Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຮຽກຮ້ອງໃຫ້ປ່ອຍ ຜູ້ນຳສາສະໜາຄຣິສຕຽນ ໃນມຽນມາ


ແຟ້ມ - ໂບດ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ແຫ່ງ​ນຶ່ງ ຖືກ​ຈູດ​ໂດຍ​ພວກ​ທະ​ຫານ ໃນ​ປະ​ເທດ​ມຽນ​ມາ.
ແຟ້ມ - ໂບດ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ແຫ່ງ​ນຶ່ງ ຖືກ​ຈູດ​ໂດຍ​ພວກ​ທະ​ຫານ ໃນ​ປະ​ເທດ​ມຽນ​ມາ.

ພະອາຈານຊາມຊົງ ແມ່ນຜູ້ສະໜັບສະໜຸນຄົນສຳຄັນໃນດ້ານສິດທິມະນຸດ ຮວມທັງສິດເສລີພາບໃນການນັບຖືສາສະໜາສຳລັບຜູ້ຄົນໃນທຸກໆຄວາມເຊື່ອ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

​ສະ​ຫະ​ລັດ​ຂໍ​ຮຽກ​ຮ້ອງ​ໃຫ້​ປ່ອຍ ​ຜູ້​ນຳ​ຂອງ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ພ້ອມ​ທັງ​ເປັນ​ຜູ້ນຳ​ຂອງ​ຊົນ​ເຜົ່າ​ກະ​ຈິ່ນ ພ​ະ​ອາ​ຈານ ດຣ. ກາ​ລາມ ຊາມ​ຊົງ ທີ່​ໄດ້​ຖືກ​ ຈັບກຸມ​ຄຸມ​ຂັງ ແລະ​ຂຶ້ນ​ສານ​ດຳ​ເນີນ​ຄະ​ດີ ​ຢູ່​ໃນ​ປະ​ເທດ​ມຽນ​ມາ.

ພ​ະ​ອາ​ຈານ​ຊາມ​ຊົງ ແມ່ນ​ນຶ່ງ​ໃນ​ຜູ້​ນຳ​ທາງ​ສາ​ສະ​ໜາ​ ຄົນ​ສຳ​ຄັນ​ ຂອງ​ປະ​ເທດ. ທ່ານ​ເປັນ​ທີ່​ປຶກ​ສາ​ໃຫ້​ແກ່​ສະ​ພາ​ບັບ​ຕິ​ສ​ເຜົ່າ​ກ​ະ​ຈິ່ນ ລຸນ​ຫຼັງ​ທີ່​ໄດ້​ຮັບ​ຕຳ​ແໜ່ງ​ປະທານ​ແລະ​ເລ​ຂາ​ທິ​ການ​ຂອງ​ສະ​ພາ​ດັ່ງ​ກ່າວມາ​ເປັນ​ເວ​ລາ​ນຶ່ງ​ທົດ​ສະ​ວັດ. ສະ​ພານີ້​ມີ​ສະ​ມາ​ຊິກ​ຢູ່​ປະ​ມານ 400,000 ຄົນ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຊົນ​ເຜົ່າ​ກະ​ຈິ່ນ. ນອກນັ້ນ ທ່ານ​ຍັງ​ເປັນ​ປະ​ທານ​ຂອງ​ສະ​ພາ​ທີ່​ປຶກ​ສາ​ແຫ່ງ​ຊາດ​ເຜົ່າ​ກະ​ຈິ່ນນຳ​ດ້ວຍ.

ພະ​ອາ​ຈານ​ຊາມ​ຊົງ ແມ່ນ​ຜູ້​ສະ​ໜັບ​ສະ​ໜຸນ​ຄົນ​ສຳ​ຄັນ​ໃນ​ດ້ານ​ສິດ​ທິ​ມະ​ນຸດ ຮວມ​ທັງ​ສິດ​ເສ​ລີ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາສຳ​ລັບ​ຜູ້​ຄົນ​ໃນ​ທຸກໆ​ຄວາມ​ເຊື່ອ. ນອກນັ້ນ​ທ່ານ​ຍັງ​ເປັນ​ທີ່​ຮູ້​ຈັກ​ກັນ​ ໃນ​ເລື້ອງວຽກ​ງານ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ທ່ານ.

ອຳ​ນາດ​ການ​ປົກ​ຄອງ​ຜ​ະ​ເດັດ​ການ​ໃນ​ມຽນ​ມາ ໄດ້​ຈັບ​ທ່ານ​ເມື່ອ​ວັນ​ທີ 4 ທັນ​ວາ​ປີ 2022 ກ່ອນ​ທີ່​ທ່ານ​ຈະ​ອອກ​ເດີນ​ທາງ​ໄປ​ບາງກອກ​ເພື່ອ​ຮັບ​ການ​ປິ່ນ​ປົວ​ທາງ​ດ້ານ​ການ​ແພດ. ທ່ານ​ໄດ້​ປະ​ເຊີນ​ກັບ​ສາມ​ຂໍ້​ຫາຮວມ​ທັງ​ພາຍ​ໃຕ້​ກົດ​ໝາຍ​ຕໍ່​ຕ້ານການ​ກໍ່​ການ​ຮ້າຍ ທີ່​ລວມ​ມີ​ການ​ຍຸ​ແຍ່​ໃຫ້​ກໍ່​ຄວາມ​ຮຸນ​ແຮງ. ທະ​ນາຍ​ຄວາມ​ຂອງ​ທ່ານ​ໄດ້​ກ່າວ​ຕໍ່​ວິ​ທະ​ຍຸ​ເອ​ເຊຍ​ເສ​ລີ​ວ່າ ສານ​ເວົ້າ​ວ່າ​ພະ​ອາ​ຈານ​ຊາມ​ຊົງ​ຖືກ​ຟ້ອງ​ພາຍ​ໃຕ້​ກົດ​ໝາຍ​ກໍ່​ການ​ຮ້າຍ ຍ້ອນ​ທ່ານ​ໄດ້​ພົບ​ປະ​ ກັບ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານສາ​ມັກ​ຄີ​ຊາດ​ຂອງ​ພະ​ມ້າ. ຖ້າ​ຫາກ​ຖືກ​ພົບ​ເຫັນ​ໃນ​ທຸກໆ​ຂໍ້​ຫາ​ແລ້ວ ທ່ານ​ຈະ​ໄດ້​ຖືກ​ໂທດ​ຫຼາຍກວ່າ 10 ປີ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດກ່ຽວ​ກັບ​ສ​ະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ທ່ານແລະ​ຂໍ​ຮຽກ​ຮ້ອງ​ໃຫ້​ພາ​ຄີ​ແລະ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ ມາ​ຮ່ວມ​ກັນ​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງຍົກ​ເລີກ​ທຸກ​ຂໍ້​ຫາ​ແລະ​ປ່ອຍ​ພະ​ອາ​ຈານ​ຊາມ​ຊົງ​ໃນ​ທັນ​ທີ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃດໆ​ທັງ​ສິ້ນ. ວຽກ​ງານ​ທີ່​ບໍ່​ໜ້າ​ເຊື່ອ​ ຂອງ​ພະ​ອາ​ຈານ​ແຊມ​ຊົງ ​ໃນ​ການສະ​ໜັບ​ສະ​ໜຸນ​ຕໍ່​ສິດ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ ຄວາມ​ຍຸ​ຕິ​ທຳ ສັນຕິ​ພາບ ແລະ​ການ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ ຄວນ​ໄດ້​ຮັບ​ການ​ສະ​ເຫຼີມ​ສະ​ຫຼອງ​ແລະ​ເອົາ​ເປັນ​ແບບ​ຢ່າງ ບໍ່​ແມ່ນ​ຖືກ​ປະ​ນາມ.”

ບັນ​ດາ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ແລະ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ພົນລະ​ເຮືອນ​ໄດ້​ເຂົ້າ​ຮ່ວມ​ໃນ​ການຮຽກ​ຮ້ອງ​ໃຫ້​ປ່ອຍ​ໂຕ​ທ່ານ ຮວມ​ທັງ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Hu-man Rights Watch ທີ່​ເອີ້ນ​ຂໍ້​ຫາ​ຕໍ່​ພະ​ອາ​ຈານ​ຊາມ​ຊົງ​ນັ້ນ​ວ່າ “ມີ​ຈຸດ​ປະ​ສົງທາງ​ດ້ານ​ການ​ເມືອງ” ແລະ “ເປັນ​ຄວາມ​ພະ​ຍາ​ຍາມ ແບບ​ໜັກ​ມື ເພື່ອ​ສ້າງ​ໃຫ້ມີ​ຄວາມ​ຢ້ານ​ກົວ​ຕໍ່​ພວກ​ທີ່​ຄັດ​ຄ້ານ ໃນ​ໝູ່​ຜູ້​ນຳ​ຊົນ​ກຸ່ມ​ນ້ອຍ.”

ໃນ​ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ ກ່ຽວ​ກັບ​ອິດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ​ຂອງ​ລະ​ຫວ່າງ​ປະ​ເທດ​ເມື່ອ​ໄວໆ​ມານີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ ໃຫ້​ຂໍ້​ສັງ​ເກດ​ວ່າ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດໄດ້​ຍົກ​ເອົາ​ເລື້ອງນີ້​ ຂຶ້ນ​ມາ​ຖາມພວກ​ເຈົ້າ​ໜ້າ​ທີ່​ທະ​ຫານ​ມຽນ​ມາຕະຫຼອດມາ “ກ່ຽວ​ກັບ​ຄວາມ​ກັງ​ວົນ​ຂອງ​ສະ​ຫະ​ລັດ​ທີ່​ຍັງ​ມີ​ຢູ່ ກ່ຽວ​ກັບ​ອິດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ ຮວມ​ທັງ​ສະ​ພາບ​ການ​ຂອງ​ຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ​ ຊຶ່ງ​ເປັນ​ຊົນ​ກຸ່ມ​ໃຫຍ່​ໃນ​ລັດ​ຣາ​ໄຄ​ນ໌ ຄວາມ​ທຸກ​ທໍ​ລະ​ມານ​ທີ່​ພວມ​ປະ​ເຊີນ​ໜ້າ​ຊາວ​ຄ​ຣິ​ສ​ຕຽນ ຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍ​ໃນ​ປະ​ຊາ​ຄົມ​ກະ​ຈິ່ນ ພາກ​ເໜືອ​ຂອງ​ລັດ​ສານ ແລະ​ລັດ​ຈິ່ນ ທ່າມ​ກາງ​ທີ່​ເກີດ​ຄວາມ​ຮຸນ​ແຮງ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ເນດ ໄພ​ຣ​ສ໌ ກ່າ​ວວ່າ​ “ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ຢຸດ​ເຊົາ​ການ​ກົດ​ຂີ່ ​ທີ່​ຜິດຈິດ​ສຳ​ນຶກຕໍ່ຜູ້​ຕາງ​ໜ້າ ສາ​ສະ​ໜາແລະ​ປະ​ຊາ​ຄົມ​ຕ່າງໆ ໃນ​ປະ​ເທດ​ມຽນ​ມາ ແລະ​ຍຸ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ.”

XS
SM
MD
LG