ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ໃນການເດີນທາງໄປຢ້ຽມຢາມຢູເຄຣນເທື່ອທີສີ່ ນັບແຕ່ຣັດເຊຍໄດ້ທຳການຮຸກຮານຢູເຄຣນຢ່າງເຕັມອັດຕາ ແລະບໍ່ມີການເກາະຜິດ ໃນເດືອນກຸມພາປີ 2022 ທ່ານແອນໂທນີ ບລິງເກັນ ລັດຖະມົນຕີຕ່າງປະເທດສະຫະລັດໄດ້ປະກາດການໃຫ້ຄວາມຊ່ວຍເຫຼືອຮອບໃໝ່ຂອງສະຫະລັດ ຊຶ່ງມີມູນຄ່າທັງໝົດຫຼາຍ ກວ່າ 1 ຕື້ໂດລາ. ທ່ານບລິງເກັນກ່າວວ່າ:
“ສະຫະລັດມີຄວາມໝັ້ນໝາຍທີ່ຈະຊ່ວຍໃຫ້ຢູເຄຣນມີຄວາມສາມາດໃນການຂຽນອະນາຄົດຂອງຕົນເອງ. ໃນການທົດສອບທີ່ຫຍຸ້ງຍາກ ຂອງສົງຄາມທີ່ໂຫດຮ້າຍແລະພວມດຳເນີນຢູ່ຂອງປະທານາທິບໍດີປູຕິນນັ້ນ ສະຫະລັດ ແລະຢູເຄຣນໄດ້ຫຼໍ່ຫຼອມການເປັນພາຄີ ທີ່ມີຄວາມເຂັ້ມແຂງກວ່າເທົ່າທີ່ເຄີຍມີມາ ແລະເຕີບໃຫຍ່ຂະຫຍາຍໂຕຂຶ້ນນຳນັບມື້.”
ໂຄງການໃຫ້ຄວາມຊ່ວຍເຫຼືອດັ່ງກ່າວ ແມ່ນຮວມທັງ 175 ລ້ານໂດລາເພື່ອໃຫ້ການສະໜັບສະໜຸນທີ່ສຳຄັນ ຕໍ່ການປ້ອງກັນທາງອາກາດຂອງຢູເຄຣນ 100 ລ້ານໂດລາ ໃຫ້ການຊ່ວຍດ້ານການເງິນຕໍ່ກອງທັບຕ່າງປະເທດເພື່ອສະໜັບສະໜຸນຄວາມຕ້ອງການທາງດ້ານທະຫານໄລຍະຍາວ ແລະ 90.5 ລ້ານໂດລາໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທຳເພື່ອເກັບກູ້ລະເບີດຝັງດິນ. ທ່ານບລິງເກັນກ່າວວ່າ:
“ຢູເຄຣນໃນເວລານີ້ ແມ່ນປະເທດທີ່ມີການຫ້າງລະເບີດຝັງດິນໃສ່ຫຼາຍທີ່ສຸດໃນໂລກ…ອາວຸດສົງຄາມຂອງຣັດເຊຍໄດ້ສັງຫານພົນລະເຮືອນຫຼາຍຮ້ອຍຄົນແລະ ເປັນໄພຂົ່ມຂູ່ເຮັດໃຫ້ອີກຫຼາຍລ້ານຄົນຕົກຢູ່ໃນຄວາມສ່ຽງ ເປັນເວລາຫຼາຍໆປີຫຼື ແມ່ນກະທັງຫຼາຍໆທົດສະວັດຕໍ່ໜ້າ.”
ນອກນັ້ນ ສະຫະລັດຍັງຈະຊ່ວຍເຫຼືອຢູເຄຣນ 300 ລ້ານໂດລາ ໃນຄວາມພະຍາຍາມເພື່ອຈັດຕັ້ງປະຕິບັດກົດໝາຍ ຢູ່ໃນເຂດທີ່ໄດ້ຮັບການປົດປ່ອຍ ແລະ 203 ລ້ານໂດລາ ເພື່ອໃຫ້ການສະໜັບສະໜຸນຕໍ່ຄວາມພະຍາຍາມໃນການເສີມຄວາມເຂັ້ມແຂງໃຫ້ແກ່ສະຖາບັນຕ່າງໆ ທີ່ແນໃສ່ ຕໍ່ຕ້ານການສໍ້ລາດບັງຫຼວງ ການປົກຄອງດ້ວຍຕົວບົດກົດໝາຍ ແລະການຮັບເອົາຄວາມຮັບຜິດຊອບ.
ພ້ອມນີ້ ສະຫະລັດຍັງໄດ້ໂອນເງິນ 5 ລ້ານ 4 ແສນໂດລາຈາກການຢຶດຊັບສິນຂອງພວກທີ່ຮັ່ງມີ ໄປສະໜັບສະໜຸນນັກລົບເກົ່າຢູເຄຣນ. “ພວກທີ່ຊຸກຍູ້ສົງຄາມຮຸກຮານຂອງປູຕິນ ຄວນເປັນຜູ້ຈ່າຍ” ລັດຖະມົນຕີການຕ່າງປະເທດ ບລິງເກັນກ່າວ.
ແມ່ນກະທັງໃນຂະນະທີ່ສະຫະລັດພວມໃຫ້ການຊ່ວຍເຫຼືອຂອງຕົນຫຼາຍທີ່ສຸດແກ່ຢູເຄຣນ ເພື່ອສືບຕໍ່ຕ້ານຢັນກັບການຮຸກຮານຂອງຣັດເຊຍ ສະຫະລັດຍັງໄດ້ໃຫ້
ຄວາມໝັ້ນໝາຍທີ່ຈະຊ່ວຍຢູເຄຣນເສີມສ້າງກຳລັງສຳລັບອະນາຄົດ ທີ່ສາມາດສະກັດກັ້ນແລະປ້ອງກັນການຮຸກຮານໄດ້.
ມີອີກ 28 ປະເທດກໍກຳລັງໃຫ້ຄວາມໝັ້ນໝາຍແບບດຽວກັນນີ້ ໂດຍຜ່ານການປະກາດຂອງກຸ່ມ ຈີ 7 ເພື່ອໃຫ້ການສະໜັບສະໜຸນຢູເຄຣນ ລັດຖະມົນຕີບລິງເກັນກ່າວວ່າ:
“ພວກເຂົາເຈົ້າຮັບຮູ້ວ່າ ຄວາມໝັ້ນຄົງຂອງຢູເຄຣນ ແມ່ນພື້ນຖານຂອງຄວາມໝັ້ນຄົງທັງໝົດ ຂອງປະຊາຄົມ ຢູໂຣບ-ແອັດແລນຕິກ ແລະທີ່ຈິງແລ້ວ ແມ່ນພື້ນຖານຂອງຄວາມໝັ້ນຄົງຢູ່ໃນທົ່ວໂລກ ຍ້ອນຫຼັກການທີ່ໄດ້ຖືກທ້າທາຍຢູ່ທີ່ນີ້ ຕະຫຼອດທັງຊີວິດ ແລະອາຊີບວຽກງານຂອງຊາວຢູເຄຣນ. ພ້ອມກັນແລ້ວ 29 ປະເທດທີ່ໄດ້ໃຫ້ຄວາມໝັ້ນໝາຍຈະໃຫ້ການສະໜັບສະໜຸນຕໍ່ຢູເຄຣນໃນໄລຍະຍາວນັ້ນ ຈະປະສານງານແລະແບ່ງປັນພາລະໃນການແບກຫາບ ກ່ຽວກັບການສະໜັບສະໜຸນໄລຍະຍາວດັ່ງກ່າວ.”
ສຳລັບປະຊາຊົນຊາວຢູເຄຣນ ທ່ານລັດຖະມົນຕີບລິງເກັນກ່າວວ່າ “ໃນຂະນະທີ່ພວກເຮົາໄດ້ຢືນຄຽງຂ້າງທ່ານເພື່ອຄ້ຳປະກັນຄວາມຢູ່ລອດຂອງປະເທດທ່ານໃນ
ໄລຍະ 20 ເດືອນທີ່ຜ່ານມາ ດັ່ງນັ້ນພວກເຮົາຈະຢືນຢູ່ຄຽງຂ້າງທ່ານ ໃນຂະນະທີ່ພວກທ່ານຕັດສິນໃຈກ່ຽວກັບອະນາຄົດຂອງທ່ານແລະບູລະນະສ້າງສາປະເທດຢູເຄຣນທີ່ເສລີ ມີຊີວິດຊີວາ ແລະຈະເລີນຮຸ່ງເຮືອງຄືນອີກ.