Accessibility links

Breaking News

ບົດບັນນາທິການ: ສະຫະລັດຕັ້ງໃຈຢ່າງແນ່ວແນ່ ທີ່ຈະປາບປາມການບັງຄັບໃຫ້ແຮງງານ


​ພວກ​ຝຶກ​ງານ​ຊາວ​ມຸ​ສ​ລິມ ທີ່​ໂຮງ​ງານວິ​ຊາ​ຊີບ​ຕັດ​ຫຍິບໂຮ​ຕານ ແລະ​ສູນ​ກາງ​ຝຶກ​ແອບ ທີ່​ໂຮ​ຕານ ໃນ​ເຂດ​ຊິນ​ຈຽງ ປະ​ເທດ​ຈີນ (ແຟ້ມ.)
​ພວກ​ຝຶກ​ງານ​ຊາວ​ມຸ​ສ​ລິມ ທີ່​ໂຮງ​ງານວິ​ຊາ​ຊີບ​ຕັດ​ຫຍິບໂຮ​ຕານ ແລະ​ສູນ​ກາງ​ຝຶກ​ແອບ ທີ່​ໂຮ​ຕານ ໃນ​ເຂດ​ຊິນ​ຈຽງ ປະ​ເທດ​ຈີນ (ແຟ້ມ.)

ລັດຖະບານທ່ານໄບເດັນ ແລະ ທ່ານນາງແຮຣິສ ໄດ້ຕັດສິນໃຈທີ່ຈະປາບປາມການກໍ່ອາຊະຍາກຳບັງຄັບໃຊ້ແຮງງານ ແລະປ້ອງກັນບໍ່ໃຫ້ສິນຄ້າທີ່ຜະລິດຈາກການບັງຄັບໃຊ້ແຮງງານ ເຂົ້າມາຈຳໜ່າຍຢູ່ໃນສະຫະລັດ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລັດ​ຖະ​ບານ​ທ່ານ​ໄບ​ເດັນ ແລະ ​ທ່ານ​ນາງ​ແຮ​ຣິ​ສ ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ປາບ​ປາມ​ການ​ກໍ່​ອາ​ຊ​ະ​ຍາ​ກຳບັງ​ຄັບ​ໃຊ້​ແຮງ​ງານ ແລະ​ປ້ອງ​ກັນ​ບໍ່​ໃຫ້​ສິນ​ຄ້າ​ທີ່​ຜະ​ລິດ​ຈາກ​ການ​ບັງ​ຄັບ​ໃຊ້​ແຮງ​ງານ ເຂົ້າ​ມາ​ຈຳ​ໜ່າຍ​ຢູ່​ໃນ​ສະ​ຫະ​ລັດ.

ເພື່ອ​ກ້າວ​ໄປ​ສູ່​ຈຸດ​ນັ້ນ ກົດ​ໝາຍ​ປ້ອງ​ກັນ​ການ​ບັງ​ຄັບ​ໃຊ້ແຮງ​ງານ​ຊາວ​ວີ​ເກີ້ ທີ່​ເອີ້ນ​ຫຍໍ້​ວ່າ UFLPA ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ ເມື່ອ​ວັນ​ທີ 21 ມິ​ຖຸ​ນາ. ກົດ​ໝາຍ​ດັ່ງ​ກ່າວໄດ້​ຫ້າມ​ບໍ່​ໃຫ້​ນຳ​ເຂົ້າ​ສິນ​ຄ້າຈາກ​ເຂດ​ປົກ​ຄອງ​ຕົນ​ເອງ​ຊິນ​ຈຽງ​ຂອງ​ຊາວ
ວີ​ເກີ້ ແລະ​ບາງ​ອົງ​ການ​ ໃນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ນອກ​ເສຍ​ຈາກວ່າ
ບໍ​ລິ​ສັດ​ນ້ຳ​ເຂົ້າ​ສາ​ມາດ​ພິ​ສູດ​ໃຫ້​ເຫັນ​ວ່າ ສິນ​ຄ້າ​ທີ່​ນຳ​ເຂົ້າ​ມານັ້ນ ​ບໍ່​ໄດ້​ເຮັດ​ຈາກ​ການ​ບັງ​ຄັບໃຊ້​ແຮງ​ງານ.

ຢູ່​ທີ່​ເຂ​ດ​ຊິນ​ຈຽງ ສ​ປ ຈີນ ພວມ​ທຳ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ ແລະ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ. ຈີນ​ໄດ້​ສ້າງ​ສູນ​ຄຸມ​ຂັງສຳ​ລັບ​ຊາວ​ມຸ​ສ​ລິມ​ເຜົ່າ​ວີ​ເກີ້​ເປັນ​ສ່ວນ​ໃຫຍ່ແລະ​ສາ​ສະ​ໜາ​ກຸ່ມ​ນ້ອຍ​ອື່ນໆ ບ່ອນ​ທີ່​ການ​ບັງ​ຄັບ​ໃຊ້​ແຮງ​ງານ ການ​ຂົ່ມ
ຂືນ​ສຳ​ເລົາ ການ​ທໍ​ລະ​ມານ ແລະ​ການ​ບັງ​ຄັບສັ່ງ​ສອນ​ເພື່ອ​ໃຫ້​ຊາບ​ຊຶມ​ຫຼື​ລ້າງ​
ສະ​ໝອງ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ. ການ​ບັງ​ຄັບ​ໃຊ້​ແຮງ​ງານຍັງ​ສືບ​ຕໍ່​ມີ​ຂຶ້ນ​ຢູ່ນອກ​ສູນ
ຕ່າງໆ​ໃນ​ເຂດ​ຊິນ​ຈຽງ ແລະ​ມີ​ຊາວ​ວີ​ເກີ້​ຈຳ​ນວນ​ນຶ່ງແລະ​ພວກ​ຊົນ​ກຸ່ມ​ນ້ອຍ​ອື່ນໆ
ຈາກ​ເຂດ​ຊິນ​ຈຽງ ໄດ້​ຖືກ​ບັງ​ຄັບ​ໃຫ້​ໄປ​ເຮັດ​ວຽກ​ຢູ​ໃນ​ຫຼາຍໆ​ເຂດ​ຂອງ ສ​ປ ຈີນ.

ກົດ​ໝາຍ​ປ້ອງ​ກັນ​ການ​ບັງ​ຄັບ​ໃຊ້​ແຮງ​ງານ​ຊາວ​ວີ​ເກີ ຫຼື UFLPA ແມ່ນ​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ອົງ​ການ​ພາ​ສີ​ແລະ​ຄຸ້ມ​ຄອງ​ຊາຍ​ແດນ ຫຼື CBP ​ຂອງ​ສະ​ຫະ​ລັດ ໂດຍ​ມີ​ການສັນ​ນິດ​ຖານ​ວ່າສິນ​ຄ້າ​ທັງ​ໝົດ ເຄື່ອງ​ປັ້ນ​ດິນ​ເຜົາ ຂອງ​ໃຊ້ ຫຼື​ສິນ​ຄ້າ​ແຮ່​ທາດ ຜະ​ລິດ​ຕະ​ພັນ ເຄື່ອງ​ຜະ​ລິດ​ທີ່​ເຮັດ​ໂດຍ​ທັງ​ໝົດ ຫຼື​ສ່ວນ​ໃດ
ສ່ວນ​ນຶ່ງ​ຈາກ​ເຂດ​ຊິນ​ຈຽງ ແມ່ນ​ເຮັດ​ດ້ວຍ​ແຮງ​ງານ​ບັງ​ຄັບ ແລະ​ຈະ​ຖືກ​ຫ້າມ​ບໍ່
ໃຫ້​ນຳ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ນອກ​ຈາກວ່າ​ຜູ້​ນຳ​ເຂົ້າ ​ສາ​ມາດ​ສະ​ໜອງ​ຫຼັກ​ຖານ​ ທີ່ຈະ​ແຈ້ງໜ້າ​ເຊື່ອ​ຖື ໃຫ້​ແກ່​ອົງ​ການ CBP.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໃຫ້​ຂໍ້​ສັງ​ເກດ​ວ່າ ກົດ​ໝາຍ​ສະ​ບັບ​ນີ້​ໄດ້​ຮັບ​ຮອງ​ເອົາ​ໂດຍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດດ້ວຍການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນຢ່າງ​ຖ້ວມ​ລົ້ນ ​ຈາກ​ທັງ​ສອງ​ພັກ​ການ​ເມືອງ.

ລັດ​ຖະ​ມົນ​ຕີບ​ລິງ​ເກັນ ກ່າວ​ວ່າ “ກະ​ຊວງ​ການ​ຕ່າງ​ປະ​ເທດ ມີ​ຄວາມ​ໝັ້ນ​ໝາຍ
ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ສະ​ພາ ແລະ​ຄູ່​ພາ​ຄີ​ ໃນ​ພະ​ແນກ​ການ​ຕ່າງໆ ເພື່ອ​ສືບ​ຕໍ່
ປາບ​ປາມ​ການ​ບັງ​ຄັບ​ໃຊ້​ແຮງ​ງານ​ໃນ​ເຂດ​ຊິນ​ຈຽງ ແລະ​ເສີມ​ຂະ​ຫຍາຍ​ການ​ປະ​ສານ​ງານ​ຂອງລະ​ຫວ່າງ​ປະ​ເທດ​ຕ້ານ​ການລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ຮ້າຍ​ແຮງ​ເປັນ​
ພິ​ເສດ. ພວກ​ເຮົາ​ໄດ້​ເອົາມາດ​ຕະ​ການອັນ​ໜັກ​ແໜ້ນ ​ເພື່ອ​ຊຸ​ກ​ຍູ້​ໃຫ້​ມີ​ຄວາມ​ຮັບ​ຜິດ​ຊອບ​ຢູ່​ໃນ​ເຂດ​ຊິ​ນຈຽງຮວມ​ທັງ​ການ​ຈຳ​ກັດ​ຮັດ​ແຄບ​ໃນ​ການ​ອອກວີ​ຊາ ການ
ລົງ​ໂທດ​ທາງ​ດ້ານ​ການ​ເງິນ​ພາຍ​ໃຕ້ໂຄງ​ການ​ມັກ​ນິ​ສ​ກີ​ໂກ​ລ​ໂບ ​ການ​ຄວບ​ຄຸມ​ໃນ​ການ​ສົ່ງ​ອອກ ຄຳ​ສັ່ງ​ໃຫ້​ກັກ​ແລະ​ການ​ຈຳ​ກັດ​ໃນ​ການ​ນຳ​ເຂົ້າ ພ້ອມ​ກັບ​ການ​ເປັນພາ​ຄີລະ​ຫວ່າງ​ພະ​ແນກ​ການ​ຕ່າງໆ ພວກ​ເຮົາ​ຈະ​ສືບ​ຕໍ່​ພົວ​ພັນ​ກັບ​ບັນ​ດາ​ບໍ​ລິ​ສັດ​ເພື່ອ​ເຕືອນ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບ​ພັນ​ທະ​ທາງ​ດ້ານ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ​ຊຶ່ງ​ຫ້າມ​ການ​ນຳ​ສິນ​ຄ້າ​ທີ່​ເຮັດ​ດ້ວຍ​ການ​ບັງ​ຄັບ​ໃຊ້​ແຮງ​ງານ ເຂົ້າ​ມາ​ໃນ​ສະ​ຫະ​ລັດ.”

ລັດ​ຖະ​ມົນ​ຕີບ​ລິງ​ເກັນ​ປະ​ກາດ​ວ່າ “ພວກ​ເຮົາ​ຊັກ​ຊວນ​ໃຫ້​ບັນ​ດາ​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ ຊ່ວຍ​ເຮັດ​ໃຫ້​ ຕາ​ໜ່າງ​ອຸບ​ປະ​ທານ​ຂອງ​ໂລກ ປອດ​ຈາກ​ການບັງ​ຄັບໃຊ້​ແຮ​ງ​ງານ ສະ​ແດງ​ການ​ຄັດ​ຄ້ານ​ຕໍ່​ການ​ກໍ່​ໂທດ​ກຳ​ຢູ່​ໃນ​ເຂດ​ຊິນ​ຈຽງແລະ​ຮ່ວມ​ກັບ​ພວກ​ເຮົາຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ສ​ປ ຈີນ ຢຸດ​ເຊົາ​ໃນ​ທັນ​ ທີຕໍ່​ການ​ກໍ່​ໂທດ​ກຳແລະ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ຮວມ​ທັງ​ການ​ບັງ​ຄັບ​ໃຊ້​ແຮງ​ງານ.”

XS
SM
MD
LG