Accessibility links

Breaking News

ບົດບັນນາທິການ: ຊີເຣຍຍັງສືບຕໍ່ຂັດຂວາງ ຄວາມພະຍາຍາມຂອງສະຫະປະຊາຊາດ ກ່ຽວກັບການໃຊ້ອາວຸດເຄມີ


ແຟ້ມ - ທີ່​ເຫັນ​ນັ້ນ ແມ່ນປ້າຍ​ຕິດ​ຂອງ​ອົງ​ການ​ເກືອດ​ຫ້າມ​ການ​ໃຊ້​ອາ​ວຸດ​ເຄ​ມີ (OPCW) ​ຢູ່​ຂ້າງ​ໃນ​ເຮືອນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫຼັງ​ນຶ່ງ ໃນ​ປະ​ເທດ​ຊີ​ເຣຍ.
ແຟ້ມ - ທີ່​ເຫັນ​ນັ້ນ ແມ່ນປ້າຍ​ຕິດ​ຂອງ​ອົງ​ການ​ເກືອດ​ຫ້າມ​ການ​ໃຊ້​ອາ​ວຸດ​ເຄ​ມີ (OPCW) ​ຢູ່​ຂ້າງ​ໃນ​ເຮືອນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫຼັງ​ນຶ່ງ ໃນ​ປະ​ເທດ​ຊີ​ເຣຍ.

ຊີເຣຍບໍ່ໄດ້ສ້າງຄວາມກ້າວໜ້າໃດໆ ໃນການປະ​ກາດ ແລະ​ກວດ​ພິ​ສູດ ກ່ຽວ​ກັບ​ການ​ທຳ​ລາຍ​ອາ​ວຸດ​ເຄ​ມີ ທີ່​ຢູ່​ໃນ​ຄວາມ​ຄອບ​ຄອງ​ຂອງ​ຕົນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ປະ​ຊາ​ຄົມ​ນາໆ​ຊາດ​ຕ້ອງ​ສືບ​ຕໍ່​ກົດ​ດັນຊີ​ເຣຍ ໃນ​ການ​ປະ​ກາດ​ທີ່​ບໍ່​ຖືກ​ຕ້ອງ ແລະ​ບໍ່​ຄົບ​ຖ້ວນ ກ່ຽວ​ກັບ​ຂໍ້​ຕົກ​ລົ​ງ​ເລື້ອງ​ອາ​ວຸດ​ເຄ​ມີ ໃນ​ຂະ​ນະຊອກ​ຫາ​ຜູ້​ຮັບ​ຜິດ​ຊອບໃນ​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ​ຊ້ຳ​ແລ້ວ​ຊ້ຳ​ອີກຕໍ່​ປະ​ຊາ​ຊົນ​ຊາວ​ຊີ​ເຣຍ​ໂດຍ ອຳ​ນາດ​ການ​ປົກ​ຄອງ​ອາ​ຊາດ.

ເມື່ອ​ວັນ​ທີ 5 ມັງ​ກອນ​ຜ່ານ​ມາ ຢູ່​ໃນ​ການ​ລາຍ​ງານ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ອາ​ເດ​ເດ​ຈີ ອີ​ໂບ ຮອງ​ຜູ້​ຕາງ​ໜ້າ​ລະ​ດັບ​ສູງ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ຫຼຸດ​ກຳ​ລັງ​ອາ​ວຸດ ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້​ນ​ຄົງ​ວ່າ ຊີ​ເຣຍ​ບໍ່​ໄດ້​ສ້າງ​ຄວາມ​ກ້າວ​ໜ້າ​ໃດໆ ໃນ​ການ​ແກ້​ໄຂ​ບັນ​ຫາ​ຄ້າງ​ຄາ ທີ່​ພົວ​ພັນ​ກັບ​ມະ​ຕິ 2118. ມະ​ຕິ​ສະ​ບັບ​ນີ້ບັງ​ຄັບ​ໃຫ້​ຊີ​ເຣຍ​ປະ​ກາດແລະ​ທຳ​ລາຍ ແບບ​ມີ​ການກວດ​ສອບ​ຕໍ່​ທຸກ​ໆອາ​ວຸດ​ເຄ​ມີ ທີ່​ຊີ​ເຣຍ​ມີ​ຢູ່​ໃນ​ຄວາມ​ຄອບ​ຄອງ. ຍິ່ງ​ໄປ​ກວ່ານັ້ນ ທ່ານ​ກ່າວ​ວ່າ “ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ ​ໂດຍ​ກອງເລ​ຂາ​ທິ​ການທາງດ້ານ​ເຕັກ​ນິກ ຂອງອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ ຫຼື OPCW ​ຕໍ່​ອົງການ ​ໃນ​ການ​ປຶກ​ສາ​ຫາ​ລື​ຮອບ​ຕໍ່​ໄປ ກັບ​ອຳ​ນາດ​ການ​ປົກ​ຄອງ​ຊີ​ເຣຍ ຍັງ​ສືບ​ຕໍ່​ບໍ່​ປະ​ສົບ​ກັບ​ຄວາ​ມ​ສຳ​ເລັດ.” ທ່ານ​ອີ​ໂບ ແຈ້ງ​ໃຫ້​ທາງ​ສະ​ພາ​ຊາບ​ວ່າ ເນື່ອງ​ຈາກ​ຂາດ​ຄວາມ​ຮ່ວມ​ມື​ຈາກ​ອຳ​ນາດ​ການ​ປົກ​ຄອງ​ຊີ​ເຣຍ ທາ​ງ​ອົງ​ການ OPCW ຈະ​ສົ່ງ​ແຕ່​ຄະ​ນະ​ທີມ​ງານ ໃນ​ຂະ​ໜາດ​ທີ່​ນ້ອຍ​ລົງໄປ​ຍັງ​ຊີ​ເຣຍ ​ເພື່ອ​ປຶກ​ສາ​ຫາ​ລືໃນ ເດືອນ​ມັງ​ກອນນີ້. ທ່ານ​ໄດ້​ກ່າວຢ້ຳ​ເຖິງ​ການ​ຂາດ​ຄວາມ​ຮັບ​ຜິດ​ຊອບໃນ​ການ​ໃຊ້ອາ​ວຸດ​ເຄ​ມີ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ອາ​ຊາດ “ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບແລະ​ຄວາມ​ໝັ້ນ​ຄົງລະ​ຫວ່າງ​ປະ​ເທດ ແລະ​ຍັງ​ເປັນ​ອັນ​ຕະ​ລາຍ​ຕໍ່​ພວກ​ເຮົາ​ທຸກ​ຄົນ​ນຳ​ດ້ວຍ.”

ຮອງ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ ​ປະ​ຈຳ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ຣິ​ເຈີດ ມິ​ລ​ສ໌ ກ່າວ​ວ່າ ມັນ​ເປັນເລື້ອງ “​ທີ່​ໂສກ​ເສົ້າ ​ໜ້າ​ເປັນ​ຫ່ວງທີ່​ໄດ້​ເກີດ​ຂຶ້ນ​ໃນ​ຂະນະທີ່​ພວກ​ເຮົາ​ເລີ້ມ​ຕົ້ນ​ປີ​ໃໝ່ ຢູ່ສະ​ພາ​ຄວາມ​ໝັ້ນ​ຄົງ ອີກ​ເທື່ອ​ນຶ່ງ​ພວມ​ຫາ​ທາງ ແກ້​ໄຂ​ກ່ຽວ​ກັບການ​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຊ້ຳ​ແລ້ວ​ຊ້ຳ​ອີກແບບ​ໃດແລະ​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ພັນ​ທະ ​ພາຍ​ໃຕ້​ສັນ​ຍາ​ອາ​ວຸດ​ເຄ​ມີ ແລະ​ມະ​ຕິ 2118 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໂດຍອຳ​ນາດ​ການ​ປົ​ກຄອງ​ອາ​ຊາດ.”

ໃນ​ຂະ​ນະທີ່​ມີ​ການ​ຕ້ອນ​ຮັບ​ຂ່າວ​ດີ ທີ່​ວ່າ ​ຄະ​ນະ​ທີມ​ງານ​ເພື່ອ​ຊັ່ງ​ຊາ​ເບິ່ງຄຳ​ປະ​ກາດ​ຈະ​ເດີນ​ທາງ​ໄປ​ຊີ​ເຣຍ​ ໃນ​ເດືອນ​ມັງ​ກອນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌ ກໍ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ ສຳ​ລັບ​ອຳ​ນາດ​ການ​ປົກ​ຄອງ​ຊີ​ເຣຍ​ຕ້ອງ​ຢຸດ​ເຊົາ​ໃນ​ການ​ຂັດ​ຂວາງ ເພື່ອ​ໃຫ້​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ​ສາ​ມາດ “ເລີ້ມ​ການ​ເຮັດ​ວຽກ​ແບບ​ມີ​ຄວາມ​ໝາຍ​ຂອງ​ຕົນ … ຍ້ອນ​ຍັງ​ມີ​ຫຼາຍໆ​ຄຳ​ຖາມ​ກ່ຽວ​ກັບ​ຄຳ​ ​ປະ​ກາດຂອງ​ຊີ​ເຣຍ ຍັງ​ບໍ່​ມີ​ຄຳ​ຕອບ​ເທື່ອ.”

ຮວມ​ຢູ່​ໃນ​ນັ້ນ ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ມັນ​ຂາດ​ຄວາມ​ໜ້າ​ເຊື່ອ​ຖື​ຕໍ່​ການ​ໃຫ້​ຄຳ​ອະ​ທິ​ບາຍ ໃນ​ການກວດ​ພົບ​ເມື່ອ​ປີ 2018 ຂອງ​ສານ​ເຄ​ມີ ທີ່​ສູນ​ກາງ​ການ​ສຶກ​ສາ ແລະ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ທີ່​ເມືອງ​ບາ​ຣາ ຊຶ່ງ​ຂັດ​ແຍ້ງ​ກັບ​ຄຳ​ສັ່ງ​ຂອງ​ອົງ​ການ OPCW ແລະ​ຄວາມ​ລົ້ມ​ແຫຼວ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທີ່​ບໍ່​ສາ​ມາດ​ສະ​ໜອງເອກ​ກະ​ສານ ໃນ​ການ​ຮ້ອງ​ຂໍ​ຊ້ຳ​ແລ້ວ​ຊ້ຳ​ອີກ ໂດຍ​ຄະ​ນະ​ທີ​ມ​ງານ​ຊັ່ງ​ຊາ​ຄຳ​ປະ​ກາດ​ຂອງ​ອົງ​ການ OPCW ​ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ “ຊຶ່ງ​ຈະ​ໃຫ້​ແສງ​ສະວ່າງ​ຕໍ່​ໂຄງ​ການ​ອາ​ວຸດ​ເຄ​ມີ​ທັງ​ໝົດ​ຂອງ​ອຳ​ນາດ​ການ​ປົກ​ຄອງ.”

ເອກ​ອັກ​ຄະ​ລັດ​ຖະ​ທູດ​ມິ​ລ​ສ໌ ປະ​ກາດ​ວ່າ “ສະ​ຫະ​ລັດ ອີກ​ເທື່ອ​ນຶ່ງ ຂໍ​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ປະ​ຕິ​ບັດ​ຕາມ​ພັນ​ທະ​ມ​ຂອງ​ຕົນ ແລະ​ໃນ​ທັນ​ທີ​ໃຫ້​ຢຸດ​ເຊົາ​ການ​ອອກ​ຄຳ​ສັ່ງ​ຕໍ່​ພວກ​ນັກ​ຊ່ຽວ​ຊານ​ຂອງ​ຄະ​ນະ​ທີມ​ງານ​ອົງ​ການ OPCW ເພື່ອ​ໃຫ້​ພວກ​ເຮົາ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ການ​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຂອງ​ຊີ​ເຣຍ​ ເປັນ​ເທື່ອ​ສຸດ​ທ້າຍ.

XS
SM
MD
LG