ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ເປັນເວລາສອງປີແລ້ວ ນັບແຕ່ພວກທະຫານມຽນມາ ໄດ້ເຂົ້າຢຶດອຳນາດຈາກລັດຖະບານທີ່ຖືກເລືອກຢ່າງເປັນປະຊາທິປະໄຕແລະໄດ້ໃຊ້ຄວາມຮຸນແຮງ ເຂົ້າລົບກວນຄວາມກ້າວໜ້າ ທີ່ປະເທດດັ່ງກ່າວໄດ້ຕໍ່ສູ້ຍາດເອົາມາດ້ວຍຄວາມຍາກລຳບາກ ເປັນເວລາຫຼາຍທົດສະວັດ.
ນັບແຕ່ນັ້ນມາ ອຳນາດການປົກຄອງທະຫານກໍເຮັດໃຫ້ປະເທດຊາດ ກ້າວເຂົ້າສູ່ໄພພິບັດທາງດ້ານການເມືອງ ເສດຖະກິດ ແລະມະນຸດສະທຳ ແລະກໍຍັງສືບຕໍ່ປຸກລະດົມຕໍ່ຕ້ານປະຊາຊົນຊາວມຽນມາຢ່າງໂຫດຮ້າຍທາລຸນ. ມີ 3,000 ກວ່າຄົນໄດ້ຖືກສັງຫານ ເກືອບ 17,000 ຄົນຖືກຈັບ ແລະ ຫຼາຍກວ່າ 1 ລ້ານ 5 ແສນຄົນຕ້ອງອົບພະຍົບຫຼົບໄພ.
ເມື່ອວັນທີ 1 ກຸມພາຜ່ານມານີ້ ອຳນາດການປົກຄອງທະຫານ ໄດ້ປະກາດວ່າ ຕົນຈະຕໍ່ອາຍຸພາວະສຸກເສີນອອກໄປຕື່ມອີກຢ່າງໜ້ອຍ 6 ເດືອນເພື່ອໃຫ້ການຄ້ຳປະກັນ ກ່ຽວກັບການກຳອຳນາດຂອງຕົນ ແລະອາດເປັນໄປໄດ້ ເພື່ອເລື່ອນ ເວລາໃນການເລືອກຕັ້ງທີ່ເສລີແລະເປັນທຳ.
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ປະນາມການຕັດສິນໃຈດັ່ງກ່າວຂອງອຳນາດການປົກຄອງທະຫານ ໂດຍກ່າວວ່າ ມັນຈະແກ່ຍາວ “ການປົກຄອງແບບຜິດກົດໝາຍຂອງພວກທະຫານ ແລະສືບຕໍ່ການສ້າງ
ຄວາມທຸກທໍລະມານ ຢູ່ໃນປະເທດດັ່ງກ່າວ.” ທ່ານໄດ້ສະແດງຄວາມເສຍໃຈ ຕໍ່ “ແຜນການຂອງອຳນາດການປົກຄອງ ໃນອັນທີ່ເອີ້ນວ່າ ການເລືອກຕັ້ງ ຊຶ່ງຈະບໍ່ມີຜູ້ຕາງໜ້າຂອງປະຊາຊົນຈາກປະເທດດັ່ງກ່າວ.”
ທີ່ກອງປະຊຸມຖະແຫຼງຂ່າວ ທີ່ປຶກສາຂອງກະຊວງການຕ່າງປະເທດຂອງສະຫະລັດ ທ່ານແດເຣັກ ໂຊເລ (Derek Chollet) ໃຫ້ຂໍ້ສັງເກດວ່າ “ການເລືອກຕັ້ງໃດໆກໍຕາມທີ່ອຳນາດການປົກຄອງອາດຈະຈັດຂຶ້ນ…ບໍ່ມີໂອກາດທີ່ຈະເປັນການເລືອກຕັ້ງທີ່ເສລີຫຼືຍຸຕິທຳໄດ້ ເມື່ອເວົ້າເຖິງອຳນາດການປົກຄອງໄດ້ຈັບກຸມຄຸມຂັງຫຼືຂົ່ມຂູ່ຕໍ່ເກືອບທຸກໆຄົນ ທີ່ອາດລົງສະໝັກແຂ່ງຂັນ.” ທ່ານໄດ້ກ່າວຢ້ຳເຖິງການຕັດສິນໃຈຂອງສະຫະລັດ ທີ່ຈະປະຕິເສດ ບໍ່ຮັບຮູ້ໃນຄວາມຖືກຕ້ອງຊອບທຳລະຫວ່າງປະເທດຂອງອຳນາດການປົກຄອງ ແລະໃນການປະສານງານກັບປະເທດພັນທະມິດ ເພື່ອຈະສືບຕໍ່ສ້າງຄວາມເສຍຫາຍທາງດ້ານການເມືອງແລະເສດຖະກິດໃຫ້ແກ່ອຳນາດການປົກຄອງ.
ເພື່ອກ້າວໄປສູ່ຈຸດສຸດທ້າຍນັ້ນ ເມື່ອວັນທີ 31 ມັງກອນຜ່ານມາ ສະຫະລັດໄດ້ປະກາດການລົງໂທດເພີ້ມຕື່ມ ຕໍ່ 6 ສ່ວນບຸກຄົນຊາວມຽນມາ ແລະ 3 ບໍລິສັດ ຮວມທັງຜູ້ນຳອະວຸໂສຢູ່ໃນບໍລິສັດນ້ຳມັນແລະແກັສທຳມະຊາດຂອງມຽນມາ ນັກຄ້າອາວຸດ ແລະຜູ້ນຳຂອງອຳນາດການປົກຄອງພ້ອມລູກສະໝຸນທາງດ້ານທຸລະກິດຂອງພວກເຂົາ. ນອກນັ້ນ ການລົງໂທດຍັງຮວມທັງກຳມາທິການເລືອກຕັ້ງຂອງສະຫະພາບ ຊຶ່ງຖືກອຳນາດການປົກຄອງໃຊ້ເປັນເຄື່ອງມືເພື່ອເຮັດໃຫ້ການເລືອກຕັ້ງເກີດຄວາມບົກຜ່ອງ.
ຢູ່ໃນຖະແຫຼງການ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນໃຫ້ຂໍ້ສັງເກດວ່າ ມາຮອດເວລານີ້ສະຫະລັດໄດ້ທຳການລົງໂທດຕໍ່ 80 ສ່ວນບຸກຄົນ ແລະ 32 ບໍລິສັດ “ເພື່ອບໍ່ໃຫ້ ອຳນາດການປົກຄອງ ແກ່ຍາວຄວາມຮຸນແຮງຂອງຕົນ ແລະຊຸກຍູ້ຄວາມໄຝ່ຝັນຢາກມີປະຊາທິປະໄຕຢ່າງແຮງກ້າຂອງປະຊາຊົນຊາວມຽນມາ.”
ທ່ານໄດ້ສະແດງໃຫເຫັນຢ່າງຈະແຈ້ງວ່າ ນອກຈາກຈະເພີ້ມຄວາມເສຍຫາຍຕື່ມໃຫ້ແກ່ອຳນາດການປົກຄອງແລ້ວ ສະຫະລັດ ຍັງຈະສືບຕໍ່ ສະໜອງການຊ່ວຍເຫຼືອທີ່ສຳຄັນທາງດ້ານມະນຸດສະທຳໃຫ້ແກ່ປະຊາຊົນຊາວມຽນມາ ແລະໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ຂະບວນການເພື່ອປະຊາທິປະໄຕໃນມຽນມາ.
ດັ່ງທີ່ ທີ່ປຶກສາຂອງກະຊວງການຕ່າງປະເທດ ໂຊເລ ໄດ້ກ່າວ ສະຫະລັດຈະບໍ່ຢຸດເຊົາການໃຫ້ຄວາມສະໜັບສະໜຸນຕໍ່ປະຊາຊົນຊາວມຽນມາ ໃນຂະນະທີ່ພວກເຂົາເຈົ້າ “ໄດ້ສະແດງອອກຊຶ່ງຄວາມກ້າຫານຂອງພວກເຂົາເຈົ້າ ໃນຄວາມໄຝ່ຝັນຢາກມີປະຊາທິປະໄຕ ການປົກຄອງດ້ວຍຕົວບົດກົດໝາຍ ຄວາມຍຸຕິທຳ ແລະການເຄົາລົບນັບຖືສິດທິມະນຸດ.”