Accessibility links

Breaking News

ວັນພັກແຫ່ງຊາດ ຂອງປະທານາທິບໍດີ ປີ 2024


ວັນພັກແຫ່ງຊາດ ຂອງປະທານາທິບໍດີ, ວັນທີ 19 ກຸມພາ 2024.
ວັນພັກແຫ່ງຊາດ ຂອງປະທານາທິບໍດີ, ວັນທີ 19 ກຸມພາ 2024.

ໃນວັນຈັນທີສາມຂອງເດືອນກຸມພາ ຊາວອາເມຣິກັນ ສະເຫຼີມສະຫຼອງວັນພັກແຫ່ງຊາດຂອງປະທານາທິບໍດີ. ໃນມື້ນີ້ ພິທີການລະນຶກເຖິງຄຸນງາມຄວາມດີຂອງປະທານາທິບໍດີໝົດທຸກຄົນ ທັງໃນປັດຈຸບັນ ແລະທີ່ໄດ້ເສຍຊີວິດແລ້ວ ໂດຍສະເພາະມື້ລາງ ທ່ານ ຈອຣຈ໌ ວໍຊິງຕັນ ແລະ ທ່ານເອບຣາແຮມ ລິງຄອນ ຜູ້ທີ່ວັນເກີດຂອງພວກເພິ່ນ ຫ່າງກັນພຽງສິບກວ່າວັນເທົ່ານັ້ນ: ທ່ານວໍຊິງຕັນ ເກີດໃນວັນທີ 22 ແລະ ທ່ານລິງຄອນ ໃນວັນທີ 10 ກຸມພາ.

ເຖິງຢ່າງໃດກໍຕາມ ການສະເຫຼີມສະຫຼອງວັນພັກດັ່ງກ່າວ ໃນເບື້ອງຕົ້ນ ແລະຕໍ່ຈາກນັ້ນມາ, ກໍໄດ້ຖືກຮັບຮູ້ຢ່າງເປັນທາງການ ໃນປີ 1971 ມາ ແລະບໍ່ເຄີຍຖືກປ່ຽນຊື່ ຈາກ ວັນເກີດຂອງວໍຊິງຕັນ ມາເປັນ ວັນຂອງປະທານາທິບໍດີ, ຫຼືຍັງເປັນການສະເຫຼີມສະຫຼອງຂອງ ທ່ານລິງຄອນ. ມັນເປັນຈັ່ງຊັ້ນ ຕະຫຼອດມາ, ເປັນວັນຂອງການຂອບອົກຂອບໃຈ ແລະການຮັບຮູ້ຂອງປະທານາທິບໍດີ ຄົນທຳອິດຂອງປະເທດ ກໍຄື ທ່ານຈອຣຈ໌ ວໍຊິງຕັນ.

ທ່ານຈອຣຈ໌ ວໍຊິງຕັນ ໄດ້ນຳພາກອງທັບກຸ່ມຕໍ່ຕ້ານ ທີ່ໄດ້ຮັບໄຊຊະນະເອກະລາດຂອງປະເທດ ຈາກຣາຊະວົງຂອງອັງກິດ. ທ່ານໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງສູງ. ການສະເຫຼີມສະຫຼອງຄັ້ງທຳອິດຂອງວັນເກີດທ່ານ ໄດ້ຖືກບັນທຶກໄວ້ ໃນປີ 1778, ຢູ່ທີ່ຄ້າຍທະຫານຍາມໜາວຂອງກອງທັບກຸ່ມຕໍ່ຕ້ານ ໃນເຂດຮ່ອມພູ ທີ່ເອີ້ນວ່າ Valley Forge ຢູ່ບໍ່ໄກຈາກເມືອງຟີລາແດລເຟຍ. ໃນຕອນນັ້ນ ກອງນັກດົນຕີທີ່ປະກອບດ້ວຍນັກຕີກອງແລະນັກເປົ່າຂຸ່ຍ ໄດ້ສະແດງການບັນເລງດົນຕີໃນໂອກາດວັນເກີດຂອງທ່ານ ຢູ່ດ້ານນອກຂອງສະຖານທີ່ພັກ.

ໃນເວລາຕໍ່ມາ ທ່ານວໍຊິງຕັນ ໄດ້ກ່າວວ່າ ການສະເຫຼີມສະຫຼອງ “ເລີ້ມຕົ້ນຂຶ້ນດັ່ງກັບການດູໝິ່ນຕໍ່ກະສັດ ຈອຣຈ໌.”

ທ່ານວໍຊິງຕັນ ບໍ່ແມ່ນບຸກຄົນ ຜູ້ທີ່ຫາທາງໃຫ້ມີການລ້ຽງດູແລະການສະເຫຼີມສະຫຼອງ ແຕ່ທ່ານເຂົ້າໃຈດີ ໃນຄວາມຈຳເປັນຂອງການເປັນບຸກຄົນທີ່ມີບຸກຄະລິກໃນການປອງດອງ, ເປັນບຸກຄົນທີ່ອາດເຕົ້າໂຮມປະຊາກອນ ແລະເປັນແຮງບັນດານໃຈໃຫ້ພວກເຂົາທຳງານຮ່ວມກັນ ເພື່ອສິ່ງທີ່ດີໆຂອງປະເທດໃໝ່.

ຊາວອາເມຣິກັນທັງຫຼາຍ ສະເຫຼີມສະຫຼອງ ວັນເກີດຂອງທ່ານວໍຊິງຕັນ ຢ່າງບໍ່ເປັນທາງການ ໃນແຕ່ລະປີຕໍ່ມາ ຫຼັງຈາກທີ່ທ່ານໄດ້ເສຍຊີວິດ ໃນປີ 1799. ເດືອນກຸມພາ ໄດ້ກາຍເປັນວັນພັກແຫ່ງຊາດ ໃນປີ 1879 ແລະ ມີການຍ້າຍທີ່ເປັນກົດໝາຍ ຂອງການສະເຫຼີມສະຫຼອງ ໄປເປັນວັນຈັນທີສາມ ໃນເດືອນກຸມພາ ແລະ ມີຜົນບັງຄັບໃຊ້ໃນປີ 1971.

ທ່ານວໍຊິງຕັນ ໄດ້ກຳນົດຫຼັກການ ຂອງເຫດການທີ່ເກີດຂຶ້ນກ່ອນ ໃຫ້ບັນດາປະທານາທິບໍດີທັງຫຼາຍ ຜູ້ທີ່ມານຳຫຼັງທ່ານ ໄດ້ປະຕິບັດຕາມ ສຳລັບຕຳແໜ່ງສູງສຸດຂອງປະເທດ. ທ່ານໄດ້ນຳເອົາປະເທດຊາດເຂົ້າສູ່ທາງດ້ານການເງິນທີ່ໝັ້ນຄົງ ແລະນຳພາສະຫະລັດອາເມຣີກາທີ່ຫາກໍໄດ້ຮັບເອກະລາດ ຜ່ານພ່າຄວາມຍາກລຳບາກໃນດ້ານແຮງງານ ທີ່ເຮັດໃຫ້ເກີດມີສະຖຽນລະພາບ, ປະຊາທິປະໄຕ ແລະລັດຖະບານທີ່ປົກຄອງດ້ວຍກົດໝາຍໄດ້ຢ່າງວ່ອງໄວ. ໂດຍການສະໝັກໃຈລາອອກຈາກຕຳແໜ່ງ ຫຼັງຈາກທີ່ໄດ້ເປັນປະທານາທິບໍດີສອງສະໄໝ ສະໄໝລະສີ່ປີ ແລະໂດຍຮັບປະກັນການໂອນອຳນາດໄປໃຫ້ຜູ້ນຳທີ່ຖືກເລືອກມາຮັບຕຳແໜ່ງຕໍ່ຈາກທ່ານ ເປັນໄປຢ່າງສັນຕິ ຊຶ່ງ ທ່ານຈອຣຈ໌ ວໍຊິງຕັນ ກຳນົດຫຼັກການທີ່ສຳຄັນຂອງເຫດການທີ່ເກີດຂຶ້ນກ່ອນ ໃຫ້ປະທານາທິບໍດີທັງໝົດ ໃນອະນາຄົດ ປະຕິບັດຕາມ.

XS
SM
MD
LG