Accessibility links

Breaking News

ບົດບັນນາທິການ: ພວກຕັດສິນ ລົງໂທດ ຄະນະບໍລິຫານ 6 ຄົນ ຂອງບໍລິສັດຊິດໂກ ຕ້ອງເປັນຜູ້ຮັບຜິດຊອບ


ກຸ່ມຊິດໂກ 6 ແມ່ນປະກອບດ້ວຍໂທເມີ ແວແດລ (Tomeu Vadell) ກຸສຕາໂວ ກາ ເດນາສ (Gustavo Cardenas), ຮໍເຮ ໂທເລໂດ (Jorge Toledo) ອາລິຣິໂອ ຊາມບຣາໂນ (Alirio Jose Zambrano), ໂຮເຊ ຫຼຸຍ ຊາມບຣາໂນ (Jose Luis Zambrano), ໂຮເຊ ອັງແກລ ເປໄຣຣາ (Jose Angel Pe-reira) ທີ່ປະເທດເວເນຊູເອລາ.
ກຸ່ມຊິດໂກ 6 ແມ່ນປະກອບດ້ວຍໂທເມີ ແວແດລ (Tomeu Vadell) ກຸສຕາໂວ ກາ ເດນາສ (Gustavo Cardenas), ຮໍເຮ ໂທເລໂດ (Jorge Toledo) ອາລິຣິໂອ ຊາມບຣາໂນ (Alirio Jose Zambrano), ໂຮເຊ ຫຼຸຍ ຊາມບຣາໂນ (Jose Luis Zambrano), ໂຮເຊ ອັງແກລ ເປໄຣຣາ (Jose Angel Pe-reira) ທີ່ປະເທດເວເນຊູເອລາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດຖືວ່າ ຜູ້ພິພາກສາ ແລະໄອຍະການ ເວເນຊູເອລາ ທີ່ເຂົ້າຮ່ວມໃນການດຳເນີນຄະດີ ແລະຕັດສິນລົງໂທດ ຄະນະບໍລິຫານ 6 ຄົນຂອງບໍລິສັດ ຊິດໂກ (Citgo) ທີ່ມີສຳນັກງານໃຫຍ່ ຕັ້ງຢູ່ນະຄອນຮິວສຕັນ ໃນເດືອນພະຈິກປີ 2020 ນັ້ນ ເປັນຜູ້ຮັບຜິດຊອບ. ຄະນະບໍລິຫານ ຊຶ່ງເປັນທີ່ຮູ້ກັນໃນຊື່ກຸ່ມຊິດໂກ 6 ແມ່ນປະກອບດ້ວຍໂທເມີ ແວແດລ (Tomeu Vadell) ກຸສຕາໂວ ກາ ເດນາສ (Gustavo Cardenas), ຮໍເຮ ໂທເລໂດ (Jorge Toledo) ອາລິຣິໂອ ຊາມບຣາໂນ (Alirio Jose Zambrano), ໂຮເຊ ຫຼຸຍ ຊາມບຣາໂນ (Jose Luis Zambrano), ໂຮເຊ ອັງແກລ ເປໄຣຣາ (Jose Angel Pe-reira) ໄດ້ຖືກຕັດສິນໂທດ ໃຫ້ຕິດຄຸກແຕ່ 8 ຫາ 13 ປີ.

ໃນປີ 2017 ກຸ່ມຊິດໂກ 6 ໄດ້ຖືກຫຼອກ ໃຫ້ໄປຮ່ວມກອງປະຊຸມທຸລະກິດ ຊຶ່ງຈັດຂຶ້ນໃນນາທີິສຸດທ້າຍ ທີ່ກາຣາກາສ ນະຄອນຫຼວງຂອງເວເນຊູເອລາ. ບໍ່ດົນ ຫຼັງຈາກເດີນທາງໄປຮອດ ເຈົ້າໜ້າທີ່ຮັກສາຄວາມສະຫງົບທີ່ໃສ່ໜ້າກາກ ກໍໄດ້
ບຸກເຂົ້າໄປໃນຫ້ອງປະຊຸມ ຈັບກຸມພວກຜູ້ຊາຍທັງໝົດ ແລະກໍສົ່ງພວກເຂົາເຈົ້າເຂົ້າໄປຂັງທີ່ຄຸກ ເຮລີໂກອີເດ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຢູ່ໃນຖະແຫຼງການວ່າ “ພວກຜູ້ຊາຍອາເມຣິກັນເຫຼົ່ານີ້ ໄດ້ຖືກຄຸມຂັງຢູ່ໃນປະເທດເວເນຊູເອລາ ແບບບໍ່ເປັນທຳ ນັບແຕ່ເດືອນພະຈິກປີ 2017 ເປັນຕົ້ນມາ ຫຼັງຈາກຖືກຕົວະ ໃຫ້ເດີນທາງໄປນະຄອນກາຣາກາສ.”

ໃນເດືອນສິງຫາ ການດຳເນີນຄະດີ ພວກຜູ້ຊາຍທັງ 6 ໃນທີ່ສຸດກໍໄດ້ເລີ້ມຂຶ້ນ ຫຼັງຈາກໄດ້ຖືກຄຸມຂັງ ເປັນເວລາເກືອບ 1 ພັນມື້. ເຈົ້າໜ້າທີ່ 2 ຄົນຂອງອຳ ນາດການປົກຄອງມາດູໂຣທີ່ຜິດກົດໝາຍ ຄືຜູ້ພິພາກສາ ລໍເຣນາ ຄາໂຮລີນາ ຄໍນີແອລເລສ ຣູອິສ (Lorena Carolina Cornielles Ruiz) ແລະ ໄອຍະການຣາມອນ ອານໂຕນີໂອ ທໍເຣສ ແອັສປີໂນຊາ (Ramon Antonio Tor-res Espinoza) ແມ່ນມີບົດບາດສໍາຄັນ ໃນການດໍາເນີນຄະດີຂອງສານເຕ້ຍ ຕໍ່ຄະນະບໍລິຫານຂອງບໍລິສັດຊິດໂກ. ການດຳເນີນຄະດີດັ່ງກ່າວໄດ້ຮັບຄວາມເສຍຫາຍຍ້ອນຂາດການຄ້ຳປະກັນໃນດ້ານຄວາມເປັນທຳ ແລະອີງໃສ່ຂໍ້ຫາທີ່ມີຈຸດປະສົງທາງດ້ານການເມືອງ. ການດຳເນີນຄະດີບໍ່ໄດ້ມີຂຶ້ນຢ່າງເປັນການເປີດເຜີຍຕາມທີ່ຄໍ້າປະກັນໄວ້ ໃນລັດຖະທຳມະນູນຂອງເວເນຊູເອລາ ສື່ມວນຊົນແລະກຸ່ມປົກປ້ອງສິດທິມະນຸດໄດ້ຖືກປະຕິເສດບໍ່ໃຫ້ເຂົ້າໄປຟັງໄດ້.

ລັດຖະມົນຕີກະຊວງການເງິນ ທ່ານສຕີເວັນ ມະນຸກຈິນ ກ່າວວ່າ “ການຄຸມຂັງແລະຕັດສິນທີ່ຜິດພາດ ຕໍ່ຊາວອາເມຣິກັນທັງ​ 6 ຄົນນີ້ ຍິ່ງສະແດງໃຫ້ເຫັນວ່າ ມີການສໍ້ລາດບັງຫຼວງ ແລະການໃຊ້ອຳນາດໄປໃນທາງທີ່ບໍ່ຖືກຕ້ອງ ແມ່ນຝັງແໜ້ນແບບໃດ ຢູ່ໃນສະຖາບັນຕ່າງໆຂອງເວເນຊູເອລາ. ສະຫະລັດຍັງສືບຕໍ່ມີຄວາມໝັ້ນໝາຍທີ່ຈະໃຫ້ການປົກປ້ອງແກ່ປະຊາຊົນຂອງຕົນ ແລະແນເປົ້າໃສ່ພວກທີ່ມີສ່ວນໃນການກຳອຳນາດແບບຜິດກົດໝາຍຂອງອຳນາດການປົກຄອງມາດູໂຣ ໃນປະເທດເວເນຊູເອລາ.”

ລັດຖະມົນຕີການຕ່າງປະເທດພອມພຽວປະກາດວ່າ “ພວກຜູ້ຊາຍທັງ​ 6 ແລະຄອບຄົວຂອງພວກເຂົາເຈົ້າ ໄດ້ຮັບຄວາມທົນທຸກທໍລະມານມາດົນນານພໍແລ້ວ.ມັນເຖິງເວລາແລ້ວ ທີ່ມາດູໂຣ ຈະຕ້ອງປ່ອຍກຸ່ມຊິດໂກ 6 ແລະອະນຸຍາດໃຫ້ພວກເຂົາເຈົ້າ ກັບຄືນໄປຫາຄອບຄົວຂອງພວກເຂົາເຈົ້າ.”

XS
SM
MD
LG