ “ກ່ອນທີ່ໂລກຈະປະເຊີນກັບໄພຄຸກຄາມດ້ານສາທາລະນະສຸກທີ່ຮ້າຍແຮງອີກຄັ້ງນຶ່ງ.” ເພື່ອທີ່ຈະເສີມຄວາມເຂັ້ມແຂງດ້ານຄວາມໝັ້ນຄົງກ່ຽວກັບສາທາລະນະສຸກຂອງໂລກ ຈາກໄພຄຸກຄາມທັງຫຼາຍເຫຼົ່ານັ້ນ ສະຫະລັດໝັ້ນໝາຍທີ່ຈະເຮັດວຽກຢ່າງໃກ້ຊິດກັບ ອົງການອະນາໄມໂລກ ຫຼື WHO.

ການເປັນຄູ່ຮ່ວມງານກັບອົງການ WHO ທີ່ມີປະສິດທິພາບ ແມ່ນສຳຄັນຢ່າງຍິ່ງ ເພື່ອ “ປ້ອງກັນສາທາລະນະສຸກ ແລະຄວາມຢູ່ດີກິນດີຂອງໂລກ” ທ່ານນາງເພສ ລັດຖະມົນຕີ​ຊ່ວຍ​ວ່າ​ການ ໄດ້ກ່າວ.

ທ່ານນາງເວົ້າວ່າ “WHO ໄດ້ຢູ່ແຖວໜ້າຂອງເກືອບທຸກຄວາມທ້າທາຍດ້ານສາທາລະນະສຸກຂອງໂລກ ຕະຫຼອດໄລຍະ 75 ປີຜ່ານມາ, ໂດຍການຕໍ່ສູ້, ການຄວບຄຸມ ແລະການປົວໃຫ້ຫາຍຂາດ ພະຍາດຕ່າງໆທີ່ຮ້າຍແຮງທີ່ສຸດຂອງໂລກແຫ່ງນີ້. ໃນປັດຈຸບັນ WHO ກຳລັງຮັບມືກັບເຫດສຸກເສີນດ້ານສາທາລະ ນະສຸກທີ່ຮ້າຍແຮງ ຫຼາຍກວ່າສິບກໍລະນີໃນທົ່ວໂລກ ທີ່ລວມທັງຢູ່ ກາຊາ ແລະຢູເຄຣນ.”

ເພື່ອສ້າງພື້ນຖານໂຄງລ່າງດ້ານສາທາລະນະສຸກຂອງໂລກໃຫ້ດີຂຶ້ນກວ່າເກົ່າ ສະຫະລັດກຳລັງເຮັດວຽກກັບບັນດາຄູ່ຮ່ວມງານ ເພື່ອ “ຮັບປະກັນວ່າ ການແບ່ງປັນຂໍ້ມູນແມ່ນວ່ອງໄວ ແລະໂປ່ງໃສ” ແລະເພື່ອ “ເສີມຂະຫຍາຍຄວາມອາດສາມາດຂອງ WHO ທີ່ຈະປະເມີນໄພຄຸກຄາມດ້ານສາທາລະນະສຸກທັງຫຼາຍໄດ້ ແລະປັບປຸງການຈັດຕັ້ງ ແລະການປະຕິບັດຕາມກົດລະບຽບ”

ທ່ານນາງເພສ ລັດຖະມົນຕີຊ່ວຍ​ວ່າ​ການ ໄດ້ກ່າວ.

ທ່ານນາງເວົ້າວ່າ “ພວກເຮົາໄດ້ສົ່ງເສີມໃນດ້ານຄວາມກ້າວໜ້າຂອງບູລິມະສິດສະຫະລັດທັງຫຼາຍມາຍາວນານ ເພື່ອເສີມສ້າງດ້ານຄວາມສາມາດພາຍໃນຂົງເຂດ ແລະຫລຸດຜ່ອນຄວາມສ່ຽງທັງຫຼາຍ ອັນເປັນໄພຈາກພະຍາດຕິດແປດທີ່ພວມເກີດຂຶ້ນມາໃໝ່. ໃນທີ່ສຸດແລ້ວ ພວກເຮົາສຸມໃສ່ການຫາທາງແກ້ໄຂບັນຫາຕ່າງໆ ເພື່ອທັບມ້າງວົງຈອນຂອງວິກິດການໂຣກລະບາດ ແລະການປ່ອຍປະລະເລີຍ.”

“ສະຫະລັດເປັນນຶ່ງໃນ 59 ປະເທດທີ່ໄດ້ລົງນາມໃນສົນທິສັນຍາ ປະເທດທຳອິດ ທີ່ໄດ້ຈັດຕັ້ງອົງການອະນາໄມໂລກຂຶ້ນມາ. ນັບຕັ້ງແຕ່ນັ້ນມາ ພວກເຮົາມີສ່ວນຮ່ວມໃນຫຼາຍໆຜົນສຳເລັດຂອງອົງການນີ້ ແລະໃນເວລາດຽວກັນ ໄດ້ຊຸກຍູ້ອົງການນີ້ ໃຫ້ດີຂຶ້ນກວ່າເກົ່າຕະຫຼອດໄລຍະ 75 ປີຜ່ານມານີ້” ທ່ານນາງເພສ ລັດຖະມົນຕີ​ຊ່ວຍ​ວ່າ​ການ ໄດ້ກ່າວ. ສະຫະລັດ ໝັ້ນໝາຍທີ່ຈະຮັກສາມໍລະດົກນີ້ໄວ້ ແລະປົກປ້ອງໂລກຈາກໄພຄຸກຄາມດ້ານສາທາລະສຸກຂອງໂລກ ໃນຄັ້ງຕໍ່ໄປ.

XS
SM
MD
LG