Accessibility links

Breaking News

ບົດບັນນາທິການ: ຄວາມສຳພັນ ລະຫວ່າງສະຫະລັດ ກັບຟີລິບປິນ ແມ່ນເຂັ້ມແຂງ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ ຢູ່​ເທິງ​ກຳ​ປັ່ນ​ຍາມ​ຝັ່ງ ເທ​ເຣ​ຊາ ມັກ​ບາ​ນູ​ອາ ທີ່​ເມືອງ​ທ່າ​ເປີ​ໂຕ ປ​ຣິນ​ເຊ​ຊາ ປະ​ເທດ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 22 ພະ​ຈິກ 2022.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ ຢູ່​ເທິງ​ກຳ​ປັ່ນ​ຍາມ​ຝັ່ງ ເທ​ເຣ​ຊາ ມັກ​ບາ​ນູ​ອາ ທີ່​ເມືອງ​ທ່າ​ເປີ​ໂຕ ປ​ຣິນ​ເຊ​ຊາ ປະ​ເທດ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 22 ພະ​ຈິກ 2022.

ການເປັນພັນທະມິດລະຫວ່າງສະຫະລັດ ກັບຟີລິບປິນ ແມ່ນອີງຕາມປະຫວັດສາດທີ່ມີມາຢ່າງເລິກເຊິ່ງ ຄວາມສຳພັນທາງດ້ານເສດຖະກິດແລະວັດທະນະທຳ ແລະຫຼັກຄຸນຄ່າປະຊາທິປະໄຕທີ່ມີຮ່ວມກັນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ຟີ​ລິບ​ປິນ ແມ່ນ​ອີງ​ຕາມ​ປະ​ຫວັດ​ສາດ​ທີ່​ມີ​ມາ​ຢ່າງ​ເລິກ​ເຊິ່ງ ຄວາມ​ສຳ​ພັນ​ທາງ​ດ້ານ​ເສດ​ຖະ​ກິດແລະ​ວັດ​ທະ​ນະ​ທຳ ແລະ​ຫຼັກ​ຄຸນ​ຄ່າ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີ​ຮ່ວມ​ກັນ.

ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຟີ​ລິບ​ປິນ​ຂອງຮອງປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ເມື່ອ​ໄວໆ​ມານີ້ ໄດ້​ໃຫ້​ການ​ຢືນ​ຢັນ​ເຖິງ​ຄວາມ​ສຳ​ຄັນ ຕໍ່​ຄວາມ​ສຳ​ພັນ​ດັ່ງ​ກ່າວ ແລະ​ໄດ້​ເປີດ​ໂອ​ກາດ​ໃຫ້​ມີ​ການ​ຫາ​ລື​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ແລະ​ການ​ລົງ​ທຶນ ຢູ່​ໃນ​ຫຼາຍໆ​ຂົງ​ເຂດ ຮວມ​ທັງ​ສ້າງ​ຄວາມ​ກ້າວ​ໜ້າ​ໃນ​ດ້ານ​ພະ​ລັງ​ງານ ເພີ້ມ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ ປະ​ເຊີນ​ກັບ​ບັນ​ຫາ​ທ້າ​ທາຍ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຮ່ວມ​ກັນ ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ເຮືອທາງ​ທະ​ເລ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ໄດ້​ພົບ​ປະ ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ທ່ານ​ເຟີ​ດີ​ນານ ມາ​ໂກ​ສ ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ເມື່ອ​ວັນ​ທີ ​21 ພະ​ຈິກຜ່ານ​ມາ​ນີ້ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ລິ​ເລີມ​ໃໝ່​ຕ່າງໆ. ໃນ​ມື້​ຕໍ່​ມາ ທ່ານ​ນາງ​ໄດ້​ເດີນ​ທາ​ໄປ​ຍັງແຂວງ​ປາ​ລາ​ວານ ທີ່​ຕັ້ງ​ຢູ່​ຂອບ​ທະ​ເລ​ຈີນ​ໃຕ້.

ໃນ​ການ​ກ່າວ​ຄຳ​ປາ​ໄສ ຢູ່​ເທິງ​ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສໄດ້​ປະ​ກາດ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພີ້ມ​ຕື່ມ​ຢູ່​ໃນ​ຫຼາຍໆ​ຂົງ​ເຂດຊຶ່ງຮວມ​ທັງ​ການ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ​ກ້ອນ​ໃໝ່ ​ຂອງ​ສະ​ຫະ​ລັດ ຕໍ່​ພະ​ແນກ​ການ​ຕ່າງໆ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ​ທາງ​ທະ​ເລ​ຂອງ​ຟີ​ລິບ​ປິນ ເພື່ອ​ປາບ​ປາມ​ການ​ຫາ​ປາ ທີ່​ຜິດ​ກົດໝາຍ ຊຶ່ງ​ເປັນ​ໄພ​ຂົ່ມ​ຂູ່​ໂດຍ​ກົງ​ຕໍ່​ລະ​ບົບ​ນິ​ເວດ​ແຄມ​ຝັ່ງ​ທະ​ເລ​ແລະ​ເສດ​ຖະ​ກິດ​ນຳ​ດ້ວຍ.

ທ່ານ​ນາງກ່າວ​ວ່າ ນອກນັ້ນ ສະ​ຫະ​ລັດ ຍັງ​ໄດ້​ເພີ້ມ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສະ​ໜອງ​ຟີ​ລິບ​ປິນ ແລະ​ປະ​ເທດ​ອື່ນໆ​ຢູ່​ໃນ​ຂົງ​ເຂດ​ ດ້ວຍ​ຮູບ​ພາບ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ແລະ​ຖືກ​ຕ້ອງ​ກວ່າ​ເກົ່າກ່ຽວ​ກັບ​ເຂດ​ນ່ານ​ນ້ຳ​ຂອງ​ພວກ​ເຂົາ​ເຈົ້າ. ໃນ​ເດືອນນີ້ອົງ​ການ​ຈັດ​ຕັ້ງ​ທີ່​ເປັນ​ພາ​ຄີ​ຂອງ​ສະ​ຫະ​ລັດ​ໄດ້​ຈັດ​ສົ່ງດາວ​ທຽມ​ໜ່ວຍ​ໃໝ່ ເພື່ອ​ໃຫ້​ເວ​ທີ​ອະ​ວະ​ກາດ​ດັ່ງ​ກ່າວ​ສາ​ມາດ​ສະ​ໜອງ​ຮູບ​ພາບ​ທີ່​ມີ​ຄວາມ​ສຳ​ຄັນໆ​ໃນ​ເຂດນ່ານ​ນ້ຳ​ອິນ​ໂດ​ປາ​ຊີ​ຟິກ ແລະ​ເພີ້ມ​ຄວາມ​ສົນ​ໃຈ​ທາງ​ທະ
ເລ​ທີ່​ອາດ​ສາ​ມາດ​ສ້າງຄວາມ​ຕື່ນ​ຕົວ ເພື່ອ​ໃຫ້ “ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກເຮົາ​ສາ​ມາດ​ປົກ​ປ້ອງ​ໄດ້​ດີ​ຂຶ້ນ​ກວ່າ​ເກົ່າ​ຕໍ່​ການ​ຫາ​ປາ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ ຕອບ​ຮັບ​ຕໍ່​ໄພ​ພິບັດ​ທາ​ດ້ານ​ມະ​ນຸດ​ສະ​ທຳ ຕະ​ຫຼອດ​ທັ​ງກວດ​ພົບ​ແລະ​ຕໍ່​ຕ້ານ​ກິດ​ຈະ​ກຳ​ທີ່​ຜິດ​ກົດ​ໝາຍ​ຕາງໆ.”

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ຊົມ​ເຊີຍ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ຊຶ່ງ “ພວມ​ລຸກ​ຂຶ້ນ​ຕ້ານ​ຢັນ​ຢູ່​ໃນ​ແຖວ​ໜ້າ ເພື່ອ​ລະ​ບຽບ​ກົດ​ໝາຍ​ຂອງ​ລະ​ຫວ່າງ​ປະ​ເທດ.” ທ່ານ​ນາງ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຂົ່ມ​ຂູ່​ແລະ​ການ​ພະ​ຍາ​ຍາ​ມ​ບີ​ບ​ບັງ​ຄັບທີ່​ຟີ​ລິບ​ປິນ​ເຄີຍໄດ້​ປະ​ສົບ​ພົບ​ພໍ້​ມາ​ແລ້ວ​ຈາກ​ ສ​ປ ຈີນ​ ໃນ​ຂະ​ນະ​ທີ່​ປັກ​ກິ່ງ​ ຂະ​ຫຍາຍ​ການ​ອ້າງ​ເອົາ​ກຳ​ມະ​ສິດແບບ​ຜິດ​ກົດ​ໝາຍ​ຂອງ​ຕົນ​ຫຼາຍ​ຂຶ້ນ​ໃນ​ທະ​ເລ​ຈີ​ນ​ໃຕ້. “ສະ​ຫະ​ລັດແມ່ນ​ຢືນ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ຟີ​ລິບ​ປິນ” ​ຊຶ່ງທ່ານ​ນາງ​ກ່າວ​ “ພວກ​ເຮົາ​ຈະ​ສືບ​ຕໍ່​ ສະ​ໜັບ​ສະ​ໜຸນ​ພັນ​ທະ​ມິດແລະ​ພາ​ຄີ​ຂອງ​ພວກ​ເຮົາ ຕໍ່​ການ​ປະ​ພຶດ​ແບບ​ຜິດ​ກົດ​ໝາຍ​ແລະ​ຂາດ​ຄວາມ​ຮັບ​ຜິດ​ຊອບ.”

ຮອງປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ປະ​ກາດ​ວ່າ “ພວກ​ເຮົາ​ຕ້ອງ​ລຸກ​ຂຶ້ນ​ເພື່ອ​ຫຼັກ​ການ​ຕ່າງໆ​ເຊັ່ນ​ວ່າ ການ​ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ບໍ່​ເປັນ​ອຸບ​ປະ​ສັກ​ຕໍ່​ການ​ຄ້າ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ການ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ດ້ວຍ​ສັນ​ຕິ​ວິທີ ແລະ​ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ເຮືອ​ແລະ​ການ​ບິນ​ຜ່ານຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ແລະ​ຢູ່​ໃນ​ທົ່ວ​ເຂດ​ອິນ​ໂດ​ປາ​ຊີ​ຟິກ. ເວ​ລາ​ໃດ​ທີ່​ກົດ​ລະ​ບຽບ​ຂອງ​ລະ​ຫວ່າງ​ປະ​ເທດ​ໄດ້​ຮັບ​ການ​ຂົ່ມ​ຂູ່​ ຢູ່​ບ່ອນ​ໃດ​ບ່ອນ​ນຶ່ງ ມັນ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ທຸກໆ​ບ່ອນ.”

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ​ໄດ້​ມ້ວນ​ທ້າຍ​ຄຳ​ປາ​ໄສ​ຂອງ​ທ່ານ​ນາງ ດ້ວຍ​ການ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ “ການ​ເປັນ​ພັ​ນ​ທະ​ມິດ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ຟີ​ລິບ​ປິນ​ແມ່ນ​ເຂັ້ມ​ແຂງ. ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ທ່ານ. ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ຄວາມ​ສຳ​ເລັດ​ຂອງ​ທ່ານ ແລະ​ຕໍ່​ທຸກໆ​ຊີ​ວິດ ​ແລະ​ການ​ເປັນ​ຢູ່​ ທີ່​ກາງ​ຕໍ່​ ວຽກ​ງານ​ຂອງ​ພວກທ່ານ.”

XS
SM
MD
LG