Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຂະຫຍາຍການລົງໂທດ ຕໍ່ກຸ່ມທະຫານຮັບຈ້າງແວັກເນີ


ແຟ້ມ - ຈິດ​ຕະ​ກຳ​ເຄື່ອງ​ໝາຍ​ຂອງ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ ໃສ່​ກຳ​ລັງ​ແຫ່ງ​ນຶ່ງ.
ແຟ້ມ - ຈິດ​ຕະ​ກຳ​ເຄື່ອງ​ໝາຍ​ຂອງ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ ໃສ່​ກຳ​ລັງ​ແຫ່ງ​ນຶ່ງ.

ສະ​ມາ​ຊິກຂອງກຸ່ມດັ່ງກ່າວ ໄດ້ກໍ່ໂທດກຳ ແລະລ່ວງລະເມີດສິດທິມະນຸດ ຢູ່ໃນຢູເຄຣນ ແລະແຫ່ງອື່ນໆໃນທົ່ວໂລກ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ​ພວມ​ຂະ​ຫຍາຍ​ການ​ລົງ​ໂທດ​ຕໍ່​ກຸ່ມ​ແວັກ​ເນີ ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ​ທ​ະ​ຫານ​ຮັບ​ຈ້າງ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ ຈາກວັງ​ເຄ​ຣັມ​ລິນພາຍ​ໃຕ້​ການ​ນຳ​ພາ​ ຂອງ​ເຢັບ​ເກ​ນີ ພ​ຣີ​ໂກ​ຊິນ. ​ທະ​ຫານ​ຮັບ​ຈ້າງ ຂອງ​ກຸ່ມ​ດັ່ງ​ກ່າວໄດ້​ກໍ່​ໂທດ​ກຳ​ແລະ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢູ່​ໃນ​ຢູ​ເຄ​ຣນ ແລະ​ແຫ່ງ​ອື່ນໆ​ໃນ​ທົ່ວ​ໂລກ.

ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ແລະ​ບໍ​ລິ​ສັດ​ທີ່​ມີ​ສ່ວນ​ພົວ​ພັນ​ແຖວ​ໜ້າທີ່​ສຳ​ຄັນໆ ​ຂອງ​ກຸ່ມ​ແວັກ​ເນີ ການ​ພົວ​ພັນ​ຂອງ​ກຸ່ມ​ດັ່ງ​ກ່າວ​ ກັບການ​ຄ້າ​ຄຳ​ແລະ​ເພັດ ການ​ປະ​ຕິ​ບັດ​ງານ​ຂອງ​ກຸ່ມ​ຢູ່​ໃນ​ສະ​ໜາມ​ລົບ​ຢູ​ເຄ​ຣນ ບັນ​ດາ​ຜູ້​ຜະ​ລິດ​ອາ​ວຸດ​ຂອງ​ຣັດ​ເຊຍ ແລະພວກບໍ​ລິ​ຫານ​ງານ​ຢູ່​ໃນ​ເຂດ​ຢຶດ​ຄອງ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດຂອງສະ​ຫະ​ລັດ ທ່ານ​ແອນ​ໂທນີ ບ​ລິງ​ເກັນ ກ່າວ​ວ່າ “ບາດ​ກ້າວນີ້ ແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ເປົ້າ​ໝາຍ​ຂອງ​ພວກ​ເຮົາ ທີ່​ຈະບັ່ນ​ທອນ​ຄວາມ​ສາ​ມາດ​ໃນ​ການ​ເຮັດ​ສົງ​ຄາ​ມາ​ຢູ່​ໃນ​ຢູ​ເຄ​ຣນຂອງ​ມົ​ສ​ກູ​ລົງ ຊຸກ​ຍູ້​ໃຫ້​ມີ​ການ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ທີ່​ມີ​ສ່ວນ​ໃນ​ການ​ເ​ຮັດ​ສົງ​ຄາມ​ຮຸກ​ຮານ​ຂອງ​ຣັດ​ເຊຍແລະ​ການ​ລ່ວງ​ລະ​ເມີດ​ຕ່າງໆ ແລະ​ທຳຄວາມ​ກົດ​ດັນ​ເພີ້ມຕື່ມ ​ຕໍ່​ພາກ​ສ່ວນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍ.

ກຸ່ມ​ແວັກ​ເນີ ມີ​ລາຍ​ງານ​ວ່າ​ໄດ້​ສົ່ງ​ທະ​ຫານ​ຮັບ​ຈ້າງ 50,000 ຄົນ ​ເຂົ້າ​ໄປ​ໃນ​ຢູເຄ​ຣນ ຮວມ​ທັງ 10,000 ຄົນ​ເປັນ​ພະ​ນັກ​ງານ​ສັນ​ຍາ​ຈ້າງ ແລະ 40,000 ຄົນ​ເປັນ​ພວກ​ນັກ​ໂທດ ທີ່ໄປເກນ​ເອົາ​ຕາມ​ຄຸກ​ຕ່າງໆ​ຂອງ​ຣັດ​ເຊຍ ອີງ​ຕາມ​ທຳ​ນຽບ​ຂາວ.

ການ​ລົງ​ໂທດ​ຮອບ​ໃໝ່ ​ທີ່​ໄດ້​ມີ​ການ​ປະ​ກາດ​ໄປ​ແ​ລ້ວ ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ແມ່ນ​ຮວມ​ທັງ​ພື້ນ​ຖານ​ໂຄງ​ລ່າງ​ຫຼາຍ​ຢ່າງ​ຂອງ​ກຸ່ມ​ແວັກ​ເນີ ຮວມ​ທັງ​ບໍ​ລິ​ສັດ​ການ​ບິນ ​ທີ່​ໃຊ້​ໂດຍ​ກຸ່ມ​ແວັກ​ເນີ ອົງ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ຂອງ​ກຸ່ມ​ແວັກ​ເນີ ແລະບໍ​ລິ​ສັດຕ່າງໆ​ທີ່​ກໍ່​ຕັ້ງ​ຂຶ້ນ​ໂດຍ​ກຸ່ມ​ແວັກ​ເນີ.

ຍິ່ງ​ໄປ​ກວ່ານັ້ນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຍັງ​ໄດ້​ປະ​ກາດ ການ​ເອົາ​ບາດ​ກ້າວ ທີ່​ຈະ​ຈຳ​ກັດ​ການ​ອອກວີ​ຊ່າ ​ໃຫ້​ແກ່​ພວກ​ນາຍ​ທະ​ຫານ​ຣັດ​ເຊຍ 531 ຄົນ ຍ້ອນກ​ານ​ປະ​ຕິ​ບັດ​ງານ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ອະ​ທິ​ປະ​ໄຕ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ຫຼື​ຄວາມ​ເປັນ​ເອກ​ກະ​ລາດ​ທາງ​ດ້ານ​ການ​ເມືອງ​ຂອງ​ຢູ​ເຄ​ຣນ.

ໃນ​ເວ​ລາ​ດຽວ​ກັນ​ນັ້ນ ທາງ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ກໍ​ໄດ້​ລະ​ບຸ​ຊື່​ກຸ່ມ​ແວັກ​ເນີເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ປະ​ຊາ​ຊົນຢູ່​ໃນ​ສາ​ທາລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ຮວມ​ຢູ່​ໃນ​ເຫດ​ຜົນ​ຫຼາຍໆ​ຢ່າງ.

ນັບ​ເປັນ​ເທື່ອ​ທຳ​ອິດ ທີ່​ສະ​ຫະ​ລັດ​ໄດ້​ລະ​ບຸ​ຊື່​ກຸ່ມ​ແວັກ​ເນີ ເປັນ​ອົງ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ທີ່​ສຳ​ຄັນ ຊຶ່ງ​ໄດ້​ເພີ້ມ​ການ​ລົງ​ໂທດ​ທີ່​ມີ​ຢູ່​ແລ້ວ​ຕໍ່​ກຸ່ມ​ດັ່ງ​ກ່າວ​ໃຫ້​ຮ້າຍ​ແຮງ​ຂຶ້ນ​ຕື່ມ. ກະ​ຊວງ​ການ​ເງິນ ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ເຈົ້າ​ໜ້າ​ທີ່​ຂອງ​ກຸ່ມ​ແວກ​ເນີ ແມ່ນ​ໄດ້​ພົວ​ພັນ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳທີ່​ຮ້າຍ​ແຮງ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ຮວມ​ທັງ ​ການ​ສັງ​ຫານ​ໝູ່ ການ​ຂົ່ມ​ຂືນ​ສຳ​ເລົາ ການ​ລັກ​ພາ​ເດັກ ແລະ​ການ​ທຳ​ຮ້າຍແຮງ​ກາຍ ຢູ່​ໃນ​ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ແລະ​ມາ​ລີ.”

ການ​ຂະ​ຫຍາຍ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ​ຕໍ່​ກຸ່ມ​ແວັກ​ເນີ​ແມ່ນ​ໄດ້​ຮັບ​ຮູ້ເຖິງ​ໄພ​ຂົ່ມ​ຂູ່​ຂ້າມ​ທະ​ວີບ​ຂອງ​ກຸ່ມ​ດັ່ງ​ກ່າວ ຮວມ​ທັງ​ໃນອາ​ຟ​ຣິ​ກາ ແລະ​ສົງ​ຄາມ​ທາງ​ເລືອກ​ທີ່​ໂຫ​ດ​ຮ້າຍ​ທາ​ລຸນ​ຂອງ​ຣັດ​ເຊຍ ຢູ່​ໃນ​ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດບ​ລິງ​ເກັນກ່າວ​ວ່າ “ສະ​ຫະ​ລັດ ແມ່ນ​ແນ່ວແນ່​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ພວກ​ເຮົາ​ ຕ້ານ​ສົງ​ຄາມ​ຮຸກ​ຮານ​ຂອງ​ຣັດ​ເຊຍ ແລະ​ ພຶດ​ຕິ​ກຳ​ໃນ​ການ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ອື່ນໆ​ ຢູ່​ໃນ​ທົ່ວ​ໂລກ.”

XS
SM
MD
LG