Accessibility links

Breaking News

ບົດບັນນາທິການ: ສປຊ ເປີດເຜີຍລາຍງານ ທີ່ມີການຄອງຄອຍຖ້າມາດົນນານ ກ່ຽວກັບການລ່ວງລະເມີດ ໃນເຂດຊິນຈຽງ


ຜູ້​ຄ​ົນ​ເຂົ້າ​ແຖວ ທີ່​ສູນ​ກາງ​ສຶກ​ສາ​ວິ​ຊາ​ຊີບອາ​ຕຸກ ​ໃນ​ເຂດ​ສວນ​ອຸດ​ສາ​ຫະ​ກຳ​ກຸນ​ຊານ ຢູ່​ແຂວງ​ຊິນ​ຈຽງ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຈີນ.
ຜູ້​ຄ​ົນ​ເຂົ້າ​ແຖວ ທີ່​ສູນ​ກາງ​ສຶກ​ສາ​ວິ​ຊາ​ຊີບອາ​ຕຸກ ​ໃນ​ເຂດ​ສວນ​ອຸດ​ສາ​ຫະ​ກຳ​ກຸນ​ຊານ ຢູ່​ແຂວງ​ຊິນ​ຈຽງ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຈີນ.

ລາຍງານ ທີ່ໄດ້ມີການຄາດການໄວ້ເປັນຢ່າງສູງ ຂອງອົງການສະຫະປະຊາຊາດ ກ່ຽວກັບສະຖານະການດ້ານສິດທິມະນຸດ ຢູ່ແຂວງຊິນຈຽງ ຂອງຈີນ ໄດ້ມີການນຳມາອອກເຜີຍແຜ່ແລ້ວ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລາຍ​ງານ​ທີ່​ໄດ້​ມີ​ການ​ຄາດ​ການ​ໄວ້​ເປັນ​ຢ່າງ​ສູງຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ ​ຢູ່​ແຂວງ​ຊິນ​ຈຽງ ຂອງ​ຈີນ ໄດ້​ມີ​ການ​ນຳມາ​ອອກ​ເຜີຍ​ແຜ່​ແລ້ວ. ມັນ “​ໄດ້​ສະ​ຫຼຸ​ບ​ສູ່​ຟັງ ກ່ຽວ​ກັບ​ລາຍ​ລະ​ອຽດ ​ທີ່​ໜ້າຕື່ນ​ຕົກ​ໃຈໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດແລະ​ການ​ປະ​ຕິ​ບັດ​ແບບ​ບໍ່​ຖືກບໍ່ຕ້ອງອື່ນໆຢູ່​ໃນ​ເຂດ​ຊິນ​ຈຽງ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ. ລາຍ​ງານ​ທີ່​ຂຽນ​ຂຶ້ນ​ ໂດຍ​ຫ້ອງ​ການ​ ຂ້າ​ຫຼວງ​ໃຫຍ່​ດ້ານ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ໄດ້​ສະ​ຫຼຸບ​ວ່າ “ຂອບ​ເຂດ​ໃນ​ການ​ຈັບກຸມ​ຄຸມ​ຂັງ​ໂດຍ​ພະ​ລະ​ການ ​ແລະ​ແບບ​ຈຳ​ແນກ​ກີດ​ກັນ ຕໍ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ຊົນ​ເຜົ່າ​ວີ​ເກີ້ ແລະ​ຊາວ​ມຸ​ສ​ລິມ​ກຸ່​ມ​ໃຫຍ່​ອື່ນ​ໆນັ້ນ ອາດ​ມີ​ຄວາມ​ຮ້າຍ​ແຮງ​ເທົ່​າ​ກັບເປັນການ​ກໍ່​ອາ​ຊະ​ຍາ​ກຳ​ລະ​ຫວ່າງ​ປະ​ເທດ ໂດຍ​ສະ​ເພາະ​ແລ້ວແມ່ນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ” ແລະ “ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ​ໄດ້​ມີ​ການ​ກໍ່​ຂຶ້ນ” ຢູ່​ໃນ​ເຂດ​ຊິນ​ຈຽງ.

ລາຍ​ງານ​ສະ​ບັບ​ນີ້​ມີ​ຂຶ້ນ 4 ປີ ຫຼັງ​ຈາກ​ຄະ​ນະ​ກຳ​ມະ​ການ​ນັກ​ຊ່ຽວ​ຊານ​ສະ​ຫະ​ປະ​ຊາ​ຊາດໄດ້​ຮຽກ​ຮ້ອງ​ໃຫ້​ເກີດ​ຄວາມ​ສົນ​ໃຈ​ຕໍ່ “ລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື” ທີ່​ວ່າ ສາ​ທາລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ໄດ້​ຄຸມ​ຂັງ​ຊາວ​ວີ​ກີ​ຫຼາຍກວ່າ 1 ລ້ານ​ຄົນແລະ​ຊາວ​ມຸ​ສລິມ​ກຸ່ມ​ນ້ອຍ​ອື່ນໆ ໃນ​ອັນ​ທີ່​ເອີ້ນ​ວ່າ ສູນ​ສຳ​ມະ​ນາ​ຢູ່​ໃນ​ເຂດ​ຊິນ​ຈຽງພາຍ​ໃຕ້ຍຸດ​ທະ​ສາດ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ​ແລະພວກ​ຫົວ​ຮຸ​ນ​ແຮງ​ຈັດ.

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ ກ່ຽວ​ກັບ​ລາຍ​ງານ​ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ ມັນ “​ກ່າວເຖິງ​ແບບ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ກ່ຽວ​ກັບ​ການ​ປະ​ຕິ​ບັດທີ່​ໜ້າ​ຕື່ນ​ຕົກ​ໃຈ ແລະ​ການ​ລ່ວງ​ລະ​ເມີດ​ຕໍ່​ຊາວ​ວີ​ເກີ້ ຕະ​ຫຼອດ​ທັງ​ສະ​ມາ​ຊິກຂອງ​ຊົນ​ກຸ່ມ​ນ້ອຍ ແລະ​ສາ​ສະ​ໜາ​ກຸ່ມ​ນ້ອຍ​ອື່ນໆ ຂອງ​ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.” ອີງ​ຕາມ​ລາຍ​ງານ​ແລ້ວ ການ​ລ່ວງ​ລະ​ເມີດ​ເຫຼົ່າ​ນີ້​ແມ່ນ​ຮວມ​ທັງ “ການ​ຈຳ​ກັດ​ຮັດ​ແຄບ​ຫຼາຍ​ເກີນ​ໄປ ​ໃນ​ເລື້ອງ​ສາ​ສະ​ໜາ​ແລະ​ການ​ສະ​ແດງ​ອອກ ພ້ອມ​ທັງ​ເລື້ອງ​ສິດ​ທິ​ໃນ​ຄວາມ​ເປັນ​ສ່ວນ​ຕົວ ​ແລະ​ການ​ເຄື່ອນ​ໄຫວ​ໄປ​ມາ. ມີ​ຮ່ອງ​ຮອຍ​ຫຼາຍ​ຢ່າງ​ ສະ​ແດງ​ໃຫ້​ເຫັນ ເປັນ​ການ​ລ່ວງ​ລະ​ເມີດ​ຢ່າງ​ຮ້​າຍ​ແຮງ​ຕໍ່​ສິດ​ທິ​ໃນ​ການ​ສືບ​ພັນ ດ້ວຍ​ການ​ບັງ​ຄັບແລະ​ການ​ຈຳ​ແນກ​ໃນ​ການ​ບັງ​ຄັບ​ກ່ຽວ​ກັບ​ການ​ວາງ​ແຜນ​ຄອບ​ຄົວ​ແລະ​ນະ​ໂຍ​ບາຍ​ຄຸມ​ກຳ​ເນີດ.” ພວກ​ທີ່​ເຫັນ​ເຫດ​ການ​ຍັງ​ລາຍ​ງານ​ເຖິງ​ຄວາມ​ຮຸນ​ແຮງ​ທາງ​ເພດ ຊຶ່ງ​ໃນ​ບາງ​ຄັ້ງ​ແມ່ນ​ການ​ຂົ່ມ​ຂືນ​ສຳ​ເລົາ ແລະ​ຮູ​ບ​ແບບ​ຕ່າງໆ ຂອງ​ການ​ຫຼົບ​ລູ່​ທາງ​ເພດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ​ປະ​ກາດ​ວ່າ ລາຍ​ງານ​ສະ​ບັບ​ນີ້ “ໄດ້​ລົງ​ເລິກ​ແລະ​ໃຫ້​ການ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງ​ຂອງ​ສະ​ຫະ​ລັດເຖິງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຢ່າງ​ແຮງ ກ່ຽວ​ກັບ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ແລະ​ການ​ກໍ່​ໂທດ​ກຳ​ຕ້ານ​ມະ​ນຸດ​ຊາດ ​ທີ່​ພວມ​ດຳ​ເນີນ​ຢູ່ ທີ່​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ ສ​ປ ຈີນ ເປັນ​ຜູ້​ກໍ່​ຂຶ້ນ​ຕໍ່​ຊາວ​ວີ​ເກີ້ ຊຶ່ງ​ເປັນ​ຊາວ​ມຸ​ສ​ລິມ​ກຸ່ມ​ໃຫຍ່ ແລະ​ສະ​ມາ​ຊິກ​ອື່ນໆ​ຂອງ​ຊົນ​ຊາດ​ຊົນ​ເຜົ່າ​ແລະ​ສາ​ສະ​ໜາ​ກຸ່ມ​ນ້ອຍ​ຢູ່​ໃນ​ເຂດ​ຊິນ​ຈຽງ.”

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ລິນ​ດາ ​ທໍ​ມັ​ສ ກ​ຣີນ​ຟິ​ລ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ຄົບ​ຄະ​ນະ ມີ​ໂອ​ກາດ​ເປີດ​ການ​ປຶກ​ສາ​ຫາ​ລືຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ພົບ​ເຫັນ​ຂອງ​ລາຍ​ງານ​ສະ​ບັບ​ນີ້ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ແລະ​ພວກ​ກໍ່ໂທດກຳ​ເຫຼົ່າ​ນີ້​ຕ້ອງ​ເປັນ​ຜູ້​ຮັບ​ຜິດ​ຊອບ.”

ນອກນັ້ນ ລັດ​ຖະ​ມົນ​ຕີບ​ລິງ​ເກັນ​ຍັງ​ໄດ້​ປະ​ກາດ​ວ່າ ຈ​ະ “ຊອກ​ຫາ​ຄວາມ​ເປັນ​ທຳ​ແລະ​ຜູ້​ຮັບ​ຜິດ​ຊອບ​ ມາ​ໃຫ້ແກ່​ຜູ້​ເຄາະ​ຮ້າຍ. ພວກ​ເຮົາ​ຈະ​ສືບ​ຕໍ່ ​ຖື​ວ່າ ສ​ປ ຈີນ​ເປັນຜູ້​ຮັບ​ຜິດ​ຊອບ ແລະ​ຂໍ​ຮຽກ​ຮ້ອງ​ໃຫ້ ສ​ປ ຈີນ ປ່ອຍ​ພວກ​ທີ່​ຖືກ​ຄຸມ​ຂັງ​ທີ່​ບໍ່​ເປັນ​ທຳ​ເຫຼົ່າ​ນັ້ນ ຮັບ​ຜິດ​ຊອບ​ຕໍ່​ພວກ​ທີ່​ຫ​າຍ​ສາບ​ສູນ ແລະ​ອະ​ນຸ​ຍາດ​ໃຫ້​ຄະ​ນະສືບ​ສວນ​ອິດ​ສະ​ຫຼະ ສາ​ມາດດຳ​ເນີນ​ການ​ໂດຍ​ເຕັມ​ ແລະ​ບໍ່​ມີ​ການ​ລົບ​ກວນ​ໃດໆ​ເພື່ອເຂົ້າ​ໄປ​ໃນ​ເຂດ​ຊິນ​ຈຽງ ທິ​ເບດ ແລະ​ໃນ​ທົ່ວ​ ສ​ປ ຈີນ.”

XS
SM
MD
LG