Accessibility links

Breaking News

ບົດບັນນາທິການ: ສະຫະລັດ ລົງໂທດຕຳຫຼວດສິນທຳ ແລະເຈົ້າໜ້າທີ່ອະວຸໂສຂອງອີຣ່ານ


​ແມ່​ຍິງ​ຄົນ​ນຶ່ງ​ຍົກ​ມື ທີ່​ມີ​ສີ​ແດງ​ຂ​ຶ້ນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ເພື່ອ​ສະ​ໜັບ​ສະ​ໜຸນ​ແມ່​ຍິງ​ອີ​ຣ່ານ ທີ່​ນະ​ຄອນ​ບາ​ເຊ​ໂລ​ນາ ຫຼັງ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ຍິງ​ສາວ​ຊາວ​ເຄີດ ນາງ​ມາ​ຊາ ອາ​ມີ​ນີ ໃນ​ອີ​ຣ່ານ. (Oct. 4, 2022)
​ແມ່​ຍິງ​ຄົນ​ນຶ່ງ​ຍົກ​ມື ທີ່​ມີ​ສີ​ແດງ​ຂ​ຶ້ນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ເພື່ອ​ສະ​ໜັບ​ສະ​ໜຸນ​ແມ່​ຍິງ​ອີ​ຣ່ານ ທີ່​ນະ​ຄອນ​ບາ​ເຊ​ໂລ​ນາ ຫຼັງ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ຍິງ​ສາວ​ຊາວ​ເຄີດ ນາງ​ມາ​ຊາ ອາ​ມີ​ນີ ໃນ​ອີ​ຣ່ານ. (Oct. 4, 2022)

ເພື່ອເປັນການຕອບໂຕ້ຕໍ່ “ການເສຍຊີວິດທີ່ໜ້າເສົ້າສະຫຼົດໃຈແລະໂຫດຮ້າຍ” ຂອງຍິງສາວອີຣ່ານ ນາງມາຊາ ອາມີນີ ຕະຫຼອດທັງການປາບ​ປາມທີ່ໃຊ້ຄວາມຮຸນແຮງຕໍ່ການປະທ້ວງແບບສັນຕິ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ປະກາດການລົງໂທດຕໍ່ອັນທີ່ເອີ້ນວ່າ ຕຳຫຼວດສິນທຳ ແລະເຈົ້າໜ້າທີ່ຮັກສາຄວາມສະຫງົບອະວຸໂສຂອງອີຣ່ານ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່ “ການ​ເສຍ​ຊີ​ວິດ​ທີ່​ໜ້າ​ເສົ້າ​ສະ​ຫຼົດ​ໃຈ​ແລະ​ໂຫດ​ຮ້າຍ” ຂອງຍິງ​ສາວ​ຊາວ​ອີ​ຣ່ານ ນາງ​ມາ​ຊາ ອາ​ມີ​ນີ ຕະ​ຫຼອດ​ທັງ​ການ​ກົດ​ຂີ່​ທີ່​ໃຊ້​ຄວາມ​ຮຸນ​ແຮງຕໍ່​ການ​ປະ​ທ້ວງ​ແບບ​ສັນ​ຕິນັ້ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ປະ​ກາດ​ການ​ລົງ​ໂທດ​ຕໍ່​ອັນ​ທີ່​ເອີ້ນ​ວ່າ ຕຳ​ຫຼວດ​ສິນ​ທຳ ແລະ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ອະ​ວຸ​ໂສ​ຂອງ​ອີ​ຣ່ານ.

ນາງ​ມາ​ຊາ ອາ​ມີ​ນີ ອາ​ຍຸ 22 ປີ ໄດ້​ຖືກ​ຈັບ​ທີ່​ນະ​ຄອນ​ເຕ​ຫະ​ຣ່ານ ຍ້ອນ​ຖືກ​ກ່າວ​ຫາ​ວ່າ ໃສ່​ຜ້າ​ປົກ​ຫົວ​ທີ່​ບໍ່​ເໝາະ​ສົມ​ຄື​ບໍ່​ແໜ້ນ​ເທົ່າ​ທີ່​ຄວນ. ນາງ​ໄດ້​ເສຍ​ຊີ​ວິດ​ໃນລະ​ຫວ່າງ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ອັນ​ທີ່​ເອີ້ນ​ວ່າ ຕຳ​ຫຼວດ​ສິນ​ທຳ​ ຂອງ​ອີ​ຣ່ານ.

ການ​ລາດ​ຕະ​ເວນ​ຂອງ​ຕຳ​ຫຼວດ​ສິນ​ທຳ​ໃນ​ອີ​ຣ່ານ​ໄດ້​ເພີ້​ມ​ທະ​ວີ​ຂຶ້ນ​ໃນ​ລະ​ດູ​ຮ້ອນ​ປີນີ້. ປະ​ທາ​ນາ​ທິ​ບໍ​ດີ​ອີບ​ຣ​າ​ຮິມ ຣາຍ​ຊີ ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ຊຶ່ງ​ໄດ້​ມີ​ການ​ນຳ​ໃຊ້​ຫຼັງ​ຈາກ​ການ​ປະ​ຕິ​ວັດ​ໃນ​ປີ 1979 ​ຢ່າງ​ເຂັ້ມ​ງວດ ​ ​ຂຶ້ນກວ່າ​ເກົ່າ ທີ່​ໄດ້ບັງ​ຄັບ​ໃຫ້​ພວກ​ແມ່​ຍິງ​ ປົກ​ຜົມ​ເຂົາ​ເຈົ້າ ແລະ​ນຸ່ງ​ຊຸດ​ຍາວ​ທີ່​ຫຼວມໆ.

ການ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ອີ​ຣ່ານ​ໄດ້​ລະ​ເບີດ​ຂຶ້ນ ຫຼັງ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ນາງ​ອາ​ມີ​ນີ. ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຮັບ​ມື​ ໂດຍ​ກຳ​ລັງ​ ຂອງ​ພວກເຈົ້າ​ໜ້າ​ທີ່. ການ​ປາບ​ປາມ​ຂອງ​ລັດ​ຖະ​ບານ​ອີ​ຣ່ານທີ່ພວມກຳ​ລັງດຳ​ເນີນ​ຢູ່ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ລາຍ​ງານ​ວ່າ ມີ​ພວກ​ປະ​ທ້ວງ​ຫຼາຍ​ສິບ​ຄົນ​ຖືກ​ຂ້າ​ຕາຍ ແລະ​ໃນ​ອາ​ທິດ​ແລ້ວນີ້ ລັດ​ຖະ​ບານ​ອີ​ຣ່ານ​ໄດ້​ຕັດ​ການ​ໃຊ້​ອິນ​ເຕີ​ແນັດ​ສຳ​ລັບ​ປະ​ຊາ​ຊົນ​ສ່ວນ​ໃຫຍ່ 80 ລ້ານ​ຄົນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າ ແລະ​ປະ​ຊາ​ຊົນ​ຢູ່​ໃນ​ທົ່ວ​ໂລກ​ໄດ້​ເບິ່ງ​ການ​ປາບ​ປາມ​ຢ່າງ​ຮຸນ​ແຮງ​ທີ່​ພວກ​ດຳ​ເນີນ​ຢູ່​ຕໍ່​ພວກ​ປະ​ທ້ວງ​ດ້ວຍ​ຄວາມ​ສະ​ຫງົບ.

ໃນ​ຖະ​ແຫຼງ​ການ​ຕ່າງ​ຫາກ​ອີກ​ສະ​ບັບ​ນຶ່ງນັ້ນ ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ກໍ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່ ທີ່​ຖືກ​ລະ​ບຸ​ໂດຍ​ຫ້ອງ​ການ​ຄວ​ບ​ຄຸມ​ຊັບ​ສິນ​ຕ່າງ​ປະ​ເທດ “ກຳ​ກັບ​ນຳ​ການ​ຈັດ​ຕັ້ງ ຊຶ່ງ​ຕາມ​ປົກ​ກະ​ຕິ​ແລ້ວ​ນຳ​ໃຊ້​ການ​ປາບ​ປາມ​ແບບ​ຮຸນ​ແຮງ​ຕໍ່​ພວກ​ປະ​ທ້ວງ​ດ້ວຍ​ຄວາມ​ສະ​ຫງົບ ​ສະ​ມາ​ຊິກກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ​ອີ​ຣ່ານ ຕໍ່​ພວກ​ຄັ​ດ​ຄ້ານ​ລັດ​ຖະ​ບານ ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ທິ​ຂອງ​ພວກ​ແມ່​ຍິງແລະ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ​ບ​າ​ຮາຍ.

ເຈົ້າ​ໜ້າ​ທີ 7 ຄົນ​ທີ່​ຖືກ​ລະ​ບຸ​ໂຕ​ແມ່ນ​ຮວມ​ທັງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສືບ​ລັບ​ ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ອີ​ຣ່ານ ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ສິນ​ທຳ​ຂອງ​ອີ​ຣ່ານ ແລະ​ຜູ້​ບັນຊາ​ການ​ຕຳ​ ຫຼວດ​ສິນ​ທຳ ​ໃນ​ເຂດ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ. ການ​ລົງ​ໂທດນີ້​ຍັງ​ໄດ້​ແນເປົ້າ​ໝາຍ​ໃສ່​ຮອງ​ຜູ້​ບັນ​ຊາ​ການ​ບາ​ຊິ​ສ, ຮອງ​ຜູ້​ບັນ​ຊາ​ການ ກອງ​ກຳ​ລັງ​ປະຕິ​ບັດ​ກົດໝາຍ​ຂອງ ​ອີ​ຣ່ານຫຼື LEF, ຜູ້​ບັນ​ຊາກນ​ກຳ​ລັງ LEF ໃນ​ແຂວງ​ຈາ​ຮາມາ​ຮາ​ລ ແຂວງ​ບັກ​ຕີ​ອາ​ຣີ ແລະ​ຜູ້​ບັນ​ຊາ​ການກຳ​ລັງ​ພາກ​ພື້ນ​ດິນ ​ຂອງ​ອີ​ຣ່ານ.

ພວກ​ຜູ້​ຊາຍ​ເຫຼົ່າ​ນີ້​ ແມ່ນ​ພົວ​ພັນ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ​ຮວມ​ທັງ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ພວກ​ທີ່​ຖືກ​ຈັບ​ກຸມ​ຄຸມ​ຂັງ ແລະ​ການ​ໃຊ້​ກຳ​ລັງ​ຢ່າງ​ຮຸນ​ແຮງ​ຕໍ່ພວກ​ປະ​ທ້ວງ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ​ນາງ​ຈາ​ແນັດ ແຢ​ລ​ເລັນ ເອີ້ນ​ການ​ເສຍ​ຊີ​ວິດ​ຂອງ ​ນາງ​ມາ​ຊີ ອາ​ມີ​ນີ​ວ່າ ​ເປັນ “ການ​ກໍ່​ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ ​ອີກ​ບົດ​ນຶ່ງ​ໂດຍ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງອຳ​ນາດ​ການ​ປົກ​ຄອງອີ​ຣ່ານຕໍ່​ປະ​ຊາ​ຊົນຂອງ​ຕົນ.” ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຂໍ​ປະ​ນາມ ​ຕໍ່​ການ​ກະ​ທຳ​ ແບບ​ບໍ່​ມີສາ​ມັກສຳ​ນຶກ ​ໂດຍ​ການ​ໃຊ້​ຄຳ​ເວົ້າ​ທີ່​ແຮງ​ສຸດ ແລະ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອີ​ຣ່ານ​ຍຸ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ພວກ​ແມ່​ຍິງ ແລະ​ການ​ປາບ​ປາມ​ຢ່າງ​ແຮງ​ທີ່​ຍັງ​ດຳ​ເນີນ​ຢູ່ໃນ​ການ​ສະ​ແດງ​ອອກຊຶ່ງ​ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​ແລະ​ການ​ໂຮມ​ຊຸມ​ນຸມ​ກັນ.”

ລັດ​ຖະ​ມົນ​ຕີ​ແຢ​ລ​ເລັນ ປະ​ກາດ​ວ່າ “ການ​ເອົາ​ບາດ​ກ້າວ​ໃນ​ມື້ນີ້ ແມ່ນໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ໝັ້ນ​ຕັ້ງ​ໃຈ​ຢ່າງ​ຈະ​ແຈ້ງ​ຂອງ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ​ແລະ​ທ່ານ​ນາງ​ແຮ​ຣິ​ສ ທີ່​ຈະ​ລຸກ​ຂຶ້ນ​ ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ແລະ​ສິດ​ທິ​ຂອງ​ພວກ​ແມ່​ຍິງ ຢູ່​ໃນ​ປະ​ເທດ​ອີ​ຣ່ານ ແລະ​ໃນ​ທົ່ວ​ໂລກ.”

XS
SM
MD
LG