Accessibility links

Breaking News

ບົດບັນນາທິການ: ສະຫະລັດຢືນຢັນອີກເທື່ອນຶ່ງ ທີ່ຈະໃຫ້ການສະໜັບສະໜຸນຕໍ່ໄຕ້ຫວັນ


ກອງທັບເຮືອສະຫະລັດ ແລ່ນຜ່ານຊ່ອງແຄບໄຕ້ຫວັນ
ກອງທັບເຮືອສະຫະລັດ ແລ່ນຜ່ານຊ່ອງແຄບໄຕ້ຫວັນ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດ ຂໍຢືນຢັນອີກເທື່ອນຶ່ງ ໃນການໃຫ້ຄວາມສະໜັບສະໜຸນຕໍ່ໄຕ້ ຫວັນ ໃນການປະເຊີນໜ້າກັບການຂົ່ມຂູ່ຈາກກອງທັບຂອງຈີນ.

ເມື່ອວັນທີ 23 ແລະ 24 ມັງກອນຜ່ານມານີ້ ສາທາລະນະລັດປະຊາຊົນຈີນຫຼື ສປ ຈີນ ໄດ້ສົ່ງເຮືອບິນລົບຫຼາຍໆລຳ ບິນເຂົ້າໄປໃກ້ໆເກາະໄຕ້ຫວັນ ແລະລ່ວງລ້ຳເຂົ້າໄປໃນເຂດລະບຸໂຕທາງອາກາດຂອງເກາະດັ່ງກ່າວ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ສະຫະລັດໃຫ້ຂໍ້ສັງເກດ ດ້ວຍຄວາມເປັນຫ່ວງກ່ຽວກັບທ່າອຽງທີ່ຍັງດຳເນີນຢູ່ຕໍ່ມາໃນຄວາມພະຍາຍາມຂອງສາທາລະນະລັດປະຊາຊົນຈີນ ທີ່ຈະຂົ່ມຂູ່ປະເທດເພື່ອນບ້ານ ຮວມທັງໄຕ້ຫວັນ. ພວກເຮົາຂໍຮຽກຮ້ອງໃຫ້ປັກກິ່ງຢຸດເຊົາການກົດດັນທາງດ້ານທະຫານ ດ້ານການທູດແລະດ້ານເສດຖະກິດຕໍ່ໄຕ້ຫວັນແລະໃຫ້ພົວພັນໃນການເຈລະຈາແບບມີຄວາມໝາຍກັບພວກຜູ້ຕາງໜ້າ ທີ່ໄດ້ຖືກເລືອກແບບປະຊາທິປະໄຕຂອງໄຕ້ຫວັນແທນ.”

ສປ ຈີນ ໄດ້ທຳການຊ້ອມລົບເພີ້ມຂຶ້ນ ຢູ່ໃກ້ໆກັບເກາະໄຕ້ຫວັນ ໃນຮອບປີທີ່ຜ່ານມາ ແຕ່ກໍບໍ່ເຄີຍສົ່ງເຮືອບິນລົບ ພ້ອມທັງປືນໃຫຍ່ ແລະລູກສອນໄຟ ທີ່ມີຄວາມສາມາດໃນການຍິງ ຫຼາຍແບບນີ້ມາກ່ອນ. ອີງຕາມກະຊວງປ້ອງກັນປະເທດໄຕ້ຫວັນແລ້ວ ກຸ່ມກຳລັງຂອງ ສປ ຈີນ ແມ່ນຮວມທັງເຮືອບິນລົບອາຍພົ່ນແລະເຮືອບິນຖິ້ມລະເບີດທີ່ມີຄວາມສາມາດໃນການບັນທຸກຫົວລະເບີດນິວເຄລຍ.

ໃນການເຄື່ອນໄຫວແບບທ້າທາຍອີກອັນນຶ່ງ ເມື່ອໄວໆມານີ້ ສປ ຈີນໄດ້ຮັບຮອງເອົາກົດໝາຍ ທີ່ອະນຸຍາດຢ່າງເປັນການໂຈ່ງແຈ້ງໃຫ້ໜ່ວຍຍາມຝັ່ງຂອງຕົນຍິງກຳປັ່ນຕ່າງປະເທດ ຢູ່ໃນເຂດນ່ານນ້ຳທີ່ຍັງມີການຂັດແຍ້ງກັນ ໃນທະເລຈີນໃຕ້. ຈີນໄດ້ອ້າງເອົາກຳມະສິດສ່ວນໃຫຍ່ໃນທະເລຈີນໃຕ ໃຫ້ຢູ່ພາຍໃຕ້ອຳນາດການຄວບຄຸມຂອງຕົນ. ເມື່ອວັນທີ 27 ມັງກອນຜ່ານມານີ້ ລັດຖະບານຟີລິບປິນໄດ້ຍື່ນໜັງສືປະທ້ວງຕໍ່ກົດໝາຍສະບັບດັ່ງກ່າວ.

ເມື່ອວັນທີ 23 ມັງກອນຜ່ານມານີ້ ກຸ່ມກຳປັ່ນບັນທຸກເຮືອບິນ ທີ່ນຳພາໂດຍກຳປັ່ນ USS Theodore Roosevelt ໄດ້ແລ່ນເຂົ້າໄປໃນເຂດທະເລຈີນໃຕ້ເພື່ອປະຕິບັດໜ້າທີ່ຕາມປົກກະຕິຂອງຕົນ ເພື່ອສົ່ງເສີມອິດສະຫຼະພາບ ໃນການເດີນ
ເຮືອ. ພົນເຮືອຕີ ເດີກ ວາຣິສຊິໂມ (Dough Varissimo) ຜູ້ບັນຊາການ ກຸ່ມກຳປັ່ນບັນທຸກເຮືອບິນໂຈມຕີທີ 9 ກ່າວວ່າ “ໂດຍທີ່ 2 ສ່ວນ 3 ຂອງການຄ້າໂລກຖືກສົ່ງຜ່ານຂົງເຂດທີ່ມີຄວາມສຳຄັນຫຼາຍເປັນພິເສດແຫ່ງນີ້ ມັນຈຶ່ງຈຳເປັນທີ່ພວກເຮົາຕ້ອງໄດ້ຮັກສາການມີໜ້າແລະສືບຕໍ່ຊຸກຍູ້ໃຫ້ມີການປົກຄອງດ້ວຍຕົວບົດກົດໝາຍ ທີ່ປ່ອຍໂອກາດໃຫ້ພວກເຮົາທັງໝົດມີຄວາມຈະເລີນຮຸ່ງເຮືອງ.”

ທ່ານເນດ ໄພຣສ໌ ໂຄສົກກະຊວງການຕ່າງປະເທດສະຫະລັດ ໄດ້ປະກາດຢູ່ໃນຖະແຫຼງການວ່າ “ພວກເຮົາຈະຢືນຢູ່ຄຽງຂ້າງກັບເພື່ອນມິດແລະພັນທະມິດຂອງພວກເຮົາເພື່ອສ້າງຄວາມກ້າວໜ້າໃຫ້ແກ່ການມີຄວາມອຸດົມຮັ່ງມີ ຄວາມໝັ້ນຄົງ ແລະຫຼັກຄຸນຄ່າຮ່ວມກັນ ຂອງພວກເຮົາ ຢູ່ໃນຂົງເຂດອິນໂດປາຊີຟິກ ແລະນັ້ນ
ແມ່ນຮວມທັງ ການສ້າງຄວາມສຳພັນຢ່າງເລິກເຊິ່ງ ຂອງພວກເຮົາກັບປະຊາທິປະໄຕໄຕ້ຫວັນ. ສະຫະລັດຈະສືບຕໍ່ໃຫ້ການສະໜັບສະໜຸນຕໍ່ການແກ້ໄຂບັນຫາຂ້າມຊ່ອງແຄບແບບສັນຕິ ທີ່ສອດຄ່ອງກັບຄວາມໄຝ່ຝັນ ແລະຜົນປະໂຫຍດທີ່ດີທີ່ສຸດຂອງປະຊາຊົນໄຕ້ຫວັນ.”

ທ່ານເນດ ໄພຣສ໌ ກ່າວຕື່ມວ່າ “ສະຫະລັດ ຍັງສືບຕໍ່ຮັກສາຄວາມໝັ້ນໝາຍທີ່ມີມາເປັນເວລາດົນນານຂອງຕົນດັ່ງທີ່ໄດ້ກຳນົດໄວ້ຢູ່ໃນຖະແຫຼງການຮ່ວມ 3 ສະບັບ ກົດໝາຍວ່າດ້ວຍຄວາມສຳພັນກັບໄຕ້ຫວັນ ແລະຄຳໝັ້ນສັນຍາ 6 ສະບັບ. ພວກເຮົາຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ໄຕ້ຫວັນ ໃນຄວາມສາມາດເພື່ອປ້ອງກັນໂຕຢ່າງພຽງພໍ. ຄວາມໝັ້ນໝາຍຂອງພວກເຮົາຕໍ່ໄຕ້ຫວັນແມ່ນໜັກແໜ້ນ ແລະມີສ່ວນໃນການຮັກສາສັນຕິພາບ ແລະສະຖຽນລະພາບ ຂ້າມຊ່ອງແຄບໄຕ້ຫວັນແລະພາຍໃນຂົງເຂດນຳດ້ວຍ.”

XS
SM
MD
LG