Accessibility links

Breaking News

ບົດບັນນາທິການ: ການໃຫ້ຄວາມສະໜັບສະໜຸນ ໄປສູ່ເສັ້ນທາງປະຊາທິປະໄຕໃນປະເທດມຽນມາ


ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ປະ​ຫານ ໂຮ​ມ​ຊຸມ​ນຸມ​ກັນທີ່​ບ່ອນ​ວາງ​ເຄື່ອງ​ກີດ​ຂວາງ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ປະ​ທະ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ທີ່​ຂົວ ບາຍ​ຢິງ ນອງ ໃນຄຸ້ມ​ມາ​ຢານກອນ ຢູນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນ​ມາ. (ແຟ້ມ)
ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ປະ​ຫານ ໂຮ​ມ​ຊຸມ​ນຸມ​ກັນທີ່​ບ່ອນ​ວາງ​ເຄື່ອງ​ກີດ​ຂວາງ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ປະ​ທະ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ທີ່​ຂົວ ບາຍ​ຢິງ ນອງ ໃນຄຸ້ມ​ມາ​ຢານກອນ ຢູນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນ​ມາ. (ແຟ້ມ)

ສະຫະລັດຍັງສືບຕໍ່ ມີຄວາມຕັ້ງໃຈຢ່າງແນ່ວແນ່ ທີ່ຈະຟື້ນຟູເສັ້ນທາງໄປສູ່ປະຊາທິປະໄຕ ໃນມຽນມາ ແບບມີຫຼາຍພັກການເມືອງ ແລະຮວມເອົາທຸກພັກຝ່າຍ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການ​ເຮັດ​ລັດ​ຖະ​ປະ​ຫານ​ໃນ​ມຽນ​ມາ ໄດ້​ຜ່ານ​ມາເປັນ​ເວ​ລາ​ນຶ່ງ​ປີ​ເຄິ່ງ​ແລ້ວ. ໃນ​ຊ່ວງ​ເວ​ລາ​ດັ່ງ​ກ່າວ ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ມຽນ​ມາໄດ້​ເພີ້ມ​ທະ​ວີ​ການ​ກໍ່​ຄວາມ​ຮຸນ​ແຮງ ເພື່ອ​ຮວບ​ຮວມ​ອຳ​ນາດ ​ໃນ​ການ​ເຂົ້າ​ຄວບ​ຄຸມ​ປະ​ເທດ ຊຶ່ງ​ມີ​ລາຍ​ງານ​ວ່າ ໄດ້​ສັງ​ຫານ​ປະ​ຊາ​ຊົນ​ຫຼາຍກວ່າ 2,100 ຄົນ ຈັບ​ກຸມ​ຄຸມ​ຂັງ​ຫຼາຍ​ສິບ​ພັນ​ຄົນ ແລະ​ໄດ້​ທຳ​ການ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ ຮວມ​ທັງ​ຕໍ່​ພວກ​ທີ່​ຖືກ​ຈັບ​ກຸ​ມ​ຄຸມ​ຂັງ​ນັ້ນ. ເມື່ອ​ໄວໆ​ມານີ້ ອຳ​ນາດ​ການ​ປົກ​ຄອງ​ດັ່ງ​ກ່າວ​ກໍ​ໄດ້​ກະ​ທຳ​ການ​ທີ່​ຊົ່ວ​ຊ້າ ໂດຍ​ປະ​ຫານ​ຊີ​ວິດ​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ 4 ຄົນ ແລະ​ຍິ່ງ​ໄປ​ກວ່ານັ້ນ ຍັງ​ໄດ້​ເພີ້ມ​ທະ​ວີ​ການ​ກົດ​ຂີ່​ປາບ​ປາມ​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຕໍ່​ປະ​ຊາ​ຊົນ​ຊາວ​ມຽນ​ມາ.

ໃນ​ການ​ປະ​ຊຸມ​ຢູ່​ວໍ​ຊິງ​ຕັນ​ເມື່ອ​ບໍ່​ດົນ​ມານີ້ ທ່ານ​ດິ​ເຣັກ ໂຊລ​ເລ ທີ່​ປຶກ​ສາ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຊີ້​ໃຫ້​ເຫັນ​ວ່າ ອຳ​ນາດ​ການ​ປົກ​ຄອງທະ​ຫານ ​ມຽນ​ມາ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ເຕັມ​ໃຈ​ທີ່​ຈະ​ທຳ​ການ​ເຈ​ລະ​ຈາຢ່າງເດັດ​ຂາດ.

“ແຕ່​ຢູ່​ພາຍ​ໃຕ້​ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ທີ່​ໜ້າຢ້ານ​ກົວ​ນີ້ ພວກ​ເຮົາ​ໄດ້​ມອງ​ເຫັນ​ອຳ​ນາດ​ການ​ປົກ​ຄອງ​ທີ່​ຖືກ​ໂດດ​ດ່ຽວ​ແລະ​ບໍ່​ມີ​ຄວາມ​ໝັ້ນ​ຄົງພວມ​ປະ​ເຊີນ​ໜ້າກັບຂະ​ບວນ​ການ​ຕໍ່​ຕ້ານ​ປະ​ຊາ​ຊົນ ທີ່​ນັບ​ມື້​ນັບ​ເພີ້ມ​ທະ​ວີ​ຂຶ້ນ ແລະສາ​ມາດ​ປັບ​ໂຕ​ໄດ້ ແລະ​ໃນ​ຂະ​ນະ​ທີ່​ພວກ​ທະ​ຫານ ​ກ່າວ​ອ້າງວ່າ ຕົນ​ສາ​ມາດ​ຄວບ​ຄຸມ​ປະ​ເທດ​ ແຕ່​ໃນ​ສະ​ພາບ​ການ​ໂຕ​ຈິງ​ແລ້ວ ການ​ຄວບ​ຄຸມ​ທາງ​ດ້ານ​ການ​ເມືອງ​ແລະ​ເສດ​ຖະ​ກິດ ຍັງ​ມີ​ການ​ຍາດ​ແຍ່ງ​ກັນ​ຢູ່ແລະ​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຕົນ​ໂດຍ​ພື້ນ​ຖານ​ແລ້ວ​ບໍ່​ສາ​ມາດ​ສ້າງ​ສະ​ຖຽນ​ລະ​ພາບ​ໄດ້.”

ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ມີ​ຄວາມຕັ້ງ​ໃຈ​ຢ່າງ​ແນ່ວ​ແນ່​ທີ່​ຈະ​ຟື້ນ​ຟູເສັ້ນ​ທາງ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕໃນ​ມຽນ​ມາ ແບບ​ມີ​ຫຼາຍ​ພັກ​ການ​ເມືອງ​ແລະ​ຮວມ​ເອົາ​ທຸກ​ພັກ​ຝ່າຍ ເພື່ອ​ເຮັດ​ວຽກ​ຮ່ວມ​ກັບ​ປະ​ເທ​ດ​ພັນ​ທະ​ມິດ​ແລະ​ພາ​ຄີ ໃນ​ການ​ແກ້​ໄຂ​ບັນ​ຫາ​ສິດ​ທິ​ມະນຸດ ແລະ​ວິ​ກິດ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳທີ່​ເກີດ​ມາ​ຈາກ​ການ​ປາບ​ປາມ​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ.

ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຂັ້ນ​ສຸດ​ທ້າຍນັ້ນ ສະ​ຫະ​ລັດ ໄດ້​ລົງ​ໂທດ 70 ກວ່າ​ຄົນ ຮວມ​ທັງ​ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ພວກ​ທະ​ຫານ ແລະ​ບຸກ​ຄົນ​ອື່ນໆ​ທີ່​ຮັບ​ຜິດ​ຊອບໃນ​ການ​ກໍ່​ຄວາມ​ຮຸນ​ແຮງ. “ພວກ​ເຮົາ​ຍັງ​ໄດ້​ລົງໂທດອົງ​ການ​ຕ່າງໆ​ທີ່​ພົວ​ພັນ​ກັບ​ອຳ​ນາດ​ການ​ປົກ​ຄອງ” ນັ້ນ​ຄືການໃຫ້​ຂໍ້​ສັງ​ເກດ​ຂອງທີ່​ປຶກ​ສາ​ໂຊ​ລ​ເລ.

“ພວກ​ເຮົາ​ຍັງ​ໄດ້​ຕື່ມ​ຊື່​ອົງ​ການ​ຕ່າງໆ​ຂອງ​ພວກ​ທະ​ຫານ​ໃນ​ຈຳ​ນວນ​ຫຼວງ​ຫຼາຍ… ເຂົ້າ​ໃນ​ບັນ​ຊີ ເພື່ອ​ຄ້ຳ​ປະ​ກັນ​ວ່າ ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສົ່ງ​ອອກ​ມາ​ຍັງ​ສະ​ຫະ​ລັດ. ພ້ອມ​ກັບ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ ຂອງ​ພວກ​ເຮົາ​ຕໍ່​ອຳ​ນາດ​ການ​ປົກ​ຄອງນັ້ນ ພວກ​ເຮົາ​ໄດ້​ສະ​ໜອງ​ຊັບ​ພະ​ຍາ​ກອນ​ໃຫ້ແກ່ພວກ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ແລະ​ພວກ​ເຮົາ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ຕໍ່​ພວກ​ນັກ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ​ຫຼາຍກວ່າ 1,000 ຄົນ.”

ໃນ​ທີ່​ສຸດ ສະ​ຫະ​ລັດ​ກໍ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໂດຍ​ກົງໃຫ້​ແກ່​ປະ​ຊາ​ຊົນ​ຊາວ​ມຽນ​ມາ. ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ໃນ​ມຽນ​ມາ ສະ​ຫະລັດ​ໄດ້​ສະ​ໜອງ​ເງິນ​ຫຼາຍກວ່າ 434 ລ້ານ​ໂດ​ລາ ໃນ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ສຳ​ລັບ​ຊ່ວຍ​ຊີ​ວິດ ແລະ​ເກືອບ 250 ລ້ານ​ໂດ​ລາ ໃນ​ການ​ຊ່ວຍ​ເຫຼືອ​ທີ່​ພົວ​ພັນ​ກັບ​ໂຄວິດ-19 ໃຫ້​ແກ່​ປະ​ຊາ​ຊົນ​ຊາວ​ມຽນ​ມາ ນັ້ນ​ຄື​ຄຳ​ເວົ້າ​ຂອງທີ່​ປຶກ​ສາ​ໂຊ​ລ​ເລ.

ສະ​ຫະ​ລັດ ​ຍັງ​ຈະ​ສືບ​ຕໍ່​ເພັ່ງ​ເລັງໃສ່​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ແກ່​ປະ​ຊາ​ຊົນ​ຊາວ​ມຽນ​ມາທີ່​ພວມດີ້ນ​ຮົນ​ຂົນ​ຂວາຍ​ເພື່ອ​ຈະ​ນຳ​ເອົາ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ​ກັບ​ຄືນ​ໄປ​ສູ່​ເສັ້ນ​ທາງ​ປະ​ຊາ​ທິ​ປະ​ໄຕ. ປະ​ຊາ​ຊົນ​ຊາວ​ມຽນ​ມາ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ພາຍ​ໃຕ້​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ​ຂອ​ງ​ພວກ​ທະ​ຫາ​ນ​ມາ​ເປັນ​ເວ​ລາ​ດົນ​ນານ​ໂພດ​ແລ້ວແລະ​ພວກ​ເຂົ​າ​ເຈົ້າ​ສົມ​ຄວນ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ເຕັມ​ຈາກ​ພວກ​ເຮົາ.

XS
SM
MD
LG