Accessibility links

Breaking News

ບົດບັນນາທິການ: ຣັດເຊຍ ຊື້ອາວຸດທີ່ຜິດກົດໝາຍ ຈາກເກົາຫຼີເໜືອ ແລະ ອີຣ່ານ


ທະ​ຫານ​ຮັບ​ຈ້າງ​ ຈາກ​ກຸ່ມ​ແວັກ​ເນີ ຂອງ​ຣັດ​ເຊຍ ໃນ​ປະ​ເທດ​ມາ​ລີ. (ແຟ້ມ)
ທະ​ຫານ​ຮັບ​ຈ້າງ​ ຈາກ​ກຸ່ມ​ແວັກ​ເນີ ຂອງ​ຣັດ​ເຊຍ ໃນ​ປະ​ເທດ​ມາ​ລີ. (ແຟ້ມ)

ສະຫະພັນຣັດເຊຍ ຊຶ່ງເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາ ຊາດ ໄດ້ລະເມີດຢ່າງເປີດແປນຕໍ່ມະຕິຂອງສະພາຄວາມໝັ້ນຄົງ ໂດຍທຳການຊື້ອາວຸດຈາກສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ ຫຼື ສປປ ເກົາຫຼີ ແລະອີຣ່ານ ເພື່ອນຳໄປເຮັດສົງຄາມຮຸກຮານຕໍ່ຢູເຄຣນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ພັນ​ຣັດ​ເຊຍ ຊຶ່ງ​ເປັນ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ລະ​ເມີດ​ຢ່າງ​ເປີດ​ແປນ​ຕໍ່​ມະ​ຕິ​ຕ່າງໆ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ທຳ​ການ​ຊື້​ອາ​ວຸດ​ຈາກ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ເກົາ​ຫຼີ ຫຼື ສ​ປ​ປ ເກົາ​ຫຼີ ແລະ​ອີ​ຣ່ານ ເພື່ອ​ນຳ​ໄປ​ເຮັດ​ສົງ​ຄາມ​ຮຸກ​ຮານ​ຕໍ່​ຢູ​ເຄຣນ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ລິນ​ດາ ໂທ​ມັ​ສ-ກ​ຣີນ​ຟິ​ລ ເອີ້ນ​ການ​ກະ​ທຳ​ເຫຼົ່າ​ນີ້​ວ່າ “​ເປັນ​ທີ່ໜ້າ​ລັງ​ກຽດ.”

“ສະ​ຫະ​ລັດ​ ສາ​ມາດ​ໃຫ້​ການ​ຢືນ​ຢັນ​ໄດ້​ວ່າ ສ​ປ​ປ ເກົາ​ຫຼີ ໄດ້​ເສັດ​ສິ້ນ​ການ​ຈັດ​ສົ່ງ​ອາ​ວຸດ​ໃນ​ຂັ້ນ​ຕົ້ນ​ໄປ​ໃຫ້​ບໍ​ລິ​ສັດ​ທະ​ຫານ​ຮັບ​ຈ້າງ​ເອກ​ກະ​ຊົນ​ຂອງ​ຣັດ​ເຊຍ ທີ່ ​ຮູ້​ກັນ​ໃນ​ຊື່ ແວັກ​ເນີ ຊຶ່ງ​ໄດ້​ຈ່າຍ​ຄ່າ​ອຸບ​ປະ​ກອນ​ເຫຼົ່າ​ນີ້ ແລະ​ເວ​ລານີ້ມີ​ທະ​ຫານ​ຫຼາຍ​ພັນ​ຄົນ​ປະ​ຈຳ​ການ​ຢູ່​ໃນ​ຢູ​ເຄ​ຣນ” ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂທ​ມັ​ສ-
ກ​ຣີນ​ຟິ​ລ ທີ່​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ. ໃນ​ເດືອນ​ພະ​ຈິກ​ຜ່ານ​ມານີ້ ສ​ປ​ປ ເກົາ​ຫຼີ ໄດ້​ຈັດ​ສົ່ງ​ຈະ​ຫຼວດ​ສຳ​ລັບ​ກອງ​ທັບ​ບົກ ແລະ​ລູກ​ສອນ​ໄຟ ໄປ​ໃຫ້​ຣັດ​ເຊຍ ເພື່ອ​ນຳ​ໃຊ້​ໂດຍ​ກຸ່ມ​ແວັກ​ເນີ. ສ່ວນ​ນຶ່ງ​ ແມ່ນ​ເປັນ​ຍ້ອນ​ການ​ລົງ​ໂທດ ແລະ​ການຄວບ​ຄຸມ​ຂອງ​ສະ​ຫະ​ລັດ ກຸ່ມ​ແວັກ​ເນີຈຶ່ງ​ໄດ້​ຊອກ​ຫາ​ຊື້​ອາ​ວຸດຈາກ​ທົ່ວ​ໂລກ ​ເພື່ອ​ມາ​ສະ​ໜັບ​ສະ​ໜຸນ​ ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ຕົນ​ໃນ​ຢູ​ເຄ​ຣນ. “ພວກ​ເຮົາ​ໄດ້​ຊັ່ງ​ຊາ​ເບິ່ງ​ວ່າ ຈຳ​ນວນ​ອາ​ວຸດ ​ທີ່​ຈັດ​ສົ່ງ​ໄປ​ໃຫ້​ກຸ່ມ​ແວັກ​ເນີ້ນັ້ນ ຈະ​ບໍ່​ສາ​ມາດ​ປ່ຽນ​ແປງ​ສະ​ພາບ​ການ​ໂຕ​ຈິງໃນ​ສະ​ໜາມ​ລົບຢູ​ເຄ​ຣນ” ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂທ​ມັ​ສ ກ​ຣີນ​ຟິ​ລ ກ່າວ “ແຕ່​ແນວ​ໃດ​ກໍ​ຕາມ ພວກ​ເຮົາ​ຍັງເປັນ​ຫ່ວງ ຢ້ານ​ວ່າ ສ​ປ​ປ ເກົາ​ຫຼີ ມີ​ແຜນ​ການ​ທີ່​ຈະ​ຈັດ​ສົ່ງ​ອຸບ​ປະ​ກອນ​ທາງ​ທະ​ຫານ​ໄປ​ໃຫ້​ກຸ່ມ​ແວັກ​ເນີ້​ເພີ້ມ​ຕື່ມ.”

ນັບ​ເປັນ​ເວ​ລາ​ຫຼາຍ​ປີ​ມາ​ແລ້ວທີ່​ວັງ​ເຄ​ຣັມ​ລິນ ໄດ້​ໃຊ້​ກຸ່ມ​ແວັກ​ເນີ້ ເພື່ອ​ສະ​ໜັບ​ສະ​ໜຸນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ທີ່ເປັນ​ອັນ​ຕະ​ລາຍ ​ແລະ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ ໃນ​ຂະ​ນະພະ​ຍາ​ຍາມ​ທີ່​ຈະ​ຮັກ​ສາ​ການ​ປະ​ຕິ​ເສດຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ ອາຟ​ຣິ​ກາ ແລະ​ຢູ​ເຄ​ຣນ. ການ​ຊື້​ອາ​ວຸດ​ຂອງ​ກຸ່ມ​ແວັກ​ເນີ້ ຈາກ ສ​ປ​ປ ເກົາ​ຫຼີ ເພື່ອ​ສ້າງ​ຄວາມ​ເສຍ​ຫາຍຢູ່​ໃນ​ຢູ​ເຄ​ຣນ ຍັງ​ໄດ້​ກໍ່​ໃຫ້​ເກີດ​ການ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່​ໃນແຫຼມ​ເກົາ​ຫຼີໂດຍ​ການ​ສະ​ໜອງ​ເງິນ​ທຶນ​ໃຫ້​ແກ່​ພຽງ​ຢາງ​ເພື່ອສາ​ມາດ​ນຳ​ໃຊ້​ໃນ​ການ​ພັດ​ທະ​ນາ​ໂຄງ​ການ​ອາ​ວຸດ ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ​ ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ຖືກ​ຫ້າມນັ້ນ.

ການ​ໂອນ​ອາ​ວຸດ​ເຫຼົ່າ​ນີ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ພຽງ​ຢາງ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃນ​ຈຳ​ນວນ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ເມື່ອ​ປີ 2022 ຊຶ່ງ​ໃນ​ແຕ່​ລະ​ເທື່ອນັ້ນ ແມ່ນ​ເປັນ​ການ​ລະ​ເມີດ​ຕໍ່​ມະ​ຕິຫຼາຍໆ​ສະ​ບັບ ​ທີ່ສະ​ພາຄວາມ​ໝັ້ນ​ຄົງ​ຕ້ອງ​ຖື​ວ່າ​ ສ​ປ​ປ ເກົາ​ຫຼີ​ເປັນ​ຜູ້​ຮັບ​ຜິດ​ຊອບ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂທ​ມັ​ສ-ກ​ຣີນ​ຟິ​ລກ່າວ​ວ່າ “ຣັດ
ເຊຍ ບໍ່​ພຽງ​ແຕ່​ໄດ້​ປົກ​ປ້ອງ ສ​ປ​ປ ເກົາ​ຫຼີ ​ຂະ​ນະ​ທີ່​ຕົນ ​ໄດ້​ທຳ​ການ​ພົວ​ພັນ​ແບບ​ຜິດ​ກົດ​ໝາຍ ແລະ​ປະ​ພຶດ​ແບບ​ເປັນ​ການ​ຂົ່ມ​ຂູ່ ເວ​ລານີ້​ຣັດ​ເຊຍ​ ແມ່ນ​ມີ​ສ່ວນ​ໃນ ການ​ປະ​ພຶດ​ແບບນັ້ນ.”

ສະ​ຫະ​ລັດ​ຈະ​ຍົກ​ເອົາ​ເລື້ອງການ​ລະ​ເມີດ​ມະ​ຕິ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ ສ​ປ​ປ ເກົາ​ຫຼີ ​ແລະ​ຣັດ​ເຊຍຂຶ້ນ​ມາ​ຫາ​ລື​ກັນ ຢູ່​ໃນ​ກອງ​ປະ​ຊຸມ​ສະ​ພ​າ​ຄວາມ​ໝັ້ນ​ຄົງ​ເທື່ອ​ໜ້າ.

​ຣັດ​ເຊຍ​ຕ້ອງ​ເປັນ​ຜູ້​ຮັບ​ຜິດ​ຊອບ ຕໍ່​ການ​ຊື້​ອາ​ວຸດ​ແບບ​ຜິດ​ກົດ​ໝາຍ​ຂອງ​ຕົນ​ຈາກ ສ​ປ​ປ ເກົາ​ຫຼີ ແລະ​ອີ​ຣ່ານ ເພື່ອ​ເຮັດ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ.

XS
SM
MD
LG