Accessibility links

Breaking News

ບົດບັນນາທິການ: ຜູ້ຊະນະ ລາງວັນອາຫານໂລກ ປີ 2022


ດ​ຣ. ຊີນ​ເທຍ ໂຣ​ເຊັນ​ວາຍ
ດ​ຣ. ຊີນ​ເທຍ ໂຣ​ເຊັນ​ວາຍ

ເມື່ອວັນທີ 5 ພຶດສະພາຜ່ານມານີ້ ຄະນະກຳມະການໃຫ້ລາງວັນອາຫານໂລກໄດ້ປະກາດຊື່ຜູ້ຊະນະລາງວັນດັ່ງກ່າວ ບຸກຄົນຜູ້ນັ້ນກໍຄື ດຣ. ຊິນເທຍ ໂຣເຊັນວາຍ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ເມື່ອ​ວັນ​ທີ 5 ພຶດ​ສະ​ພາ​ຜ່ານ​ມານີ້ ຄະ​ນະ​ກຳ​ມະ​ການ​ໃຫ້​ລາງວັນ​ອາ​ຫານ​ໂລກໄດ້​ປະ​ກາດ​ຊື່​ຜູ້​ຊະ​ນະ​ລາງວັນ​ດັ່ງ​ກ່າວ ບຸກ​ຄົນ​ຜູ້ນັ້ນ​ກໍ​ຄື ດ​ຣ. ຊິນ​ເທຍ ໂຣ​ເຊັນ​ວາຍ (Cynthia Rosenweig) ນັກ​ຄົ້ນ​ຄວ້າ​ອະ​ວຸ​ໂສ​ ດ້ານ​ວິ​ທະ​ຍາ​ສາດ ແລະ​ຫົວ​ໜ້າກຸ່ມ​ປົກ​ປ້ອງຜົນ​ກະ​ທົບ ​ຈາກ​ການ​ປ່ຽນ​ແປງ​ຂອງ​ອາ​ກາດ ທີ່​ສະ​ຖາ​ບັນ​ກອດ​ດາ ເພື່ອ​ການສຶກ​ສາ​ດ້ານ​ອະ​ວະ​ກາດ ຂອງ​ອົງ​ການ​ນາ​ຊາ.

ລາງວັນ​ອາ​ຫານ​ໂລກ ​ເປັນ​ລາງວັນ​ທີ່​ມີ​ກຽດ ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ “ລາງວັນ​ໂນ​ແບ​ລໃນ​ດ້ານ​ກະ​ເສດ​ ແລະ​ອາ​ຫານ” ແມ່ນ​ການ​ຮັບ​ຮູ້​ລະ​ຫວ່າງ​ປະ​ເທດ ​ທີ່​ສຳ​ຄັນ​ສຸດແຖວ​ໜ້າ​ຕໍ່ການ​ບັນ​ລຸ​ຜົນ​ສຳ​ເລັດ​ຂອງ​ສ່ວນ​ບຸກ​ຄົນ ທີ່​ສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ມະ​ນຸດ ດ້ວຍ​ການ​ປັບ​ປຸ​ງ​ຄຸນ​ນະ​ພາບ ປະ​ລິ​ມານຫຼື​ການ​ເພີ້ມ​ຈຳ​ນວນ​ອາ​ຫານ​ທີ່​ມີ​ຢູ່​ໃນ​ໂລກ.

ດ​ຣ. ໂຣ​ເຊັນ​ວາຍ “ໄດ້​ໃຊ້​ເວ​ລາ 4 ທົດ​ສະ​ວັດ​ເພື່ອ​ປູກ​ຝັງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈໃນ​ຜົນ​ກະ​ທົບ​ດ້ານ​ຊີ​ວະ​ພາບ​ທາງ​ຟີ​ຊິກ​ແລະ​ສັງ​ຄົມ​ເສດ​ຖະ​ກິດ ທີ່​ການ​ປ່ຽນ​ແປງຂອງ​ອາ​ກາດ​ແລະ​ລະ​ບົບ​ອາ​ຫານ ມີ​ຕໍ່​ກັນ​ແລະ​ກັນ ໂດຍ​ປັບ​ປຸງວິ​ທີ ​ທີ່​ພວກ​ເຮົານຳ​ໃຊ້ເພື່ອ​ການ​ພະ​ຍາ​ກອນ​ທ່າ​ອຽງ​ເຫຼົ່​ານີ້” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທານ​ມູນ​ນິ​ທິ​ໃຫ້ ລາງວັນອາ​ຫານ​ໂລກ ທ່ານ​ນາງ​ບາ​ບາ​ຣາ ສ​ຕິນ​ສັນ ຢູ່​ໃນ​ພິ​ທີ​ການ​ປະ​ກາດ​ຊື່.


“ການ​ຄົ້ນ​ຄວ້າ​ຮ່ວມ ​ໄດ້​ສະ​ໜອງ​ຫຼັກ​ຖານ​ທາງ​ດ້ານ​ວິ​ທະ​ຍາ​ສາດ ທີ່​ນຳ​ໃຊ້​ໂດຍ​ພວກ​ເຮັດ​ການ​ຕັດ​ສິນ​ໃຈ​ຈຳ​ນວນ​ຫຼາຍໆ​ພັນ​ຄົນ ຢູ່​ໃນ 90 ກວ່າ​ປະ​ເທດທີ່​ຊອກ​ຫາທາງ​ເພື່ອ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ແລະ​ປັບ​ໂຕ​ໃສ່​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ວຽກ​ງານ​ຂອງຜູ້​ທີ່​ໄດ້​ຮັບ​ລາງວັນພວກເຮົາ​ສະ​ແດງ​ໃຫ້​ເຫັນ​ວ່າຍຸດ​ທະ​ສາດ​ທີ່​ຂັບດັນ​ໂດຍ​ຂໍ້​ມູນ​ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດແລະເສີມ​ຄວາມ​ເຂັ້ມ​ແຂ​ໃຫ້​ແກ່​ການ​ຜະ​ລິດ​ອາ​ຫານ​ແບບ​ຍືນ​ຍົງ ໃນ​ເວ​ລາ​ດຽວ​ກັນ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ເສດ​ ທ່ານ​ທອມ ວິ​ລ​ແຊັ​ກ ກ່າວ​ວ່າ “ດຣ. ໂຣ​ເຊັນ​ວາຍ ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ ໃນ​ຄວາມ​ເປັນ​ຜູ້​ນຳ ນະ​ວັດ​ຕະ​ກຳ ແລະ ​ປະ​ສົບ​ພະ​ການທີ່​ຈຳ​ເປັນເພື່ອ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາທ້າ​ທາຍ​ທີ່​ເປັນ​ທາງ​ແຍກ​ໃນ​ຄວາມ​ອຶດ​ຢ​າກ​ຂອງ​ໂລກ ແລະ​ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ ແລະ​ການມອບ​ໝາຍ​ໃຫ້​ການ​ກະເສດ​ເປັນ​ຜູ້​ແກ້​ໄຂ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ທ້າ​ທາຍ​ເຫຼົ່າ​ນີ້.”

“ໂດຍ​ຜ່ານ​ວຽກ​ງານ ຊຶ່ງ​ມາ​ຮອດ​ປັດ​ຈຸ​ບັນໄດ້ 4 ທົດ​ສະ​ວັດ​ແລ້ວນັ້ນ ທ່ານ​ນາງເລີ້ມ ​ຄົ້ນ​ພົບ​ໃນ​ອັນ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ອາ​ຫານ​ຂອງ​ພວກ​ເຮົາ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງວ່ອງ​ໄວ​ແລະກ້າວ​ໜ້າ​ທີ່ສຸດ​ຂອງ​ຕົວ​ຢ່າງ ​ເພື່ອ​ທຳ​ນາຍ​ກ່ຽວ​ກັບ​ຜົ​ນ​ທີ່​ຈະ​ເກີດຂຶ້ນ.”

ໃນ​ປີ 2022 ພວກ​ເຮົາ​ໄດ້​ມາ​ເຖິງ​ຈຸດ​ທີ່​ຫຼໍ່​ແຫຼມ​ສຳ​ຄັນ​ສຳ​ລັບ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຮັບ​ຜິດ​ຊອບ​ໃນ​ດ້ານ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ພະ​ລັງ​ງານ ແລະ​ສິ່ງ​ແວດ​ລ້ອມ ທ່ານ​ໂຮ​ເຊ ເຟີ​ນານ​ເດ​ສ ແລະ​ແນ່ນອນ​ນຶ່ງ​ໃນ​ບັນ​ຫາ​ຮາກ​ເຫງົ້າ ​ຂອງ​ຄວາມ​ໝັ້ນຄົງ ​ທາງ​ດ້ານ​ອາ​ຫານ ກໍ​ຄື​ການ​ປ່ຽ​ນ​ແປງ​ຂອ​ງ​ອາ​ກາດ.

“ດ​ຣ. ໂຣ​ເຊັນ​ວາຍ ແມ່ນ​ນຶ່ງ​ໃນ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ທີ່​ໄດ້​ຈົດ​ບັນ​ທຶກ​ກ່ຽວ​ກັບ​ວ່າ​ການ​ປ່ຽນ​ແປງ​ຂອງ​ອາ​ກາດ ມີ​ຜົນ​ກະ​ທົບ​ແບບ​ໃດ​ຕໍ່​ການ​ຜະ​ລິດ​ອາ​ຫານ. ທັງ​ນີ້​ກໍ​ຍ້ອນ​ການ​ຄົ້ນ​ຄວ້າ​ຂອ​ງ​ທ່ານ​ນາງ ພວກ​ເຮົາ​ຈຶ່ງ​ສາ​ມາດ ​ທຳ​ນາຍ​ໄດ້​ດີ​ຂຶ້ນ​ວ່າ ອຸນ​ຫະ​ພູມ​ສູງ​ຂຶ້ນ​ແບບ​ໃດ ອາ​ກາດ​ຮ້ອນ​ຈັດ ​ແມ່ນ​ຄື​ແນວ​ໃດ ແລະ ​ຄາ​ບອນ​ໄດ​ອອກ​ໄຊຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ຜະ​ລິດ ແລະ​ຄຸນ​ນະ​ພາບ​ຂອງ​ອາ​ຫານ​ແບບ​ໃດ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ເສດ ທ່ານ​ວິ​ລ​ແຊັກກ່າວ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່ນຳ​ໃຊ້​ວິ​ທີ​ການ​ກະ​ເສດ​ ທີ່​ມີ​ຄວາມ​ຕ້ານ​ທານ​ຕໍ່​ການ​ປ່ຽນ​ແປງ​ຂອງ​ອາ​ກາດ ແລະ​ນະ​ວັດ​ຕະ​ກຳ​ໃນ​ການ​ແກ້​ໄຂ​ ເພື່ອ​ຜັກ​ດັນ​ການ​ຫັນ​ປ່ຽນ ​ສຳ​ລັບ​ຕ້ານ​ທ​ານ​ກັບ​ການ​ປ່ຽນ​ແປງ​ຂອງ​ອາ​ກາດ ຊຶ່ງ​ບໍ່​ແມ່ນ​ສິ່ງ​ເລັກ​ນ້ອຍ​ເລີຍຈຶ່ງ​ຂໍ​ຂອບ​ໃຈ​ຕໍ່​ວຽກ​ງານ​ໃນ​ການບຸກ​ເບີກ​ຂອງ ດ​ຣ. ໂຣ​ເຊັນ​ວາຍ.”

“ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ທ່ານ​ນາງ ກ່ຽວ​ກັບ​ອາ​ຊີບ​ວຽກ​ງານທີ່ປະ​ສົບ​ຄວາມ​ສຳ​ເລັດ ແບບ​ບໍ່​ໜ້າ​ເຊື່ອ​ອັນ​ນີ້ ຊຶ່ງ​ໄດ້​ສົ່ງ​ຜົນ​ໃຫ້​ເກີດ​ກຽດ​ສັກ​ສີ​ອັນ​ສູງ​ສົ່ງນີ້. ຄົນໃນ​ຮຸ້ນນີ້ ແລະ​ຮຸ້ນ​ຕໍ່ໆ​ໄປ​ໃນ​ອະ​ນາ​ຄົດ ຂໍ​ຂອບ​ໃຈ.”

XS
SM
MD
LG