Accessibility links

Breaking News

ສະຫະລັດ ເຊັນສົນທິສັນຍາປ້ອງກັນປະເທດກັບ ຟິນແລນ


ທະຫານຟິນແລນ ມ່ວນຊື່ນກັບຊ້ອມຕໍ່ສູ້.
ທະຫານຟິນແລນ ມ່ວນຊື່ນກັບຊ້ອມຕໍ່ສູ້.

ສົນທິສັນຍາກັບ ຟິນແລນ ນັ້ນ ແມ່ນພຽງການສະແດງຄັ້ງຫຼ້າສຸດ ກ່ຽວກັບ ຄວາມພະຍາຍາມຮອບດ້ານ ຂອງ ສະຫະລັດ ເພື່ອສະໜັບສະໜູນຄວາມໝັ້ນ ຄົງຂ້າມມະຫາສະໝຸດແອັດແລນຕິກ

ປະເທດ ຟິນແລນ ເມື່ອບໍ່ດົນມານີ້ ໄດ້ເຊັນຂໍ້ຕົກລົງການຮ່ວມມືດ້ານປ້ອງກັນປະເທດ ກັບ ສະຫະລັດ ເພື່ອອະນຸຍາດໃຫ້ກອງທັບ ສະຫະລັດ ເຂົ້າເຖິງປະເທດ ຢູໂຣບເໜືອດັ່ງກ່າວ ແລະ ເຂດຊາຍແດນທີ່ເຂົາເຈົ້າແບ່ງປັນກັບ ຣັດເຊຍ ໄດ້ຢ່າງກວ້າງຂວາງກວ່າເກົ່າ. ຟິນແລນ ໄດ້ກາຍເປັນສະມາຊິກທີ່ໃໝ່ທີ່ສຸດຂອງອົງ ການ NATO ໃນຕົ້ນປີນີ້ໃນການຕອບໂຕ້ຕໍ່ການບຸກລຸກ ຢູເຄຣນ ຂອງ ຣັດເຊຍ ໃນປີ 2022.

ຂໍ້ຕົກລົງດັ່ງກ່າວໄດ້ລົງລາຍການສະຖານທີ່ ແລະ ພື້ນທີ່ຕ່າງໆໃນ ຟິນແລນ ເຊິ່ງກອງທັບ ສະຫະລັດ ຈະໄດ້ເຂົ້າຫາຢ່າງບໍ່ມີອຸປະສັກ ແລະ ບ່ອນທີ່ເຂົາ ເຈົ້າຍັງສາມາດເກັບມ້ຽນອຸປະກອນທາງທະຫານ ແລະ ລູກປືນ. ເຂດຕ່າງໆຈະ ລວມມີຖານທັບອາກາດສີ່ແຫ່ງ, ທ່າເຮືອກອງທັບ ແລະ ເຂົ້າຫາທາງລົດໄຟ ໄປຫາພາກເໜືອຂອງ ຟິນແລນ, ເຊິ່ງກອງທັບ ສະຫະລັດ ຈະມີສະຖານທີ່ເກັບ ຮັກສາອຸປະກອນໃກ້ກັບທາງລົດໄຟ ທີ່ນຳໄປສູ່ເຂດຊາຍແດນ ຣັດເຊຍ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ໄດ້ສະແດງຄວາມຍິນດີກັບການຕັດ ສິນໃຈຂອງ ຟິນແລນ ເພື່ອ “ຂະຫຍາຍຂໍ້ຜູກມັດດ້ານຄວາມໝັ້ນຄົງຂອງພວກ ເຮົາຕໍ່ໄປ ດ້ວຍການເຊັນຂໍ້ຕົກລົງການຮ່ວມມືປ້ອງກັນ ປະເທດ.”

ທ່ານກ່າວວ່າ “ເມື່ອມັນມີຜົນບັງຄັບໃຊ້, ກອງທັບຂອງພວກເຮົາຈະສາມາດຮ່ວມ ມືກັນຢ່າງມີປະສິດທິຜົນ ແລະ ມີປະສິດທິພາບກວ່າເກົ່າ. ກອງກຳລັງຂອງພວກ ເຮົາຈະມີໂອກາດຊ້ອມລົບນຳກັນຫຼາຍຂຶ້ນ. ຂໍ້ຕົກລົງ ນີ້ຈະສ້າງການຮ່ວມມືດ້ານ ຄວາມໝັ້ນຄົງສາມທົດສະວັດລະຫວ່າງປະເທດຂອງພວກເຮົາ ກ່ຽວກັບ ທຸກ ຢ່າງນັບຈາກລັດທິກໍ່ການຮ້າຍເຖິງການຂະຫຍາຍຄວາມສາມາດດ້ານການປ້ອງ ກັນປະເທດຂອງ ຟິນແລນ, ລວມທັງຜ່ານການຊື້ເຮືອບິນລົບ F-35 ເມື່ອບໍ່ດົນມານີ້.”

ສົນທິສັນຍາກັບ ຟິນແລນ ນັ້ນ ແມ່ນພຽງການສະແດງຄັ້ງຫຼ້າສຸດ ກ່ຽວກັບ ຄວາມພະຍາຍາມຮອບດ້ານ ຂອງ ສະຫະລັດ ເພື່ອສະໜັບສະໜູນຄວາມໝັ້ນ ຄົງຂ້າມມະຫາສະໝຸດແອັດແລນຕິກ, ອີງຕາມການກ່າວ ຂອງທ່ານ ບລິງເຄັນ. ທ່ານກ່າວວ່າ “ປີກາຍນີ້ພວກເຮົາໄດ້ແກ້ໄຂຂໍ້ຕົກລົງການຮ່ວມມືປ້ອງກັນປະເທດກັບ ນໍເວ. ຕົ້ນເດືອນນີ້ພວກເຮົາໄດ້ເຊັນຂໍ້ຕົກລົງ ປ້ອງກັນປະເທດໃໝ່ກັບ ສວີເດັນ.” ເດັກມາກ ກໍໄດ້ເຮັດຂໍ້ຕົກລົງທີ່ຄ້າຍຄືກັນນີ້.

ທ່ານກ່າວວ່າ “ຕອນນີ້ພວກເຮົາມີຂໍ້ຕົກລົງການຮ່ວມມືປ້ອງກັນປະເທດຫຼາຍຢ່າງ ທີ່ຂະຫຍາຍຈາກຢູໂຣບ ເໜືອ ຫາໃຕ້, ຈາກທະເລນໍເວ ຫາທະເລດຳ,​ ສະ ໜອງການຮັກສາຄວາມປອດໄພ ແລະ ຄວາມໝັ້ນຄົງ ສຳລັບປະຊາຊົນທັງໝົດ ທົ່ວທະວີບ.”

“ຟິນແລນ ຮູ້ດີກວ່າເກືອບທຸກຄົນ ກ່ຽວກັບ ສິ່ງທີ່ເປັນອັນຕະລາຍສໍາລັບ ຢູ ເຄຣນ. ໃນປີ 1939, ຟິນແລນ ໄດ້ປະເຊີນກັບການບຸກລຸກຂອງ ຣັດເຊຍ ແລະ ໄດ້ພິສູດໃຫ້ເຫັນວ່າປະເທດທີ່ເສລີປະເທດນຶ່ງແມ່ນສາມາດທຳການຕໍ່ ຕ້ານທີ່ມີພະລັງ ແລະ ຍືດຢຸ່ນໄດ້.”

ທ່ານ ບລິງເຄັນ ເຕືອນວ່າ ປະຫວັດສາດຂອງ ຟິນແລນ ແມ່ນຄຳເຕືອນ ກ່ຽວກັບວ່າ ເປັນຫຍັງມັນຈຶ່ງ ສຳ ຄັນຫຼາຍ ທີ່ພວກເຮົາທັງໝົດ ຕ້ອງສືບຕໍ່ ຢືນກັບ ຢູເຄຣນ, ຕໍ່ຕ້ານຜະເດັດການຜູ້ທີ່ພະຍາຍາມຈະແຕ້ມ ເສັ້ນຊາຍແດນຂອງ ປະ ເທດນຶ່ງຄືນໃໝ່ ດ້ວຍການໃຊ້ກຳລັງທີ່ເກືອບແນ່ນອນວ່າຈະບໍ່ຢຸດຢູ່ທີ່ນັ້ນ, ແລະ ຍ້ອນແນວນັ້ນ ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັນເພື່ອປ້ອງກັນມູນເຊື້ອ ຂອງເສລີພາບ, ອິດສະຫຼະພາບ, ແລະ ອະທິປະໄຕທີ່ອົງການ NATO ແລະ ຂໍ້ຕົກລົງຕ່າງໆ ຄືອັນນີ້ ຖືກສ້າງຂຶ້ນເພື່ອປົກປ້ອງຕັ້ງແຕ່ຕອນທຳອິດ.”

XS
SM
MD
LG