Accessibility links

Breaking News

ບົນບັນນາທິການ: ສະຫະລັດ ແລະເກົາຫຼີໃຕ້ ຈະປົກປ້ອງການຮຸກຮານ ຂອງ ສປປ ເກົາຫຼີ


South Korean marine K1 tank fires during a joint military exercise between South Korea and the United States. (File)
South Korean marine K1 tank fires during a joint military exercise between South Korea and the United States. (File)

ຄວາມໝັ້ນໝາຍ ຂອງສະຫະລັດ ທີ່ຈະປົກປ້ອງ ສາທາລະນະລັດເກົາຫຼີ ແມ່ນ “ໝັ້ນຄົງບໍ່ມີມື້ປ່ຽນແປງ” ນັ້ນຄືຄຳເວົ້າຂອງລັດຖະມົນຕີກະຊວງປ້ອງກັນປະເທດສະ​ຫະ​ລັດ ທ່ານລອຍ ອອສຕິນ ລຸນຫຼັງການພົບປະກັນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນ​ຕົ້ນ​ເດືອນ​ພະ​ຈິກນີ້ ເກົາ​ຫຼີ​ເໜືອ ຊຶ່ງ​ຮູ້​ກັນ​ໃນ​ຊື່​ທີ່​ເປັນ​ທາງ​ການ​ວ່າ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ເກົາ​ຫຼີ ຫຼື ສ​ປ​ປ ເກົາ​ຫຼີນັ້ນ ໄດ້​ຍິງ​ລູກ​ສອນ​ໄຟ​ຈຳ​ນວນ​ນຶ່ງ ຮວມ​ທັງ​ລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ພື້ນ​ດິນ​ສູ່​ອາ​ກາດ ທີ່​ຕົກ​ລົງ 57 ກິ​ໂລ​ແມັດ ​ຫ່າງ​ຈາກ​ເກົາ​ຫຼີ​ໃຕ້ ຫຼື​ໃນ​ຊື່​ທີ່​ເປັນ​ທາງ​ການ​ວ່າ ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ. ລູກ​ສອນ​ໄຟ​ອີກ​ຊະ​ນິດ​ນຶ່ງ​ທີ່​ຍິງ​ໃນ​ຕົ້ນ​ເດືອນ​ພະ​ຈິກນີ້ ​ແມ່ນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ທີ່ ສ​ປ​ປ ເກົາ​ຫຼີ​ກ່າວ​ອ້າງວ່າ ມີ​ຄວາມ​ສາ​ມາດ​ບັນ​ທຸກ​ຫົວລະ​ເບີດ​ນິວ​ເຄ​ລຍ​ໄດ້. ພຽງ​ຢາງ​ປະ​ກາດ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ເຫຼົ່າ​ນີ້ ແມ່ນ​ເປັນ​ການ​ຝຶກ​ຊ້ອມການ​ໂຈມ​ຕີ “ແບບ​ໄຮ້​ຄວາມ​ປາ​ນີ” ຕໍ່​ເປົ້າ​ໝາຍ​ຂອງ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ແລະ​ຂອງ​ສະ​ຫະ​ລັດ.

ໃນ​ການ​ຖະ​ແຫຼງ​ ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟຂອງ ສ​ປ​ປ ເກົາ​ຫຼີນັ້ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ​ລິນ​ດາ ໂທ​ມັ​ສ ກ​ຣີນ​ຟິ​ລ ໄດ້​ປະ​ນາມ “ດ້ວຍ​ຄຳ​ເວົ້າ ​ທີ່​ແຮງ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ກ່ຽວ​ກັບການ​ຍິງ​ລູກ​ສອນໄຟ​ທັງ​ໝົດເມື່ອ​ໄວໆ​ມານີ້ຂອງ ສ​ປ​ປ ເກົາ​ຫຼີ ເລີ້ມ​ມາ​ແຕ່​ວັນ​ທີ 27 ຕຸ​ລາ.” ທ່ານ​ນາງ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຍິງ​ທົດ​ລອງ​ເທື່ອ​ຫຼ້າ​ສຸດ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ແມ່ນ​ “ກໍ່​ໃຫ້​ເກີດຄວາມ​ກັງ​ວົນ​ເປັນ​ພິ​ເສດ.” ເອກ​ອັກ​ຄະ​ລັດ​ຖະ​ທູດໂທ​ມັ​ສ ກ​ຣີນ​ຟິ​ລ ​ປະ​ກາດ​ວ່າ ການ​ເອົາ​ທ່າ​ທີ​ແບບ​ຮຸກ​ຮານ ​ຂອງ ສ​ປ​ປ ເກົາ​ຫຼີ “ແມ່ນ​ຮ້າຍ​ແຮງ​ໄປ​ກວ່າ​ ການ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຄວາມ​ສາ​ມາດ​ທ​າງ​ທະ​ຫານແບບ​ຜິດ​ກົດ​ໝາຍ ​ຂອງ ສ​ປ​ປ ເກົາ​ຫຼີ​ ແລະ​ບ່ອນ​ທຳ​ລາຍ​ ຕໍ່​ການ​ຫ້າມ​ແຜ່​ຜາຍອາ​ວຸດ​ຂອງ​ໂລກ. ນີ້​ຍັງ​ແມ່ນ​ຄວາມ​ພະ​ຍາ​ຍາມ​ຂອງ ສ​ປ​ປ ​ເກົາ​ຫຼີ​ທີ່​ຕັ້ງ​ໃຈ ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ ແລະ​ສ້າງ​ຄວາມຢ້ານ​ກົວ​ ໃຫ້​ແກ່ປະ​ເທດ​ເພື່ອນ​ບ້ານ.”

ເພື່ອ​ເປັນ​ການ​ຕອບ​ໂຕ້ ຕໍ່​ການ​ປະ​ພຶດ​ແບບ​ຮຸກ​ຮານ​ຂອງ​ ສ​ປ​ປ ເກົາ​ຫຼີ ໃນ​ຮອບ​ຫຼາຍ​ເດືອນ​ທີ່​ຜ່ານ​ມານີ້ ສະ​ຫະ​ລັດແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີໄດ້​ເພີ້ມ​ການ​ຮ່ວມມື​ແບບ​ລົງ​ເລິກ ເພື່ອ​ເສີມ​ຂະ​ຫຍາຍ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຮ່ວມ​ກັນ​ຂອງ​ປະ​ເທດ​ທັງ​ສອງ. ໃນ​ເດືອນ​ກໍ​ລະ​ກົ​ດ ສະ​ຫະ​ລັດ​ໄດ້​ສົ່ງ​ເຮືອ​ບິນ​ລົບ​ຮຸ້ນ​ທີ 5 ໄປ​ຍັງ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ແລະ​ໃນ​ເດືອນ​ຕຸ​ລາກຸ່ມ​ໂຈມ​ຕີ​ນຳ​ໂດຍ​ກຳ​ປັ່ນ​ບັນ​ທຸກ​ເຮືອຣໍ​ໂນ​ລ ຣິ​ແກນ ກໍ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ທະ​ເລ​ຍີ່​ປຸ່ນ ຫຼັງ​ຈາກ​ພຽງ​ຢາງ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໄກ​ຂ້າມ​ປະ​ເທດ​ຍີ່​ປຸ່ນ.

ນຶ່ງມື້​ຫຼັງ​ຈາກ ສ​ປ​ປ ເກົາ​ຫຼີ​ໄດ້​ຍິງ​ລູກ​ສອນ​ໄຟ​ຈຳ​ນວນ​ນຶ່ງ​ໃນ​ຕົ້ນ​ເດືອນ​ພະ​ຈິກນີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສາ​ທ​າ​ລະ​ນະ​ລັດ​ເກົາ​ຫຼີ ທ່ານລີ ຈອງ ຊັບ ກໍ​ໄດ້​ພົບ​ປະ​ກັນ​ທີ່​ທຳ​ນຽບ​ຫ້​າ​ແຈຕາມ​ໝາຍ​ກຳ​ນົດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ຄວາມ​ໝັ້ນ​ຄົງ​ຄັ້ງ​ທີ 54 ລະ​ຫວ່າງ​ສະ​ຫະ​ລັດ ແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ.

ຄວາມ​ໝັ້ນ​ໝາຍ ​ຂອງ​ສະ​ຫະ​ລັດ ທີ່​ຈະ​ປົກ​ປ້ອງ ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ແມ່ນ “ໝັ້ນ​ຄົງບໍ່​ມີ​ມື້​ປ່ຽນ​ແປງ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ທ່ານ​ລອຍ ອອ​ສ​ຕິນ ລຸນ​ຫຼັງ​ການ​ພົບ​ປະ​ກັນ. “ກ່ຽວ​ກັບ​ແຫຼມ​ເກົາ​ຫຼີ​ນັ້ນ” ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ “ພວກ​ເຮົາ​ຈະ​ກັບ​ຄືນ​ໄປ​ຫາ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ພ້ອມ​ຂອງ​ກຳ​ລັງ​ປະ​ສົມ ແລະ​ຄວາມ​ສາ​ມາດ ໃນ​ການ​ສູ້​ລົບ​ຄືນນີ້ ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ. ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ເສີມ​ສ້າງ​ຄວາມ​ພະ​ຍາ​ຍາມ​ເຫຼົ່າ​ນີ້ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ສະ​ກັດ​ກັ້ນ​ຮ່ວມ​ກັນ ແລະ​ຄ້ຳ​ປະ​ກັນ​ວ່າ ການ​ເປັນ​ພັນ​ທະ​ມິດ ​ຍັງ​ຈະ​ດຳ​ເນີນ​ຕໍ່​ໄປ​ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບໃນ​ແຫຼມ​ເກົາ​ຫຼີ ແລະ​ທົ່ວ​ຂົງ​ເຂດ​ອິນ​ໂດ-ປາ​ຊີ​ຟິກ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອອ​ສ​ຕິນ​ປະ​ກາດ​ວ່າ “ພວກ​ເຮົາ​ຈະ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ທ້າ​ທາຍ​ໃນ​ອະ​ນາ​ຄົດ ໃນ​ວິ​ທີ​ດຽວ​ກັນ​ກັບ​ທີ່​ພວກ​ເຮົາ​ເຄີຍ​ເຮັດ​ໃນ​ໄລ​ຍະ​ເກືອບ 70 ປີ​ຜ່ານ​ມາ ໂດຍ​ການ​ຢືນ​ຄຽງ​ບ່າ​ຄຽງ​ໄຫຼ່ ໃນ​ຖາ​ນະ​ທີ່​ເປັນ​ພັນ​ທະ​ມິດ​ກັນ.”

XS
SM
MD
LG