Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຂໍຢັນຢັນອີກຄນັ້ງນຶ່ງ ໃນຄວາມເປັນເອກກະພາບ ກັບທ່ານນາວາລນີ ແລະບຸກ​ຄົນອື່ນໆ


​ແມ່​ຍິງ​ຄົນ​ນຶ່ງ ຖື​ປ້າຍ​ທີ່​ຂຽນ​ວ່າ "ປ່ອຍ​ນາ​ວາ​ລ​ນີ" ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ທີ່​ຣັດ​ເຊຍ ຄຸ້ມ​ຂັງ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ທີ່​ນະ​ຄອນ​ເທ​ລ​ອາ​ວີບ ອິ​ສ​ຣາ​ແອ​ລ. (ແຟ້ມ)
​ແມ່​ຍິງ​ຄົນ​ນຶ່ງ ຖື​ປ້າຍ​ທີ່​ຂຽນ​ວ່າ "ປ່ອຍ​ນາ​ວາ​ລ​ນີ" ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ທີ່​ຣັດ​ເຊຍ ຄຸ້ມ​ຂັງ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ທີ່​ນະ​ຄອນ​ເທ​ລ​ອາ​ວີບ ອິ​ສ​ຣາ​ແອ​ລ. (ແຟ້ມ)

ນັບເປັນເວລາສອງປີມາແລ້ວ ທີ່ເຈົ້າໜ້າທີ່ຂອງລັດຖະບານຣັດເຊຍໄດ້ພະຍາຍາມລອບສັງຫານຜູ້ນຳພັກຝ່າຍຄ້ານທີ່ເປັນປະຊາທິປະໄຕ ທ່ານອາເລັກເຊ ນາວາລນີ ດ້ວຍສານທຳລາຍເສັ້ນປະສາດ ເອີ້ນວ່າ Novichok ຢູ່ໃນແຜ່ນດິນຂອງຣັດເຊຍ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ນັບ​ເປັນ​ເວ​ລາ​ສອງ​ປີ​ມາ​ແລ້ວ ທີ່​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ຣັດ​ເຊຍ​ໄດ້​ພະ​ຍາ​ຍາມ​ລອບ​ສັງ​ຫານ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ທີ່​ເປັນ​ປະ​ຊາ​ທິ​ປະ​ໄຕ ທ່​ານ​ອາ​ເລັກເຊ ນາ​ວາ​ລ​ນີ ດ້ວຍ​ສານ​ທຳ​ລາຍ​ເສັ້ນ​ປະ​ສາ​ດ ​ເອີ້ນ​ວ່າ Novichok ຢູ່​ໃນ​ແຜ່ນ​ດິນ​ຂອງ​ຣັດ​ເຊຍ. ເວ​ລາ​ທ່ານ​ນາ​ວາ​ລ​ນີ ​ລອດ​ຊີ​ວິດມາ​ໄດ້​ຈາກ​ການ​ໂຈມ​ຕີ​ຢ່າງ​ເປີດ
ແປນ ແລະ​ເດີ​ນ​ທາງ​ກັບ​ຄືນ​ໄປ​ປະ​ເທດ​ຣັດ​ເຊຍ​ດ້ວຍ​ຄວາມ​ກ້າ​ຫານ​ຫຼັງ​ຈາກ​ພັກ​ຟື້ນ​ຢູ່​ໃນ​ຕ່າງ​ປະ​ເທດ​ແລ້ວ ວັງ​ເຄ​ຣັມ​ລິນ​ໄດ້​ຈັບ​ທ່ານ​ເຂົ້າ​ຄຸກ​ໂດຍ​ມີ​ຈຸດ​ປະ​ສົງ​ໃນ​ດ້ານ​ການ​ເມືອງ​ແບບ​ໄຮ້​ຢ່າງ​ອາຍ.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ອີກ​ເທື່ອ​ນຶ່ງ “ໄດ້​ກ່າວ​ປະ​ນາມ​ ການ​ໃຊ້​ອາ​ວຸດ​ເຄ​ມີ​ຂອງ​ຣັດ​ເຊຍ ​ເພື່ອ​ທຳ​ລາຍ​ຄູ່​ແຂ່ງ​ທາ​ການ​ເມືອງ ແລະ​ຮຽກ​ຮ້ອງ​ໃຫ້​ວັງ​ເຄ​ຣັມ​ລິນ​ປະ​ກາດ​ແລະ​ທັບ​ມ້າງ​ໂຄງ​ການ​ອາ​ວຸດ​ເຄ​ມີ​ຂອງ​ຕົນ​ໂດຍ​ເຕັມ.” ສະ​ຫະ​ລັດຮ່ວມ​ກັນ​ກັບ​ຄອບ​ຄົວ​ຂອງ​ທ່ານ​ນາ​ວາ​ລ​ນີ ເພື່ອນ​ຝູງ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ຢູ່​ໃນ​ທົ່ວ​ໂລກ ຂໍ​ຮຽກ​ຮ້ອງ​ໃຫ້​ປ່ອຍ​ໂຕ​ທ່ານ​ໃນ​ທັນ​ທີ.

ພວກ​ນັກ​ເຄື່ອນ​ໄຫວ​ຄົນ​ອື່ນໆ​ຂອງ​ຣັດ​ເຊຍ ​ກໍ​ໄດ້​ປະ​ສົບ​ກັບ​ຊະ​ຕາ​ກຳ​ທີ່​ທຸກ​ທໍ​ລະ​ມານ​ຄ້າຍ​ຄື​ກັນ​ນີ້. ໃນ​ເດືອນ​ເມ​ສາ​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ ໄດ້​ຈັບ​ກຸມ​ ທ່ານ ວ​ລາ​ດີ​ເມຍ ຄາ​ຣາ-ເມີ​ຊາ (Vladimir Kara-Murza) ຜູ້​ສະ​ໜັບ​ສະ​ໜຸນ​ປະ​ຊາທີ​ປະ​ໄຕ​ແລະ​ຕ້ອງ​ຕິ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ​ປູ​ຕິນ ຢູ່​ທີ່​ທາງ​ສາຍ​ນຶ່ງ​ໃກ້ໆ​ຫໍ​ພັກ​ຂອງທ່ານໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ. ໃນ​ຂະ​ນະ​ທີ່ທ່ານ​ຖືກ​ຄຸມ​ຂັງ ໃນ​ການ​ເສກ​ສັນ​ປັ້ນ​ແຕ່ງ​ການ​ລ່ວງ​ລະ​ເມີດ​ຂອງ​ລັດ​ຖະ​ບານ​ຂຶ້ນ​ນັ້ນ ​ພວກ​ເຂົາ​ໄດ້​ຟ້ອງ​ທ່ານ​ຕື່ມ​ອີກ ໃນ​ຂໍ້​ຫາ “ກະ​ຈາຍ​ຂໍ້​ມູນ​ທີ່ບິ​ດ​ເບືອນ​ດ້ວຍ​ຄວາມ​ຕັ້ງ​ໃຈ” ກ່ຽວ​ກັບ​ກອງ​ທັບ​ຂອງ​ຣັດ​ເຊຍ. ທ່ານຄາ​ຣາ-ເມີ​ຊາ ພວມ​ຖືກ​ຄຸມ​ຂັງ ກ່ອນ​ການ​ດຳ​ເນີນ​ຄະ​ດີ ແລະ ອາດ​ຈະ​ໄດ້​ຮັບ​ໂທດ​ຈຳ​ຄຸກ​ໜັກ​ເຖິງ 15 ປີ ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ.

ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ ທີ່​ວັງ​ເຄ​ຣັມ​ລິນ​ໄດ້​ຈັບ​ກຸມ​ທ່ານຄາ​ຣາ-ເມີ​ຊາ. ທ່ານ​ໄດ້​ຖືກ ວາງ​ຢາ​ພິດ 2 ເທື່ອ ໃນ​ປີ 2015 ແລະ 2017 ແລະ​ໄດ້​ຕົກ​ຢູ່​ໃນ​ອາ​ການ​ປາງຕາຍ​ຫຼື​ໂຄ​ມາ. ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ທ່ານ​ແມ່ນ​ຖືກ​ເບິ່ງ​ກັນ​ຢ່າງກວ້າງ​ຂວາງວ່າ ເປັນ​ການ​ແກ້​ແຄ້ນ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍຕໍ່ການ​ດຳ​ເນີນ​ງານ​ຂອງ​ທ່ານ ​ກ່ຽວ​ກັບ​ກົດ​ໝາຍ ມັກ​ນິ​ສ​ກີ (Magnitsky) ຊຶ່ງ​ໄດ້​ວາງ​ເປົ້າ​ໝາຍ​ໃນ​ການ​ລົງ​ໂທດ​ຕໍ່​ພວກ​ທີ່​ລ່ວງ​ລະ​ເມີດ​ສິດທິ​ມະ​ນຸດ.

ນັບ​ແຕ່​ເລີ້ມ​ເປີດ​ສາກ​ບຸກ​ໂຈມ​ຕີ​ຢູ​ເຄ​ຣນ​ເປັນ​ຕົ້ນ​ມາ ວັງ​ເຄ​ຣັມ​ລິນ​ໄດ້​ເພີ້​ມ​ທະ​ວີ​ການ​ປາບ​ປາມ​ຕໍ່​ພວກ​ຄັດ​ຄ້ານ​ລັດ​ຖະ​ບານ ແລະ​ສື່ມວນ​ຊົນ​ອິດ​ສະ​ຫຼະ​ຢູ່​ໃນ​ປະ​ເທດ​ຣັດ​ເຊຍ ຮວມ​ທັງ​ໂດຍ​ຜ່ານ​ກົດ​ໝາຍ​ການກວດ​ກາ​ຢ່າງກວ້າງ​ຂວາງ​ທີ່​ທຳ​ການ​ໃສ່​ໂທດ​ຢ່າງ​ຮ້າຍ​ແຮງ. ວັງ​ເຄ​ຣັມ​ລິນ ​ຍັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຈະ​ປ້ອງ​ກັນ​ບໍ່​ໃຫ້​ປະ​ຊາ​ຊົນ​ຊາວ​ຣັດ​ເຊຍຮູ້​ຈັກ ກ່ຽວ​ກັບ​ການ​ກໍ່​ໂທດ​ກຳ​ໂດຍ​ກຳ​ລັງ​ຂອງ​ຕົນ​ ຕໍ່​ພົນ​ລະ​ເຮືອນ​ຊາວຢູ​ເຄ​ຣນ ແລະ​ເຊັ່ນ​ດຽວກັນບໍ່​ໃຫ້ຮູ້ຈັກກ່ຽວ​ກັບ​ໂຕ​ເລກ​ການ​ບາດ​ເຈັບ​ລົ້​ມ​ຕາຍ ​ເປັນ​ຈຳ​ນວນ​ຫຼວງ​ຫຼາ​ຍ ​ຂອງ​ທະ​ຫານ​ຣັດ​ເຊຍ​ຢູ່​ໃນ​ສົງ​ຄາມ​ທີ່​ບໍ່​ເປັນ​ທຳ​ນີ້.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເນດ ໄພ​ຣ​ສ໌ ໄດ້​ໃຫ້​ການ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງວ່າ ສະ​ຫະ​ລັດ “ມີ​ຄວາມ​ເປັນນ້ຳ​ນຶ່ງ​ໃຈ​ດຽວ ​ກັບ ​ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ, ທ່ານວ​ລາ​ດີ​ເມຍ ຄາ​ຣາ-ເມີ​ຊາ ແລະ​ນັກ​ໂທດ​ການ​ເມືອ​ງ​ຄົນ​ອື່ນໆ​ ຢູ່​ໃນ​ປະ​ເທດ​ຣັດ​ເຊຍ ຕະ​ຫຼອດ​ທັງ​ປະ​ຊາ​ຊົນ​ຊາວ​ຣັດ​ເຊຍ​ ທີ່​ມີ​ຄວາມ​ກ້າ​ຫານອີກ​ຫຼາຍ​ພັນ​ຄົນ ຜູ້​ຊຶ່ງ​ທັງໆ​ທີ່​ຮູ້​ວ່າ​ຕົນ​ມີ​ຄວາມ​ສ່ຽງ ແຕ່​ກໍ​ໄດ້​ປະ​ເຊີນ​ໜ້າ​ ກັບ​ຄວາມ​ຂີ້​ຕົວະ​ຂອງວັງ​ເຄ​ຣັມ​ລິນ ດ້ວຍ​ຄວາມ​ຈິງ.”

XS
SM
MD
LG