Accessibility links

Breaking News

ບົດບັນນາທິການ: ສະຫະລັດ ແລະອິນເດຍ ເສີມຂະຫຍາຍການເປັນພາຄີ ລະຫວ່າງກັນ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ພົບ​ປະ​ທາງ​ອອນ​ລາຍ​ນ໌ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 11 ເມ​ສາ 2022.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ພົບ​ປະ​ທາງ​ອອນ​ລາຍ​ນ໌ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 11 ເມ​ສາ 2022.

ສະຫະລັດແລະອິນເດຍ “ກຳລັງເຮັດວຽກຮ່ວມກັນ ເພື່ອສ້າງຕັ້ງນຶ່ງໃນການເປັນພາຄີທີ່ສຳຄັນສຸດໃນຍຸກສະໄໝຂອງພວກເຮົາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສອງ​ປະ​ເທດ ​ປະ​ຊາ​ທິ​ປະ​ໄຕທີ່​ໃຫຍ່​ສຸດ​ຂອງ​ໂລກ ສະ​ຫະ​ລັດ​ແລະ​ອິນ​ເດຍ ໄດ້​ພົບປະ​ກັນ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ໄວໆ​ມານີ້. ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອິນ​ເດຍ ທ່າຍນ​າ​ເຣັນ​ດ​ຣາ ໂມ​ດີ ໄດ້​ພົບ​ປະ​ກັນ​ທາ​ງ​ອອນ​ລາຍ​ນ໌ ເມື່ອ​ວັນ​ທີ 11 ເມ​ສາ​ຜ່ານ​ມານີ້ ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ການ​ພົບ​ປະ​ໃນ​ລະ​ດັບ​ລັດ​ຖະ​ມົນ​ຕີແບບ​ສອງບວກ​ສອງ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ອິນ​ເດຍ ຊຶ່ງ​ມີ​ຂຶ້ນ​ໃນ​ມື້​ດຽວ​ກັນ ຄື​ລະ​ຫວ່າງ​ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ປະ​ເທດ​ທັງ​ສອງ ແລະ​ຫົວ​ໜ້າ​ດ້ານ​ປ້ອງ​ກັນ​ປະ​ເທດ.

ບົດ​ສະ​ຫລຸບ​ຂອງ​ທຳ​ນຽບ​ຂາວ ກ່ຽວ​ກັບ​ການ​ໂທ​ລະ​ສັບ​ໂອ້​ລົມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ກ່າວ​ວ່າ ພວກ​ຜູ້​ນຳ​ທັງ​ສອງ “ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ເສີມ​ຂະ​ຫຍາຍ ຄວາມ​ສຳ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ ​ກັບ​ອິນ​ເດຍ ໂດຍ​ຜ່ານ​ການ​ຮ່ວມ​ມືໃນ​ດ້ານ​ພະ​ລັງ​ງານ​ທີ່​ສະ​ອາດ ເທັກ​ໂນ​ໂລ​ຈີ ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ທະ​ຫານ ພ້ອມ​ທັງ​ ການ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ທາງ​ດ້ານ​ເສ​ຖະ​ກິດ​ແລະຄວາມ​ສຳ​ພັນ​ລ​ະ​ຫວ່າງ​ປະ​ຊາ​ຊົນ​ກັບ​ປະ​ຊາ​ຊົນ. ນອກນັ້ນ ພວກ​ທ່ານ​ຍັງ​ມີຄວາມ​ໝັ້ນ​ໝາຍ​ທີ່​ຈະ​ສືບ​ຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ​ຫຼາຍ​ຝ່າຍ ເພື່ອ​ຍຸ​ຕິ​ການ
ລະ​ບາດ​ຂອງ​ໂຄວ​ວິດ-19 ເສີມ​ຂະ​ຫຍາຍ​ຄວາມ​ໝັ້ນ​ຄົງ​ໃນ​ດ້ານ​ສຸ​ຂະ​ພາບ​ຂອງ​ໂລກ ສ້າງ​ຄວາມ​ກ້າວ​ໜ້າ ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ ແລະ​ຄ້ຳ​ປະ
ກັນໃຫ້​ອິນ​ໂດ​ປາ​ຊີ​ຟິກ ເປັນ​ເຂດ​ທີ່​ເສ​ລີ​ແລະ​ເປີດກວ້າງ. ພວກ​ທ່ານ​ຍັງ​ໄດ້​ກ່າວ
ຢ້ຳ​ເຖິງການ​ມີ​ຄວາມ​ໝັ້ນ​ໝ​າຍ​ຮ່ວມ​ກັນຂອງ​ພວກ​ທ່ານ ໃນ​ຖາ​ນະ​ທີ່​ເປັນ​ຜູ້​ນຳ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ໃຫຍ່​ສຸດ​ຂອ​ງ​ໂລກ ເພື່ອ​ໃຫ້​ການ​ເຄົາ​ລົບ​ຕໍ່​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ຂອງ​ທຸກໆ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ​ແລະໄກ​ໄປ​ກວ່ານັ້ນ.”

ໃນ​ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ແບບ​ສອງບວກ​ສອງນັ້ນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ລອຍ ອອ​ສ​ຕິນ ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ ​ຝ່າຍ​ອິນ​ເດຍ ລັດ​ຖະ​ມົນ​ຕີ​ກິດ​ຈະ​ການ​ຕ່າງ​ປະ​ເທດ ທ່ານ​ຊູບ​ຣາ​ມາ​ນີ​ຢາມ ຈາ​ອິ​ສ​ຊັງ​ກາ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ຣາ​ສ​ນາດ ຊິງ ໃນ​ການ​ສົນ​ທະ​ນາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ເຫຼົ່າ​ນີ້​ແລະ​ອື່ນໆ​ອີກ. ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ​ລຸນ​ຫຼັງ​ການ​ພົບ​ປະ​ນັ້ນ ລັດ​ຖະ​ມົນ​ຕີບ​ລິງ​ເກັນກ່າວ​ວ່າ “ມື້ນີ້ ພວກ​ເຮົາ​ຂໍ​ໃຫ້​ການ​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງ ໃນ​ຄວາມ​ໝັ້ນ​ໝາຍ​ຂອງ​ພວກ​ເຮົາ​ເພື່ອ​ສົ່ງ​ເສີມ​ສະ​ຖຽນ​ລະ​ພາບ​ຢູ່ ໃນ​ຂົງ​ເຂດ ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ການ​ແກ້​ໄຂບັນ​ຫາ​ຂັດ​ແຍ້ງ​ດ້ວຍ​ສັນ​ຕິ​ວິ​ທີ ແລະ​ການ​ຂະ​ຫຍາຍຍຸດ​ທະ​ສາດ​ໃນການ​ເປັນ​ພາ​ຄີ​ຂອງ​ພວກ​ເຮົາ​ ກັບ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື​ອາ​ຊຽນ.

ສ່ວນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອອ​ສ​ຕິນ ກ່າວ​ວ່າ ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ຫະ​ລັດ​ແລະ​ອິນ​ເດຍ “ກຳ​ລັງ​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ສ້າງ​ຕັ້ງ​ນຶ່ງ​ໃນ​ການ​ເປັນ​ພາ​ຄີ​ທີ່​ສຳ​ຄັນ​ສຸດ​ໃນ​ຍຸກ​ສະ​ໄໝ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ໃຫ້​ຄວາມ​ໝັ້ນ​ໝາຍ​ທີ່​ສຳ​ຄັນ​ໃນ​ມື້ນີ້​ ທີ່​ຈະ​ຂັບ​ດັນ​ນະ​ວັດ​ຕະ​ກຳ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ທີ່ພຸ່ງ​ພົ້ນໃໝ່ ຮວມ​ທັງ​ດ້ານ​ອະ​ວະ​ກາດ ແລະ​ດ້ານ​ໄຊ​ເບີ​ອະ​ວະ​ກາດ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອອ​ສ​ຕິນ ​ໄດ້​ກ່າວ​ຊົມ​ເຊີຍໃນ​ການ​ຕັດ​ສິນ​ໃຈ​ຂອງກອງ​ທັບ​ເຮືອ​ອິນ​ເດຍ​ທີ່​ຈະ​ເຂົ້າ​ຮ່ວມ​ກຳ​ລັງ​ປະ​ສົມ​ທາງ​ທະ​ເລ ບາ​ຫ໌​ເຣນ ແລະ​ຄວາມ​ໝັ້ນ​ໝາຍ​ທັງ​ຂອງ​ສະ​ຫະ​ລັດແລະ​ອິນ​ເດຍທີ່​ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ລົບທາງ​ດ້ານ​ທະ​ຫານ​ທີ່​ສຳ​ຄັນ. ນອກນັ້ນ ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ໃນ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສະ​ຫະ​ລັດ​ແລະ​ອິນ​ເດຍ ທີ່​ຈະ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ກັບ​ປະ​ເທດ​ຕ່າງໆ ທີ່​ມີ​ຈິດ​ໃຈ​ມັກ​ແບບ​ດຽວ​ກັນ ຮວມ​ທັງ​ຍີ່​ປຸ່ນ ອອ​ສ​ເຕ​ຣ​ເລຍ ແລະ​ພັນ​ທະ​ມິດ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດອ​ອ​ສ​ຕິນ ກ່າວ​ວ່າ ສະ​ຫະ​ລັດ​ແລະ​ອິນ​ເດຍ ບໍ່​ພຽງ​ແຕ່​ໄດ້​ເຊື່ອມ​ໂຍງ​ກັນ ​ຍ້ອນ​ການ​ມີ​ຜົນ​ປະ​ໂຫຍດ ​ຮ່ວມ​ເທົ່າ​ນັ້ນ “ພວກ​ເຮົາ​ຍັງ​ມີ​ຄວາມ​ຜູກ​ພັນ ຍ້ອນ​ການ​ມີ​ຫຼັກ​ຄຸນ​ຄ່າ​ແລະ​ຄວາມ​ໝັ້ນ​ໝາຍ​ຮ່ວມ​ກັນ​ນຳ​ດ້ວຍ…. ການ​ລົງ​ທຶນ​ທີ່​ພວກ​ເຮົາ​ໄດ້​ເຮັດ​ນຳ​ກັນ​ໃນ​ເວ​ລານີ້ ຈະ​ຊ່ວຍໃຫ້​ການ​ຄ້ຳ​ປະ​ກັນ​ໃນ​ການ​ມີ​ວິ​ໄສ​ທັດ​ຮ່ວມ​ກັນ​ຂອງ​ພວກ​ເຮົາ ເພື່ອ​ໃຫ້​ເຂດ​ອິນ​ໂດ​ປາ​ຊີ​ຟິກ ເປັນ​ເຂດ​ທີ່ໝັ້ນ​ຄົງ ເປີດກວ້າງ ແລະ​ຈະ​ເລີນ​ຮຸ່ງ​ເຮືອງ ໃນ​ຫຼາຍໆ​ທົດ​ສະ​ວັດ​ຕໍ່​ໜ້າ.”

XS
SM
MD
LG