Accessibility links

Breaking News

ສະຫະລັດ ເສີມຂະຫຍາຍສາຍພົວພັນ ກັບປະເທດອິນເດຍ


ລັດຖະມົນຕີກິດຈະການພາຍນອກຂອງອິນເດຍ ທ່ານ ແອັສ ໄຈຊັງກາ ກັບຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານສຕີເວນ ບີກັນ.
ລັດຖະມົນຕີກິດຈະການພາຍນອກຂອງອິນເດຍ ທ່ານ ແອັສ ໄຈຊັງກາ ກັບຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານສຕີເວນ ບີກັນ.

“ຂ້າພະເຈົ້າບໍ່ເຄີຍມີຄວາມຫວັງໄປໃນແງ່ດີແບບນີ້ມາກ່ອນ ກ່ຽວກັບຄວາມ
ເປັນໄປໄດ້ໃນອະນາຄົດ ໃນສາຍພົວພັນລະຫວ່າງອິນເດຍ ກັບສະຫະລັດ” ນັ້ນ
ຄືຄຳເວົ້າຂອງຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານສຕີເວັນ ບີກັນ​ຕໍ່ກອງປະຊຸມແລກອະພິປາຍສະຫະລັດ-ອິນເດຍ.

ຄວາມສຳພັນລະຫວ່າງສະຫະລັດກັບອິນເດຍ ແມ່ນກວມເອົາຫຼາຍໆຂົງເຂດວຽກງານ ໃນນັ້ນແມ່ນຮວມທັງ ການຮ່ວມມືໃນດ້ານປ້ອງກັນປະເທດແລະຄວາມໝັ້ນຄົງ ການໃຫ້ຄວາມສະໜັບສະໜຸນ ລະຫວ່າງພວກເຈົ້າໜ້າທີ່ປະຕິບັດກົດໝາຍ ຄວາມສຳພັນທາງດ້ານການຄ້າແລະການລົງທຶນ ການເປັນພາຄີດ້ານພະລັງງານ
ຕະຫຼອດທັງການຮ່ວມມື ໃນດ້ານວິທະຍາສາດ ແລະເທັກໂນໂລຈີ. ອີກສິ່ງນຶ່ງທີ່ມີຄວາມສຳຄັນຫຼາຍເປັນພິເສດ ກໍແມ່ນ ການດຳເນີນຄວາມພະຍາຍາມຮ່ວມກັນ
ລະຫວ່າງມະຫາວິທະຍາໄລອາເມຣິກັນແລະອິນເດຍ ພ້ອມທັງບໍລິສັດຕ່າງໆເພື່ອ
ທົດລອງຢາວັກຊີນກັນໄວຣັສໂຄໂຣນາ.

ຮອງລັດຖະມົນຕີການຕ່າງປະເທດບີກັນ ໄດ້ສະແດງອອກໃຫ້ເຫັນເຖິງຄວາມຈຳ ເປັນທີ່ຈະຕ້ອງໄດ້ປັບປຸງຄວາມໝັ້ນຄົງ ຂອງກຸ່ມພັນທະມິດໃນເຂດອິນໂດ-ປາຊີ ຟິກ. ທ່ານກ່າວວ່າ “ສະຫະລັດ ບໍ່ສາມາດຄາດໄດ້ວ່າ ໂຄງສ້າງຂອງກຸ່ມພັນທະມິດໃນຍຸກຫຼັງສົງຄາມໂລກຄັ້ງທີ 2 ຂອງໂລກທີ່ອອກແບບມາເພື່ອແກ້ໄຂບັນຫາທ້າທາຍແລະໄພຂົ່ມຂູ່ຕ່າງໆຈາກສົງຄາມເຢັນນັ້ນ ຈະສາມາດຢັ້ງຍືນໂດຍປາສະ ຈາກການຟື້ນຟູເພື່ອໃຫ້ມີຊີິວິດຊີວາຄືນໃໝ່ໄດ້. ເພື່ອຮັກສາໄວ້ ຊຶ່ງຄວາມເປັນອິດສະຫຼະເສລີແລະເປີດກວ້າງ ຄວາມສຳພັນດ້ານຍຸດທະສາດຂອງພວກເຮົາ ຈຳເປັນຕ້ອງໄດ້ສະທ້ອນເຖິງສະພາບການໂຕຈິງທາງດ້ານພູມີສາດການເມືອງຂອງທຸກມື້ນີ້ແລະອະນາຄົດຂ້າງໜ້າ.”

ຮອງລັດຖະມົນຕີການຕ່າງປະເທດ ບີກັນ ໃຫ້ການອະທິບາຍວ່າ ພາຍໃຕ້ພາຄີຄວາມໝັ້ນຄົງທີ່ໄດ້ຮັບການປັບປຸງໃໝ່ນີ້ ປະເທດຕ່າງໆເຊັ່ນ “ອິນເດຍຈະຊອກຫາຊ່ອງທາງເພື່ອສະໜອງການປ້ອງກັນປະເທດໃຫ້ແກ່ເຂົາເຈົ້າເອງ.” ພາຍໃຕ້
ສະພາບການດັ່ງກ່າວ ສະຫະລັດກໍຈະຊອກຫາຊ່ອງທາງ ເພື່ອຊ່ວຍໃຫ້ອິນເດຍ
ມີຄວາມສາມາດເພີ້ມຂຶ້ນໃນການປ້ອງກັນອະທິປະໄຕ ແລະປະຊາທິປະໄຕຂອງຕົນ ແລະເພື່ອສ້າງຄວາມກ້າວໜ້າ ໃຫ້ແກ່ຜົນປະໂຫຍດຂອງອິນເດຍໃນທົ່ວຂົງ ເຂດອິນໂດ-ປາຊີຟິກ.

ສະຫະລັດແລະອິນເດຍ ຮ່ວມກັບປະເທດຍີປຸ່ນ ແລະອອສເຕຣເລຍ ແມ່ນສີ່ສະໝໍປະຊາທິປະໄຕໃນເຂດອິນໂດ-ປາຊີຟິກ ໂດຍຍຶດໝັ້ນໃນຫຼັກຄຸນຄ່າແລະການມີຜົນປະໂຫຍດຮ່ວມກັນ. ຮອງລັດຖະມົນການຕ່າງປະເທດບີກັນກ່າວວ່າ “ຮວມກັນແລ້ວ ພວກເຮົາແມ່ນຕ່າງໜ້າ ໃຫ້ແກ່ມີວິໄສທັດທີ່ຫຼາກຫຼາຍທີ່ຈະໃຫ້ການຄ້ຳ ປະກັນວ່າປະເທດຂອງພວກເຮົາ ແລະທຸກປະເທດທີ່ມີຄວາມຫຼາກຫຼາຍ ຢູ່ໃນຂົງ ເຂດສາມາດຈະເລີນຮຸ່ງເຮືອງ ໃນຖານະທີ່ເປັນປະເທດອະທິປະໄຕແລະອຸດົມຮັ່ງ ມີ ຢູ່ໃນເຂດອິນໂດ-ປາຊິີຟິກ ທີ່ເສລີແລະເປີດກວ້າງ.”

ແຕ່ໃນຂະນະດຽວກັນ ທ່ານກໍເຕືອນວ່າ “ວິໄສທັດນີ້ບໍ່ແມ່ນສິ່ງທີ່ໄດ້ຕັດສິນໃຈໄປ

ແລ້ວ” ຍ້ອນກົນລະຍຸດແບບຮຸກຮານ ຂອງຈີນ ຢູ່ໃນຂົງເຂດ. ຮອງລັດຖະມົນຕີ​ການຕ່າງປະເທດບີກັນກ່າວວ່າ ໄພຂົ່ມຂູ່ຂອງຈີນ “ຈຳເປັນຕ້ອງໄດ້ມີການຮ່ວມມືກັນແບບສອງຝ່າຍກັບອິນເດຍແລະກັບປະເທດອື່ນໆເພື່ອເສີມສ້າງຄວາມໝັ້ນ ຄົງຂອງປະເທດຕ່າງໆຢູ່ໃນເຂດອິນໂດ-ປາຊີຟິກ.”

ສະຫະລັດເລີ້ມຂາຍອຸບປະກອນທາງທະຫານເພີ້ມຂຶ້ນໃຫ້ແກ່ຕ່າງປະເທດ ແລະ
ແບ່ງປັນຂ່າວກອງໃຫ້ກັບອິນເດຍ. ແຕ່ຍັງມີອີກຫຼາຍສິ່ງຫຼາຍຢ່າງທີ່ຈຳເປັນຕ້ອງ
ໄດ້ເຮັດ ຮວມທັງເສີມຂະຫຍາຍຄວາມສາມາດໃນການປ້ອງກັນໂຕຂອງອິນເດຍ ໂດຍຊຸກຍູ້ຄວາມສາມາດໃນການໂອນຂໍ້ມູນທາງຄອມພິວເຕີ້ລະຫວ່າງສອງກອງ
ທັບ ໂດຍຜ່ານການຊ້ອມລົບ ແລະການແລກປ່ຽນທີ່ມີຂຶ້ນເປັນປະຈຳ ເວທີການ ປ້ອງກັນປະເທດຮ່ວມ ແລະການພັດທະນາຮ່ວມກັນ.

ຮອງລັດຖະມົນຕີການຕ່າງປະເທດບີກັນປະກາດວ່າ “ປະເທດຂອງພວກເຮົາທັງສອງແມ່ນຖືກກຳນົດໃຫ້ເຮັດສິ່ງທີ່ຍິ່ງໃຫຍ່ ມັນສຸດແລ້ວແຕ່ພວກເຮົາ ທີ່ຈະເລັ່ງ
ລັດແຮງກະຕຸກຊຸກຍູ້ນັ້ນ.”

XS
SM
MD
LG